bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 26
Matthew 26
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 27 →
1
ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບແລ້ວ ພຣະອົງກໍກ່າວກັບພວກສາວົກຂອງພຣະອົງວ່າ,
2
“ພວກເຈົ້າກໍຮູ້ຢູ່ແລ້ວວ່າຍັງອີກສອງວັນກໍຈະເຖິງເທດສະການປັດສະຄາ ແລະ ບຸດມະນຸດຈະຖືກມອບໃຫ້ພວກເຂົາຄຶງໄວ້ທີ່ໄມ້ກາງແຂນ”.
3
ຫລັງຈາກນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ກໍໄດ້ມາປະຊຸມກັນທີ່ເຮືອນຂອງມະຫາປະໂລຫິດ ຜູ້ທີ່ຊື່ວ່າ ກາຢະຟາ
4
ແລະ ພວກເຂົາໄດ້ວາງແຜນເພື່ອຊອກຫາກົນອຸບາຍທີ່ຈະຈັບພຣະເຢຊູເຈົ້າ ແລະ ຂ້າພຣະອົງ.
5
ພວກເຂົາເວົ້າວ່າ, “ແຕ່ພວກເຮົາບໍ່ຕ້ອງເຮັດໃນລະຫວ່າງເທດສະການ ເພາະອາດຈະເກີດຄວາມວຸ້ນວາຍຂຶ້ນໃນທ່າມກາງປະຊາຊົນ”.
6
ໃນຂະນະທີ່ພຣະເຢຊູເຈົ້າຢູ່ໃນບ້ານເບັດທານີໃນເຮືອນຂອງຊີໂມນ ຜູ້ທີ່ເປັນພະຍາດຂີ້ທູດ,
7
ມີຍິງຄົນໜຶ່ງເຂົ້າມາຫາພຣະອົງພ້ອມດ້ວຍເຕົ້າຫີນຂາວທີ່ບັນຈຸນ້ຳຫອມທີ່ມີລາຄາແພງ ນາງໄດ້ຖອກນໍ້າຫອມນັ້ນຫົດສົງຫົວຂອງພຣະອົງຂະນະທີ່ພຣະອົງກຳລັງນັ່ງເອນໂຕຢູ່ທີ່ໂຕະອາຫານ.
8
ເມື່ອພວກສາວົກເຫັນເຫດການນີ້ພວກເຂົາກໍບໍ່ພໍໃຈ. ພວກເຂົາຈຶ່ງຖາມວ່າ, “ເປັນຫຍັງຈຶ່ງເຮັດໃຫ້ນໍ້າຫອມນີ້ເສຍໄປລ້າໆ?
9
ນໍ້າຫອມນີ້ສາມາດຂາຍໄດ້ໃນລາຄາສູງ ແລະ ເອົາເງິນນີ້ໄປແຈກຢາຍໃຫ້ຄົນຍາກຈົນກໍໄດ້”.
10
ພຣະເຢຊູເຈົ້າຮູ້ຄວາມຄິດຂອງພວກເຂົາ ຈຶ່ງກ່າວກັບພວກເຂົາວ່າ, “ພວກເຈົ້າກວນໃຈຍິງຄົນນີ້ເຮັດຫຍັງ? ນາງໄດ້ເຮັດສິ່ງດີງາມໃຫ້ແກ່ເຮົາແລ້ວ.
11
ຄົນຍາກຈົນຈະມີຢູ່ກັບພວກເຈົ້າສະເໝີ ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ.
12
ນາງໄດ້ຖອກນ້ຳຫອມນີ້ໃສ່ຮ່າງກາຍຂອງເຮົາກໍເພື່ອຕຽມການຝັງສົບຂອງເຮົາ.
13
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຂ່າວປະເສີດນີ້ຖືກປະກາດໄປທີ່ໃດກໍຕາມໃນທົ່ວໂລກ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ກ່າວອອກໄປເໝືອນກັນເພື່ອເປັນການລະນຶກເຖິງນາງ”.
14
ຕໍ່ມາ ຜູ້ໜຶ່ງໃນພວກສາວົກສິບສອງຄົນ ມີຊື່ວ່າຢູດາອິດສະກາຣີອົດກໍໄດ້ໄປພົບພວກຫົວໜ້າປະໂລຫິດ
15
ແລະ ໄດ້ຖາມວ່າ, “ພວກທ່ານຈະເອົາອັນໃດໃຫ້ແກ່ຂ້ານ້ອຍຖ້າຂ້ານ້ອຍມອບພຣະອົງໃຫ້ແກ່ພວກທ່ານ?” ດັ່ງນັ້ນ ພວກເຂົາຈຶ່ງນັບເງິນສາມສິບຫລຽນໃຫ້ຢູດາ.
16
ຕັ້ງແຕ່ນັ້ນມາ ຢູດາກໍເຝົ້າຫາໂອກາດທີ່ຈະມອບພຣະເຢຊູເຈົ້າໃຫ້ແກ່ພວກເຂົາ.
17
ໃນມື້ທີໜຶ່ງຂອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະ ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍຈັດຕຽມອາຫານປັດສະຄາໃຫ້ທ່ານຮັບປະທານຢູ່ທີ່ໃດ?”
18
ພຣະອົງຕອບວ່າ, “ຈົ່ງເຂົ້າໄປຫາຄົນໜຶ່ງໃນເມືອງ ແລະ ບອກລາວວ່າ, ‘ອາຈານກ່າວດັ່ງນີ້ວ່າ: ເວລາທີ່ເຮົາກຳນົດໃກ້ເຂົ້າມາແລ້ວ ເຮົາຈະສະຫລອງປັດສະຄາຮ່ວມກັບພວກສາວົກຂອງເຮົາຢູ່ທີ່ເຮືອນຂອງເຈົ້າ’”.
19
ດັ່ງນັ້ນ ພວກສາວົກກໍໄດ້ປະຕິບັດຕາມທີ່ພຣະເຢຊູເຈົ້າໄດ້ສັ່ງພວກເພິ່ນ ແລະ ໄດ້ຈັດຕຽມປັດສະຄາໄວ້.
20
ເມື່ອເຖິງຕອນຄ່ຳມາ ພຣະເຢຊູເຈົ້ານັ່ງທີ່ໂຕະອາຫານຮ່ວມກັບພວກສາວົກສິບສອງຄົນ.
21
ແລະ ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ”.
22
ຝ່າຍພວກສາວົກກໍເປັນທຸກໃຈຫລາຍ ແລະ ທຸກຄົນຕ່າງກໍເລີ່ມຖາມພຣະອົງເທື່ອລະຄົນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?”
23
ພຣະເຢຊູເຈົ້າຕອບວ່າ, “ຜູ້ທີ່ຈໍ້າໃນຖ້ວຍຮ່ວມກັບເຮົາ ຄືຜູ້ນັ້ນ ຈະທໍລະຍົດຕໍ່ເຮົາ.
24
ບຸດມະນຸດຈະເປັນໄປຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ. ແຕ່ວິບັດຈະມີແກ່ຜູ້ນັ້ນທີ່ທໍລະຍົດຕໍ່ບຸດມະນຸດ! ຖ້າລາວບໍ່ໄດ້ເກີດມາເລີຍກໍຈະດີຕໍ່ລາວຫລາຍກວ່າ”.
25
ແລ້ວຢູດາຜູ້ທີ່ຈະທໍລະຍົດຕໍ່ພຣະອົງຕອບວ່າ, “ອາຈານເອີຍ, ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?” ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ເຈົ້າເວົ້າ”.
26
ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຫັກເຂົ້າຈີ່ນັ້ນແລ້ວຍື່ນໃຫ້ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບ ແລະ ກິນສາ, ນີ້ຄືກາຍຂອງເຮົາ”.
27
ແລ້ວພຣະອົງໄດ້ຈັບເອົາຈອກຂຶ້ນມາ, ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ພຣະອົງຍື່ນຈອກນັ້ນໃຫ້ພວກເພິ່ນ ໂດຍກ່າວວ່າ, “ພວກເຈົ້າທຸກຄົນຈົ່ງດື່ມຈາກຈອກນີ້.
28
ນີ້ຄືເລືອດຂອງເຮົາ ເຊິ່ງເປັນເລືອດແຫ່ງພັນທະສັນຍາ ທີ່ຖອກອອກມາເພື່ອອະໄພຄວາມບາບໃຫ້ແກ່ຄົນທັງຫລາຍ.
29
ເຮົາບອກພວກເຈົ້າວ່າ, ເຮົາຈະບໍ່ດື່ມນ້ຳຈາກໝາກອະງຸ່ນນີ້ອີກຈົນກວ່າຈະເຖິງວັນນັ້ນທີ່ເຮົາຈະດື່ມນໍ້າອະງຸ່ນໃໝ່ຮ່ວມກັບພວກເຈົ້າໃນອານາຈັກຂອງພຣະບິດາຂອງເຮົາ”.
30
ເມື່ອພວກເພິ່ນຮ້ອງເພງສັນລະເສີນບົດໜຶ່ງແລ້ວ, ພວກເພິ່ນກໍພາກັນອອກໄປທີ່ພູເຂົາໝາກກອກ.
31
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກວ່າ, “ໃນຄືນນີ້ ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “‘ເຮົາຈະຟາດຜູ້ລ້ຽງແກະ ແລະ ຝູງແກະຈະກະຈັດກະຈາຍໄປ’.
32
ແຕ່ຫລັງຈາກທີ່ເຮົາເປັນຄືນມາຈາກຕາຍແລ້ວ ເຮົາຈະໄປທີ່ແຂວງຄາລີເລກ່ອນໜ້າພວກເຈົ້າ”.
33
ເປໂຕຈຶ່ງຕອບວ່າ, “ເຖິງແມ່ນວ່າທຸກຄົນຈະໜີໄປຈາກພຣະອົງກໍຕາມ ຂ້ານ້ອຍຈະບໍ່ໜີຈາກພຣະອົງຈັກເທື່ອ”.
34
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຄືນນີ້ ກ່ອນໄກ່ຂັນເຈົ້າຈະປະຕິເສດເຮົາເຖິງສາມເທື່ອ”.
35
ແຕ່ເປໂຕປະກາດວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບພຣະອົງ ຂ້ານ້ອຍກໍຈະບໍ່ປະຕິເສດພຣະອົງຈັກເທື່ອ”. ແລ້ວພວກສາວົກທຸກຄົນກໍເວົ້າຢ່າງນັ້ນເໝືອນກັນ.
36
ແລ້ວພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ໄປບ່ອນໜຶ່ງທີ່ຊື່ວ່າເຄັດເຊມາເນ, ພຣະອົງກ່າວແກ່ພວກເພິ່ນວ່າ, “ຈົ່ງນັ່ງຢູ່ທີ່ນີ້ຂະນະທີ່ເຮົາໄປອະທິຖານຢູ່ທີ່ນັ້ນ”.
37
ພຣະອົງໄດ້ເອົາເປໂຕ ແລະ ລູກຊາຍສອງຄົນຂອງເຊເບດາຍໄປນໍາ. ພຣະອົງເລີ່ມໂສກເສົ້າ ແລະ ເປັນທຸກໃຈຫລາຍ
38
ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າໃກ້ຈະຕາຍຢູ່ແລ້ວ ຈົ່ງເຝົ້າລະວັງຢູ່ທີ່ນີ້ກັບເຮົາ”.
39
ພຣະອົງຍ່າງໄປອີກໜ້ອຍໜຶ່ງໝູບໜ້າລົງພື້ນດິນ ແລະ ອະທິຖານວ່າ, “ພຣະບິດາຂອງລູກເອີຍ, ຖ້າເປັນໄປໄດ້ຂໍໃຫ້ຈອກນີ້ຜ່ານພົ້ນໄປຈາກລູກດ້ວຍ. ແຕ່ເຖິງຢ່າງໃດກໍຕາມຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”.
40
ແລ້ວພຣະອົງກໍກັບຄືນມາຫາພວກສາວົກຂອງພຣະອົງ ແລະ ພົບວ່າພວກເພິ່ນກຳລັງນອນຫລັບຢູ່. ພຣະອົງຈຶ່ງຖາມເປໂຕວ່າ, “ພວກເຈົ້າຈະຄອຍເຝົ້າຢູ່ກັບເຮົາພຽງຊົ່ວໂມງດຽວກໍບໍ່ໄດ້ບໍ?
41
ຈົ່ງເຝົ້າລະວັງ ແລະ ອະທິຖານຢູ່ ເພື່ອພວກເຈົ້າຈະບໍ່ຕົກເຂົ້າໄປໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນກຳລັງ”.
42
ພຣະອົງໄດ້ໄປອີກເປັນເທື່ອທີສອງ ແລະ ອະທິຖານວ່າ, “ພຣະບິດາຂອງລູກເອີຍ, ຖ້າຈອກນີ້ບໍ່ອາດຜ່ານພົ້ນໄປ ແລະ ຂ້ານ້ອຍຈໍາເປັນຕ້ອງດື່ມຈອກນີ້ ກໍຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”.
43
ເມື່ອພຣະອົງກັບຄືນມາກໍພົບວ່າພວກເພິ່ນຍັງນອນຫລັບຢູ່ຄືເກົ່າ ເພາະວ່າພວກເພິ່ນເຫງົານອນຫລາຍຈົນມືນຕາບໍ່ຂຶ້ນ.
44
ພຣະອົງຈຶ່ງປະພວກເພິ່ນໄວ້ແລ້ວໄປອີກ ແລະ ອະທິຖານເປັນເທື່ອທີສາມ ໂດຍກ່າວສິ່ງດຽວກັນ.
45
ແລ້ວພຣະອົງກໍໄດ້ກັບຄືນມາຫາພວກສາວົກ ແລະ ກ່າວກັບພວກເພິ່ນວ່າ, “ພວກເຈົ້າຍັງນອນຫລັບ ແລະ ພັກຜ່ອນຢູ່ບໍ? ເບິ່ງແມ, ເວລານັ້ນໄດ້ມາຮອດແລ້ວ ແລະ ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຂອງຄົນບາບທັງຫລາຍ.
46
ຈົ່ງລຸກຂຶ້ນ! ພາກັນໄປເທາະ! ຜູ້ທີ່ທໍລະຍົດເຮົາກໍມາທີ່ນີ້ແລ້ວ!”
47
ພຣະອົງກ່າວຍັງບໍ່ທັນສຸດຄຳ, ຜູ້ໜຶ່ງໃນຈໍານວນສາວົກສິບສອງຄົນນັ້ນຄື ຢູດາກໍໄດ້ມາຮອດພ້ອມກັບປະຊາຊົນຈຳນວນຫລວງຫລາຍທີ່ຖືດາບ ແລະ ໄມ້ຄ້ອນ ເຊິ່ງເປັນຄົນທີ່ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ຂອງປະຊາຊົນໃຊ້ມາ.
48
ແລ້ວຜູ້ທໍລະຍົດໄດ້ກຳນົດສັນຍານກັບພວກເຂົາວ່າ, “ຜູ້ໃດທີ່ເຮົາຈູບຄຳນັບແມ່ນຜູ້ນັ້ນ ຈົ່ງໄປຈັບກຸມລາວ”.
49
ຢູດາກໍເຂົ້າໄປຫາພຣະເຢຊູເຈົ້າທັນທີ ແລະ ເວົ້າວ່າ, “ຂໍຄຳນັບຣັບບີ!” ແລ້ວລາວກໍຈູບພຣະອົງ.
50
ພຣະເຢຊູເຈົ້າຕອບວ່າ, “ສະຫາຍເອີຍ, ຈົ່ງເຮັດຕາມສິ່ງທີ່ເຈົ້າມາເພື່ອເຮັດສາ”. ແລ້ວພວກເຂົາກໍເຂົ້າໄປຈັບພຣະເຢຊູເຈົ້າໄວ້.
51
ໃນຂະນະນັ້ນ ມີຄົນໜຶ່ງທີ່ໄປກັບພຣະເຢຊູເຈົ້າໄດ້ເອື້ອມມືຈັບດາບຂອງລາວແລ້ວຊັກດາບອອກມາຟັນຫູຂອງຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງໜຶ່ງ.
52
ພຣະເຢຊູເຈົ້າຈຶ່ງບອກລາວວ່າ, “ຈົ່ງເອົາດາບຂອງເຈົ້າເກັບໃສ່ຝັກໄວ້ສາ ເພາະວ່າທຸກຄົນທີ່ໃຊ້ດາບກໍຈະຕາຍດ້ວຍດາບ.
53
ເຈົ້າຄິດວ່າເຮົາບໍ່ສາມາດຮ້ອງຂໍພຣະບິດາຂອງເຮົາ ແລະ ພຣະອົງຈະໃຫ້ເທວະດາຫລາຍກວ່າສິບສອງກອງມາຊ່ວຍເຮົາທັນທີບໍ?
54
ແຕ່ຖ້າຢ່າງນັ້ນ ຈະເປັນໄປຕາມທີ່ພຣະຄຳພີກ່າວໄວ້ໄດ້ແນວໃດວ່າຈະຕ້ອງເປັນໄປຕາມນີ້?”
55
ໃນຊົ່ວໂມງນັ້ນພຣະເຢຊູເຈົ້າໄດ້ກ່າວຕໍ່ປະຊາຊົນທັງຫລາຍວ່າ, “ເຮົາກຳລັງກໍ່ການກະບົດບໍ, ພວກເຈົ້າຈຶ່ງຖືດາບຖືໄມ້ຄ້ອນມາຈັບເຮົາ? ເຮົານັ່ງສັ່ງສອນຢູ່ໃນເດີ່ນວິຫານທຸກວັນ ແລະ ພວກເຈົ້າກໍບໍ່ໄດ້ຈັບເຮົາ.
56
ແຕ່ເຫດການທັງໝົດນີ້ໄດ້ເປັນໄປຕາມທີ່ພວກຜູ້ທຳນວາຍໄດ້ຂຽນໄວ້ໃນພຣະຄຳພີ”. ແລ້ວພວກສາວົກທຸກຄົນໄດ້ປະຖິ້ມພຣະອົງ ແລະ ໜີໄປ.
57
ບັນດາຜູ້ທີ່ຈັບພຣະເຢຊູເຈົ້ານັ້ນໄດ້ພາພຣະອົງໄປທີ່ເຮືອນຂອງມະຫາປະໂລຫິດກາຢະຟາ ບ່ອນທີ່ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ປະຊຸມກັນ.
58
ສ່ວນເປໂຕກໍໄດ້ຕິດຕາມພຣະອົງໄປໃນໄລຍະຫ່າງໆ ຈົນມາເຖິງເດີ່ນບ້ານຂອງມະຫາປະໂລຫິດ. ເພິ່ນໄດ້ເຂົ້າໄປ ແລະ ນັ່ງຢູ່ກັບພວກທະຫານຍາມເພື່ອຊອມເບິ່ງຜົນທີ່ຈະເກີດຂຶ້ນ.
59
ພວກຫົວໜ້າປະໂລຫິດ ແລະ ທັງສະພາແຊນເຮດຣິນໄດ້ຊອກຫາຫລັກຖານບໍ່ຈິງມາຕໍ່ສູ້ພຣະເຢຊູເຈົ້າ ເພື່ອວ່າພວກເຂົາຈະໄດ້ຂ້າພຣະອົງ.
60
ແຕ່ພວກເຂົາກໍຊອກຫາຫລັກຖານບໍ່ໄດ້ ເຖິງແມ່ນຈະມີພະຍານບໍ່ຈິງຫລາຍຄົນມາກ່າວຫາພຣະອົງ. ໃນທີ່ສຸດກໍມີສອງຄົນອອກມາ
61
ແລະ ໄດ້ປະກາດວ່າ, “ຄົນນີ້ໄດ້ເວົ້າວ່າ, ‘ເຮົາສາມາດມ້າງວິຫານຂອງພຣະເຈົ້າລົງ ແລະ ສ້າງວິຫານຂຶ້ນໃໝ່ໄດ້ພາຍໃນສາມວັນ’”.
62
ແລ້ວມະຫາປະໂລຫິດຈຶ່ງລຸກຂຶ້ນຢືນ ແລະ ເວົ້າຕໍ່ພຣະເຢຊູເຈົ້າວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ?”
63
ແຕ່ພຣະເຢຊູເຈົ້າຍັງມິດງຽບຢູ່. ມະຫາປະໂລຫິດຈຶ່ງເວົ້າຕໍ່ພຣະອົງວ່າ, “ພາຍໃຕ້ຄຳສາບານໂດຍອ້າງພຣະເຈົ້າຜູ້ມີຊີວິດຢູ່ ເຮົາສັ່ງເຈົ້າວ່າ: ຖ້າເຈົ້າແມ່ນພຣະຄຣິດເຈົ້າ ພຣະບຸດຂອງພຣະເຈົ້າກໍຈົ່ງບອກພວກເຮົາມາ”.
64
ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ເຈົ້າເວົ້າ. ແຕ່ເຮົາບອກພວກເຈົ້າທຸກຄົນວ່າ: ຕັ້ງແຕ່ນີ້ໄປພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງຢູ່ເບື້ອງຂວາມືຂອງຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ກຳລັງມາເທິງເມກແຫ່ງສະຫວັນ”.
65
ມະຫາປະໂລຫິດຈຶ່ງຈີກເສື້ອຂອງຕົນ ແລະ ເວົ້າວ່າ, “ລາວໄດ້ເວົ້າໝິ່ນປະໝາດພຣະເຈົ້າ! ພວກເຮົາຈະຕ້ອງການພະຍານຕື່ມອີກເຮັດຫຍັງ? ເບິ່ງແມ, ບັດນີ້ພວກເຈົ້າທັງຫລາຍໄດ້ຍິນຄຳເວົ້າໝິ່ນປະໝາດແລ້ວ.
66
ພວກເຈົ້າຄິດຢ່າງໃດ?” ພວກເຂົາຕອບວ່າ, “ລາວສົມຄວນຕາຍ”.
67
ແລ້ວພວກເຂົາກໍຖົ່ມນ້ຳລາຍໃສ່ໜ້າຂອງພຣະອົງ ແລະ ທຸບຕີພຣະອົງດ້ວຍກຳປັ້ນຂອງພວກເຂົາ. ຄົນອື່ນໆກໍຕົບພຣະອົງ
68
ແລະ ເວົ້າວ່າ, “ພຣະຄຣິດເຈົ້າ, ຈົ່ງທຳນວາຍໃຫ້ພວກເຮົາເບິ່ງດູແມ່ນຜູ້ໃດຕີເຈົ້າ?”
69
ຝ່າຍເປໂຕນັ່ງຢູ່ເດີ່ນບ້ານ, ມີຄົນຮັບໃຊ້ຍິງຄົນໜຶ່ງໄດ້ມາຫາເພິ່ນ ແລະ ເວົ້າວ່າ, “ເຈົ້າກໍຢູ່ກັບເຢຊູແຫ່ງຄາລີເລເໝືອນກັນ”.
70
ແຕ່ເພິ່ນໄດ້ຕອບປະຕິເສດຕໍ່ໜ້າທຸກຄົນ. ເພິ່ນກ່າວວ່າ, “ຂ້ອຍບໍ່ຮູ້ເລື່ອງທີ່ເຈົ້າເວົ້າມານັ້ນ”.
71
ແລ້ວເພິ່ນກໍຍ່າງອອກໄປປະຕູໜ້າບ້ານ, ມີຄົນຮັບໃຊ້ຍິງຄົນໜຶ່ງອີກເຫັນເພິ່ນຈຶ່ງເວົ້າກັບຄົນທີ່ຢືນຢູ່ໃນບ່ອນນັ້ນວ່າ, “ຄົນນີ້ເຄີຍຢູ່ກັບເຢຊູຊາວນາຊາເຣັດ”.
72
ເພິ່ນໄດ້ປະຕິເສດອີກພ້ອມທັງສາບານວ່າ: “ຂ້ອຍບໍ່ຮູ້ຈັກຄົນນັ້ນ!”
73
ຫລັງຈາກນັ້ນໜ້ອຍໜຶ່ງ ບັນດາຄົນທີ່ຢືນຢູ່ບ່ອນນັ້ນກໍມາຫາເປໂຕ ແລະ ເວົ້າວ່າ, “ແມ່ນແທ້ ເຈົ້າເປັນຄົນໜຶ່ງໃນພວກເຂົາ ຟັງຈາກສຳນຽງຂອງເຈົ້າກໍຮູ້”.
74
ແລ້ວເປໂຕຈຶ່ງເລີ່ມສາບແຊ່ງ ແລະ ສາບານຕໍ່ພວກເຂົາວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນັ້ນ!” ໃນທັນໃດນັ້ນໄກ່ກໍຂັນ.
75
ເປໂຕຈຶ່ງຈື່ໄດ້ເຖິງຄຳທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ, “ກ່ອນໄກ່ຂັນເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”. ແລ້ວເພິ່ນຈຶ່ງອອກໄປທາງນອກ ແລະ ຮ້ອງໄຫ້ຢ່າງຂົມຂື່ນ.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
Recommended Reading
Commentary
Matthew Commentaries
→
Devotional
Matthew Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→