bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 3
Romans 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 4 →
1
ຖ້າຢ່າງນັ້ນ ການເປັນຄົນຢິວຈະໄດ້ປຽບກວ່າຄົນອື່ນຢ່າງໃດ ຫລື ການຮັບພິທີຕັດມີປະໂຫຍດອັນໃດ?
2
ກໍມີປະໂຫຍດຫລາຍໃນທຸກດ້ານ! ປະການທຳອິດ ພວກເຂົາໄດ້ຮັບມອບໝາຍໃຫ້ຮັກສາທຸກຖ້ອຍຄຳຂອງພຣະເຈົ້າ.
3
ຖ້າມີບາງຄົນບໍ່ສັດຊື່ ແລ້ວຈະເປັນຢ່າງໃດ? ຄວາມບໍ່ສັດຊື່ຂອງພວກເຂົານັ້ນຈະເຮັດໃຫ້ຄວາມສັດຊື່ຂອງພຣະເຈົ້າເສຍປະໂຫຍດບໍ?
4
ບໍ່ເປັນຢ່າງນັ້ນ! ພຣະເຈົ້າກ່າວແຕ່ຄວາມຈິງ ເຖິງແມ່ນວ່າມະນຸດທຸກຄົນຈະເປັນຄົນເວົ້າຕົວະກໍຕາມ. ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ: “ເພື່ອພຣະອົງຈະໄດ້ຮັບການພິສູດວ່າ ເປັນຝ່າຍຖືກເມື່ອພຣະອົງກ່າວ ແລະ ຊະນະເມື່ອພຣະອົງພິພາກສາ”.
5
ແຕ່ຖ້າຄວາມອະທຳຂອງພວກເຮົາເຮັດໃຫ້ເຫັນຄວາມຊອບທຳຂອງພຣະເຈົ້າຊັດເຈນຫລາຍຂຶ້ນ ພວກເຮົາຈະວ່າຢ່າງໃດ? ຈະວ່າພຣະເຈົ້າບໍ່ຍຸຕິທຳບໍທີ່ໃຫ້ຄວາມໂກດຮ້າຍຂອງພຣະອົງລົງມາເທິງພວກເຮົາ? (ເຮົາກຳລັງໃຊ້ເຫດຜົນຢ່າງມະນຸດ.)
6
ບໍ່ແມ່ນຢ່າງນັ້ນແນ່ນອນ! ເພາະຖ້າເປັນຢ່າງນັ້ນແລ້ວ, ພຣະເຈົ້າຈະພິພາກສາໂລກໄດ້ຢ່າງໃດ?
7
ມີບາງຄົນອາດຕອບໂຕ້ວ່າ, “ຖ້າຄວາມຕົວະຂອງເຮົາເຮັດໃຫ້ເຫັນຄວາມສັດຊື່ຂອງພຣະເຈົ້າຊັດເຈນຂຶ້ນ ແລະ ເປັນການເພີ່ມເຕີມກຽດຕິຍົດຂອງພຣະອົງ, ແລ້ວເປັນຫຍັງເຮົາຍັງຖືກຕັດສິນລົງໂທດວ່າເປັນຄົນບາບ?”
8
ເປັນຫຍັງບໍ່ກ່າວວ່າ, “ໃຫ້ພວກເຮົາເຮັດຊົ່ວເພື່ອຄວາມດີຈະໄດ້ເກີດຂຶ້ນ”? ຕາມທີ່ມີບາງຄົນໃສ່ຮ້າຍວ່າເຮົາເວົ້າຢ່າງນັ້ນ. ການລົງໂທດຄົນຢ່າງນັ້ນກໍຍຸຕິທຳແລ້ວ.
9
ຖ້າດັ່ງນັ້ນແລ້ວເຮົາຈະສະຫລຸບວ່າຢ່າງໃດ? ພວກເຮົາຊາວຢິວໄດ້ປຽບ ກວ່າຄົນອື່ນບໍ? ບໍ່ເປັນດັ່ງນັ້ນດອກ! ເພາະເຮົາກໍໄດ້ຊີ້ໃຫ້ເຫັນແລ້ວວ່າທັງຄົນຢິວ ແລະ ຄົນຕ່າງຊາດກໍລ້ວນແຕ່ຢູ່ໃຕ້ອຳນາດຂອງຄວາມບາບເໝືອນກັນທຸກຄົນ.
10
ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ບໍ່ມີຈັກຄົນທີ່ຊອບທຳ ບໍ່ມີແມ່ນແຕ່ຄົນດຽວ;
11
ບໍ່ມີຜູ້ໃດທີ່ເຂົ້າໃຈ ບໍ່ມີຜູ້ໃດທີ່ສະແຫວງຫາພຣະເຈົ້າ.
12
ທຸກຄົນໄດ້ຫັນໜີໄປ, ພວກເຂົາພາກັນກາຍເປັນຄົນໄຮ້ຄ່າໄປໝົດ; ບໍ່ມີຈັກຄົນທີ່ເຮັດຄວາມດີ ບໍ່ມີແມ່ນແຕ່ຄົນດຽວ”.
13
“ຄໍຂອງພວກເຂົາຄືຂຸມຝັງສົບທີ່ໄຂຢູ່ ພວກເຂົາໃຊ້ລີ້ນຂອງຕົນໃນການລໍ້ລວງ”. “ມີພິດງູຮ້າຍຢູ່ທີ່ຮິມສົບຂອງພວກເຂົາ”.
14
“ປາກຂອງພວກເຂົາເຕັມໄປດ້ວຍຄຳສາບແຊ່ງ ແລະ ຄຳຂົມຂື່ນ”.
15
“ຕີນຂອງພວກເຂົາວ່ອງໄວໃນການເຮັດໃຫ້ນອງເລືອດ;
16
ພວກເຂົາປະແຕ່ຄວາມຈິບຫາຍ ແລະ ຄວາມທຸກໄວ້ຕາມທາງຂອງພວກເຂົາ,
17
ແລະ ພວກເຂົາບໍ່ຮູ້ຈັກທາງແຫ່ງຄວາມສະຫງົບສຸກ”.
18
“ພວກເຂົາບໍ່ຄິດທີ່ຈະຢ້ານກົວພຣະເຈົ້າເລີຍ”.
19
ບັດນີ້ ພວກເຮົາຮູ້ວ່າສິ່ງໃດທີ່ກົດບັນຍັດໄດ້ກ່າວໄວ້ກໍກ່າວແກ່ຜູ້ທີ່ຢູ່ໃຕ້ກົດບັນຍັດ, ເພື່ອວ່າທຸກປາກຈະມິດງຽບຢູ່ ແລະ ເພື່ອໃຫ້ທັງໂລກຮັບຜິດຊອບຕໍ່ພຣະເຈົ້າ.
20
ເຫດສະນັ້ນ, ບໍ່ມີຜູ້ໃດທີ່ຖືວ່າເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າໂດຍການເຮັດຕາມກົດບັນຍັດ, ກົດບັນຍັດພຽງແຕ່ເຮັດໃຫ້ພວກເຮົາສັງເກດຮູ້ຈັກຄວາມບາບ.
21
ແຕ່ບັດນີ້ ຄວາມຊອບທຳຈາກພຣະເຈົ້າ ເຊິ່ງຢູ່ນອກກົດບັນຍັດນັ້ນໄດ້ປາກົດແຈ້ງແລ້ວ, ເຊິ່ງໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍໄດ້ເປັນພະຍານເຖິງເລື່ອງນີ້.
22
ຄວາມຊອບທຳນີ້ແມ່ນໄດ້ມາຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າໄປເຖິງທຸກຄົນທີ່ເຊື່ອ ເຊິ່ງບໍ່ມີຂໍ້ແຕກຕ່າງກັນລະຫວ່າງຄົນຢິວ ແລະ ຄົນຕ່າງຊາດ,
23
ເພາະວ່າທຸກຄົນໄດ້ເຮັດບາບ ແລະ ຂາດຈາກສະຫງ່າລາສີຂອງພຣະເຈົ້າ,
24
ແລະ ພຣະເຈົ້າໄດ້ຖືວ່າພວກເຂົາເປັນຄົນຊອບທຳ ໂດຍພຣະຄຸນຂອງພຣະອົງທີ່ບໍ່ຄິດຄ່າ ຜ່ານທາງການໄຖ່ທີ່ມາໂດຍພຣະຄຣິດເຈົ້າເຢຊູ.
25
ພຣະເຈົ້າໃຫ້ພຣະເຢຊູເຈົ້າເປັນເຄື່ອງຖວາຍບູຊາໄຖ່ບາບ ແກ່ທຸກຄົນທີ່ມີຄວາມເຊື່ອໃນໂລຫິດຂອງພຣະເຢຊູເຈົ້າ. ພຣະເຈົ້າກະທຳເຊັ່ນນີ້ກໍເພື່ອສະແດງໃຫ້ເຫັນຄວາມຍຸຕິທຳຂອງພຣະອົງ ເພາະໂດຍຄວາມອົດກັ້ນ ພຣະອົງຈຶ່ງບໍ່ໄດ້ລົງໂທດພວກເຂົາທີ່ໄດ້ເຮັດບາບກ່ອນໜ້ານັ້ນ.
26
ພຣະອົງໄດ້ເຮັດຢ່າງນີ້ກໍເພື່ອສະແດງຄວາມຍຸຕິທຳຂອງພຣະອົງໃນເວລາປັດຈຸບັນ ເພື່ອວ່າພຣະອົງຈະເປັນຜູ້ຊອບທຳ ແລະ ເປັນຜູ້ທີ່ເຮັດໃຫ້ບັນດາຄົນທີ່ມີຄວາມເຊື່ອໃນພຣະເຢຊູເຈົ້າຖືກນັບວ່າເປັນຜູ້ຊອບທຳດ້ວຍ.
27
ເມື່ອເປັນຢ່າງນີ້ແລ້ວ ເຮົາມີສິ່ງໃດທີ່ຈະອວດອ້າງໄດ້? ບໍ່ມີເລີຍ ຈະອ້າງສິ່ງໃດເປັນຫລັກ? ຈະອ້າງວ່າໂດຍການປະຕິບັດຕາມກົດບັນຍັດບໍ? ບໍ່ດອກ, ແຕ່ໂດຍການອ້າງຄວາມເຊື່ອເປັນຫລັກ.
28
ເພາະພວກເຮົາຢືນຢັນວ່າຄົນໃດຄົນໜຶ່ງຈະຖືວ່າເປັນຄົນຊອບທຳໄດ້ກໍໂດຍຄວາມເຊື່ອ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ.
29
ຫລື ພຣະເຈົ້າເປັນພຣະເຈົ້າຂອງຄົນຢິວເທົ່ານັ້ນບໍ? ພຣະອົງບໍ່ໄດ້ເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍບໍ? ແມ່ນແລ້ວ, ພຣະອົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍ,
30
ດ້ວຍວ່າ ມີພຣະເຈົ້າພຽງແຕ່ອົງດຽວ, ພຣະອົງຈະຖືວ່າຄົນທີ່ຮັບພິທີຕັດນັ້ນເປັນຄົນຊອບທຳໂດຍຄວາມເຊື່ອ ແລະ ຈະຖືວ່າຄົນທີ່ບໍ່ຮັບພິທີຕັດກໍເປັນຄົນຊອບທຳໂດຍທາງຄວາມເຊື່ອເໝືອນກັນ.
31
ຖ້າຢ່າງນັ້ນ ພວກເຮົາລຶບລ້າງກົດບັນຍັດດ້ວຍຄວາມເຊື່ອບໍ? ບໍ່ແມ່ນຢ່າງນັ້ນດອກ! ພວກເຮົາເປັນຜູ້ສະໜັບສະໜູນກົດບັນຍັດ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16