bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 2
Romans 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 3 →
1
ເຫດສະນັ້ນ ພວກເຈົ້າກໍບໍ່ມີຂໍ້ແກ້ໂຕ, ພວກເຈົ້າຜູ້ຕັດສິນຄົນອື່ນ ເພາະວ່າພວກເຈົ້າຈະຕັດສິນຄົນອື່ນດ້ວຍປະການໃດ ພວກເຈົ້າກໍກ່າວໂທດໃສ່ຕົນເອງດ້ວຍ, ເພາະວ່າພວກເຈົ້າຜູ້ເປັນຄົນຕັດສິນຄົນອື່ນກໍຍັງເຮັດຢ່າງດຽວກັນ.
2
ພວກເຮົາຮູ້ຢູ່ວ່າການທີ່ພຣະເຈົ້າພິພາກສາລົງໂທດຜູ້ທີ່ເຮັດຢ່າງນັ້ນແມ່ນອີງໃສ່ຄວາມຈິງ.
3
ດັ່ງນັ້ນ ເມື່ອເຈົ້າຜູ້ເປັນພຽງແຕ່ມະນຸດທີ່ຕັດສິນຄົນອື່ນກໍຍັງເຮັດຢ່າງດຽວກັນກັບພວກເຂົາ, ພວກເຈົ້າຄິດວ່າພວກເຈົ້າຈະໜີຈາກການພິພາກສາລົງໂທດຂອງພຣະເຈົ້າໄດ້ບໍ?
4
ຫລື ພວກເຈົ້າໝິ່ນປະໝາດຄວາມເມດຕາອັນອຸດົມສົມບູນຂອງພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນອັນລົ້ນເຫລືອຂອງພຣະອົງ, ພວກເຈົ້າບໍ່ຮູ້ບໍວ່າຄວາມເມດຕາຂອງພຣະເຈົ້ານັ້ນແມ່ນມີໄວ້ເພື່ອນຳພວກເຈົ້າໃຫ້ກັບໃຈໃໝ່?
5
ແຕ່ເພາະພວກເຈົ້າມີໃຈແຂງກະດ້າງ ແລະ ບໍ່ຍອມກັບໃຈ, ພວກເຈົ້າຈຶ່ງສະສົມຄວາມໂກດຮ້າຍຕໍ່ສູ້ຕົນເອງໄວ້ສຳລັບວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ, ເມື່ອພຣະອົງສະແດງການພິພາກສາອັນຊອບທຳ.
6
ພຣະເຈົ້າ “ຈະຕອບແທນແຕ່ລະຄົນຕາມການກະທຳຂອງພວກເຂົາ”.
7
ສຳລັບຄົນທີ່ບໍ່ທໍ້ຖອຍໃນການເຮັດຄວາມດີ ຄືຄົນທີ່ສະແຫວງຫາສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດທີ່ຕາຍບໍ່ເປັນນັ້ນ, ພຣະອົງກໍຈະໃຫ້ຊີວິດນິລັນດອນແກ່ພວກເຂົາ.
8
ແຕ່ຜູ້ທີ່ສະແຫວງຫາຜົນປະໂຫຍດໃສ່ຕົນເອງ ແລະ ຜູ້ທີ່ປະຕິເສດຄວາມຈິງ ແລະ ຕິດຕາມຄວາມຊົ່ວຈະໄດ້ຮັບຄວາມໂກດຮ້າຍ ແລະ ການລົງໂທດ.
9
ຄວາມທຸກລຳບາກ ແລະ ຄວາມໂສກເສົ້າເສຍໃຈຈະເກີດມີແກ່ມະນຸດທຸກຄົນທີ່ເຮັດຊົ່ວຄື: ພວກຢິວກ່ອນ ຕໍ່ມາກໍແມ່ນຄົນຕ່າງຊາດ;
10
ແຕ່ສະຫງ່າລາສີ, ກຽດຕິຍົດ ແລະ ສັນຕິສຸກຈະເກີດມີແກ່ທຸກຄົນທີ່ເຮັດຄວາມດີຄື: ພວກຢິວກ່ອນ ຕໍ່ມາກໍແມ່ນຄົນຕ່າງຊາດ.
11
ເພາະວ່າພຣະເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດ.
12
ຄົນບາບທຸກຄົນທີ່ບໍ່ມີກົດບັນຍັດ ແລະ ໄດ້ເຮັດບາບຈະຕ້ອງຈິບຫາຍໄປໂດຍບໍ່ຕ້ອງອ້າງເຖິງກົດບັນຍັດ, ແຕ່ຄົນບາບທຸກຄົນທີ່ຢູ່ພາຍໃຕ້ກົດບັນຍັດ ແລະ ໄດ້ເຮັດບາບຈະຖືກຕັດສິນຕາມກົດບັນຍັດນັ້ນ.
13
ດ້ວຍວ່າ ຜູ້ທີ່ຊອບທຳໃນສາຍຕາພຣະເຈົ້າບໍ່ແມ່ນຜູ້ທີ່ໄດ້ຍິນໄດ້ຟັງກົດບັນຍັດ ແຕ່ແມ່ນຜູ້ທີ່ໄດ້ເຮັດຕາມກົດບັນຍັດເທົ່ານັ້ນທີ່ພຣະເຈົ້າຈະປະກາດວ່າເປັນຜູ້ຊອບທຳ.
14
(ແທ້ຈິງແລ້ວ ຄົນຕ່າງຊາດຜູ້ທີ່ບໍ່ມີກົດບັນຍັດ ເມື່ອໄດ້ປະຕິບັດຕາມສິ່ງທີ່ກົດບັນຍັດກຳນົດໄວ້ຕາມນິໄສປົກກະຕິຂອງພວກເຂົາແລ້ວ ພວກເຂົາກໍຍັງເປັນກົດບັນຍັດໃຫ້ຕົນເອງເຖິງແມ່ນວ່າພວກເຂົາບໍ່ມີກົດບັນຍັດກໍຕາມ.
15
ເພາະພວກເຂົາສະແດງໃຫ້ເຫັນວ່າຂໍ້ກຳນົດຕ່າງໆຂອງກົດບັນຍັດ ໄດ້ຈາລຶກຢູ່ໃນຫົວໃຈຂອງພວກເຂົາ, ຈິດສຳນຶກຂອງພວກເຂົາກໍເປັນພະຍານເໝືອນກັນ ແລະ ຄວາມຄິດຂອງພວກເຂົານັ້ນແຫລະທີ່ກ່າວໂທດ ຫລື ຈະແກ້ໂຕໃຫ້ພວກເຂົາ.)
16
ສິ່ງນີ້ຈະເກີດຂຶ້ນໃນວັນທີ່ພຣະເຈົ້າຈະໃຫ້ພຣະເຢຊູຄຣິດເຈົ້າ ພິພາກສາຄວາມລັບຂອງມະນຸດ ຕາມທີ່ລະບຸໄວ້ໃນຂ່າວປະເສີດທີ່ເຮົາໄດ້ປະກາດແລ້ວນັ້ນ.
17
ແຕ່ຖ້າພວກເຈົ້າເອີ້ນຕົນເອງວ່າເປັນຄົນຢິວ, ຖ້າພວກເຈົ້າເພິ່ງພາກົດບັນຍັດ ແລະ ອວດອ້າງວ່າພວກເຈົ້າມີຄວາມສຳພັນໃກ້ຊິດກັບພຣະເຈົ້າ,
18
ຖ້າພວກເຈົ້າຮູ້ຄວາມປະສົງຂອງພຣະອົງ ແລະ ເຫັນພ້ອມໃນສິ່ງທີ່ດີເລີດ ເພາະພວກເຈົ້າໄດ້ຮັບການສອນຈາກກົດບັນຍັດ,
19
ຖ້າພວກເຈົ້າໝັ້ນໃຈວ່າຕົນເປັນຜູ້ນຳທາງໃຫ້ຄົນຕາບອດ, ເປັນຄວາມສະຫວ່າງໃຫ້ແກ່ຜູ້ທີ່ຕົກຢູ່ໃນຄວາມມືດ,
20
ເປັນຜູ້ສອນຄົນໂງ່, ເປັນຄູສອນເດັກນ້ອຍ ເພາະເຈົ້າມີຄວາມຮູ້ ແລະ ຄວາມຈິງທີ່ຢູ່ໃນກົດບັນຍັດ
21
ແລ້ວພວກເຈົ້າຜູ້ສອນຄົນອື່ນເປັນຫຍັງພວກເຈົ້າຈຶ່ງບໍ່ສອນຕົນເອງ? ພວກເຈົ້າຜູ້ເທດສະໜາວ່າຢ່າລັກ, ແຕ່ພວກເຈົ້າຍັງລັກຢູ່ບໍ?
22
ພວກເຈົ້າຜູ້ກ່າວວ່າຢ່າຫລິ້ນຊູ້ ແຕ່ພວກເຈົ້າເອງຍັງຫລິ້ນຊູ້ຢູ່ບໍ? ພວກເຈົ້າຜູ້ກຽດຊັງຮູບເຄົາລົບ ແຕ່ພວກເຈົ້າເອງຍັງປຸ້ນວິຫານຢູ່ບໍ?
23
ພວກເຈົ້າຜູ້ອວດອ້າງໃນກົດບັນຍັດ ແຕ່ພວກເຈົ້າເອງໝິ່ນປະໝາດພຣະເຈົ້າໂດຍຝ່າຝືນກົດບັນຍັດບໍ?
24
ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ນາມຂອງພຣະເຈົ້າຖືກໝິ່ນປະໝາດໃນທ່າມກາງຄົນຕ່າງຊາດກໍເພາະພວກເຈົ້າທັງຫລາຍ”.
25
ການຮັບພິທີຕັດນັ້ນກໍມີປະໂຫຍດແທ້ຖ້າພວກເຈົ້າຮັກສາກົດບັນຍັດ, ແຕ່ຖ້າພວກເຈົ້າລ່ວງລະເມີດກົດບັນຍັດ ການທີ່ພວກເຈົ້າຮັບພິທີຕັດນັ້ນກໍເໝືອນບໍ່ໄດ້ຮັບເລີຍ.
26
ດັ່ງນັ້ນ ຖ້າຜູ້ທີ່ບໍ່ໄດ້ຮັບພິທີຕັດຕາມຂໍ້ກຳນົດຂອງກົດບັນຍັດ ຈະຖືວ່າພວກເຂົາໄດ້ຮັບພິທີຕັດແລ້ວບໍ່ແມ່ນບໍ?
27
ຜູ້ທີ່ບໍ່ໄດ້ຮັບພິທີຕັດທາງກາຍແຕ່ຍັງເຮັດຕາມກົດບັນຍັດ ຈະລົງໂທດພວກເຈົ້າຜູ້ລະເມີດກົດບັນຍັດ ເຖິງວ່າພວກເຈົ້າມີ ກົດບັນຍັດເປັນຕົວອັກສອນ ແລະ ໄດ້ຮັບພິທີຕັດແລ້ວ.
28
ຜູ້ທີ່ເປັນຄົນຢິວແທ້ທີ່ບໍ່ແມ່ນຄົນຢິວແຕ່ພຽງພາຍນອກ, ທັງການຮັບພິທີຕັດແທ້ກໍບໍ່ແມ່ນການຮັບພິທີຕັດແຕ່ພຽງພາຍນອກ ແລະ ທາງຮ່າງກາຍເທົ່ານັ້ນ.
29
ແຕ່ຄົນຢິວແທ້ຄືຄົນທີ່ເປັນຢິວພາຍໃນ ແລະ ການຮັບພິທີຕັດແທ້ນັ້ນຄື ການຮັບພິທີຕັດທາງຈິດໃຈໂດຍທາງພຣະວິນຍານບໍລິສຸດເຈົ້າ ບໍ່ແມ່ນເປັນໄປຕາມຕົວອັກສອນໃນກົດບັນຍັດ ຄົນຢ່າງນັ້ນຮັບຄຳສັນລະເສີນຈາກພຣະເຈົ້າບໍ່ແມ່ນຈາກມະນຸດ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16