bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 27
Matthew 27
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 28 →
1
ຕັ້ງແຕ່ເຊົ້າໆ ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ຂອງປະຊາຊົນທັງໝົດໄດ້ວາງແຜນກັນວ່າຈະຂ້າພຣະເຢຊູເຈົ້າ.
2
ດັ່ງນັ້ນ ພວກເຂົາໄດ້ມັດພຣະອົງ ແລະ ນໍາພຣະອົງໄປມອບໃຫ້ແກ່ປີລາດຜູ້ປົກຄອງ.
3
ເມື່ອຢູດາຜູ້ທີ່ໄດ້ທໍລະຍົດພຣະອົງຮູ້ວ່າພຣະເຢຊູເຈົ້າຖືກຕັດສິນລົງໂທດ, ລາວກໍຮູ້ສຶກກິນແໜງໃຈ ແລະ ຄືນເງິນສາມສິບຫລຽນໃຫ້ແກ່ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່.
4
ລາວກ່າວວ່າ, “ຂ້ານ້ອຍໄດ້ເຮັດບາບ, ເພາະຂ້ານ້ອຍໄດ້ທໍລະຍົດຕໍ່ເລືອດຂອງຜູ້ບໍລິສຸດ”. ພວກເຂົາຕອບວ່າ, “ແລ້ວກ່ຽວຂ້ອງຫຍັງກັບພວກເຮົາ? ນັ້ນເປັນຄວາມຮັບຜິດຊອບຂອງເຈົ້າເອງ”.
5
ດັ່ງນັ້ນ ຢູດາຈຶ່ງໂຍນເງິນນັ້ນເຂົ້າໄປໃນວິຫານ ແລະ ອອກໄປ. ຫລັງຈາກນັ້ນ ລາວກໍອອກໄປ ແລະ ຜູກຄໍຕາຍ.
6
ພວກຫົວໜ້າປະໂລຫິດໄດ້ເກັບເອົາເງິນຫລຽນນັ້ນຂຶ້ນມາ ແລະ ເວົ້າວ່າ, “ເປັນການຜິດກົດບັນຍັດທີ່ຈະເກັບເງິນນີ້ເຂົ້າໃນຄັງວິຫານ ເຊິ່ງເປັນເງິນຄ່າເລືອດ”.
7
ດັ່ງນັ້ນ ພວກເຂົາຈຶ່ງຕົກລົງກັນວ່າຈະໃຊ້ເງິນນັ້ນຊື້ນາຂອງຊ່າງປັ້ນໝໍ້ ເພື່ອໃຫ້ເປັນບ່ອນຝັງສົບຂອງຊາວຕ່າງດ້າວ.
8
ດ້ວຍເຫດນີ້ ນາທົ່ງນີ້ຈຶ່ງມີຊື່ວ່ານາເລືອດມາຈົນເຖິງທຸກວັນນີ້.
9
ແລ້ວກໍເປັນໄປຕາມທີ່ຜູ້ທຳນວາຍເຢເຣມີຢາກ່າວໄວ້ວ່າ: “ພວກເຂົາໄດ້ເອົາເງິນສາມສິບຫລຽນທີ່ປະຊາຊົນອິດສະຣາເອນໄດ້ຕັ້ງເປັນຄ່າຕົວຂອງລາວ,
10
ແລະ ພວກເຂົາໄດ້ໃຊ້ເງິນນັ້ນເພື່ອຊື້ນາຂອງຊ່າງປັ້ນໝໍ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າໄວ້”.
11
ໃນຂະນະດຽວກັນນັ້ນ ພຣະເຢຊູເຈົ້າຢືນຢູ່ຕໍ່ໜ້າຜູ້ປົກຄອງ ແລະ ຜູ້ປົກຄອງຈຶ່ງຖາມພຣະອົງວ່າ, “ທ່ານເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ທ່ານເວົ້ານັ້ນ”.
12
ເມື່ອພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ໄດ້ກ່າວໂທດໃສ່ພຣະອົງ, ພຣະອົງບໍ່ໄດ້ຕອບຈັກຄຳເລີຍ.
13
ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຂໍ້ກ່າວຫາທີ່ພວກເຂົານຳມາຕໍ່ສູ້ເຈົ້າບໍ?”
14
ແຕ່ພຣະເຢຊູເຈົ້າບໍ່ຕອບຂໍ້ກ່າວຫາໃດເລີຍ ຈົນເຮັດໃຫ້ຜູ້ປົກຄອງປະຫລາດໃຈຫລາຍ.
15
ໃນເທດສະການນັ້ນ ເປັນທຳນຽມທີ່ຜູ້ປົກຄອງຈະປ່ອຍໂຕນັກໂທດໜຶ່ງຄົນຕາມທີ່ປະຊາຊົນເລືອກ.
16
ໃນເວລານັ້ນ ພວກເຂົາມີນັກໂທດຜູ້ໜຶ່ງທີ່ຄົນທົ່ວໄປຮູ້ຈັກດີຊື່ວ່າເຢຊູ ບາຣາບາ.
17
ເມື່ອປະຊາຊົນມາເຕົ້າໂຮມກັນແລ້ວ ປີລາດຈຶ່ງຖາມພວກເຂົາວ່າ, “ພວກທ່ານຕ້ອງການໃຫ້ເຮົາປ່ອຍຜູ້ໃດໃຫ້ພວກທ່ານ ເຢຊູ ບາຣາບາ ຫລື ເຢຊູທີ່ເອີ້ນວ່າພຣະຄຣິດເຈົ້າ?”
18
ເພາະປີລາດຮູ້ດີວ່າການທີ່ພວກເຂົາໄດ້ນໍາພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນເພາະພວກເຂົາອິດສາ.
19
ໃນຂະນະທີ່ປີລາດນັ່ງຢູ່ເທິງບ່ອນພິພາກສານັ້ນ, ເມຍຂອງເພິ່ນໄດ້ສົ່ງຂໍ້ຄວາມນີ້ໃຫ້ເພິ່ນວ່າ: “ຢ່າໄດ້ກ່ຽວຂ້ອງກັບຜູ້ບໍລິສຸດຄົນນີ້ເລີຍ ເພາະວັນນີ້ຂ້ອຍມີຄວາມທຸກໃຈຫລາຍຍ້ອນຄວາມຝັນກ່ຽວກັບທ່ານຜູ້ນີ້”.
20
ແຕ່ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ໄດ້ຍຸຍົງປະຊາຊົນເພື່ອຂໍໃຫ້ປ່ອຍບາຣາບາ ແລະ ໃຫ້ຂ້າພຣະເຢຊູເຈົ້າ.
21
ຜູ້ປົກຄອງຖາມວ່າ, “ໃນສອງຄົນນີ້ ພວກທ່ານຕ້ອງການໃຫ້ຂ້າພະເຈົ້າປ່ອຍຜູ້ໃດ?” ພວກເຂົາຕອບວ່າ, “ບາຣາບາ”.
22
ປີລາດຈຶ່ງຖາມວ່າ, “ຖ້າຢ່າງນັ້ນພວກທ່ານຈະໃຫ້ຂ້າພະເຈົ້າເຮັດຢ່າງໃດແກ່ເຢຊູຜູ້ທີ່ເອີ້ນວ່າພຣະຄຣິດເຈົ້າ?” ພວກເຂົາທຸກຄົນພາກັນຕອບວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!”
23
ປີລາດຈຶ່ງຖາມວ່າ, “ເປັນຫຍັງ? ລາວໄດ້ເຮັດຜິດຫຍັງ?” ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!”
24
ເມື່ອປີລາດເຫັນວ່າບໍ່ມີຜົນຫຍັງມີແຕ່ການວຸ້ນວາຍກຳລັງເກີດຂຶ້ນ, ເພິ່ນຈຶ່ງເອົານ້ຳມາ ແລະ ລ້າງມືຕໍ່ໜ້າປະຊາຊົນ ແລ້ວເພິ່ນກໍກ່າວວ່າ, “ຂ້າພະເຈົ້າບໍລິສຸດຈາກເລືອດຂອງຊາຍຄົນນີ້ ແຕ່ເປັນຄວາມຮັບຜິດຊອບຂອງພວກທ່ານ!”
25
ປະຊາຊົນທັງໝົດຕອບວ່າ, “ໃຫ້ເລືອດຂອງລາວຕົກຖືກພວກເຮົາ ແລະ ລູກຫລານຂອງພວກເຮົາ!”
26
ແລ້ວປີລາດຈຶ່ງປ່ອຍບາຣາບາໃຫ້ພວກເຂົາ ແຕ່ເພິ່ນໄດ້ໃຫ້ຄົນຂ້ຽນຕີພຣະເຢຊູເຈົ້າ ແລະ ມອບພຣະອົງໃຫ້ໄປຄຶງທີ່ໄມ້ກາງແຂນ.
27
ຫລັງຈາກນັ້ນ ພວກທະຫານຂອງຜູ້ປົກຄອງໄດ້ນຳພຣະເຢຊູເຈົ້າເຂົ້າໄປໃນສານເພໂທຣຽມ ແລະ ຮວບຮວມກອງທັບທະຫານທັງໝົດມາອ້ອມພຣະອົງ.
28
ພວກເຂົາແກ້ເຄື່ອງນຸ່ງຂອງພຣະອົງອອກ ແລ້ວເອົາເສື້ອຄຸມສີແດງເຂັ້ມມານຸ່ງໃຫ້ພຣະອົງ.
29
ຫລັງຈາກນັ້ນ ກໍສານມົງກຸດໜາມແລ້ວສຸບໃສ່ຫົວຂອງພຣະອົງ. ພວກເຂົາເອົາໄມ້ໃສ່ມືເບື້ອງຂວາໃຫ້ພຣະອົງຖື. ແລ້ວພວກເຂົາກໍຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ເຢາະເຢີ້ຍພຣະອົງວ່າ, “ຂ້າແດ່ກະສັດຂອງຊາວຢິວ ຂໍຈົ່ງໄດ້ຮັບກຽດ!”
30
ພວກເຂົາໄດ້ຖົ່ມນ້ຳລາຍໃສ່ພຣະອົງ ແລະ ເອົາໄມ້ນັ້ນຟາດຫົວຂອງພຣະອົງຟາດແລ້ວຟາດອີກ.
31
ຫລັງຈາກພວກເຂົາເຢາະເຢີ້ຍພຣະອົງແລ້ວ ພວກເຂົາກໍແກ້ເສື້ອຄຸມອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງເອງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນ ພວກເຂົາໄດ້ນຳພຣະອົງອອກໄປເພື່ອຄຶງພຣະອົງໄວ້ທີ່ໄມ້ກາງແຂນ.
32
ໃນຂະນະທີ່ພວກເຂົາກຳລັງອອກໄປນັ້ນ ພວກເຂົາໄດ້ພົບຊາຍຊາວກີເຣເນຄົນໜຶ່ງຊື່ວ່າຊີໂມນ ພວກເຂົາຈຶ່ງບັງຄັບລາວໃຫ້ແບກໄມ້ກາງແຂນນັ້ນ.
33
ເມື່ອພວກເຂົາມາເຖິງບ່ອນໜຶ່ງທີ່ເອີ້ນວ່າໂຄລະໂຄທາ (ເຊິ່ງແປວ່າສະຖານທີ່ແຫ່ງກະໂຫລກຫົວ).
34
ພວກເຂົາໄດ້ເອົາເຫລົ້າອະງຸ່ນປະສົມກັບນ້ຳບີໃຫ້ພຣະເຢຊູເຈົ້າດື່ມ ເມື່ອຊິມເບິ່ງແລ້ວພຣະອົງກໍບໍ່ຍອມດື່ມ.
35
ເມື່ອພວກເຂົາໄດ້ຄຶງພຣະອົງທີ່ໄມ້ກາງແຂນແລ້ວ, ພວກເຂົາກໍໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນ.
36
ແລະ ພວກເຂົາກໍນັ່ງລົງຢູ່ທີ່ນັ້ນເພື່ອເຝົ້າເບິ່ງພຣະອົງ.
37
ຢູ່ເທິງຫົວຂອງພຣະອົງພວກເຂົາໄດ້ຂຽນຂໍ້ກ່າວຫາພຣະອົງຕິດໄວ້ວ່າ: “ນີ້ຄືເຢຊູ ກະສັດຂອງຊາວຢິວ”.***
38
ໂຈນສອງຄົນກໍຖືກຄຶງທີ່ໄມ້ກາງແຂນພ້ອມກັບພຣະອົງ, ຄົນໜຶ່ງຢູ່ເບື້ອງຂວາຂອງພຣະອົງ ແລະ ອີກຄົນໜຶ່ງຢູ່ເບື້ອງຊ້າຍຂອງພຣະອົງ.
39
ບັນດາຄົນທີ່ຜ່ານໄປມາຕ່າງກໍດູຖູກພຣະອົງ, ພາກັນແກວ່ງຫົວ
40
ແລະ ເວົ້າວ່າ, “ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ໃນສາມວັນ, ຈົ່ງຊ່ວຍຕົນເອງໃຫ້ພົ້ນສາ! ລົງມາຈາກໄມ້ກາງແຂນເບິ່ງດູຖ້າເຈົ້າເປັນພຣະບຸດຂອງພຣະເຈົ້າ!”
41
ໃນທຳນອງດຽວກັນນັ້ນ ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ກໍເຢາະເຢີ້ຍພຣະອົງ.
42
ພວກເຂົາເວົ້າວ່າ, “ລາວຊ່ວຍຄົນອື່ນໃຫ້ພົ້ນໄດ້ ແຕ່ລາວບໍ່ສາມາດຊ່ວຍຕົນເອງໄດ້! ລາວເປັນກະສັດຂອງຊາວອິດສະຣາເອນ! ໃຫ້ລາວລົງມາຈາກໄມ້ກາງແຂນດຽວນີ້ ແລ້ວພວກເຮົາຈະເຊື່ອໃນລາວ.
43
ລາວໄວ້ໃຈໃນພຣະເຈົ້າ ກໍໃຫ້ພຣະອົງຊ່ວຍລາວດຽວນີ້ສາຖ້າພຣະອົງຍັງຕ້ອງການລາວຢູ່ ເພາະລາວເວົ້າວ່າ, ‘ເຮົາເປັນພຣະບຸດຂອງພຣະເຈົ້າ’”.
44
ໃນທຳນອງດຽວກັນນັ້ນ ພວກໂຈນທີ່ຖືກຄຶງພ້ອມກັບພຣະອົງກໍພາກັນເວົ້າດູຖູກພຣະອົງເໝືອນກັນ.
45
ແລ້ວກໍເກີດຄວາມມືດມົວທົ່ວແຜ່ນດິນຕັ້ງແຕ່ເວລາຕອນທ່ຽງຈົນເຖິງບ່າຍສາມໂມງ.
46
ປະມານບ່າຍສາມໂມງພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອລີ, ເອລີ, ແລມາ ຊາບັກທານີ?” ເຊິ່ງແປວ່າ “ພຣະເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍ?”
47
ເມື່ອບາງຄົນທີ່ຢືນຢູ່ທີ່ນັ້ນໄດ້ຍິນດັ່ງນີ້ພວກເຂົາຈຶ່ງເວົ້າວ່າ, “ລາວຮ້ອງຫາເອລີຢາ”.
48
ທັນໃດນັ້ນ ມີຄົນໜຶ່ງໃນພວກເຂົາໄດ້ແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າອະງຸ່ນສົ້ມ ສຽບໃສ່ໄມ້ແລ້ວຍື່ນໃຫ້ພຣະເຢຊູເຈົ້າດື່ມ.
49
ຄົນອື່ນໆໄດ້ເວົ້າວ່າ, “ຢ່າໄປຫຍຸ້ງກ່ຽວກັບລາວ ໃຫ້ພວກເຮົາເບິ່ງວ່າເອລີຢາຈະມາຊ່ວຍລາວໃຫ້ພົ້ນ ຫລື ບໍ່”.
50
ແລະ ເມື່ອພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງອີກເທື່ອໜຶ່ງ ແລ້ວພຣະອົງກໍສິ້ນລົມຫາຍໃຈ.
51
ໃນຂະນະນັ້ນ ຜ້າກັ້ງໃນວິຫານກໍຈີກຂາດເປັນສອງຕ່ອນຕັ້ງແຕ່ເທິງຮອດລຸ່ມ, ເກີດແຜ່ນດິນໄຫວ, ໂງ່ນຫີນກໍແຕກອອກຈາກກັນ,
52
ອຸບມຸງຝັງສົບທັງຫລາຍໄດ້ເປີດອອກ ແລະ ຮ່າງກາຍຂອງຄົນບໍລິສຸດທັງຫລາຍທີ່ຕາຍໄປແລ້ວກໍຟື້ນຄືນສູ່ຊີວິດ.
53
ຫລັງຈາກພຣະເຢຊູເຈົ້າເປັນຄືນມາຈາກຕາຍແລ້ວ ພວກເຂົາຈຶ່ງໄດ້ອອກຈາກອຸບມຸງ ແລະ ໄດ້ເຂົ້າໄປໃນນະຄອນສັກສິດ ແລະ ໄດ້ປາກົດແກ່ຫລາຍຄົນ.
54
ເມື່ອນາຍຮ້ອຍ ແລະ ບັນດາຄົນທີ່ຢູ່ກັບເພິ່ນທີ່ເຝົ້າຍາມພຣະເຢຊູເຈົ້າຢູ່ ໄດ້ເຫັນແຜ່ນດິນໄຫວ ແລະ ທຸກເຫດການທີ່ເກີດຂຶ້ນກໍຢ້ານກົວຫລາຍ ແລະ ຮ້ອງຂຶ້ນວ່າ, “ແທ້ຈິງແລ້ວ ທ່ານຜູ້ນີ້ເປັນພຣະບຸດ ຂອງພຣະເຈົ້າ!”
55
ແມ່ຍິງຫລາຍຄົນຢູ່ທີ່ນັ້ນໄດ້ເຝົ້າເບິ່ງຢູ່ຫ່າງໆ. ພວກເຂົາໄດ້ຕິດຕາມພຣະເຢຊູເຈົ້າມາແຕ່ຄາລີເລເພື່ອບົວລະບັດພຣະອົງ.
56
ໃນພວກແມ່ຍິງເຫລົ່ານີ້ມີມາຣີຊາວມັກດາລາ, ມາຣີແມ່ຂອງຢາໂກໂບ ແລະ ໂຢເຊັບ ແລະ ແມ່ຂອງລູກເຊເບດາຍ.
57
ເມື່ອເວລາຄໍ່າໃກ້ເຂົ້າມາ, ມີເສດຖີຄົນໜຶ່ງມາຈາກອາຣີມາທາຍ ຊື່ວ່າໂຢເຊັບ, ເພິ່ນກໍເປັນສາວົກຂອງພຣະເຢຊູເຈົ້າ
58
ເພິ່ນໄປພົບປີລາດເພື່ອຂໍເອົາສົບຂອງພຣະເຢຊູເຈົ້າ ແລະ ປີລາດກໍໄດ້ສັ່ງໃຫ້ມອບສົບຂອງພຣະອົງໃຫ້ແກ່ເພິ່ນ.
59
ໂຢເຊັບໄດ້ນໍາເອົາສົບມາ, ເອົາຜ້າຝ້າຍລິນິນສະອາດຫໍ່ສົບຂອງພຣະອົງ,
60
ແລ້ວນຳໄປວາງໄວ້ໃນອຸບມຸງໃໝ່ຂອງຕົນທີ່ເຈາະໄວ້ໃນຫີນ ແລະ ກຶ່ງກ້ອນຫີນໃຫຍ່ປິດທາງເຂົ້າອຸບມຸງໄວ້ ແລ້ວເພິ່ນກໍຈາກໄປ.
61
ມາຣີຊາວມັກດາລາ ແລະ ມາຣີຄົນໜຶ່ງອີກກໍນັ່ງຢູ່ທີ່ນັ້ນກົງກັນຂ້າມກັບອຸບມຸງ.
62
ວັນຕໍ່ມາ ຖັດຈາກວັນຈັດຕຽມ ພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍໄດ້ພາກັນໄປພົບປີລາດ.
63
ພວກເຂົາເວົ້າວ່າ, “ນາຍເອີຍ, ພວກຂ້າພະເຈົ້າຈື່ໄດ້ວ່າຂະນະທີ່ຄົນຫລອກລວງຜູ້ນັ້ນຍັງມີຊີວິດຢູ່ໄດ້ເວົ້າວ່າ, ‘ຫລັງຈາກສາມວັນເຮົາຈະເປັນຄືນມາອີກ’.
64
ດັ່ງນັ້ນ ຂໍໃຫ້ທ່ານສັ່ງໃຫ້ຄົນເຝົ້າຍາມອຸບມຸງຢ່າງແໜ້ນໜາຈົນເຖິງວັນທີສາມ ຢ້ານວ່າພວກສາວົກຂອງລາວຈະມາລັກເອົາສົບໄປ ແລະ ບອກປະຊາຊົນວ່າລາວເປັນຄືນມາຈາກຕາຍແລ້ວ. ການຫລອກລວງຄັ້ງສຸດທ້າຍນີ້ຈະຮ້າຍແຮງກວ່າຄັ້ງທຳອິດ”.
65
ປີລາດຈຶ່ງຕອບວ່າ, “ເອົາຄົນຍາມໄປສາ ເຝົ້າຍາມອຸບມຸງຢ່າງແໜ້ນໜາຕາມທີ່ພວກທ່ານເຮັດໄດ້”.
66
ດັ່ງນັ້ນ ພວກເຂົາຈຶ່ງໄປ ແລະ ເຮັດອຸບມຸງໃຫ້ແໜ້ນໜາໂດຍປະທັບຕາທີ່ກ້ອນຫີນ ແລະ ໄດ້ຈັດຄົນເຝົ້າຍາມຢູ່.
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 28 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28