bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 15
Matthew 15
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 16 →
1
ແລ້ວພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດບາງຄົນໄດ້ອອກຈາກນະຄອນເຢຣູຊາເລັມມາພົບພຣະເຢຊູເຈົ້າ ແລະ ຖາມພຣະອົງວ່າ,
2
“ເປັນຫຍັງພວກສາວົກຂອງທ່ານຈຶ່ງບໍ່ປະຕິບັດຕາມຄຳສັ່ງສອນຂອງພວກເຖົ້າແກ່? ພວກເຂົາບໍ່ໄດ້ລ້າງມືກ່ອນກິນອາຫານ!”
3
ພຣະເຢຊູເຈົ້າຈຶ່ງຕອບພວກເຂົາວ່າ, “ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ປະຕິບັດຕາມຄຳສັ່ງຂອງພຣະເຈົ້າໂດຍເຫັນແກ່ທຳນຽມຂອງພວກເຈົ້າ?
4
ເພາະພຣະເຈົ້າກ່າວວ່າ, ‘ຈົ່ງນັບຖືພໍ່ ແລະ ແມ່ຂອງຕົນ’ ແລະ ‘ຜູ້ໃດທີ່ສາບແຊ່ງພໍ່ແມ່ຂອງຕົນຈະຕ້ອງຖືກໂທດເຖິງຕາຍ’
5
ແຕ່ຝ່າຍພວກເຈົ້າກັບເວົ້າວ່າຖ້າຄົນໃດປະກາດວ່າ, ‘ສິ່ງໃດທີ່ເຄີຍໃຊ້ເພື່ອຊ່ວຍເຫລືອພໍ່ແມ່ຂອງຕົນ ກໍເປັນສິ່ງທີ່ອຸທິດຖວາຍແກ່ພຣະເຈົ້າແລ້ວ’,
6
ພວກເຂົາຈຶ່ງບໍ່ຕ້ອງ ‘ນັບຖືພໍ່ແມ່ຂອງຕົນ’ ດ້ວຍສິ່ງນັ້ນ. ດ້ວຍເຫດນີ້ ພວກເຈົ້າໄດ້ລຶບລ້າງພຣະຄຳຂອງພຣະເຈົ້າເພາະເຫັນແກ່ທຳນຽມຂອງພວກເຈົ້າ.
7
ພວກເຈົ້າຄົນໜ້າຊື່ໃຈຄົດ! ເອຊາຢາຜູ້ທີ່ໄດ້ທຳນວາຍກ່ຽວກັບພວກເຈົ້າກໍຖືກຕ້ອງແລ້ວທີ່ວ່າ:
8
“‘ປະຊາຊົນເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ, ສ່ວນໃຈຂອງພວກເຂົາຫ່າງໄກຈາກເຮົາ.
9
ພວກເຂົານະມັດສະການເຮົາໂດຍບໍ່ມີປະໂຫຍດ, ຄຳສອນຂອງພວກເຂົາເປັນພຽງກົດເກນທີ່ມະນຸດສອນຕໍ່ກັນມາ’ ”.
10
ພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນໃຫ້ມາຫາພຣະອົງ ແລະ ກ່າວແກ່ພວກເຂົາວ່າ, “ຈົ່ງຟັງ ແລະ ເຂົ້າໃຈເອົາສາວ່າ,
11
ບໍ່ແມ່ນສິ່ງທີ່ກິນເຂົ້າໄປໃນປາກທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’ ແຕ່ແມ່ນສິ່ງທີ່ອອກຈາກປາກຂອງພວກເຂົານັ້ນທີ່ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’”.
12
ແລ້ວພວກສາວົກກໍມາຫາພຣະອົງ ແລະ ຖາມວ່າ, “ພຣະອົງຮູ້ບໍ່ວ່າພວກຟາຣີຊາຍເຄືອງໃຈຫລາຍທີ່ພວກເຂົາໄດ້ຍິນຢ່າງນີ້?”
13
ພຣະອົງຕອບວ່າ, “ຕົ້ນໄມ້ທຸກຕົ້ນທີ່ພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນບໍ່ໄດ້ປູກໄວ້ ກໍຈະຖືກຂຸດຮາກຖອນເຫງົ້າ.
14
ຢ່າສົນນໍາພວກເຂົາ, ພວກເຂົາເປັນຄົນນຳທາງທີ່ຕາບອດ. ຖ້າຄົນຕາບອດນຳທາງໃຫ້ຄົນຕາບອດ ທັງສອງກໍຈະຕົກລົງໃນຂຸມ”.
15
ເປໂຕເວົ້າວ່າ, “ຂໍອະທິບາຍຄຳອຸປະມານີ້ໃຫ້ພວກຂ້ານ້ອຍແດ່”.
16
ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈອີກບໍ?
17
ພວກເຈົ້າບໍ່ເຫັນບໍວ່າສິ່ງໃດກໍຕາມທີ່ເຂົ້າໄປໃນປາກມະນຸດກໍລົງໄປໃນທ້ອງແລ້ວກໍຖ່າຍອອກມາ?
18
ແຕ່ສິ່ງທີ່ອອກມາຈາກປາກນັ້ນກໍອອກມາຈາກໃຈ ແລະ ສິ່ງເຫລົ່ານີ້ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’
19
ເພາະວ່າຄວາມຄິດຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້, ການຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານບໍ່ຈິງ, ໃສ່ຮ້າຍປ້າຍສີ ລ້ວນແຕ່ອອກມາຈາກຈິດໃຈ.
20
ສິ່ງເຫລົ່ານີ້ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’ ແຕ່ການກິນອາຫານໂດຍບໍ່ໄດ້ລ້າງມືນັ້ນ ບໍ່ໄດ້ເຮັດໃຫ້ມະນຸດ ‘ເປັນມົນທິນ’”.
21
ຕໍ່ມາ ພຣະເຢຊູເຈົ້າໄດ້ເຂົ້າໄປຍັງຂົງເຂດເມືອງຕີເຣ ແລະ ເມືອງຊີໂດນ.
22
ມີຍິງຊາວການາອານຄົນໜຶ່ງຈາກຂົງເຂດໃກ້ຄຽງນັ້ນໄດ້ມາຂໍຮ້ອງພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ ບຸດດາວິດເອີຍ, ຂໍເມດຕາຂ້ານ້ອຍດ້ວຍ! ລູກສາວຂອງຂ້ານ້ອຍຖືກຜີມານຮ້າຍເຂົ້າສິງຢູ່ ແລະ ທຸກທໍລະມານຫລາຍ”.
23
ພຣະເຢຊູເຈົ້າບໍ່ຕອບນາງຈັກຄຳ. ພວກສາວົກໄດ້ມາຫາພຣະອົງ ແລະ ຮ້ອງຂໍວ່າ, “ບອກນາງໜີສາເພາະນາງຮ້ອງຕາມພວກເຮົາມາ”.
24
ພຣະອົງຕອບວ່າ, “ເຮົາຖືກໃຊ້ມາຫາແກະທີ່ເສຍໄປຂອງອິດສະຣາເອນເທົ່ານັ້ນ”.
25
ຍິງນັ້ນມາຄຸເຂົ່າຕໍ່ໜ້າພຣະອົງແລ້ວເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍຊ່ວຍຂ້ານ້ອຍດ້ວຍ!”
26
ພຣະອົງຕອບວ່າ, “ບໍ່ເປັນການສົມຄວນທີ່ຈະເອົາອາຫານຂອງລູກໂຍນໃຫ້ໝາ”.
27
ນາງຕອບວ່າ, “ແມ່ນແລ້ວ ອົງພຣະຜູ້ເປັນເຈົ້າເອີຍ, ແມ່ນແຕ່ໝາກໍຍັງໄດ້ກິນເສດອາຫານທີ່ຕົກຈາກໂຕະນາຍຂອງມັນ”.
28
ພຣະເຢຊູເຈົ້າຈຶ່ງຕອບນາງວ່າ, “ນາງເອີຍ, ເຈົ້າມີຄວາມເຊື່ອຍິ່ງໃຫຍ່ຫລາຍ! ຈົ່ງໃຫ້ເປັນໄປຕາມທີ່ເຈົ້າຂໍເທີ້ນ”. ແລະ ໃນເວລາດຽວກັນນັ້ນລູກສາວຂອງນາງກໍຫາຍດີແລ້ວ.
29
ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ແລະ ລຽບໄປຕາມແຄມຝັ່ງທະເລຄາລີເລ ແລ້ວພຣະອົງໄດ້ຂຶ້ນໄປເທິງໂນນພູ ແລະ ນັ່ງລົງທີ່ນັ້ນ.
30
ປະຊາຊົນຢ່າງຫລວງຫລາຍໄດ້ມາຫາພຣະອົງ, ພວກເຂົາໄດ້ນໍາຄົນຂາຫ້ານ, ຄົນຕາບອດ, ຄົນພິການ, ຄົນປາກກືກ ແລະ ຄົນເຈັບປ່ວຍຊະນິດອື່ນໆຫລາຍຄົນມາວາງລົງທີ່ຕີນຂອງພຣະອົງ ແລ້ວພຣະອົງກໍຮັກສາພວກເຂົາທຸກຄົນໃຫ້ຫາຍດີ.
31
ປະຊາຊົນຕ່າງກໍພາກັນປະຫລາດໃຈເມື່ອພວກເຂົາເຫັນຄົນປາກກືກເວົ້າໄດ້, ຄົນພິການຫາຍດີເປັນປົກກະຕິ, ຄົນຂາຫ້ານຍ່າງໄດ້ ແລະ ຄົນຕາບອດເບິ່ງເຫັນ. ແລ້ວພວກເຂົາທັງຫລາຍຕ່າງກໍພາກັນສັນລະເສີນພຣະເຈົ້າຂອງອິດສະຣາເອນ.
32
ພຣະເຢຊູເຈົ້າໄດ້ເອີ້ນພວກສາວົກຂອງພຣະອົງມາ ແລະ ກ່າວວ່າ, “ເຮົາສົງສານຄົນເຫລົ່ານີ້ ເພາະພວກເຂົາມາຢູ່ກັບເຮົາໄດ້ສາມວັນແລ້ວ ແລະ ບໍ່ມີຫຍັງກິນ. ເຮົາບໍ່ຢາກໃຫ້ພວກເຂົາກັບໄປທັງທີ່ຍັງຫິວຢູ່, ເພາະພວກເຂົາອາດຈະໝົດແຮງກາງທາງກໍໄດ້”.
33
ພວກສາວົກຂອງພຣະອົງຕອບວ່າ, “ໃນບ່ອນທີ່ຫ່າງໄກເຊັ່ນນີ້ຈະຫາເຂົ້າຈີ່ຢູ່ໃສມາພໍລ້ຽງຄົນຈຳນວນຫລວງຫລາຍຢ່າງນີ້?”
34
ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເພິ່ນຕອບວ່າ, “ເຈັດກ້ອນ ແລະ ປານ້ອຍສອງສາມໂຕ”.
35
ພຣະອົງຈຶ່ງບອກປະຊາຊົນໃຫ້ນັ່ງລົງຕາມພື້ນດິນ.
36
ແລ້ວພຣະອົງຮັບເອົາເຂົ້າຈີ່ເຈັດກ້ອນ ແລະ ປານ້ອຍມາ, ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ພຣະອົງກໍຫັກເຂົ້າຈີ່ຍື່ນເຂົ້າຈີ່ນັ້ນໃຫ້ພວກສາວົກ, ພວກເພິ່ນຈຶ່ງແຈກຢາຍໃຫ້ແກ່ປະຊາຊົນ.
37
ພວກເຂົາທຸກຄົນໄດ້ກິນຈົນອີ່ມ. ຫລັງຈາກນັ້ນ ພວກສາວົກໄດ້ເກັບເອົາຕ່ອນຫັກທີ່ເຫລືອໄວ້ໄດ້ເຕັມເຈັດກະບຸງ.
38
ຈຳນວນຜູ້ທີ່ກິນອາຫານນັ້ນມີສີ່ພັນຄົນໂດຍບໍ່ໄດ້ນັບແມ່ຍິງ ແລະ ເດັກນ້ອຍ.
39
ຫລັງຈາກທີ່ພຣະເຢຊູເຈົ້າບອກໃຫ້ປະຊາຊົນເລີກເມືອແລ້ວ, ພຣະອົງກໍຂຶ້ນເຮືອ ແລະ ໄປສູ່ຂົງເຂດມາຄາດານ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28