bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 4
Romans 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 5 →
1
ຖ້າຢ່າງນັ້ນ ພວກເຮົາຈະວ່າຢ່າງໃດເຖິງເລື່ອງອັບຣາຮາມບັນພະບຸລຸດຂອງພວກເຮົາຕາມສາຍເລືອດ?
2
ຖ້າພຣະເຈົ້າຖືວ່າອັບຣາຮາມເປັນຜູ້ຊອບທຳໂດຍການປະຕິບັດ ເພິ່ນກໍມີສິ່ງທີ່ຈະອວດອ້າງໄດ້ ແຕ່ຕໍ່ໜ້າພຣະເຈົ້າແລ້ວບໍ່ເປັນຢ່າງນັ້ນເລີຍ.
3
ພຣະຄຳພີກ່າວວ່າຢ່າງໃດ? “ອັບຣາຮາມເຊື່ອພຣະເຈົ້າ ແລະ ເພາະຄວາມເຊື່ອນີ້ພຣະອົງຖືວ່າເປັນຄວາມຊອບທຳຂອງເພິ່ນ”.
4
ສ່ວນຄົນທີ່ເຮັດການກໍບໍ່ຖືວ່າຄ່າຈ້າງຂອງລາວເປັນຂອງຂັວນ ແຕ່ຖືວ່າເປັນສິ່ງທີ່ລາວສົມຄວນໄດ້ຮັບ.
5
ສ່ວນຄົນທີ່ບໍ່ໄດ້ອາໄສການປະຕິບັດ ແຕ່ໄດ້ວາງໃຈໃນພຣະເຈົ້າຜູ້ເຮັດໃຫ້ຄົນຊົ່ວເປັນຄົນຊອບທຳ ພຣະອົງຖືວ່າຄວາມເຊື່ອຂອງລາວເປັນຄວາມຊອບທຳ.
6
ດາວິດໄດ້ກ່າວຢ່າງດຽວກັນນີ້ເມື່ອເພິ່ນໄດ້ເວົ້າເຖິງຄວາມສຸກຂອງຜູ້ທີ່ພຣະເຈົ້າຖືວ່າເປັນຜູ້ຊອບທຳໂດຍບໍ່ໄດ້ອາໄສການປະຕິບັດວ່າ:
7
“ຄວາມສຸກມີແກ່ບັນດາ ຜູ້ທີ່ໄດ້ຮັບການອະໄພໃນການລ່ວງລະເມີດຂອງຕົນ, ຜູ້ທີ່ບາບທັງຫລາຍຂອງຕົນໄດ້ຮັບການປົກບັງໄວ້ແລ້ວ.
8
ຄວາມສຸກມີແກ່ ຜູ້ທີ່ອົງພຣະຜູ້ເປັນເຈົ້າຈະບໍ່ຖືໂທດບາບຂອງພວກເຂົາອີກ”.
9
ຄວາມສຸກນີ້ມີແກ່ຜູ້ທີ່ໄດ້ຮັບພິທີຕັດເທົ່ານັ້ນ ຫລື ມີແກ່ຜູ້ທີ່ບໍ່ຮັບພິທີຕັດເໝືອນກັນ? ພວກເຮົາໄດ້ກ່າວແລ້ວວ່າເພາະຄວາມເຊື່ອຂອງອັບຣາຮາມພຣະອົງຖືວ່າເປັນຄວາມຊອບທຳຂອງເພິ່ນ.
10
ສິ່ງນີ້ເກີດຂຶ້ນເມື່ອໃດ? ກ່ອນ ຫລື ຫລັງຈາກທີ່ເພິ່ນໄດ້ຮັບພິທີຕັດ? ບໍ່ແມ່ນຫລັງຈາກຮັບພິທີຕັດ ແຕ່ເກີດຂຶ້ນກ່ອນໄດ້ຮັບພິທີຕັດ!
11
ແລະ ເພິ່ນໄດ້ຮັບພິທີຕັດເປັນເຄື່ອງໝາຍ ເຊິ່ງເປັນຕາປະທັບແຫ່ງຄວາມຊອບທຳທີ່ເພິ່ນໄດ້ມາໂດຍຄວາມເຊື່ອໃນຂະນະທີ່ເພິ່ນຍັງບໍ່ໄດ້ຮັບພິທີຕັດ. ດ້ວຍເຫດນີ້ ເພິ່ນຈຶ່ງເປັນບິດາຂອງຄົນທັງຫລາຍທີ່ເຊື່ອແຕ່ຍັງບໍ່ໄດ້ຮັບພິທີຕັດ ເຊິ່ງພຣະເຈົ້າຖືວ່າພວກເຂົາເຫລົ່ານັ້ນເປັນຜູ້ຊອບທຳດ້ວຍ.
12
ແລະ ເພິ່ນຍັງເປັນບິດາຂອງຜູ້ທີ່ຮັບພິທີຕັດແລ້ວ ຄົນເຫລົ່ານີ້ບໍ່ພຽງແຕ່ຮັບພິທີຕັດເທົ່ານັ້ນ ແຕ່ຍັງມີຄວາມເຊື່ອຕາມແບບຄວາມເຊື່ອທີ່ອັບຣາຮາມບັນພະບຸລຸດຂອງພວກເຮົາມີຕັ້ງແຕ່ກ່ອນທີ່ເພິ່ນຈະຮັບພິທີຕັດນັ້ນ.
13
ບໍ່ແມ່ນໂດຍທາງກົດບັນຍັດ ແຕ່ໂດຍທາງຄວາມຊອບທຳທີ່ມາຈາກຄວາມເຊື່ອ, ອັບຣາຮາມ ແລະ ເຊື້ອສາຍຂອງເພິ່ນຈຶ່ງໄດ້ຮັບຄຳສັນຍາໃຫ້ເປັນຜູ້ທີ່ຈະໄດ້ຮັບໂລກນີ້ເປັນມໍລະດົກ.
14
ເພາະຖ້າບັນດາຜູ້ທີ່ຢຶດຖືກົດບັນຍັດໄດ້ເປັນຜູ້ຮັບມໍລະດົກ ຄວາມເຊື່ອກໍເສຍປະໂຫຍດ ແລະ ຄຳສັນຍາຂອງພຣະເຈົ້າກໍບໍ່ມີຄຸນຄ່າເລີຍ,
15
ເພາະກົດບັນຍັດເປັນເຫດໃຫ້ຄວາມໂກດຮ້າຍນັ້ນມາເຖິງ, ແລະ ບ່ອນໃດທີ່ບໍ່ມີກົດບັນຍັດ ບ່ອນນັ້ນກໍບໍ່ມີການລ່ວງລະເມີດ.
16
ເຫດສະນັ້ນ ຄຳສັນຍາຈຶ່ງມາທາງຄວາມເຊື່ອ, ເພື່ອວ່າສິ່ງທີ່ສັນຍາຈະໄດ້ເປັນໂດຍພຣະຄຸນ ແລະ ເປັນທີ່ວາງໃຈແກ່ເຊື້ອສາຍຂອງອັບຣາຮາມທຸກຄົນ, ບໍ່ແມ່ນແຕ່ຜູ້ທີ່ຖືກົດບັນຍັດເທົ່ານັ້ນ ແຕ່ແມ່ນຜູ້ທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມດ້ວຍ. ເພິ່ນເປັນບິດາຂອງພວກເຮົາທັງໝົດ.
17
ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີແລ້ວວ່າ: “ເຮົາໄດ້ໃຫ້ເຈົ້າເປັນບິດາຂອງຫລາຍຊົນຊາດ”. ເພິ່ນເປັນບິດາຂອງເຮົາໃນສາຍຕາຂອງພຣະເຈົ້າຜູ້ທີ່ເພິ່ນເຊື່ອ ຄືພຣະເຈົ້າຜູ້ໃຫ້ຊີວິດແກ່ຄົນທີ່ຕາຍແລ້ວ ແລະ ເອີ້ນສິ່ງທີ່ບໍ່ມີໃຫ້ມີຂຶ້ນມາ.
18
ທັງທີ່ບໍ່ສົມຄວນຈະມີຄວາມຫວັງອັນໃດ ອັບຣາຮາມກໍຍັງເຊື່ອເພາະເພິ່ນມີຄວາມຫວັງເພິ່ນຈຶ່ງໄດ້ເປັນບິດາຂອງຫລາຍຊົນຊາດເໝືອນທີ່ໄດ້ກ່າວກັບເພິ່ນໄວ້ແລ້ວວ່າ, “ເຊື້ອສາຍຂອງເຈົ້າຈະເປັນຢ່າງນັ້ນແຫລະ”.
19
ຄວາມເຊື່ອຂອງເພິ່ນບໍ່ໄດ້ຖອຍລົງເລີຍ ເຖິງແມ່ນວ່າເພິ່ນປະເຊີນກັບຄວາມຈິງທີ່ວ່າຮ່າງກາຍຂອງເພິ່ນເໝືອນໄດ້ຕາຍໄປແລ້ວ ເພາະເພິ່ນມີອາຍຸປະມານຮ້ອຍປີແລ້ວ ແລະ ຄວາມຈິງທີ່ວ່າທ້ອງຂອງນາງຊາຣາກໍເປັນເໝືອນກັບຕາຍແລ້ວ.
20
ແຕ່ເພິ່ນກໍບໍ່ໄດ້ສົງໄສໃນຄຳສັນຍາຂອງພຣະເຈົ້າ ແຕ່ເຂັ້ມແຂງຂຶ້ນໃນຄວາມເຊື່ອ ແລະ ໄດ້ຖວາຍກຽດຕິຍົດແກ່ພຣະເຈົ້າ,
21
ເພາະເຊື່ອໝັ້ນເຕັມທີ່ວ່າພຣະເຈົ້າມີລິດອຳນາດທີ່ຈະເຮັດສິ່ງທີ່ພຣະອົງໄດ້ສັນຍາໄວ້.
22
ນີ້ຄືເຫດຜົນທີ່ “ເພາະຄວາມເຊື່ອນີ້ພຣະອົງຖືວ່າເປັນຄວາມຊອບທຳຂອງເພິ່ນ”.
23
ຄຳວ່າ “ຖືວ່າເປັນຄວາມຊອບທຳຂອງເພິ່ນ” ນີ້ ບໍ່ໄດ້ຂຽນໄວ້ສຳລັບເພິ່ນຜູ້ດຽວ,
24
ແຕ່ສຳລັບພວກເຮົາທັງຫລາຍຜູ້ທີ່ພຣະເຈົ້າຖືວ່າເປັນຜູ້ຊອບທຳດ້ວຍ, ສຳລັບພວກເຮົາຜູ້ທີ່ເຊື່ອໃນພຣະອົງຜູ້ເຮັດໃຫ້ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເປັນຄືນມາຈາກຕາຍ.
25
ພຣະເຢຊູເຈົ້າໄດ້ຖືກມອບໄວ້ໃຫ້ເຖິງແກ່ຄວາມຕາຍເພາະບາບກຳຂອງພວກເຮົາ ແລະ ໄດ້ຄືນມາມີຊີວິດເພື່ອໃຫ້ພວກເຮົາເປັນຜູ້ຊອບທຳ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16