bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 13
Romans 13
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 14 →
1
ທຸກຄົນຕ້ອງຍອມເຊື່ອຟັງຜູ້ມີອຳນາດປົກຄອງ ເພາະບໍ່ມີຜູ້ໃດມີອຳນາດເວັ້ນແຕ່ພຣະເຈົ້າແຕ່ງຕັ້ງຂຶ້ນ. ອຳນາດຕ່າງໆທີ່ມີຢູ່ນັ້ນກໍລ້ວນແຕ່ໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ.
2
ເຫດສະນັ້ນ ຜູ້ໃດທີ່ຕໍ່ຕ້ານຜູ້ມີອຳນາດກໍກຳລັງຕໍ່ຕ້ານຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ ແລະ ຜູ້ໃດທີ່ເຮັດເຊັ່ນນັ້ນກໍຈະນຳການຕັດສິນລົງໂທດມາສູ່ຕົນເອງ.
3
ດ້ວຍວ່າ ພວກຜູ້ປົກຄອງນັ້ນບໍ່ເປັນໜ້າຢ້ານສຳລັບຄົນທີ່ເຮັດຖືກ ແຕ່ເປັນໜ້າຢ້ານສຳລັບຄົນທີ່ເຮັດຜິດ. ເຈົ້າຢາກຈະພົ້ນຈາກຄວາມຢ້ານຕໍ່ຜູ້ມີອຳນາດແມ່ນບໍ? ດັ່ງນັ້ນ ກໍຈົ່ງເຮັດແຕ່ສິ່ງທີ່ຖືກຕ້ອງ ແລ້ວເຈົ້າກໍຈະໄດ້ຮັບການຍ້ອງຍໍ.
4
ເພາະຜູ້ມີອຳນາດນັ້ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ເກີດຜົນປະໂຫຍດຂອງເຈົ້າ ແຕ່ຖ້າເຈົ້າເຮັດຜິດກໍຈົ່ງຢ້ານ ເພາະພວກຜູ້ປົກຄອງນັ້ນບໍ່ໄດ້ຖືດາບໄວ້ລ້າໆ. ພວກເພິ່ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເປັນຕົວແທນຂອງຄວາມໂກດຮ້າຍທີ່ຈະນຳເອົາການລົງໂທດມາສູ່ຜູ້ທີ່ເຮັດຜິດ.
5
ເຫດສະນັ້ນ ຈຶ່ງຈໍາເປັນຕ້ອງຍອມເຊື່ອຟັງຜູ້ມີອຳນາດ ບໍ່ພຽງເພາະເຫັນແກ່ຄວາມຢ້ານການລົງໂທດ ແຕ່ເພາະເຫັນແກ່ຈິດສຳນຶກດ້ວຍ.
6
ນີ້ຄືເຫດຜົນທີ່ພວກເຈົ້າເສຍພາສີ ເພາະຜູ້ມີອຳນາດເປັນຜູ້ຮັບໃຊ້ຂອງພຣະເຈົ້າ ຜູ້ໃຫ້ເວລາທັງໝົດຂອງຕົນໃນການປົກຄອງບ້ານເມືອງ.
7
ຈົ່ງໃຫ້ແກ່ທຸກຄົນໃນສິ່ງທີ່ພວກເຈົ້າໜີ້ພວກເຂົາຄື: ຖ້າພວກເຈົ້າໜີ້ພາສີ ຈົ່ງເສຍພາສີ, ຖ້າຕິດຄ້າງອາກອນ ຈົ່ງເສຍອາກອນ, ຖ້າສົມຄວນໃຫ້ຄວາມເຄົາລົບ ຈົ່ງໃຫ້ຄວາມເຄົາລົບ, ຖ້າສົມຄວນໃຫ້ກຽດ ຈົ່ງໃຫ້ກຽດ.
8
ຢ່າຕິດຄ້າງເປັນໜີ້ຜູ້ໃດ ເວັ້ນແຕ່ໜີ້ທີ່ບໍ່ອາດຈ່າຍຄືນໄດ້ໝົດ ຄືຄວາມຮັກທີ່ມີຕໍ່ກັນແລະກັນ ເພາະຜູ້ທີ່ຮັກຄົນອື່ນກໍໄດ້ປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
9
ຂໍ້ບັນຍັດທີ່ວ່າ, “ຢ່າຫລິ້ນຊູ້”, “ຢ່າຂ້າຄົນ”, “ຢ່າລັກຊັບ”, “ຢ່າໂລບ”, ແລະ ພຣະບັນຍັດອື່ນໆກໍລວມຢູ່ໃນຂໍ້ດຽວກັນນີ້ຄື, “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ”.
10
ຄວາມຮັກບໍ່ເຮັດອັນຕະລາຍຕໍ່ເພື່ອນບ້ານຂອງຕົນ ເຫດສະນັ້ນ ການມີຄວາມຮັກຈຶ່ງເປັນການປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
11
ແລະ ຈົ່ງເຮັດຢ່າງນີ້, ຈົ່ງເຂົ້າໃຈເວລາປັດຈຸບັນຄື ເຖິງເວລາແລ້ວ ທີ່ພວກເຈົ້າຈະຕື່ນຈາກຫລັບ ເພາະວ່າບັດນີ້ ຄວາມພົ້ນຂອງພວກເຮົາແມ່ນໃກ້ເຂົ້າມາຫລາຍຂຶ້ນກວ່າເວລາທີ່ພວກເຮົາໄດ້ເຊື່ອໃນຕອນທຳອິດ.
12
ກາງຄືນໃກ້ຈະໝົດໄປ ກາງເວັນກໍໃກ້ເຂົ້າມາແລ້ວ ດັ່ງນັ້ນ ໃຫ້ພວກເຮົາຖອດພຶດຕິກຳຂອງຄວາມມືດອອກໄປ ແລະ ສວມຍຸດທະພັນຂອງຄວາມສະຫວ່າງ.
13
ໃຫ້ເຮົາປະພຶດຕົນຢ່າງເໝາະສົມເໝືອນຢູ່ໃນເວລາກາງເວັນ, ບໍ່ໄປມົ້ວສຸມ ແລະ ເມົາເຫລົ້າ, ບໍ່ເຮັດຜິດສິນທຳທາງເພດ ແລະ ມົວເມົາ, ບໍ່ວິວາດຜິດຖຽງ ແລະ ອິດສາກັນ.
14
ແຕ່ຈົ່ງປະດັບກາຍດ້ວຍພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າຄິດຈັດຫາອັນໃດເພື່ອສະໜອງຄວາມປາຖະໜາຂອງທຳມະຊາດບາບ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
Recommended Reading
Commentary
Romans Commentaries
→
Devotional
Romans Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→