bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 17
Matthew 17
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 18 →
1
ຫົກວັນຕໍ່ມາ ພຣະເຢຊູເຈົ້າໄດ້ພາເປໂຕ ຢາໂກໂບ ແລະ ໂຢຮັນ ຜູ້ເປັນນ້ອງຊາຍຂອງຢາໂກໂບຂຶ້ນໄປເທິງພູສູງຢູ່ຕ່າງຫາກ.
2
ຢູ່ທີ່ນັ້ນ ຮ່າງກາຍຂອງພຣະອົງກໍປ່ຽນແປງໄປຕໍ່ໜ້າພວກເພິ່ນ. ໃບໜ້າຂອງພຣະອົງສ່ອງແສງເຫລື້ອມໃສເໝືອນດັ່ງຕາເວັນ ແລະ ເຄື່ອງນຸ່ງຂອງພຣະອົງກໍຂາວເໝືອນດັ່ງແສງສະຫວ່າງ.
3
ໃນຂະນະນັ້ນ ໂມເຊ ແລະ ເອລີຢາກໍໄດ້ມາປາກົດໂຕຕໍ່ໜ້າພວກເພິ່ນ ແລະ ກຳລັງສົນທະນາຢູ່ກັບພຣະເຢຊູເຈົ້າ.
4
ດັ່ງນັ້ນ ເປໂຕຈຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ເປັນການດີແທ້ໆທີ່ພວກຂ້ານ້ອຍໄດ້ມາຢູ່ບ່ອນນີ້. ຖ້າຫາກພຣະອົງຕ້ອງການ ຂ້ານ້ອຍກໍຈະປຸກຕູບສາມຫລັງຂຶ້ນ ຫລັງໜຶ່ງສຳລັບພຣະອົງ, ຫລັງໜຶ່ງສຳລັບໂມເຊ ແລະ ອີກຫລັງໜຶ່ງສຳລັບເອລີຢາ”.
5
ຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ ກໍມີກ້ອນເມກອັນສຸກໃສມາປົກຄຸມພວກເພິ່ນໄວ້ ແລະ ມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ຄືບຸດທີ່ຮັກຂອງເຮົາ ເຮົາພໍໃຈເພິ່ນຫລາຍ ຈົ່ງເຊື່ອຟັງເພິ່ນ!”
6
ເມື່ອພວກສາວົກໄດ້ຍິນສຽງນັ້ນ ພວກເພິ່ນກໍຕົກໃຈຢ້ານຫລາຍ ແລະ ໝູບໜ້າລົງພື້ນດິນ.
7
ແຕ່ພຣະເຢຊູເຈົ້າມາຫາ ແລະ ຈັບບາຍພວກເພິ່ນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ, ຢ່າຢ້ານເລີຍ”.
8
ເມື່ອພວກເພິ່ນເງີຍໜ້າຂຶ້ນແລ້ວກໍບໍ່ເຫັນຜູ້ໃດນອກຈາກພຣະເຢຊູເຈົ້າ.
9
ໃນຂະນະທີ່ກຳລັງລົງມາແຕ່ພູເຂົານັ້ນ ພຣະເຢຊູເຈົ້າໄດ້ແນະນຳພວກເພິ່ນວ່າ, “ຢ່າບອກສິ່ງທີ່ພວກເຈົ້າໄດ້ເຫັນນີ້ໃຫ້ແກ່ຜູ້ໃດຈົນກວ່າບຸດມະນຸດຈະເປັນຄືນມາຈາກຕາຍ”.
10
ພວກສາວົກຈຶ່ງຖາມພຣະອົງວ່າ, “ເປັນຫຍັງພວກຄູສອນກົດບັນຍັດຈຶ່ງເວົ້າວ່າ ເອລີຢາຈະຕ້ອງມາກ່ອນ?”
11
ພຣະເຢຊູເຈົ້າຕອບວ່າ, “ຖືກແລ້ວ ເອລີຢາຕ້ອງມາກ່ອນ ແລະ ຈະເຮັດໃຫ້ທຸກສິ່ງຄືນສູ່ສະພາບເດີມ.
12
ແຕ່ເຮົາບອກພວກເຈົ້າວ່າ, ເອລີຢາໄດ້ມາແລ້ວ ແລະ ພວກເຂົາບໍ່ຮູ້ຈັກເພິ່ນ ແຕ່ໄດ້ເຮັດກັບເພິ່ນທຸກຢ່າງຕາມໃຈມັກ. ໃນທຳນອງດຽວກັນ ບຸດມະນຸດກໍຈະຕ້ອງທົນທຸກທໍລະມານດ້ວຍມືຂອງພວກເຂົາເໝືອນກັນ”.
13
ແລ້ວພວກສາວົກກໍເຂົ້າໃຈວ່າພຣະອົງກຳລັງກ່າວແກ່ພວກເພິ່ນເຖິງໂຢຮັນບັບຕິສະໂຕ.
14
ເມື່ອພວກເພິ່ນໄດ້ມາຮອດປະຊາຊົນແລ້ວ, ມີຊາຍຄົນໜຶ່ງມາຫາພຣະເຢຊູເຈົ້າ ແລະ ຄຸເຂົ່າລົງຕໍ່ໜ້າພຣະອົງ
15
ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍເມດຕາລູກຊາຍຂອງຂ້ານ້ອຍແດ່ທ້ອນ ລາວເປັນບ້າໝູ ແລະ ທໍລະມານຫລາຍ ລາວຈົນໂດດໃສ່ໄຟ ແລະ ໂຕນລົງນໍ້າເລື້ອຍໆ.
16
ຂ້ານ້ອຍໄດ້ນໍາລູກມາຫາພວກສາວົກຂອງພຣະອົງ, ແຕ່ພວກເພິ່ນບໍ່ສາມາດເຮັດໃຫ້ລາວຫາຍດີໄດ້”.
17
ພຣະເຢຊູເຈົ້າຕອບວ່າ, “ຄົນໃນສະໄໝທີ່ຂາດຄວາມເຊື່ອ ແລະ ຊົ່ວຊ້າເອີຍ, ເຮົາຈະຢູ່ກັບພວກເຈົ້າອີກດົນປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກຊາຍນັ້ນມາຫາເຮົາຢູ່ທີ່ນີ້”.
18
ພຣະເຢຊູເຈົ້າສັ່ງຜີມານຮ້າຍໃຫ້ອອກ ແລະ ມັນກໍອອກໄປຈາກເດັກນ້ອຍ, ແລ້ວລາວກໍຫາຍດີເປັນປົກກະຕິໃນເວລານັ້ນ.
19
ແລ້ວພວກສາວົກກໍມາຫາພຣະເຢຊູເຈົ້າເປັນການສ່ວນໂຕ ແລະ ຖາມພຣະອົງວ່າ, “ເປັນຫຍັງພວກຂ້ານ້ອຍຈຶ່ງບໍ່ສາມາດຂັບໄລ່ຜີມານຮ້າຍນັ້ນອອກໄດ້?”
20
ພຣະອົງຕອບວ່າ, “ເພາະພວກເຈົ້າມີຄວາມເຊື່ອນ້ອຍ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອເທົ່າແກ່ນຜັກກາດເມັດໜຶ່ງ ພວກເຈົ້າກໍສາມາດສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ມັນກໍຈະເຄື່ອນໄປ. ຈະບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້ສຳລັບພວກເຈົ້າ”.
21
ແຕ່ຜີມານຮ້າຍແບບນີ້ຈະຂັບໄລ່ບໍ່ອອກ ເວັ້ນແຕ່ດ້ວຍການອະທິຖານ ແລະ ຖືສິນອົດອາຫານ.
22
ເມື່ອພວກເພິ່ນພາກັນມາເຕົ້າໂຮມກັນຢູ່ແຂວງຄາລີເລ ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ບຸດມະນຸດຈະຖືກມອບໄວ້ໃນມືຂອງມະນຸດ
23
ພວກເຂົາຈະຂ້າເພິ່ນ ແລະ ໃນວັນທີສາມພຣະອົງຈະເປັນຄືນມາຈາກຕາຍສູ່ຊີວິດ”. ແລະ ພວກສາວົກກໍພາກັນໂສກເສົ້າຢ່າງໜັກ.
24
ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງມາຮອດເມືອງກາເປນາອູມແລ້ວ, ກໍມີຄົນເກັບຄ່າບຳລຸງວິຫານມາຫາເປໂຕ ແລະ ຖາມວ່າ, “ອາຈານຂອງພວກເຈົ້າບໍ່ເສຍຄ່າບຳລຸງວິຫານ ບໍ?”
25
ເປໂຕຕອບວ່າ, “ເສຍ”. ເມື່ອເປໂຕເຂົ້າມາໃນເຮືອນ ແລ້ວພຣະເຢຊູເຈົ້າກ່າວຂຶ້ນກ່ອນວ່າ, “ຊີໂມນເອີຍ, ເຈົ້າຄິດຢ່າງໃດ ກະສັດໃນໂລກນີ້ເຄີຍເກັບພາສີ ແລະ ອາກອນຈາກຜູ້ໃດ ເກັບຈາກບັນດາລູກຂອງເພິ່ນ ຫລື ເກັບຈາກຄົນອື່ນ?”
26
ເປໂຕຕອບວ່າ, “ເກັບຈາກຄົນອື່ນ”. ພຣະເຢຊູເຈົ້າກ່າວວ່າ, “ຖ້າຢ່າງນັ້ນບັນດາລູກກໍບໍ່ໄດ້ເສຍ.
27
ແຕ່ເພື່ອບໍ່ຢາກເຮັດໃຫ້ຄົນເຫລົ່ານີ້ເສຍໃຈ, ເຈົ້າຈົ່ງໄປຕຶກເບັດທີ່ທະເລສາບ ເມື່ອໄດ້ປາໂຕທຳອິດແລ້ວ ຈົ່ງງະປາກມັນອອກ ແລ້ວເຈົ້າຈະພົບເງິນຫລຽນສີ່ແດຣກມາຢູ່ໃນປາກຂອງມັນ. ຈົ່ງເອົາເງິນນັ້ນໄປຈ່າຍເປັນຄ່າບຳລຸງວິຫານສຳລັບເຮົາ ແລະ ເຈົ້າ”.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28