bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 16
Matthew 16
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 17 →
1
ພວກຟາຣີຊາຍ ແລະ ພວກຊາດູກາຍໄດ້ມາຫາພຣະເຢຊູເຈົ້າ ແລະ ໄດ້ທົດລອງພຣະອົງໂດຍຂໍໃຫ້ພຣະອົງສະແດງໝາຍສຳຄັນຢ່າງໜຶ່ງຈາກສະຫວັນ.
2
ພຣະເຢຊູເຈົ້າຕອບວ່າ, “ເມື່ອຄ່ຳມາ ພວກເຈົ້າກໍເວົ້າວ່າ, ‘ອາກາດຈະດີເພາະທ້ອງຟ້າມີສີແດງ’
3
ແລະ ຕອນເຊົ້າພວກເຈົ້າກໍເວົ້າວ່າ, ‘ວັນນີ້ຈະເກີດພະຍຸເພາະທ້ອງຟ້າມີສີແດງ ແລະ ມືດຄຶ້ມ’. ພວກເຈົ້າຮູ້ຈັກຕີຄວາມໝາຍປາກົດການຂອງທ້ອງຟ້າ ແຕ່ພວກເຈົ້າບໍ່ສາມາດຕີຄວາມໝາຍຂອງໝາຍສຳຄັນຂອງວາລະຕ່າງໆ.
4
ຄົນໃນຍຸກທີ່ຊົ່ວຮ້າຍ ແລະ ຫລິ້ນຊູ້ຊອກຫາແຕ່ໝາຍສຳຄັນ, ແຕ່ຈະບໍ່ໃຫ້ໝາຍສຳຄັນໃດນອກຈາກໝາຍສຳຄັນຂອງໂຢນາ”. ແລ້ວພຣະເຢຊູເຈົ້າກໍອອກໄປຈາກພວກເຂົາ ແລະ ໄປທາງອື່ນ.
5
ເມື່ອພວກສາວົກໄດ້ຂ້າມມາຮອດຝັ່ງດ້ານໜຶ່ງແລ້ວ, ພວກເພິ່ນກໍລືມເອົາເຂົ້າຈີ່ມານຳ.
6
ພຣະເຢຊູເຈົ້າໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງສັງເກດ ແລະ ລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ”.
7
ພວກເພິ່ນຈຶ່ງສົນທະນາກັນ ແລະ ເວົ້າວ່າ, “ເປັນເພາະພວກເຮົາບໍ່ເອົາເຂົ້າຈີ່ມານຳ”.
8
ພຣະເຢຊູເຈົ້າຮູ້ເລື່ອງທີ່ພວກເພິ່ນເວົ້າກັນນັ້ນ ຈຶ່ງຖາມວ່າ, “ພວກເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່?
9
ພວກເຈົ້າຍັງບໍ່ເຂົ້າໃຈບໍ? ພວກເຈົ້າບໍ່ຈື່ເລື່ອງເຂົ້າຈີ່ຫ້າກ້ອນລ້ຽງຄົນຫ້າພັນຄົນ ແລ້ວພວກເຈົ້າເກັບສ່ວນທີ່ເຫລືອໄດ້ຈັກກະບຸງບໍ?
10
ຫລື ເລື່ອງເຂົ້າຈີ່ເຈັດກ້ອນລ້ຽງຄົນສີ່ພັນຄົນ ແລ້ວພວກເຈົ້າເກັບສ່ວນທີ່ເຫລືອໄວ້ໄດ້ຈັກກະບຸງ?
11
ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈວ່າເຮົາບໍ່ໄດ້ເວົ້າເຖິງເລື່ອງເຂົ້າຈີ່? ແຕ່ໃຫ້ພວກເຈົ້າຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ”.
12
ແລ້ວພວກເພິ່ນຈຶ່ງເຂົ້າໃຈວ່າພຣະອົງບໍ່ໄດ້ເຕືອນພວກເພິ່ນໃຫ້ລະວັງເຊື້ອແປ້ງທີ່ໃຊ້ໃນເຂົ້າຈີ່ ແຕ່ໃຫ້ລະວັງຄຳສັ່ງສອນຂອງພວກຟາຣີຊາຍ ແລະ ພວກຊາດູກາຍ.
13
ເມື່ອພຣະເຢຊູເຈົ້າໄດ້ມາເຖິງເຂດກາຍຊາເຣຍ ຟີລິບປອຍ, ພຣະອົງຖາມພວກສາວົກຂອງພຣະອົງວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດເປັນຜູ້ໃດ?”
14
ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານເປັນໂຢຮັນບັບຕິສະໂຕ, ບາງຄົນເວົ້າວ່າທ່ານເປັນເອລີຢາ, ແລະ ຍັງມີຄົນອື່ນໆອີກເວົ້າວ່າທ່ານເປັນເຢເຣມີຢາ ຫລື ຜູ້ທຳນວາຍຄົນໜຶ່ງໃນບັນດາຜູ້ທຳນວາຍ”.
15
ພຣະອົງຖາມວ່າ, “ແລ້ວພວກເຈົ້າເດ? ພວກເຈົ້າວ່າເຮົາເປັນຜູ້ໃດ?”
16
ຊີໂມນເປໂຕຕອບວ່າ, “ພຣະອົງເປັນພຣະຄຣິດເຈົ້າ ພຣະບຸດຂອງພຣະເຈົ້າຜູ້ມີຊີວິດຢູ່”.
17
ພຣະເຢຊູເຈົ້າກ່າວວ່າ, “ຄວາມສຸກມີແກ່ເຈົ້າ ຊີໂມນລູກຊາຍຂອງໂຢນາເອີຍ, ເພາະວ່າມະນຸດບໍ່ໄດ້ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ສະຖິດຢູ່ໃນສະຫວັນ.
18
ຝ່າຍເຮົາຈຶ່ງບອກວ່າ, ເຈົ້າຄືເປໂຕ ແລະ ເທິງສີລາກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະ ປະຕູແຫ່ງແດນມໍລະນາ ຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້.
19
ເຮົາຈະມອບກະແຈແຫ່ງອານາຈັກສະຫວັນໃຫ້ເຈົ້າ, ສິ່ງໃດທີ່ພວກເຈົ້າຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະ ຖືກຜູກມັດໄວ້ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ພວກເຈົ້າຈະແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະ ຖືກແກ້ໃຫ້ຫລຸດແລ້ວໃນສະຫວັນ”.
20
ແລ້ວພຣະອົງສັ່ງພວກສາວົກຂອງພຣະອົງບໍ່ໃຫ້ບອກຜູ້ໃດວ່າພຣະອົງເປັນພຣະຄຣິດເຈົ້າ.
21
ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າເລີ່ມອະທິບາຍໃຫ້ພວກສາວົກຂອງພຣະອົງຟັງວ່າພຣະອົງຈະຕ້ອງໄປຍັງນະຄອນເຢຣູຊາເລັມ ແລະ ຕ້ອງຖືກທົນທຸກທໍລະມານຫລາຍປະການຈາກພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດ. ພຣະອົງຈະຕ້ອງຖືກຂ້າ ແລະ ໃນວັນທີສາມພຣະອົງຈະເປັນຄືນມາສູ່ຊີວິດ.
22
ດັ່ງນັ້ນ ເປໂຕຈຶ່ງໄດ້ພາພຣະອົງຫລີກໄປຕ່າງຫາກ ແລະ ເລີ່ມຕຳໜິພຣະອົງວ່າ, “ບໍ່ແມ່ນດອກ, ອົງພຣະຜູ້ເປັນເຈົ້າເອີຍ! ສິ່ງນີ້ຈະບໍ່ເກີດຂຶ້ນກັບພຣະອົງຈັກເທື່ອ!”
23
ພຣະເຢຊູເຈົ້າຈຶ່ງຫັນກັບມາ ແລະ ກ່າວກັບເປໂຕວ່າ, “ມານຊາຕານເອີຍ! ຈົ່ງຖອຍໜີໄປຈາກເຮົາ ເຈົ້າເປັນຫີນໃຫ້ເຮົາສະດຸດ ເຈົ້າບໍ່ໄດ້ມີຄວາມຄິດຫວ່ງໃຍເໝືອນດັ່ງພຣະເຈົ້າ ແຕ່ມີຄວາມຄິດຫ່ວງໃຍເໝືອນດັ່ງມະນຸດ”.
24
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກຂອງພຣະອົງວ່າ, “ຖ້າຜູ້ໃດຢາກເປັນສາວົກຂອງເຮົາໃຫ້ຜູ້ນັ້ນປະຕິເສດຕົນເອງ, ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ.
25
ເພາະຜູ້ໃດກໍຕາມຢາກຮັກສາຊີວິດ ຂອງຕົນໄວ້ ຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດທີ່ຍອມສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະພົບຊີວິດ.
26
ຈະມີປະໂຫຍດອັນໃດທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ? ຫລື ຄົນນັ້ນຈະເອົາສິ່ງໃດມາແລກປ່ຽນເອົາຈິດວິນຍານຂອງຕົນໄດ້?
27
ເພາະບຸດມະນຸດຈະມາປາກົດດ້ວຍສະຫງ່າລາສີຂອງພຣະບິດາເຈົ້າຂອງພຣະອົງ ພ້ອມດ້ວຍບັນດາເທວະດາຂອງພຣະອົງ, ເມື່ອນັ້ນພຣະອົງຈະຕອບແທນແກ່ທຸກຄົນຕາມການກະທຳຂອງພວກເຂົາ.
28
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ລົດຄວາມຕາຍ ຈົນກວ່າພວກເຂົາຈະໄດ້ເຫັນບຸດມະນຸດມາດ້ວຍອານາຈັກຂອງພຣະອົງ”.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28