bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 14
Romans 14
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 15 →
1
ຈົ່ງຍອມຮັບຜູ້ທີ່ອ່ອນແອໃນຄວາມເຊື່ອ ໂດຍບໍ່ການຜິດຖຽງກັນໃນເລື່ອງຄວາມເຫັນແຕກຕ່າງກັນ.
2
ຄົນໜຶ່ງເຊື່ອວ່າກິນໄດ້ທຸກຢ່າງ, ແຕ່ອີກຄົນໜຶ່ງທີ່ມີຄວາມເຊື່ອອ່ອນແອ ກໍກິນແຕ່ຜັກເທົ່ານັ້ນ.
3
ຄົນທີ່ກິນທຸກຢ່າງກໍຢ່າໄດ້ໝິ່ນປະໝາດຄົນທີ່ບໍ່ກິນ ແລະ ຄົນທີ່ບໍ່ກິນກໍຢ່າໄດ້ຕັດສິນຄົນທີ່ກິນ ເພາະພຣະເຈົ້າໄດ້ຍອມຮັບພວກເຂົາແລ້ວ.
4
ເຈົ້າແມ່ນຜູ້ໃດຈຶ່ງຈະຕັດສິນຄົນຮັບໃຊ້ຂອງຄົນອື່ນ? ຜູ້ຮັບໃຊ້ນັ້ນຈະຕັ້ງໝັ້ງຄົງ ຫລື ລົ້ມລົງກໍຂຶ້ນຢູ່ກັບນາຍຂອງພວກເຂົາ ແລະ ພວກເຂົາຈະຕັ້ງໝັ້ນຄົງຢູ່ໄດ້ ເພາະອົງພຣະຜູ້ເປັນເຈົ້າສາມາດເຮັດໃຫ້ພວກເຂົາຕັ້ງໝັ້ນຄົງຢູ່ໄດ້.
5
ຄົນໜຶ່ງຖືວ່າວັນໜຶ່ງສັກສິດກວ່າອີກວັນໜຶ່ງ; ສ່ວນອີກຄົນໜຶ່ງຖືວ່າທຸກວັນກໍເໝືອນກັນໝົດ. ແຕ່ລະຄົນຄວນແນ່ໃຈໃນຄວາມຄິດເຫັນຂອງຕົນຢ່າງເຕັມທີ່.
6
ຜູ້ໃດກໍຕາມຖືວັນໃດວັນໜຶ່ງເປັນພິເສດ ກໍຖືເພື່ອອົງພຣະຜູ້ເປັນເຈົ້າ. ຜູ້ທີ່ກິນຊີ້ນ ກໍກິນເພື່ອອົງພຣະຜູ້ເປັນເຈົ້າເພາະພວກເຂົາໄດ້ຂອບພຣະຄຸນພຣະເຈົ້າ ແລະ ຜູ້ທີ່ບໍ່ກິນ ກໍບໍ່ກິນເພື່ອອົງພຣະຜູ້ເປັນເຈົ້າ ແລະ ຂອບພຣະຄຸນພຣະເຈົ້າ.
7
ເພາະບໍ່ມີຜູ້ໃດໃນພວກເຮົາຈັກຄົນທີ່ມີຊີວິດຢູ່ເພື່ອຕົນເອງເທົ່ານັ້ນ ແລະ ບໍ່ມີຜູ້ໃດໃນພວກເຮົາຈັກຄົນທີ່ຕາຍເພື່ອຕົນເອງເທົ່ານັ້ນ.
8
ຖ້າພວກເຮົາຢູ່ ພວກເຮົາກໍຢູ່ເພື່ອອົງພຣະຜູ້ເປັນເຈົ້າ ແລະ ຖ້າພວກເຮົາຕາຍ ພວກເຮົາກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ, ດັ່ງນັ້ນ ບໍ່ວ່າພວກເຮົາຈະຢູ່ ຫລື ຕາຍ, ພວກເຮົາກໍເປັນຂອງອົງພຣະຜູ້ເປັນເຈົ້າ.
9
ເພາະເຫດນີ້ແຫລະ, ພຣະຄຣິດເຈົ້າໄດ້ຕາຍ ແລະ ໄດ້ຄືນມາສູ່ຊີວິດ ກໍເພື່ອພຣະອົງຈະເປັນອົງພຣະຜູ້ເປັນເຈົ້າຂອງທັງຄົນຕາຍ ແລະ ຄົນເປັນ.
10
ແລ້ວເປັນຫຍັງ ພວກເຈົ້າຈຶ່ງຕັດສິນພີ່ນ້ອງຂອງຕົນ? ຫລື ເປັນຫຍັງພວກເຈົ້າຈຶ່ງໝິ່ນປະໝາດພີ່ນ້ອງຂອງຕົນ? ເພາະວ່າ ພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະເຈົ້າ
11
ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ເຮົາມີຊີວິດຢູ່ແນ່ນອນສັນໃດ ທຸກຄົນຈະຄຸເຂົ່າຂາບລົງຕໍ່ໜ້າເຮົາສັນນັ້ນ; ທຸກລີ້ນຈະຍອມຮັບພຣະເຈົ້າ’”.
12
ດັ່ງນັ້ນ ພວກເຮົາແຕ່ລະຄົນຈະຕ້ອງລາຍງານເລື່ອງຂອງຕົນເອງຕໍ່ພຣະເຈົ້າ.
13
ເຫດສະນັ້ນ ໃຫ້ພວກເຮົາເລີກຕັດສິນກັນ. ແຕ່ຈົ່ງຕັດສິນໃຈວ່າຈະບໍ່ວາງສິ່ງທີ່ເຮັດໃຫ້ສະດຸດ ຫລື ວາງເຄື່ອງກີດຂວາງໃນທາງຂອງພີ່ນ້ອງ.
14
ໃນຖານະຜູ້ທີ່ຢູ່ໃນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ເຮົາແນ່ໃຈຢ່າງເຕັມທີ່ວ່າບໍ່ມີອາຫານໃດ ເປັນມົນທິນໃນໂຕຂອງມັນເອງ, ແຕ່ຖ້າຜູ້ໃດຖືວ່າສິ່ງໃດເປັນມົນທິນ ສິ່ງນັ້ນກໍເປັນມົນທິນສຳລັບລາວ.
15
ຖ້າພີ່ນ້ອງຂອງພວກເຈົ້າເປັນທຸກໃຈເພາະສິ່ງທີ່ພວກເຈົ້າກິນ ພວກເຈົ້າກໍບໍ່ໄດ້ປະພຶດຕົນດ້ວຍຄວາມຮັກອີກຕໍ່ໄປ. ຢ່າໃຫ້ການກິນຂອງພວກເຈົ້າທຳລາຍຄົນທີ່ພຣະຄຣິດເຈົ້າໄດ້ຕາຍແທນນັ້ນຕ້ອງຈິບຫາຍໄປ.
16
ດັ່ງນັ້ນ ຢ່າໃຫ້ສິ່ງທີ່ເຈົ້າເຫັນວ່າດີນັ້ນຖືກກ່າວວ່າເປັນສິ່ງຊົ່ວຮ້າຍ.
17
ດ້ວຍວ່າ ອານາຈັກຂອງພຣະເຈົ້າບໍ່ແມ່ນເລື່ອງຂອງການກິນ ແລະ ການດື່ມ ແຕ່ເປັນເລື່ອງຂອງຄວາມຊອບທຳ, ສັນຕິສຸກ ແລະ ຄວາມຊື່ນຊົມຍິນດີໃນພຣະວິນຍານບໍລິສຸດເຈົ້າ,
18
ເພາະວ່າ ຜູ້ໃດທີ່ຮັບໃຊ້ພຣະຄຣິດເຈົ້າຢ່າງນີ້ກໍເປັນທີ່ພໍໃຈພຣະເຈົ້າ ແລະ ເປັນທີ່ພໍໃຈມະນຸດດ້ວຍ.
19
ເຫດສະນັ້ນ, ໃຫ້ພວກເຮົາພະຍາຍາມທີ່ຈະເຮັດສິ່ງທີ່ນຳໄປສູ່ຄວາມສະຫງົບສຸກ ແລະ ການເສີມສ້າງເຊິ່ງກັນແລະກັນ.
20
ຢ່າທຳລາຍກິດຈະການຂອງພຣະເຈົ້າເພາະເຫັນແກ່ອາຫານເລີຍ. ອາຫານທຸກຢ່າງປາດສະຈາກມົນທິນກໍຈິງ, ແຕ່ຖ້າຄົນໃດທີ່ກິນສິ່ງໃດແລ້ວເຮັດໃຫ້ຄົນອື່ນສະດຸດໃຈກໍມີຄວາມຜິດ.
21
ການບໍ່ກິນຊີ້ນສັດ ຫລື ດື່ມເຫລົ້າອະງຸ່ນ ຫລື ເຮັດສິ່ງອື່ນໃດ ກໍດີກວ່າເປັນຕົ້ນເຫດໃຫ້ພີ່ນ້ອງສະດຸດໃຈ.
22
ດັ່ງນັ້ນ ສິ່ງໃດກໍຕາມທີ່ພວກເຈົ້າເຊື່ອກ່ຽວກັບເລື່ອງເຫລົ່ານີ້ ຈົ່ງຢຶດຖືໄວ້ເປັນເລື່ອງລະຫວ່າງພວກເຈົ້າເອງກັບພຣະເຈົ້າ. ຄວາມສຸກມີແກ່ຜູ້ທີ່ບໍ່ກ່າວໂທດຕົນເອງໃນສິ່ງທີ່ຕົນເຫັນວ່າດີ.
23
ແຕ່ຜູ້ທີ່ຍັງສົງໄສຢູ່ນັ້ນ ຖ້າພວກເຂົາກິນກໍມີຄວາມຜິດ ເພາະພວກເຂົາບໍ່ໄດ້ກິນຕາມຄວາມເຊື່ອ ແລະ ສິ່ງໃດທີ່ເຮັດໄປໂດຍບໍ່ເກີດຈາກຄວາມເຊື່ອກໍເປັນບາບ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
Recommended Reading
Commentary
Romans Commentaries
→
Devotional
Romans Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→