bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 5
Romans 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 6 →
1
ເຫດສະນັ້ນ, ເມື່ອພວກເຮົາໄດ້ຖືກນັບເປັນຜູ້ຊອບທຳໂດຍຄວາມເຊື່ອແລ້ວ, ພວກເຮົາ ຈຶ່ງມີສັນຕິສຸກກັບພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ,
2
ໂດຍທາງພຣະອົງ ພວກເຮົາຈຶ່ງໄດ້ເຂົ້າໃນຮົ່ມພຣະຄຸນທີ່ພວກເຮົາຢືນຢູ່ດ້ວຍຄວາມເຊື່ອ. ແລະ ພວກເຮົາ ຈຶ່ງຊື່ນຊົມຍິນດີໃນຄວາມຫວັງທີ່ຈະໄດ້ມີສ່ວນໃນສະຫງ່າລາສີຂອງພຣະເຈົ້າ.
3
ຫລາຍກວ່ານັ້ນອີກ ແຕ່ພວກເຮົາ ຍັງຊື່ນຊົມຍິນດີໃນຄວາມທຸກຍາກລໍາບາກຂອງພວກເຮົາດ້ວຍ, ເພາະພວກເຮົາຮູ້ແລ້ວວ່າຄວາມທຸກຍາກລໍາບາກນັ້ນເຮັດໃຫ້ເກີດມີຄວາມອົດທົນ,
4
ຄວາມອົດທົນເຮັດໃຫ້ພວກເຮົາມີລັກສະນະນິໄສທີ່ພິສູດແລ້ວວ່າໃຊ້ການໄດ້ ແລະ ລັກສະນະນິໄສຢ່າງນີ້ເຮັດໃຫ້ມີຄວາມຫວັງ
5
ແລະ ຄວາມຫວັງບໍ່ເຮັດໃຫ້ພວກເຮົາຕ້ອງອັບອາຍ ເພາະວ່າພຣະເຈົ້າໄດ້ຖອກເທຄວາມຮັກຂອງພຣະອົງເຂົ້າມາໃນຈິດໃຈຂອງພວກເຮົາໂດຍທາງພຣະວິນຍານບໍລິສຸດເຈົ້າຜູ້ທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຮົາແລ້ວ.
6
ຂະນະທີ່ພວກເຮົາຍັງຂາດກຳລັງຢູ່ນັ້ນ, ພຣະຄຣິດເຈົ້າໄດ້ຕາຍເພື່ອຄົນບາບໃນເວລາທີ່ເໝາະສົມ.
7
ຫາຍາກທີ່ສຸດຈະມີຄົນຍອມຕາຍເພື່ອຄົນຊອບທຳ, ເຖິງວ່າອາດຈະມີບາງຄົນກ້າຕາຍເພື່ອຄົນດີກໍໄດ້.
8
ແຕ່ພຣະເຈົ້າໄດ້ສະແດງຄວາມຮັກຂອງພຣະອົງເອງແກ່ພວກເຮົາທັງຫລາຍຄື: ຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດເຈົ້າໄດ້ຕາຍເພື່ອພວກເຮົາ.
9
ໃນເມື່ອບັດນີ້ພວກເຮົາໄດ້ຖືກນັບວ່າເປັນຜູ້ຊອບທຳແລ້ວໂດຍເລືອດຂອງພຣະອົງແລ້ວ ຫລາຍກວ່ານັ້ນອີກພວກເຮົາຈະໄດ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າຜ່ານທາງພຣະອົງຢ່າງແນ່ນອນ!
10
ເພາະວ່າຖ້າພວກເຮົາຍັງໄດ້ຄືນດີກັນກັບພຣະເຈົ້າໂດຍການຕາຍຂອງພຣະບຸດຂອງພຣະອົງໃນຂະນະທີ່ພວກເຮົາເຄີຍເປັນສັດຕູກັນກັບພຣະອົງ ຫລາຍກວ່ານັ້ນອີກເມື່ອພວກເຮົາໄດ້ຄືນດີກັນກັບພຣະອົງແລ້ວ ພວກເຮົາກໍຈະໄດ້ຮັບຄວາມພົ້ນຜ່ານທາງຊີວິດຂອງພຣະອົງຢ່າງແນ່ນອນ!
11
ບໍ່ພຽງແຕ່ເທົ່ານັ້ນ ພວກເຮົາຍັງຊື່ນຊົມຍິນດີໃນພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາດ້ວຍ, ບັດນີ້ ພຣະອົງໄດ້ເຮັດໃຫ້ພວກເຮົາຄືນດີກັນກັບພຣະເຈົ້າແລ້ວ.
12
ເຫດສະນັ້ນ, ຄວາມບາບໄດ້ເຂົ້າມາໃນໂລກຜ່ານທາງມະນຸດຄົນດຽວ ແລະ ຄວາມບາບນັ້ນກໍນຳຄວາມຕາຍມາ ແລະ ໂດຍທາງນີ້ແຫລະ ຄວາມຕາຍຈຶ່ງມາເຖິງມະນຸດທຸກຄົນເພາະວ່າທຸກຄົນໄດ້ເຮັດບາບ.
13
ແທ້ຈິງແລ້ວ ຄວາມບາບກໍມີຢູ່ໃນໂລກກ່ອນມີກົດບັນຍັດ, ແຕ່ເມື່ອຍັງບໍ່ມີກົດບັນຍັດກໍບໍ່ຖືວ່າມີບາບ.
14
ເຖິງຢ່າງໃດກໍຕາມ, ຄວາມຕາຍກໍຄອບຄອງມາຕັ້ງແຕ່ສະໄໝຂອງອາດາມຈົນເຖິງສະໄໝຂອງໂມເຊ, ແມ່ນແຕ່ຄົນທີ່ບໍ່ໄດ້ເຮັດບາບໂດຍລະເມີດຄຳສັ່ງເໝືອນກັບອາດາມ ຜູ້ທີ່ເປັນແບບຂອງພຣະອົງຜູ້ທີ່ຈະມາພາຍຫລັງ.
15
ແຕ່ວ່າຂອງປະທານນັ້ນຕ່າງຈາກການລ່ວງລະເມີດ. ເພາະຖ້າຄົນຈຳນວນຫລວງຫລາຍຕ້ອງຕາຍໂດຍການລ່ວງລະເມີດຂອງມະນຸດພຽງແຕ່ຄົນດຽວ, ຫລາຍກວ່ານັ້ນອີກເທົ່າໃດ ພຣະຄຸນຂອງພຣະເຈົ້າ ແລະ ຂອງປະທານທີ່ມາໂດຍພຣະຄຸນຂອງພຣະເຢຊູຄຣິດເຈົ້າຜູ້ດຽວນັ້ນ ກໍຈະໄຫລລົ້ນໄປສູ່ຄົນຈຳນວນຫລວງຫລາຍ!
16
ແລະ ຂອງປະທານຈາກພຣະເຈົ້າກໍບໍ່ສາມາດທຽບກັບຜົນທີ່ເກີດຈາກບາບຂອງມະນຸດຄົນດຽວຄື: ການພິພາກສາເກີດຂຶ້ນຫລັງຈາກການເຮັດບາບພຽງແຕ່ເທື່ອດຽວ ແລະ ນຳໄປສູ່ການລົງໂທດ, ແຕ່ຂອງປະທານເກີດຂຶ້ນຫລັງຈາກການລ່ວງລະເມີດຫລາຍຄັ້ງ ແລະ ນຳໄປສູ່ການນັບວ່າເປັນຜູ້ຊອບທຳ.
17
ຖ້າຫາກວ່າໂດຍການລ່ວງລະເມີດຂອງມະນຸດຄົນດຽວ ເປັນເຫດໃຫ້ຄວາມຕາຍໄດ້ຄອບຄອງໂດຍຜ່ານທາງມະນຸດຄົນດຽວນັ້ນ, ຫລາຍກວ່ານັ້ນອີກເທົ່າໃດ ບັນດາຜູ້ທີ່ໄດ້ຮັບພຣະຄຸນອັນບໍລິບູນ ແລະ ຂອງປະທານແຫ່ງຄວາມຊອບທຳທີ່ພຣະເຈົ້າໄດ້ຈັດຕຽມໄວ້ຢ່າງລົ້ນເຫລືອ ກໍຈະຄອບຄອງໃນຊີວິດໂດຍຜ່ານທາງມະນຸດຜູ້ດຽວຄື ພຣະເຢຊູຄຣິດເຈົ້າ.
18
ດັ່ງນັ້ນ, ການລ່ວງລະເມີດພຽງແຕ່ເທື່ອດຽວສົ່ງຜົນໃຫ້ຄົນທັງຫລາຍຖືກລົງໂທດຢ່າງໃດ ການກະທຳອັນຊອບທຳພຽງແຕ່ເທື່ອດຽວກໍສົ່ງຜົນໃຫ້ຄົນທັງຫລາຍຖືກນັບວ່າເປັນຜູ້ຊອບທຳ ແລະ ໄດ້ຮັບຊີວິດຢ່າງນັ້ນ.
19
ດ້ວຍວ່າ ການບໍ່ເຊື່ອຟັງຂອງມະນຸດຄົນດຽວເຮັດໃຫ້ຄົນຈຳນວນຫລາຍເປັນຄົນບາບຢ່າງໃດ ການເຊື່ອຟັງຂອງມະນຸດຄົນດຽວກໍເຮັດໃຫ້ຄົນຈຳນວນຫລາຍເປັນຜູ້ຊອບທຳຢ່າງນັ້ນ.
20
ກົດບັນຍັດຖືກນຳເຂົ້າມາກໍເພື່ອໃຫ້ການລ່ວງລະເມີດປາກົດເພີ່ມຂຶ້ນ. ແຕ່ບ່ອນໃດມີບາບເພີ່ມຂຶ້ນ, ບ່ອນນັ້ນກໍມີພຣະຄຸນເພີ່ມຂຶ້ນຕື່ມ,
21
ເພື່ອວ່າຄວາມບາບໄດ້ຄອບຄອງໃນຄວາມຕາຍຢ່າງໃດ ພຣະຄຸນກໍຈະໄດ້ຄອບຄອງຜ່ານທາງຄວາມຊອບທຳ ເພື່ອຊີວິດນິລັນດອນຈະມາທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຢ່າງນັ້ນ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16