bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 12
Romans 12
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 13 →
1
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ ເພື່ອເຫັນແກ່ຄວາມເມດຕາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າທັງຫລາຍໃຫ້ຖວາຍຮ່າງກາຍຂອງພວກເຈົ້າແກ່ພຣະເຈົ້າ ເພື່ອເປັນເຄື່ອງຖວາຍບູຊາທີ່ມີຊີວິດ, ທີ່ບໍລິສຸດ ແລະ ທີ່ພໍໃຈພຣະເຈົ້າ ນີ້ເປັນການນະມັດສະການທີ່ແທ້ຈິງ ແລະ ເໝາະສົມ.
2
ຢ່າດຳເນີນຊີວິດເໝືອນຢ່າງຄົນໃນໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວພວກເຈົ້າຈະສາມາດພິສູດ ແລະ ຢືນຢັນໄດ້ວ່າສິ່ງໃດຄືຄວາມປະສົງທີ່ດີ, ເປັນທີ່ຍອມຮັບ ແລະ ສົມບູນແບບຂອງພຣະເຈົ້າ.
3
ເພາະໂດຍພຣະຄຸນທີ່ໄດ້ໃຫ້ແກ່ເຮົາ ເຮົາຂໍກ່າວແກ່ພວກເຈົ້າທຸກຄົນວ່າ: ຢ່າຄິດປະເມີນຕົນເອງສູງເກີນກວ່າທີ່ຄວນ ແຕ່ຈົ່ງຄິດປະເມີນຕົນຢ່າງມີສະຕິຕາມຂະໜາດຄວາມເຊື່ອທີ່ພຣະເຈົ້າໄດ້ໃຫ້ພວກເຈົ້າແຕ່ລະຄົນນັ້ນ.
4
ເພາະວ່າ ພວກເຮົາແຕ່ລະຄົນມີຮ່າງກາຍດຽວທີ່ປະກອບດ້ວຍອະໄວຍະວະຫລາຍຢ່າງ ແລະ ອະໄວຍະວະເຫລົ່ານັ້ນກໍມີໜ້າທີ່ບໍ່ຄືກັນສັນໃດ,
5
ດັ່ງນັ້ນ ໃນພຣະຄຣິດເຈົ້າ ພວກເຮົາຫລາຍຄົນກໍປະກອບເຂົ້າເປັນກາຍດຽວ ແລະ ແຕ່ລະອະໄວຍະວະກໍເປັນສ່ວນຫນຶ່ງຂອງອະໄວຍະວະທັງໝົດສັນນັ້ນ.
6
ພວກເຮົາມີຂອງປະທານແຕກຕ່າງກັນ ຕາມພຣະຄຸນທີ່ໄດ້ໃຫ້ແກ່ພວກເຮົາ. ຖ້າຜູ້ໃດມີຂອງປະທານດ້ານການປະກາດພຣະທຳ ກໍຈົ່ງໃຊ້ຂອງປະທານນີ້ຕາມຂະໜາດຄວາມເຊື່ອທີ່ຕົນມີ.
7
ຖ້າມີດ້ານການບົວລະບັດຮັບໃຊ້ ກໍຈົ່ງບົວລະບັດຮັບໃຊ້, ຖ້າມີດ້ານການສັ່ງສອນ ກໍຈົ່ງສັ່ງສອນ,
8
ຖ້າມີດ້ານການໜູນໃຈ ກໍຈົ່ງໜູນໃຈ, ຖ້າມີດ້ານການບໍລິຈາກ ກໍຈົ່ງບໍລິຈາກດ້ວຍໃຈກວ້າງຂວາງ, ຖ້າມີດ້ານການເປັນຜູ້ນຳ ກໍຈົ່ງປົກຄອງດ້ວຍຄວາມເອົາໃຈໃສ່, ຖ້າມີດ້ານການສະແດງຄວາມເມດຕາ ກໍຈົ່ງເຮັດດ້ວຍໃຈຍິນດີ.
9
ຈົ່ງຮັກດ້ວຍຄວາມຈິງໃຈ ຈົ່ງກຽດຊັງສິ່ງທີ່ຊົ່ວ ຈົ່ງຢຶດໝັ້ນໃນສິ່ງທີ່ດີ.
10
ຈົ່ງຮັກເຊິ່ງກັນແລະກັນເໝືອນດັ່ງພີ່ນ້ອງ ຈົ່ງໃຫ້ກຽດເຊິ່ງກັນແລະກັນໂດຍຖືວ່າຜູ້ອື່ນດີກວ່າຕົນ.
11
ຢ່າຂາດຄວາມກະຕືລືລົ້ນ ແຕ່ຈົ່ງຮັກສາຄວາມຮ້ອນຮົນຝ່າຍຈິດວິນຍານຂອງພວກເຈົ້າໄວ້ ແລະ ຮັບໃຊ້ອົງພຣະຜູ້ເປັນເຈົ້າ.
12
ຈົ່ງຊື່ນຊົມຍິນດີໃນຄວາມຫວັງ ຈົ່ງອົດທົນຕໍ່ຄວາມຍາກລໍາບາກ ແລະ ຈົ່ງສັດຊື່ໃນການອະທິຖານ.
13
ຈົ່ງແບ່ງປັນແກ່ບັນດາຄົນຂອງອົງພຣະຜູ້ເປັນເຈົ້າຜູ້ທີ່ມີຄວາມຕ້ອງການ. ຈົ່ງຕ້ອນຮັບແຂກດ້ວຍໃຈເຫລື້ອມໃສ.
14
ຈົ່ງອວຍພອນແກ່ຜູ້ທີ່ຂົ່ມເຫັງພວກເຈົ້າ, ຈົ່ງອວຍພອນ ແລະ ຢ່າປ້ອຍດ່າເລີຍ.
15
ຈົ່ງຊື່ນຊົມຍິນດີຮ່ວມກັບຜູ້ທີ່ຊື່ນຊົມຍິນດີ ຈົ່ງຮ້ອງໄຫ້ຮ່ວມກັບຜູ້ທີ່ຮ້ອງໄຫ້.
16
ຈົ່ງຢູ່ຮ່ວມກັນດ້ວຍຄວາມປອງດອງ ຢ່າອວດອົ່ງຈອງຫອງ ແຕ່ຈົ່ງເຕັມໃຈຄົບຫາສະມາຄົມກັບຄົນທີ່ມີຖານະທີ່ຕ່ຳ ຢ່າອວດອົ່ງທະນົງຕົນ.
17
ຢ່າເຮັດຊົ່ວຕອບແທນຄົນທີ່ເຮັດຊົ່ວ ຈົ່ງເອົາໃຈໃສ່ເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າຖືກຕ້ອງ.
18
ຖ້າເປັນໄດ້ ໃນເລື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ກັບທຸກໆຄົນຢ່າງສະຫງົບສຸກ.
19
ເພື່ອນທີ່ຮັກຂອງເຮົາເອີຍ, ຢ່າແກ້ແຄ້ນເລີຍ ແຕ່ຈົ່ງປ່ອຍໃຫ້ພຣະເຈົ້າສະແດງຄວາມໂກດຮ້າຍຂອງພຣະອົງ ເພາະມີຂຽນໄວ້ໃນພຣະຄຳພີວ່າ, “ການແກ້ແຄ້ນເປັນໜ້າທີ່ຂອງເຮົາ ເຮົາເອງຈະເປັນຜູ້ຕອບແທນ”. ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້.
20
ໃນທາງກົງກັນຂ້າມ, “ຖ້າສັດຕູຂອງເຈົ້າຫິວເຂົ້າ ຈົ່ງເອົາອາຫານໃຫ້ລາວກິນ ເມື່ອລາວຫິວນ້ຳ ຈົ່ງເອົານ້ຳໃຫ້ລາວດື່ມ ການເຮັດຢ່າງນັ້ນ, ເປັນການທີ່ເຈົ້າໄດ້ກອງຖ່ານໄຟທີ່ລຸກໄໝ້ຢູ່ໃສ່ໄວ້ເທິງຫົວຂອງລາວ”.
21
ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
Recommended Reading
Commentary
Romans Commentaries
→
Devotional
Romans Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→