bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 28
Matthew 28
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
1
ຫລັງຈາກວັນຊະບາໂຕ, ເວລາຮຸ່ງເຊົ້າວັນຕົ້ນສັບປະດາ ມາຣີຊາວມັກດາລາ ແລະ ມາຣີຄົນໜຶ່ງອີກໄດ້ໄປເບິ່ງທີ່ອຸບມຸງ.
2
ເກີດແຜ່ນດິນໄຫວຢ່າງຮຸນແຮງ ເພາະເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ລົງມາຈາກສະຫວັນ ແລະ ໄປທີ່ອຸບມຸງ, ກຶ່ງກ້ອນຫີນອອກຈາກປາກອຸບມຸງແລ້ວນັ່ງຢູ່ເທິງກ້ອນຫີນນັ້ນ.
3
ເທວະດາຕົນນີ້ມີລັກສະນະເໝືອນແສງຟ້າແມບ, ເຄື່ອງນຸ່ງກໍຂາວເໝືອນຫິມະ.
4
ພວກຄົນຍາມທີ່ເຝົ້າຢູ່ກໍຢ້ານເທວະດາຕົນນັ້ນຈົນໂຕສັ່ນ ແລະ ກາຍເປັນເໝືອນຄົນຕາຍ.
5
ເທວະດານັ້ນໄດ້ກ່າວແກ່ພວກແມ່ຍິງວ່າ, “ຢ່າຢ້ານເລີຍ, ເພາະເຮົາຮູ້ວ່າພວກເຈົ້າມາຊອກຫາພຣະເຢຊູເຈົ້າຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ.
6
ພຣະອົງບໍ່ໄດ້ຢູ່ທີ່ນີ້ ພຣະອົງເປັນຄືນມາແລ້ວ ຕາມທີ່ພຣະອົງໄດ້ກ່າວໄວ້. ຈົ່ງມາເບິ່ງບ່ອນທີ່ພວກເຂົາວາງຮ່າງກາຍຂອງພຣະອົງໄວ້.
7
ແລ້ວຈົ່ງຟ້າວໄປບອກພວກສາວົກຂອງພຣະອົງວ່າ, ‘ພຣະອົງເປັນຄືນມາຈາກຕາຍແລ້ວ ແລະ ກຳລັງໄປແຂວງຄາລີເລກ່ອນໜ້າພວກເຈົ້າ. ພວກເຈົ້າຈະເຫັນພຣະອົງໃນທີ່ນັ້ນ’. ບັດນີ້ ເຮົາໄດ້ບອກພວກເຈົ້າໄວ້ແລ້ວ”.
8
ດັ່ງນັ້ນ ແມ່ຍິງເຫລົ່ານັ້ນຈຶ່ງຟ້າວອອກໄປຈາກອຸບມຸງ, ທັງຢ້ານທັງຊື່ນຊົມຍິນດີຫລາຍ ແລະ ແລ່ນໄປບອກພວກສາວົກຂອງພຣະອົງ.
9
ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ມາພົບພວກເຂົາ ແລະກ່າວທັກທາຍພວກເຂົາ. ພວກເຂົາກໍເຂົ້າມາຫາພຣະອົງ ແລະ ຈັບຕີນຂອງພຣະອົງ ແລະ ຂາບລົງນະມັດສະການພຣະອົງ.
10
ແລ້ວພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ຢ່າຢ້ານເລີຍ, ຈົ່ງໄປບອກບັນດາພີ່ນ້ອງຂອງເຮົາໃຫ້ໄປຍັງແຂວງຄາລີເລ, ພວກເຂົາຈະເຫັນເຮົາຢູ່ທີ່ນັ້ນ”.
11
ໃນຂະນະທີ່ແມ່ຍິງເຫລົ່ານັ້ນກຳລັງເດີນທາງໄປ, ຄົນຍາມບາງຄົນໄດ້ເຂົ້າໄປໃນເມືອງ ແລະ ໄດ້ລາຍງານເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນຕໍ່ພວກຫົວໜ້າປະໂລຫິດ.
12
ເມື່ອພວກຫົວໜ້າປະໂລຫິດໄດ້ປະຊຸມກັນກັບພວກເຖົ້າແກ່ ແລະ ວາງແຜນການແລ້ວ, ພວກເຂົາກໍເອົາເງິນຈໍານວນຫລາຍໃຫ້ພວກທະຫານ
13
ພ້ອມທັງສັ່ງວ່າ, “ພວກເຈົ້າຈົ່ງເວົ້າວ່າ, ‘ພວກສາວົກໄດ້ມາລັກເອົາສົບໄປໃນຕອນກາງຄືນໃນຂະນະທີ່ພວກເຮົານອນຫລັບຢູ່’.
14
ຖ້າເລື່ອງນີ້ຮູ້ໄປເຖິງຜູ້ປົກຄອງ ພວກເຮົາຈະເວົ້າແກ້ໂຕກັບເພິ່ນ ແລະ ປ້ອງກັນພວກເຈົ້າບໍ່ໃຫ້ມີບັນຫາ”.
15
ດັ່ງນັ້ນ ພວກທະຫານຈຶ່ງຮັບເງິນ ແລະ ພາກັນເຮັດຕາມຄຳແນະນໍານັ້ນ. ແລ້ວເລື່ອງນີ້ໄດ້ຖືກເຜີຍແຜ່ໄປຢ່າງກວ້າງຂວາງໃນທ່າມກາງຊາວຢິວຈົນເຖິງທຸກວັນນີ້.
16
ແລ້ວພວກສາວົກທັງສິບເອັດຄົນຈຶ່ງໄປທີ່ແຂວງຄາລີເລ, ໄປທີ່ພູເຂົາບ່ອນທີ່ພຣະເຢຊູເຈົ້າໄດ້ບອກພວກເພິ່ນໄວ້.
17
ເມື່ອພວກເພິ່ນໄດ້ເຫັນພຣະອົງແລ້ວ ພວກເພິ່ນກໍຂາບລົງນະມັດສະການພຣະອົງ ແຕ່ບາງຄົນໃນພວກເພິ່ນຍັງສົງໄສຢູ່.
18
ແລ້ວພຣະເຢຊູເຈົ້າເຂົ້າມາຫາພວກເພິ່ນ ແລະ ກ່າວວ່າ, “ສິດອຳນາດທັງໝົດໃນສະຫວັນ ແລະ ໃນແຜ່ນດິນໂລກໄດ້ມອບໃຫ້ແກ່ເຮົາແລ້ວ.
19
ເຫດສະນັ້ນ ຈົ່ງໄປ ແລະ ເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ພວກເຂົາຮັບບັບຕິສະມາໃນ ນາມແຫ່ງພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,
20
ສັ່ງສອນພວກເຂົາໃຫ້ເຊື່ອຟັງທຸກສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ. ແລະ ແນ່ນອນ ເຮົາຈະຢູ່ກັບພວກເຈົ້າທັງຫລາຍທຸກໆວັນຈົນສິ້ນຍຸກ”.
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28