bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 11
Romans 11
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 12 →
1
ຖ້າຢ່າງນັ້ນ ເຮົາຂໍຖາມວ່າ, ພຣະເຈົ້າໄດ້ປະຖິ້ມຄົນຂອງພຣະອົງແລ້ວບໍ? ບໍ່ແມ່ນຢ່າງນັ້ນດອກ! ເຮົາເອງກໍເປັນຊາວອິດສະຣາເອນຄົນໜຶ່ງ, ເປັນເຊື້ອສາຍຂອງອັບຣາຮາມ ມາຈາກເຜົ່າເບັນຢາມິນ.
2
ພຣະເຈົ້າບໍ່ໄດ້ປະຕິເສດບັນດາຄົນຂອງພຣະອົງທີ່ພຣະອົງຮູ້ຈັກຕັ້ງແຕ່ກ່ອນແລ້ວ. ພວກເຈົ້າບໍ່ຮູ້ພຣະຄຳພີຕອນທີ່ກ່າວເຖິງເອລີຢານັ້ນບໍ ທີ່ເພິ່ນໄດ້ອຸທອນຕໍ່ພຣະເຈົ້າກ່ຽວກັບອິດສະຣາເອນວ່າ,
3
“ອົງພຣະຜູ້ເປັນເຈົ້າເອີຍ, ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍຂອງພຣະອົງ, ແລະ ຮື້ແທ່ນບູຊາຂອງພຣະອົງລົງ, ມີພຽງແຕ່ຂ້ານ້ອຍຜູ້ດຽວທີ່ເຫລືອຢູ່ ແລະ ພວກເຂົາກໍກຳລັງພະຍາຍາມຈະຂ້າຂ້ານ້ອຍເໝືອນກັນ”?
4
ແລະ ພຣະເຈົ້າໄດ້ຕອບເພິ່ນວ່າຢ່າງໃດ? “ເຮົາໄດ້ສະຫງວນຄົນໄວ້ສຳລັບເຮົາເຈັດພັນຄົນ ເຊິ່ງບໍ່ໄດ້ຄຸເຂົ່າລົງຂາບໄຫວ້ພະບາອານ”.
5
ດ້ວຍເຫດນັ້ນ ໃນປັດຈຸບັນນີ້ກໍຍັງມີຄົນທີ່ເຫລືອຢູ່ ເຊິ່ງຖືກເລືອກໄວ້ໂດຍພຣະຄຸນ.
6
ແລະ ຖ້າເລືອກໂດຍພຣະຄຸນແລ້ວ ກໍບໍ່ແມ່ນໂດຍການປະຕິບັດອີກຕໍ່ໄປ, ເພາະຖ້າໂດຍການປະຕິບັດ ພຣະຄຸນຈະບໍ່ແມ່ນພຣະຄຸນອີກຕໍ່ໄປ.
7
ຖ້າດັ່ງນັ້ນແລ້ວຈະວ່າຢ່າງໃດ? ປະຊາຊົນອິດສະຣາເອນບໍ່ໄດ້ຮັບໃນສິ່ງທີ່ພວກເຂົາດິ້ນລົນຊອກຫາ ແຕ່ຜູ້ທີ່ເລືອກໄວ້ນັ້ນເປັນຜູ້ທີ່ໄດ້ຮັບ, ສ່ວນຄົນອື່ນນັ້ນກໍຖືກເຮັດໃຫ້ມີໃຈແຂງກະດ້າງໄປ
8
ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າໄດ້ໃຫ້ວິນຍານແຫ່ງຄວາມມຶນຊາແກ່ພວກເຂົາ, ຕາທີ່ເບິ່ງບໍ່ເຫັນ ແລະ ຫູທີ່ບໍ່ສາມາດຍິນ ຈົນເຖິງທຸກວັນນີ້”.
9
ແລະ ດາວິດກ່າວວ່າ, “ຂໍໃຫ້ໂຕະອາຫານຂອງພວກເຂົາກາຍເປັນບ້ວງແຮ້ວ ແລະ ເປັນກັບດັກ ເປັນສິ່ງທີ່ເຮັດໃຫ້ສະດຸດ ແລະ ເປັນການລົງໂທດສຳລັບພວກເຂົາ.
10
ຂໍໃຫ້ຕາຂອງພວກເຂົາມືດມົວໄປ ເພື່ອພວກເຂົາຈະເບິ່ງບໍ່ເຫັນ ແລະ ຂໍໃຫ້ຫລັງຂອງພວກເຂົາກົ່ງຕະຫລອດໄປ”.
11
ເຮົາຈຶ່ງຖາມອີກວ່າ: ພວກເຂົາສະດຸດລົ້ມຈົນລຸກບໍ່ຂຶ້ນບໍ? ບໍ່ເປັນຢ່າງນັ້ນດອກ! ແຕ່ຍ້ອນການລ່ວງລະເມີດຂອງພວກເຂົາ, ຄວາມພົ້ນຈຶ່ງມາເຖິງຄົນຕ່າງຊາດເພື່ອເຮັດໃຫ້ຄົນອິດສະຣາເອນມີໃຈອິດສາ.
12
ແຕ່ຖ້າການລ່ວງລະເມີດຂອງພວກເຂົາໝາຍເຖິງຄວາມຮັ່ງມີສຳລັບໂລກ, ແລະ ການສູນເສຍຂອງພວກເຂົາໝາຍເຖິງຄວາມຮັ່ງມີສຳລັບຄົນຕ່າງຊາດແລ້ວ, ຄວາມສົມບູນຂອງພວກເຂົາຍິ່ງຈະນຳຄວາມຮັ່ງມີມາໃຫ້ຫລາຍເທົ່າໃດນໍ!
13
ເຮົາກຳລັງເວົ້າກັບພວກເຈົ້າທີ່ເປັນຄົນຕ່າງຊາດ. ເນື່ອງຈາກວ່າເຮົາເປັນອັກຄະສາວົກທີ່ຖືກໃຊ້ມາຫາຄົນຕ່າງຊາດ, ເຮົາມີຄວາມພູມໃຈໃນພັນທະກິດຂອງເຮົາ
14
ໂດຍມີຄວາມຫວັງວ່າເຮົາຈະຊັກຊວນພີ່ນ້ອງຮ່ວມຊາດຂອງເຮົາໃຫ້ເກີດຄວາມອິດສາ ແລະ ເພື່ອຊ່ວຍພວກເຂົາບາງຄົນໃຫ້ພົ້ນໄດ້.
15
ເພາະຖ້າການທີ່ພຣະເຈົ້າປະຖິ້ມພວກເຂົາ ເປັນເຫດໃຫ້ໂລກນີ້ຄືນດີກັນກັບພຣະອົງແລ້ວ, ການທີ່ພຣະອົງຮັບເອົາພວກເຂົາກັບຄືນມາອີກນັ້ນ ກໍເປັນເໝືອນກັບວ່າພວກເຂົາໄດ້ຕາຍໄປແລ້ວ ແລະ ກັບຄືນມາມີຊີວິດອີກ.
16
ຖ້າແປ້ງສ່ວນທີ່ໄດ້ຖວາຍເປັນຜົນທຳອິດນັ້ນບໍລິສຸດ ແປ້ງທັງກ້ອນນັ້ນກໍຍ່ອມບໍລິສຸດ, ຖ້າຮາກຕົ້ນໄມ້ບໍລິສຸດ ກິ່ງທັງໝົດກໍບໍລິສຸດເໝືອນກັນ.
17
ຖ້າກິ່ງກ້ານບາງສ່ວນຖືກຫັກອອກໄປ ແລະ ເຖິງແມ່ນເຈົ້າຈະເປັນໜໍ່ຂອງຕົ້ນໝາກກອກປ່າ ເຈົ້າກໍຖືກນຳມາຕໍ່ເຂົ້າໃນທ່າມກາງກິ່ງອື່ນໆ, ແລະ ບັດນີ້ ເຈົ້າກໍໄດ້ຮັບນ້ຳຫລໍ່ລ້ຽງຈາກຮາກຕົ້ນໝາກກອກເທດນັ້ນ,
18
ກໍຢ່າຄິດວ່າຕົນເອງຢູ່ເໜືອກວ່າກິ່ງເຫລົ່ານັ້ນ. ຖ້າເຈົ້າເປັນຢ່າງນັ້ນ ກໍຈົ່ງພິຈາລະນາສິ່ງນີ້ວ່າ: ບໍ່ແມ່ນເຈົ້າທີ່ຄ້ຳຊູຮາກ ແຕ່ແມ່ນຮາກທີ່ຄ້ຳຊູເຈົ້າ.
19
ແລ້ວເຈົ້າຈະເວົ້າວ່າ, “ກິ່ງເຫລົ່ານັ້ນຖືກຫັກອອກເພື່ອວ່າຈະໄດ້ເອົາຂ້ອຍມາຕໍ່ເຂົ້າໃສ່”.
20
ກໍແມ່ນແລ້ວ ແຕ່ທີ່ພວກເຂົາຖືກຫັກອອກໄປນັ້ນກໍເພາະບໍ່ເຊື່ອ ສ່ວນເຈົ້າຢູ່ໄດ້ກໍເພາະຄວາມເຊື່ອ. ຢ່າໄດ້ຈອງຫອງເລີຍ, ແຕ່ຈົ່ງຢຳເກງ.
21
ເພາະວ່າ ຖ້າພຣະເຈົ້າຍັງບໍ່ໄດ້ລະເວັ້ນກິ່ງເດີມໄວ້ ພຣະອົງກໍຈະບໍ່ລະເວັ້ນເຈົ້າໄວ້ເໝືອນກັນ.
22
ເຫດສະນັ້ນ, ຈົ່ງພິຈາລະນາທັງຄວາມເມດຕາ ແລະ ຄວາມເຂັ້ມງວດຂອງພຣະເຈົ້າຄື: ເຂັ້ມງວດກັບບັນດາຜູ້ທີ່ລົ້ມລົງ, ແຕ່ເມດຕາເຈົ້າກໍຕໍ່ເມື່ອເຈົ້າຍັງຕັ້ງໝັ້ນຄົງຢູ່ໃນຄວາມເມດຕາຂອງພຣະອົງ. ຖ້າບໍ່ດັ່ງນັ້ນເຈົ້າກໍຈະຖືກຕັດອອກເໝືອນກັນ.
23
ແລະ ຖ້າພວກເຂົາບໍ່ດື້ດ້ານຢູ່ໃນຄວາມບໍ່ເຊື່ອ ພວກເຂົາກໍຈະຖືກນໍາມາຕໍ່ເຂົ້າໃສ່ ເພາະວ່າພຣະເຈົ້າສາມາດນຳພວກເຂົາມາຕໍ່ເຂົ້າໃສ່ໄດ້ອີກ.
24
ດ້ວຍວ່າ ຖ້າເຈົ້າຖືກຕັດອອກຈາກຕົ້ນທີ່ເປັນຕົ້ນໝາກກອກປ່າຕາມທຳມະຊາດ ແລະ ນຳມາຕໍ່ກິ່ງເຂົ້າກັບຕົ້ນໝາກກອກບ້ານທີ່ຂັດກັບທຳມະຊາດ ຈະງ່າຍກວ່ານັ້ນຫລາຍເທົ່າໃດທີ່ຈະນຳເອົາກິ່ງຕ່າງໆຕາມທຳມະຊາດມາຕໍ່ເຂົ້າກັບຕົ້ນເດີມຂອງມັນເອງ!
25
ພີ່ນ້ອງທັງຫລາຍເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ເລື່ອງຂໍ້ລັບເລິກນີ້ ເພື່ອພວກເຈົ້າຈະບໍ່ໄດ້ຖືຕົນ ຄືອິດສະຣາເອນບາງຄົນຈະມີໃຈແຂງກະດ້າງຈົນກວ່າຄົນຕ່າງຊາດໄດ້ເຂົ້າມາຄົບຈຳນວນ
26
ແລະ ດ້ວຍວິທີນີ້ ອິດສະຣາເອນທັງໝົດກໍຈະພົ້ນຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ: “ພຣະຜູ້ຊ່ວຍໃຫ້ພົ້ນຈະມາຈາກຊີໂອນ, ພຣະອົງຈະກຳຈັດຄວາມອະທຳໃຫ້ພົ້ນຈາກຢາໂຄບ.
27
ແລະ ນີ້ເປັນ ພັນທະສັນຍາຂອງເຮົາກັບພວກເຂົາ ເມື່ອເຮົາຍົກຄວາມບາບຂອງພວກເຂົາໄປ”.
28
ຖ້າຈະເວົ້າຕາມຂ່າວປະເສີດ ພວກເຂົາເປັນສັດຕູເພື່ອເຫັນແກ່ພວກເຈົ້າ ແຕ່ຖ້າຈະເວົ້າຕາມການເລືອກໄວ້ນັ້ນ ພວກເຂົາກໍເປັນທີ່ຮັກເພື່ອເຫັນແກ່ບັນດາບັນພະບຸລຸດ,
29
ເພາະວ່າຂອງປະທານຈາກພຣະເຈົ້າ ແລະ ການເອີ້ນຂອງພຣະອົງນັ້ນປ່ຽນແປງບໍ່ໄດ້.
30
ເໝືອນກັນກັບພວກເຈົ້າເອງຜູ້ທີ່ເມື່ອກ່ອນເຄີຍບໍ່ເຊື່ອຟັງພຣະເຈົ້າ ແຕ່ບັດນີ້ ໄດ້ຮັບຄວາມເມດຕາອັນເປັນຜົນມາຈາກການບໍ່ເຊື່ອຟັງຂອງພວກເຂົາ,
31
ດັ່ງນັ້ນ ໃນເວລານີ້ພວກເຂົາກໍບໍ່ເຊື່ອຟັງເໝືອນກັນ ເພື່ອວ່າບັດນີ້ ພວກເຂົາກໍຈະໄດ້ຮັບຄວາມເມດຕາອັນເປັນຜົນມາຈາກຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ພວກເຈົ້າ.
32
ດ້ວຍວ່າ ພຣະເຈົ້າໄດ້ປ່ອຍໃຫ້ມະນຸດທັງຫລາຍບໍ່ເຊື່ອຟັງ ເພື່ອວ່າພຣະອົງຈະເມດຕາພວກເຂົາທຸກຄົນ.
33
ໂອ ຄວາມຮັ່ງມີແຫ່ງປັນຍາ ແລະ ຄວາມຮູ້ຂອງພຣະເຈົ້າກໍເລິກເຊິ່ງແທ້! ຂໍ້ຕັດສິນຂອງພຣະອົງນັ້ນກໍບໍ່ສາມາດຢັ່ງຮູ້ໄດ້ ແລະ ວິຖີທາງຂອງພຣະອົງກໍເກີນກວ່າຈະຄົ້ນຫາໄດ້!
34
“ຜູ້ໃດນໍ ຮູ້ຈິດໃຈຂອງອົງພຣະຜູ້ເປັນເຈົ້າໄດ້? ຫລື ຜູ້ໃດນໍ ທີ່ເປັນທີ່ປຶກສາຂອງພຣະອົງ?”
35
“ຜູ້ໃດນໍ ເຄີຍຖວາຍສິ່ງໃດໃຫ້ພຣະເຈົ້າ ທີ່ພຣະເຈົ້າຈະຕ້ອງໃຊ້ຄືນແກ່ຕົນ?”
36
ດ້ວຍວ່າ ສິ່ງສາລະພັດມາຈາກພຣະອົງ ໂດຍພຣະອົງ ແລະ ເພື່ອພຣະອົງ ຂໍໃຫ້ສະຫງ່າລາສີ ຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ! ອາແມນ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
Recommended Reading
Commentary
Romans Commentaries
→
Devotional
Romans Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→