bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 10
Romans 10
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 11 →
1
ພີ່ນ້ອງທັງຫລາຍເອີຍ, ຄວາມປາຖະໜາໃນໃຈ ແລະ ຄຳອະທິຖານຂອງເຮົາຕໍ່ພຣະເຈົ້າເພື່ອຊົນຊາດອິດສະຣາເອນຄື ຂໍໃຫ້ພວກເຂົາທັງຫລາຍໄດ້ຮັບຄວາມພົ້ນ.
2
ເພາະເຮົາສາມາດເປັນພະຍານໄດ້ວ່າ ພວກເຂົາຮ້ອນຮົນເພື່ອພຣະເຈົ້າ ແຕ່ຄວາມຮ້ອນຮົນຂອງພວກເຂົາບໍ່ໄດ້ຕັ້ງຢູ່ເທິງຄວາມຮູ້.
3
ເນື່ອງຈາກພວກເຂົາບໍ່ຮູ້ຈັກຄວາມຊອບທຳຂອງພຣະເຈົ້າ ແລະ ພະຍາຍາມຕັ້ງຄວາມຊອບທຳຂອງຕົນເອງຂຶ້ນມາ, ພວກເຂົາຈຶ່ງບໍ່ຍອມຮັບຄວາມຊອບທຳຂອງພຣະເຈົ້າ.
4
ພຣະຄຣິດເຈົ້າເປັນບົດສະຫລຸບສຸດທ້າຍຂອງກົດບັນຍັດ ເພື່ອຈະມີຄວາມຊອບທຳສຳລັບທຸກຄົນທີ່ເຊື່ອ.
5
ໂມເຊໄດ້ຂຽນເຖິງຄວາມຊອບທຳຕາມກົດບັນຍັດໄວ້ຢ່າງນີ້ວ່າ, “ຜູ້ໃດທີ່ເຮັດສິ່ງເຫລົ່ານີ້ຈະມີຊີວິດຢູ່ໂດຍສິ່ງເຫລົ່ານີ້”.
6
ແຕ່ຄວາມຊອບທຳໂດຍຄວາມເຊື່ອກ່າວວ່າ, “ຢ່າຄິດໃນໃຈວ່າ, ‘ຜູ້ໃດຈະຂຶ້ນໄປເທິງສະຫວັນ?’ ” (ຄືນໍາເອົາພຣະຄຣິດເຈົ້າລົງມາ)
7
“ຫລື ‘ຜູ້ໃດຈະລົງໄປໃນບ່ອນເລິກ?’” (ຄືນໍາເອົາພຣະຄຣິດເຈົ້າຂຶ້ນມາຈາກຄວາມຕາຍ).
8
ແຕ່ຄວາມຊອບທຳນັ້ນໄດ້ກ່າວໄວ້ຢ່າງໃດ? “ຖ້ອຍຄຳນີ້ຢູ່ໃກ້ເຈົ້າ ຢູ່ໃນປາກຂອງເຈົ້າ ແລະ ຢູ່ໃນໃຈຂອງເຈົ້າ” ຄືຖ້ອຍຄຳແຫ່ງຄວາມເຊື່ອທີ່ພວກເຮົາກຳລັງປະກາດຢູ່ນັ້ນ,
9
ຖ້າເຈົ້າຍອມຮັບດ້ວຍປາກຂອງເຈົ້າວ່າ, “ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າ” ແລະ ເຊື່ອໃນໃຈຂອງເຈົ້າວ່າ ພຣະເຈົ້າໄດ້ເຮັດໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ ເຈົ້າກໍຈະໄດ້ຮັບຄວາມພົ້ນ.
10
ດ້ວຍວ່າ ເຈົ້າເຊື່ອດ້ວຍໃຈ ຈຶ່ງໄດ້ຖືວ່າເປັນຜູ້ຊອບທຳ ແລະ ເພາະເຈົ້າຍອມຮັບດ້ວຍປາກ ຈຶ່ງໃຫ້ເຈົ້າໄດ້ລອດພົ້ນ.
11
ຕາມທີ່ພຣະຄຳພີກ່າວໄວ້ວ່າ, “ຜູ້ໃດທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ”.
12
ເພາະບໍ່ມີຄວາມແຕກຕ່າງກັນລະຫວ່າງຄົນຢິວ ແລະ ຄົນຕ່າງຊາດ ອົງພຣະຜູ້ເປັນເຈົ້າອົງດຽວກັນເປັນອົງພຣະຜູ້ເປັນເຈົ້າຂອງຄົນທັງປວງ ແລະ ອວຍພອນຢ່າງບໍລິບູນແກ່ທຸກຄົນທີ່ຮ້ອງຫາພຣະອົງ,
13
ເພາະວ່າ, “ທຸກຄົນທີ່ຮ້ອງອອກນາມຂອງອົງພຣະຜູ້ເປັນເຈົ້າກໍຈະໄດ້ຮັບຄວາມພົ້ນ”.
14
ແຕ່ຜູ້ທີ່ຍັງບໍ່ເຊື່ອຈະຮ້ອງຫາພຣະອົງໄດ້ຢ່າງໃດ? ແລະ ຜູ້ທີ່ຍັງບໍ່ເຄີຍໄດ້ຍິນເຖິງເລື່ອງຂອງພຣະອົງ ຈະເຊື່ອໃນພຣະອົງໄດ້ຢ່າງໃດ? ແລະ ຖ້າບໍ່ມີຜູ້ໃດປະກາດໃຫ້ພວກເຂົາຟັງ ພວກເຂົາຈະໄດ້ຍິນເຖິງເລື່ອງຂອງພຣະອົງໄດ້ຢ່າງໃດ?
15
ແລະ ຖ້າບໍ່ມີຜູ້ໃດໃຊ້ພວກເຂົາໄປ ພວກເຂົາຈະໄປປະກາດໄດ້ຢ່າງໃດ? ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ, “ຕີນຂອງຜູ້ນຳຂ່າວປະເສີດມາກໍງົດງາມແທ້ນໍ!”
16
ແຕ່ບໍ່ແມ່ນວ່າຄົນອິດສະຣາເອນທຸກຄົນຈະຍອມຮັບຂ່າວປະເສີດນັ້ນ ເພາະເອຊາຢາໄດ້ກ່າວໄວ້ວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຜູ້ໃດແດ່ທີ່ໄດ້ເຊື່ອໃນຖ້ອຍຄຳຂອງພວກເຮົາ?”
17
ດັ່ງນັ້ນ ຄວາມເຊື່ອເກີດຂຶ້ນໄດ້ກໍເພາະການໄດ້ຍິນຖ້ອຍຄຳ ແລະ ຖ້ອຍຄຳທີ່ໄດ້ຍິນນັ້ນກໍຄືເລື່ອງຂອງພຣະຄຣິດເຈົ້າ.
18
ແຕ່ເຮົາຂໍຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນພວກເຂົາໄດ້ຍິນແລ້ວ. “ສຽງຂອງພວກເຂົາໄດ້ອອກໄປທົ່ວໂລກ ຖ້ອຍຄຳຂອງພວກເຂົາໄປເຖິງທີ່ສຸດປາຍແຜ່ນດິນໂລກ”.
19
ເຮົາຂໍຖາມອີກວ່າ ຊົນຊາດອິດສະຣາເອນບໍ່ເຂົ້າໃຈບໍ? ຕອນທຳອິດໂມເຊກ່າວວ່າ, “ເຮົາຈະເຮັດໃຫ້ເຈົ້າອິດສາບັນດາຜູ້ທີ່ບໍ່ແມ່ນຊົນຊາດ; ເຮົາຈະຍົວະໃຫ້ເຈົ້າໃຈຮ້າຍດ້ວຍຊົນຊາດທີ່ບໍ່ມີຄວາມເຂົ້າໃຈ”.
20
ແລະ ເອຊາຢາກ້າກ່າວວ່າ, “ບັນດາຜູ້ທີ່ບໍ່ໄດ້ສະແຫວງຫາເຮົາກໍພົບເຮົາ ເຮົາໄດ້ສະແດງຕົນເອງແກ່ບັນດາຜູ້ທີ່ບໍ່ໄດ້ເອີ້ນຫາເຮົາ”.
21
ແຕ່ເພິ່ນກ່າວເຖິງພວກອິດສະຣາເອນວ່າ, “ເຮົາໄດ້ຍື່ນມືຂອງເຮົາອອກໝົດມື້ ໃຫ້ແກ່ຊົນຊາດທີ່ບໍ່ເຊື່ອຟັງ ແລະ ດື້ດ້ານ”.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
Recommended Reading
Commentary
Romans Commentaries
→
Devotional
Romans Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→