bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 14
Matthew 14
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 15 →
1
ໃນເວລານັ້ນ ເຮໂຣດຜູ້ປົກຄອງແຂວງໄດ້ຍິນຊື່ສຽງຂອງພຣະເຢຊູເຈົ້າ
2
ແລະ ເພິ່ນຈຶ່ງເວົ້າຕໍ່ບັນດາຄົນຮັບໃຊ້ຂອງຕົນວ່າ, “ຜູ້ນີ້ແມ່ນໂຢຮັນບັບຕິສະໂຕ ລາວໄດ້ເປັນຄືນມາຈາກຕາຍ! ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລາວມີລິດອຳນາດເຮັດການອັດສະຈັນຕ່າງໆໄດ້”.
3
ເວລານີ້ເຮໂຣດໄດ້ຈັບ ແລະ ມັດໂຢຮັນແລ້ວຂັງເພິ່ນໄວ້ໃນຄຸກ ດ້ວຍສາເຫດທີ່ນາງເຮໂຣເດຍເມຍຂອງຟີລິບນ້ອງຊາຍຂອງຕົນ,
4
ເນື່ອງຈາກໂຢຮັນເຄີຍເວົ້າກັບເພິ່ນວ່າ, “ເປັນການຜິດກົດບັນຍັດທີ່ທ່ານເອົານາງມາເປັນເມຍ”.
5
ເຮໂຣດຢາກຈະຂ້າໂຢຮັນແຕ່ເພິ່ນກໍຢ້ານປະຊາຊົນ ເພາະພວກເຂົາຖືວ່າໂຢຮັນເປັນຜູ້ທຳນວາຍ.
6
ໃນງານສະຫລອງວັນເກີດຂອງເຮໂຣດ, ລູກສາວຂອງນາງເຮໂຣເດຍໄດ້ມາຟ້ອນຕໍ່ໜ້າບັນດາແຂກທີ່ຖືກເຊີນ ແລະ ເຮັດໃຫ້ເຮໂຣດພໍໃຈຫລາຍ.
7
ເພິ່ນຈຶ່ງສັນຍາໂດຍສາບານວ່າຈະໃຫ້ທຸກຢ່າງທີ່ນາງຂໍ.
8
ນາງຈຶ່ງຂໍຕາມຄຳແນະນຳຂອງແມ່ ແລະ ນາງກ່າວວ່າ, “ຂໍຫົວຂອງໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍໃນທີ່ນີ້”.
9
ຝ່າຍກະສັດກໍໜັກໃຈຫລາຍແຕ່ເພາະໄດ້ສັນຍາໄວ້ແລ້ວ ແລະ ເພາະເຫັນແກ່ໜ້າແຂກທັງຫລາຍຂອງຕົນ ເພິ່ນຈຶ່ງສັ່ງໃຫ້ເຮັດຕາມທີ່ນາງໄດ້ຂໍ.
10
ແລະ ໂຢຮັນຈຶ່ງຖືກຕັດຫົວໃນຄຸກ.
11
ພວກເຂົາກໍເອົາຫົວຂອງໂຢຮັນໃສ່ຖາດແລ້ວນຳມາມອບໃຫ້ຍິງນັ້ນ, ນາງກໍຍົກໄປໃຫ້ແມ່ຂອງຕົນ.
12
ພວກລູກສິດຂອງໂຢຮັນໄດ້ມາຮັບເອົາສົບຂອງເພິ່ນໄປຝັງ ແລ້ວພວກເຂົາກໍໄປບອກພຣະເຢຊູເຈົ້າໃຫ້ຮູ້.
13
ເມື່ອພຣະເຢຊູເຈົ້າຮູ້ເຖິງສິ່ງທີ່ໄດ້ເກີດຂຶ້ນ ພຣະອົງກໍລົງເຮືອຈາກທີ່ນັ້ນໄປບ່ອນທີ່ງຽບສະຫງົບຢູ່ຕ່າງຫາກ. ເມື່ອປະຊາຊົນໄດ້ຍິນດັ່ງນີ້ ກໍອອກຈາກເມືອງຕ່າງໆຕິດຕາມພຣະອົງໄປ.
14
ເມື່ອພຣະເຢຊູເຈົ້າອອກຈາກເຮືອມາກໍເຫັນປະຊາຊົນຈໍານວນຫລວງຫລາຍ, ພຣະອົງກໍມີໃຈສົງສານພວກເຂົາ ແລະ ຮັກສາພະຍາດຂອງພວກເຂົາໃຫ້ຫາຍດີ.
15
ເມື່ອເວລາຄໍ່າມາແລ້ວ ພວກສາວົກກໍມາຫາພຣະອົງ ແລະ ເວົ້າວ່າ, “ບ່ອນນີ້ກໍເປັນບ່ອນຫ່າງໄກສອກຫລີກ ແລະ ໃກ້ຄ່ຳແລ້ວ, ຂໍໃຫ້ປະຊາຊົນເມືອສາ ເພື່ອໃຫ້ພວກເຂົາໄປຕາມໝູ່ບ້ານຕ່າງໆ ແລະ ຊອກຫາຊື້ອາຫານສຳລັບພວກເຂົາເອງ”.
16
ພຣະອົງກ່າວວ່າ, “ພວກເຂົາບໍ່ຈຳເປັນຕ້ອງເລີກເມືອດອກ. ໃຫ້ພວກເຈົ້າເອົາອາຫານໃຫ້ພວກເຂົາກິນສາ”.
17
ພວກເພິ່ນຕອບວ່າ, “ພວກຂ້ານ້ອຍມີພຽງແຕ່ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”.
18
ພຣະອົງກ່າວວ່າ, “ຈົ່ງເອົາມາໃຫ້ເຮົາທີ່ນີ້”.
19
ແລ້ວພຣະອົງໄດ້ບອກໃຫ້ປະຊາຊົນນັ່ງລົງເທິງຫຍ້າ, ຮັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນແລ້ວເງີຍໜ້າຂຶ້ນເບິ່ງສະຫວັນ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ແລ້ວພຣະອົງກໍຍື່ນໃຫ້ພວກສາວົກ ແລະ ພວກສາວົກຈຶ່ງແຈກຢາຍເຂົ້າຈີ່ນັ້ນໃຫ້ແກ່ປະຊາຊົນ.
20
ພວກເຂົາທຸກຄົນໄດ້ກິນອີ່ມ ແລະ ພວກສາວົກກໍເກັບເອົາຕ່ອນຫັກທີ່ເຫລືອນັ້ນໄວ້ໄດ້ເຕັມສິບສອງກະບຸງ.
21
ຈຳນວນຄົນທີ່ໄດ້ກິນອາຫານນັ້ນມີຜູ້ຊາຍປະມານຫ້າພັນຄົນໂດຍບໍ່ໄດ້ນັບແມ່ຍິງ ແລະ ເດັກນ້ອຍ.
22
ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ຈັດໃຫ້ພວກສາວົກເຂົ້າໄປໃນເຮືອ ແລະ ຂ້າມຟາກໄປລ່ວງໜ້າກ່ອນພຣະອົງ, ໃນຂະນະທີ່ພຣະອົງໄດ້ບອກປະຊາຊົນໃຫ້ເລີກເມືອ.
23
ຫລັງຈາກທີ່ປະຊາຊົນກັບເມືອໝົດແລ້ວ, ພຣະອົງກໍຂຶ້ນໄປເທິງພູແຕ່ຜູ້ດຽວເພື່ອອະທິຖານ ເມື່ອຄ່ຳມາພຣະອົງກໍຍັງຢູ່ທີ່ນັ້ນແຕ່ພຽງຜູ້ດຽວ
24
ສ່ວນເຮືອນັ້ນກໍອອກຈາກຝັ່ງໄປໄກພໍສົມຄວນ ແລະ ຖືກຄື້ນນໍ້າປະທະໃສ່ເພາະລົມພັດປະທະເຮືອ.
25
ເມື່ອໃກ້ແຈ້ງ ແລ້ວ ພຣະເຢຊູເຈົ້າຍ່າງເທິງໜ້ານ້ຳທະເລສາບມາຫາພວກສາວົກ.
26
ເມື່ອພວກສາວົກເຫັນພຣະອົງກຳລັງຍ່າງຢູ່ເທິງທະເລສາບ ພວກເພິ່ນຕ່າງກໍຕົກໃຈຢ້ານຫລາຍ. ພວກເພິ່ນເວົ້າວ່າ, “ຜີ” ແລະ ພວກເພິ່ນຈຶ່ງຮ້ອງຂຶ້ນດ້ວຍຄວາມຢ້ານ.
27
ແຕ່ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງກ້າຫານ! ແມ່ນເຮົາເອງ. ຢ່າຢ້ານເລີຍ”.
28
ເປໂຕຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າແມ່ນພຣະອົງແທ້ ຂໍບອກໃຫ້ຂ້ານ້ອຍຍ່າງເທິງໜ້ານ້ຳໄປຫາທ່ານແດ່ທ້ອນ”.
29
ພຣະເຢຊູເຈົ້າກ່າວວ່າ, “ມາແມ”. ດັ່ງນັ້ນ ເປໂຕຈຶ່ງອອກຈາກເຮືອແລ້ວຍ່າງເທິງໜ້ານ້ຳໄປຫາພຣະເຢຊູເຈົ້າ.
30
ແຕ່ເມື່ອເພິ່ນເຫັນລົມພັດມາແຮງກໍຢ້ານ ແລະ ເມື່ອກຳລັງຈະຈົມກໍຮ້ອງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຊ່ວຍຂ້ານ້ອຍແດ່ທ້ອນ!”
31
ໃນທັນໃດນັ້ນ ພຣະເຢຊູເຈົ້າຍື່ນມືຂອງພຣະອົງຈັບເພິ່ນໄວ້ ແລະ ກ່າວວ່າ, “ເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງເຈົ້າຈຶ່ງສົງໄສ?”
32
ເມື່ອພຣະອົງ ແລະ ເປໂຕຂຶ້ນໄປໃນເຮືອແລ້ວ ລົມກໍສະຫງົບລົງ.
33
ແລ້ວພວກສາວົກທີ່ຢູ່ໃນເຮືອນັ້ນຈຶ່ງຂາບໄຫ້ວນະມັດສະການພຣະອົງພ້ອມທັງກ່າວວ່າ, “ພຣະອົງເປັນພຣະບຸດຂອງພຣະເຈົ້າແທ້”.
34
ເມື່ອພວກເພິ່ນໄດ້ຂ້າມຟາກແລ້ວ ພວກເພິ່ນກໍມາຂຶ້ນຝັ່ງທີ່ເຄັນເນຊາເຣັດ.
35
ແລະ ເມື່ອຄົນຢູ່ທີ່ນັ້ນຈື່ພຣະເຢຊູເຈົ້າໄດ້ແລ້ວ, ພວກເຂົາກໍສົ່ງຂ່າວໄປທົ່ວຂົງເຂດເມືອງນັ້ນ. ປະຊາຊົນຈຶ່ງນໍາບັນດາຄົນເຈັບປ່ວຍທຸກຄົນມາຫາພຣະອົງ
36
ແລະ ຂໍຮ້ອງນໍາພຣະອົງໃຫ້ຄົນເຈັບປ່ວຍນັ້ນໄດ້ບາຍຂອບເສື້ອຄຸມຂອງພຣະອົງກໍພໍ ແລະ ທຸກຄົນທີ່ໄດ້ບາຍກໍຫາຍດີ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
Recommended Reading
Commentary
Matthew Commentaries
→
Devotional
Matthew Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→