bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 2
Matthew 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 3 →
1
ຫລັງຈາກທີ່ພຣະເຢຊູເຈົ້າໄດ້ເກີດທີ່ເບັດເລເຮັມໃນແຂວງຢູດາຍ, ໃນສະໄໝຂອງກະສັດເຮໂຣດ, ມີພວກໂຫລາຈານ ຈາກທິດຕາເວັນອອກໄດ້ມາທີ່ນະຄອນເຢຣູຊາເລັມ
2
ແລະ ໄດ້ຖາມວ່າ, “ຜູ້ທີ່ມາເກີດເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະ ພວກເຮົາຈຶ່ງມາເພື່ອຈະນະມັດສະການເພິ່ນ”.
3
ເມື່ອກະສັດເຮໂຣດໄດ້ຍິນດັ່ງນັ້ນແລ້ວກໍກັງວົນໃຈຫລາຍ ແລະ ຊາວເຢຣູຊາເລັມທຸກຄົນກໍພາກັນກັງວົນໃຈນໍາດ້ວຍ.
4
ເມື່ອເຮໂຣດໄດ້ເອີ້ນພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດຂອງປະຊາຊົນທັງໝົດມາເຕົ້າໂຮມກັນແລ້ວ, ເພິ່ນກໍໄດ້ຖາມພວກເຂົາວ່າພຣະຄຣິດເຈົ້າ ຈະມາບັງເກີດຢູ່ທີ່ໃດ.
5
ພວກເຂົາຕອບວ່າ, “ຢູ່ໃນເມືອງເບັດເລເຮັມແຂວງຢູດາຍ, ເພາະຜູ້ທຳນວາຍໄດ້ຂຽນໄວ້ດັ່ງນີ້ວ່າ:
6
“‘ສ່ວນເຈົ້າ ເບັດເລເຮັມໃນດິນແດນຢູດາຍເອີຍ, ເຈົ້າບໍ່ແມ່ນຜູ້ເລັກນ້ອຍທີ່ສຸດໃນທ່າມກາງບັນດາຜູ້ປົກຄອງຂອງຢູດາຍ, ເພາະຈະມີຜູ້ປົກຄອງຜູ້ໜຶ່ງອອກມາຈາກເຈົ້າ ຜູ້ທີ່ຈະເປັນຜູ້ລ້ຽງປະຊາຊົນຊາວອິດສະຣາເອນຂອງເຮົາ’ ”.
7
ດັ່ງນັ້ນ ເຮໂຣດຈຶ່ງເອີ້ນພວກໂຫລາຈານເຂົ້າມາພົບຢ່າງລັບໆ ແລະ ສືບຖາມພວກເຂົາເຖິງເວລາທີ່ແນ່ນອນທີ່ດາວນັ້ນໄດ້ປາກົດຂຶ້ນ.
8
ແລ້ວເພິ່ນກໍໃຊ້ພວກໂຫລາຈານໄປຍັງເບັດເລເຮັມ ແລະ ສັ່ງພວກເຂົາວ່າ, “ຈົ່ງໄປຊອກຫາກຸມມານນັ້ນຢ່າງຄັກແນ່. ເມື່ອພວກເຈົ້າພົບເພິ່ນແລ້ວຈົ່ງບອກໃຫ້ເຮົາຮູ້ທັນທີ, ເພື່ອເຮົາຈະໄດ້ໄປນະມັດສະການເພິ່ນເໝືອນກັນ”.
9
ຫລັງຈາກພວກໂຫລາຈານໄດ້ຍິນຄຳສັ່ງຂອງກະສັດແລ້ວ, ພວກເຂົາກໍພາກັນເດີນທາງອອກໄປ ແລະ ດາວທີ່ພວກເຂົາໄດ້ເຫັນເມື່ອເວລາທີ່ດາວປາກົດຂຶ້ນນັ້ນ ກໍໄດ້ນຳໜ້າພວກເຂົາໄປຈົນໄດ້ມາຢຸດຢູ່ຊື່ບ່ອນທີ່ກຸມມານຢູ່.
10
ເມື່ອພວກເຂົາໄດ້ເຫັນດາວນັ້ນແລ້ວ, ພວກເຂົາກໍຊື່ນຊົມຍິນດີຫລາຍ.
11
ເມື່ອເຂົ້າໄປໃນເຮືອນ, ພວກເຂົາກໍໄດ້ເຫັນພຣະກຸມມານພ້ອມກັບມາຣີແມ່ຂອງເພິ່ນ, ແລ້ວພວກເຂົາຈຶ່ງກົ້ມລົງຂາບ ແລະ ນະມັດສະການເພິ່ນ. ແລ້ວພວກເຂົາກໍໄຂຫີບສົມບັດຂອງພວກເຂົາອອກມາ ແລະ ມອບຂອງຖວາຍແກ່ພຣະອົງຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ.
12
ແລະ ພວກເຂົາໄດ້ຮັບຄຳເຕືອນທາງຄວາມຝັນວ່າບໍ່ໃຫ້ກັບໄປຫາເຮໂຣດ, ດັ່ງນັ້ນ ພວກເຂົາຈຶ່ງກັບຄືນໄປປະເທດຂອງຕົນໂດຍໃຊ້ທາງເສັ້ນອື່ນ.
13
ເມື່ອພວກໂຫລາຈານໄດ້ຈາກໄປແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບໃນຄວາມຝັນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເດັກໜີໄປຍັງປະເທດເອຢິບ. ຈົ່ງຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ, ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນ”.
14
ໂຢເຊັບຈຶ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເພິ່ນເດີນທາງໄປຍັງປະເທດເອຢິບໃນເວລາກາງຄືນ
15
ແລະ ໄດ້ຢູ່ທີ່ນັ້ນຈົນເຮໂຣດຕາຍ. ເຫດການທີ່ເກີດຂຶ້ນທັງໝົດນີ້ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ, “ເຮົາໄດ້ເອີ້ນເອົາບຸດຂອງເຮົາອອກຈາກປະເທດເອຢິບ”.
16
ເມື່ອເຮໂຣດໄດ້ຮູ້ວ່າພວກໂຫລາຈານຫລອກລວງຕົນ, ເພິ່ນກໍໃຈຮ້າຍຫລາຍ ແລະ ເພິ່ນຈຶ່ງສັ່ງໃຫ້ຂ້າເດັກນ້ອຍຜູ້ຊາຍທັງໝົດໃນເບັດເລເຮັມ ແລະ ບໍລິເວນໃກ້ຄຽງທີ່ມີອາຍຸສອງປີລົງມາ, ເຊິ່ງສອດຄ່ອງກັບເວລາທີ່ເພິ່ນໄດ້ຮູ້ຈາກພວກໂຫລາຈານ.
17
ເຫດການທີ່ໄດ້ເກີດຂຶ້ນນີ້ກໍໄດ້ສຳເລັດຕາມທີ່ຜູ້ທຳນວາຍເຢເຣມີຢາໄດ້ກ່າວໄວ້ວ່າ:
18
“ໄດ້ຍິນສຽງໜຶ່ງໃນບ້ານຣາມາ, ເປັນສຽງຮ້ອງໄຫ້ ແລະ ສຽງຄ່ຳຄວນ, ນາງຣາເຊັນກຳລັງຮ້ອງໄຫ້ນໍາບັນດາລູກຂອງຕົນ ແລະ ບໍ່ຍອມຮັບຄຳປອບໃຈໃດໆ, ເພາະລູກທັງຫລາຍນັ້ນຕາຍແລ້ວ”.
19
ຫລັງຈາກເຮໂຣດໄດ້ຕາຍແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບທາງຄວາມຝັນໃນປະເທດເອຢິບ
20
ແລະ ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນ, ພາກຸມມານ ແລະ ແມ່ຂອງເພິ່ນກັບຄືນໄປຍັງດິນແດນອິດສະຣາເອນ, ເພາະບັນດາຜູ້ທີ່ພະຍາຍາມເອົາຊີວິດກຸມມານນັ້ນໄດ້ຕາຍແລ້ວ”.
21
ດັ່ງນັ້ນ, ໂຢເຊັບຈຶ່ງລຸກຂຶ້ນ, ພາກຸມມານ ແລະ ແມ່ຂອງເພິ່ນມາຍັງດິນແດນອິດສະຣາເອນ
22
ແຕ່ເມື່ອລາວໄດ້ຍິນວ່າອາກເຄລາວໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນພໍ່, ໂຢເຊັບກໍຢ້ານທີ່ຈະໄປທີ່ນັ້ນ. ຫລັງຈາກໄດ້ຮັບຄຳເຕືອນໃນຄວາມຝັນ, ໂຢເຊັບຈຶ່ງໄປຍັງແຂວງຄາລີເລ,
23
ແລະ ໄປອາໄສຢູ່ທີ່ເມືອງໜຶ່ງຊື່ວ່ານາຊາເຣັດ. ດັ່ງນັ້ນ ຈຶ່ງສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງບັນດາຜູ້ທຳນວາຍວ່າ, “ທ່ານຈະຖືກເອີ້ນວ່າ: ໄທນາຊາເຣັດ”.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28