bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 3
Matthew 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 4 →
1
ໃນວັນເຫລົ່ານັ້ນ ໂຢຮັນບັບຕິສະໂຕໄດ້ມາເທດສະໜາໃນຖິ່ນແຫ້ງແລ້ງກັນດານທີ່ແຂວງຢູດາຍ
2
ແລະ ກ່າວວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່, ເພາະອານາຈັກສະຫວັນມາໃກ້ແລ້ວ”.
3
ໂຢຮັນຜູ້ນີ້ທີ່ຖືກກ່າວເຖິງໂດຍຜ່ານຜູ້ທຳນວາຍເອຊາຢາວ່າ: “ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງສຳລັບພຣະອົງໃຫ້ຊື່ໄປ’”.
4
ເຄື່ອງນຸ່ງຂອງໂຢຮັນແມ່ນເຮັດຈາກຂົນອູດ ແລະ ເພິ່ນຮັດແອວຂອງເພິ່ນດ້ວຍສາຍແອວໜັງ, ອາຫານຂອງເພິ່ນແມ່ນຕັກແຕນ ແລະ ນ້ຳເຜິ້ງປ່າ.
5
ປະຊາຊົນຈາກນະຄອນເຢຣູຊາເລັມ, ທົ່ວແຂວງຢູດາຍ ແລະ ທົ່ວຂົງເຂດແມ່ນ້ຳຈໍແດນໄດ້ພາກັນອອກໄປຫາເພິ່ນ.
6
ເມື່ອພວກເຂົາສາລະພາບບາບທັງຫລາຍຂອງຕົນແລ້ວ, ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ.
7
ແຕ່ເມື່ອໂຢຮັນເຫັນພວກຟາຣີຊາຍ ແລະ ພວກຊາດູກາຍຫລາຍຄົນກຳລັງມາຍັງບ່ອນທີ່ເພິ່ນໃຫ້ບັບຕິສະມາຢູ່ນັ້ນ, ເພິ່ນກໍກ່າວແກ່ພວກເຂົາວ່າ: “ພວກຊາດງູຮ້າຍ! ຜູ້ໃດຕັກເຕືອນພວກເຈົ້າໃຫ້ໜີຈາກຄວາມໂກດຮ້າຍທີ່ຈະມາເຖິງນັ້ນ?
8
ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່.
9
ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ໄດ້.
10
ຂວານນັ້ນກໍກຽມພ້ອມຢູ່ເຫງົ້າໄມ້ແລ້ວ ແລະ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກຕັດລົງ ແລະ ໂຍນຖິ້ມໃສ່ໄຟ.
11
“ເຮົາໃຫ້ພວກເຈົ້າບັບຕິສະມາດ້ວຍ ນ້ຳເພື່ອການຖິ້ມໃຈເກົ່າເອົາໃຈໃໝ່. ແຕ່ຜູ້ທີ່ຈະມາພາຍຫລັງເຮົາກໍມີລິດອຳນາດຍິ່ງໃຫຍ່ກວ່າເຮົາອີກ, ເຊິ່ງເຮົາບໍ່ສົມຄວນແມ່ນແຕ່ຈະຈັບເກີບຂອງເພິ່ນ. ເພິ່ນຈະໃຫ້ພວກເຈົ້າທັງຫລາຍຮັບບັບຕິສະມາດ້ວຍ ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍໄຟ.
12
ມືຂອງພຣະອົງຖືກະດົ້ງຝັດເຂົ້າ ແລະ ພຣະອົງຈະເຮັດລານເຂົ້າຂອງພຣະອົງໃຫ້ກ້ຽງດີ, ຈະຮວບຮວມເອົາເຂົ້າຫວີດຂອງພຣະອົງມາໃສ່ໄວ້ໃນເລົ້າ ແລະ ເຜົາແກບດ້ວຍໄຟທີ່ບໍ່ຮູ້ມອດ”.
13
ແລ້ວພຣະເຢຊູເຈົ້າໄດ້ມາຈາກແຂວງຄາລີເລມາຍັງແມ່ນ້ຳຈໍແດນເພື່ອຮັບບັບຕິສະມາຈາກໂຢຮັນ.
14
ແຕ່ໂຢຮັນພະຍາຍາມຂັດຂວາງພຣະອົງໂດຍກ່າວວ່າ, “ຂ້ານ້ອຍຄວນຈະຂໍຮັບບັບຕິສະມາຈາກພຣະອົງ ແລະ ເປັນການສົມຄວນບໍທີ່ພຣະອົງມາຫາຂ້ານ້ອຍ?”
15
ພຣະເຢຊູເຈົ້າໄດ້ຕອບວ່າ, “ເວລານີ້ໃຫ້ເປັນໄປຕາມນັ້ນສາ; ເພາະສົມຄວນແລ້ວທີ່ພວກເຮົາຈະເຮັດຢ່າງນີ້ເພື່ອໃຫ້ຄວາມຊອບທຳທຸກປະການສຳເລັດຄົບຖ້ວນ”. ແລ້ວໂຢຮັນຈຶ່ງຍອມເຮັດຕາມ.
16
ທັນທີທີ່ພຣະເຢຊູເຈົ້າໄດ້ຮັບບັບຕິສະມາແລ້ວ, ພຣະອົງກໍຂຶ້ນຈາກນ້ຳ. ໃນທັນໃດນັ້ນ ສະຫວັນກໍເປີດອອກ ແລະ ພຣະອົງໄດ້ເຫັນພຣະວິນຍານບໍລິສຸດເຈົ້າຂອງພຣະເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ.
17
ແລະ ມີສຽງໜຶ່ງດັງມາຈາກສະຫວັນວ່າ, “ທ່ານຜູ້ນີ້ເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ; ເຮົາພໍໃຈເພິ່ນຫລາຍ”.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28