bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 6
Romans 6
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 7 →
1
ຖ້າເປັນຢ່າງນັ້ນແລ້ວພວກເຮົາຈະວ່າຢ່າງໃດ? ພວກເຮົາຄວນສືບຕໍ່ເຮັດບາບເພື່ອວ່າພຣະຄຸນຂອງພຣະເຈົ້າອາດເພີ່ມຂຶ້ນບໍ?
2
ບໍ່ເປັນຢ່າງນັ້ນດອກ! ພວກເຮົາເປັນຜູ້ທີ່ໄດ້ຕາຍຕໍ່ບາບກຳນັ້ນແລ້ວ; ພວກເຮົາຈະດຳເນີນຊີວິດໃນຄວາມບາບນັ້ນຕໍ່ໄປໄດ້ຢ່າງໃດ?
3
ຫລື ພວກເຈົ້າບໍ່ຮູ້ບໍວ່າພວກເຮົາທັງໝົດທີ່ໄດ້ຮັບບັບຕິສະມາເຂົ້າໃນພຣະຄຣິດເຈົ້າເຢຊູ ກໍໄດ້ຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ?
4
ເຫດສະນັ້ນ, ພວກເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວ ໂດຍການຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ ເພື່ອວ່າພວກເຮົາເອງກໍຈະໄດ້ມີຊີວິດໃໝ່ ເໝືອນດັ່ງທີ່ພຣະຄຣິດເຈົ້າໄດ້ຖືກເຮັດໃຫ້ເປັນຄືນມາຈາກຕາຍດ້ວຍສະຫງ່າລາສີຂອງພຣະບິດາເຈົ້າ.
5
ເພາະຖ້າພວກເຮົາໄດ້ມີສ່ວນຮ່ວມກັບພຣະອົງໃນການຕາຍເໝືອນພຣະອົງແລ້ວ, ພວກເຮົາກໍຈະມີສ່ວນຮ່ວມໃນການເປັນຄືນມາຈາກຕາຍເໝືອນພຣະອົງ.
6
ເພາະພວກເຮົາຮູ້ແລ້ວວ່າ ຊີວິດເກົ່າຂອງພວກເຮົາຖືກຄຶງໄວ້ກັບພຣະອົງແລ້ວ ເພື່ອວ່າກາຍທີ່ຖືກຄອບຄອງໂດຍບາບນັ້ນຈະຖືກກຳຈັດໄປ ເພື່ອພວກເຮົາຈະບໍ່ເປັນຂ້າທາດຂອງຄວາມບາບອີກຕໍ່ໄປ
7
ເພາະວ່າ ຜູ້ໃດທີ່ຕາຍໄປແລ້ວກໍເປັນອິດສະຫລະຈາກຄວາມບາບ.
8
ບັດນີ້ ຖ້າພວກເຮົາໄດ້ຕາຍກັບພຣະຄຣິດເຈົ້າແລ້ວ, ພວກເຮົາເຊື່ອວ່າພວກເຮົາຈະມີຊີວິດຢູ່ດ້ວຍກັນກັບພຣະອົງ.
9
ເພາະພວກເຮົາຮູ້ວ່າພຣະຄຣິດເຈົ້າຖືກເຮັດໃຫ້ເປັນຄືນມາຈາກຕາຍແລ້ວ ພຣະອົງຈະບໍ່ມີວັນຕາຍອີກ, ຄວາມຕາຍບໍ່ມີອຳນາດເໜືອພຣະອົງອີກຕໍ່ໄປ.
10
ທີ່ພຣະອົງຕາຍນັ້ນກໍຕາຍຕໍ່ບາບຄັ້ງດຽວພໍ ແຕ່ທີ່ພຣະອົງມີຊີວິດຢູ່ນັ້ນພຣະອົງກໍມີຊີວິດຢູ່ເພື່ອພຣະເຈົ້າ.
11
ໃນທຳນອງດຽວກັນ ຈົ່ງຖືວ່າພວກເຈົ້າເອງໄດ້ຕາຍຕໍ່ຄວາມບາບແລ້ວ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະຄຣິດເຈົ້າເຢຊູ.
12
ເຫດສະນັ້ນ, ຢ່າໃຫ້ຄວາມບາບໄດ້ຄອບຄອງຮ່າງກາຍທີ່ຕ້ອງຕາຍຂອງພວກເຈົ້າ ເຊິ່ງເຮັດໃຫ້ພວກເຈົ້າຕ້ອງຍອມເຮັດຕາມຄວາມປາຖະໜາຊົ່ວຂອງຮ່າງກາຍນັ້ນ.
13
ຢ່າມອບອະໄວຍະວະສ່ວນໃດໃນຮ່າງກາຍຂອງພວກເຈົ້າໃຫ້ແກ່ຄວາມບາບ ເພື່ອເປັນເຄື່ອງມືຂອງຄວາມຊົ່ວຮ້າຍ ແຕ່ຈົ່ງຖວາຍໂຕຂອງພວກເຈົ້າເອງແກ່ພຣະເຈົ້າໃນຖານະເປັນຜູ້ທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍສູ່ຊີວິດ; ແລະ ຈົ່ງຖວາຍອະໄວຍະວະທຸກສ່ວນໃນຮ່າງກາຍຂອງພວກເຈົ້າແກ່ພຣະອົງ ເພື່ອເປັນເຄື່ອງມືຂອງຄວາມຊອບທຳ.
14
ເພາະຄວາມບາບຈະບໍ່ເປັນນາຍຂອງພວກເຈົ້າອີກຕໍ່ໄປ, ເພາະວ່າພວກເຈົ້າບໍ່ໄດ້ຢູ່ພາຍໃຕ້ກົດບັນຍັດ, ແຕ່ຢູ່ພາຍໃຕ້ພຣະຄຸນ.
15
ຖ້າເປັນເຊັ່ນນີ້ແລ້ວຈະວ່າຢ່າງໃດ? ພວກເຮົາຈະເຮັດບາບເພາະພວກເຮົາບໍ່ໄດ້ຢູ່ພາຍໃຕ້ກົດບັນຍັດແຕ່ຢູ່ພາຍໃຕ້ພຣະຄຸນບໍ? ຢ່າໃຫ້ເປັນຢ່າງນັ້ນເລີຍ!
16
ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າຍອມມອບພວກເຈົ້າເອງໃຫ້ເຊື່ອຟັງຢ່າງຂ້າທາດຕໍ່ຜູ້ໃດ ພວກເຈົ້າກໍເປັນຂ້າທາດຂອງຜູ້ທີ່ພວກເຈົ້າເຊື່ອຟັງນັ້ນ? ບໍ່ວ່າພວກເຈົ້າຈະເປັນຂ້າທາດຂອງຄວາມບາບ ເຊິ່ງນຳໄປສູ່ຄວາມຕາຍ ຫລື ເປັນຂ້າທາດຂອງການເຊື່ອຟັງ ເຊິ່ງນຳໄປສູ່ຄວາມຊອບທຳ.
17
ແຕ່ຈົ່ງຂອບພຣະຄຸນພຣະເຈົ້າທີ່ເຖິງແມ່ນວ່າພວກເຈົ້າເຄີຍເປັນຂ້າທາດຂອງຄວາມບາບ ແຕ່ພວກເຈົ້າກໍໄດ້ເຊື່ອຟັງຄຳສອນທີ່ໄດ້ມອບໝາຍໃຫ້ແກ່ພວກເຈົ້ານັ້ນຢ່າງສຸດໃຈ.
18
ພວກເຈົ້າໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະຈາກຄວາມບາບ ແລະ ໄດ້ກາຍເປັນຂ້າທາດຂອງຄວາມຊອບທຳແລ້ວ.
19
ເຮົາກຳລັງຍົກຕົວຢ່າງຈາກຊີວິດປະຈໍາວັນກໍເພາະຄວາມຈໍາກັດຂອງຄວາມເປັນມະນຸດຂອງພວກເຈົ້າ. ເຊັ່ນດຽວກັນກັບທີ່ພວກເຈົ້າເຄີຍມອບຕົນເອງໃຫ້ເປັນຂ້າທາດຂອງຄວາມເປື້ອນເປິ ແລະ ຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນເລື້ອຍໆຢ່າງໃດ, ບັດນີ້ ພວກເຈົ້າກໍຈົ່ງມອບຕົນເອງໃຫ້ເປັນຂ້າທາດຂອງຄວາມຊອບທຳທີ່ນຳມາສູ່ຄວາມບໍລິສຸດ.
20
ເມື່ອພວກເຈົ້າເປັນຂ້າທາດຂອງຄວາມບາບ ພວກເຈົ້າກໍບໍ່ໄດ້ຢູ່ພາຍໃຕ້ການຄຸ້ມຄອງຂອງຄວາມຊອບທຳ.
21
ໃນເວລານັ້ນພວກເຈົ້າໄດ້ຮັບປະໂຫຍດຫຍັງຈາກສິ່ງເຫລົ່ານັ້ນ ເຊິ່ງເວລານີ້ພວກເຈົ້າກໍລະອາຍໃຈ? ຜົນຂອງສິ່ງເຫລົ່ານັ້ນກໍຄືຄວາມຕາຍ!
22
ແຕ່ບັດນີ້ພວກເຈົ້າໄດ້ເປັນອິດສະຫລະຈາກຄວາມບາບແລ້ວ ແລະ ໄດ້ກາຍເປັນຂ້າທາດຂອງພຣະເຈົ້າແລ້ວ, ປະໂຫຍດທີ່ພວກເຈົ້າໄດ້ຮັບນັ້ນນຳໄປສູ່ຄວາມບໍລິສຸດ ແລະ ຜົນທີ່ໄດ້ຮັບກໍຄືຊີວິດນິລັນດອນ.
23
ເພາະຄ່າຕອບແທນຂອງຄວາມບາບກໍຄືຄວາມຕາຍ, ແຕ່ຂອງປະທານທີ່ມາຈາກພຣະເຈົ້າກໍຄືຊີວິດນິລັນດອນໃນ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16