bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 7
Romans 7
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 8 →
1
ພີ່ນ້ອງທັງຫລາຍພວກເຈົ້າບໍ່ຮູ້ບໍ, ເພາະເຮົາກຳລັງເວົ້າກັບບັນດາຄົນທີ່ຮູ້ກົດບັນຍັດ ວ່າກົດບັນຍັດນັ້ນມີສິດອຳນາດເໜືອຜູ້ໃດຜູ້ໜຶ່ງກໍໃນຂະນະທີ່ຜູ້ນັ້ນຍັງມີຊີວິດຢູ່ເທົ່ານັ້ນ?
2
ຕົວຢ່າງ, ຕາມກົດບັນຍັດແລ້ວແມ່ຍິງທີ່ແຕ່ງງານແລ້ວກໍມີຂໍ້ຜູກມັດກັບຜົວຂອງນາງຕາບໃດທີ່ຜົວຍັງມີຊີວິດຢູ່, ແຕ່ຖ້າຜົວຂອງນາງຕາຍໄປ, ນາງກໍພົ້ນຈາກກົດທີ່ຜູກມັດນາງກັບຜົວຂອງນາງ.
3
ດັ່ງນັ້ນ ຖ້ານາງໄປມີເພດສຳພັນກັບຊາຍອື່ນຂະນະທີ່ຜົວຂອງນາງຍັງມີຊີວິດຢູ່ນາງກໍໄດ້ຊື່ວ່າເປັນຍິງຫລິ້ນຊູ້. ແຕ່ຖ້າຜົວຂອງນາງຕາຍແລ້ວ, ນາງກໍໄດ້ພົ້ນຈາກກົດນັ້ນ ແລະ ຖ້ານາງໄປແຕ່ງງານກັບຊາຍອື່ນອີກ ນາງກໍບໍ່ໄດ້ເປັນຍິງຫລິ້ນຊູ້.
4
ດັ່ງນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເໝືອນກັນໄດ້ຕາຍຈາກກົດບັນຍັດໂດຍທາງກາຍຂອງພຣະຄຣິດເຈົ້າແລ້ວ, ເພື່ອພວກເຈົ້າຈະຕົກເປັນຂອງຜູ້ໜຶ່ງອີກຄື ເປັນຂອງພຣະອົງຜູ້ທີ່ເປັນຄືນມາຈາກຕາຍ ເພື່ອວ່າພວກເຮົາຈະເກີດຜົນຖວາຍແກ່ພຣະເຈົ້າ.
5
ເພາະເມື່ອພວກເຮົາຖືກທຳມະຊາດບາບ ຄວບຄຸມຢູ່ຈຶ່ງຖືກກົດບັນຍັດກະຕຸ້ນຕັນຫາຊົ່ວໃຫ້ອອກລິດໃນຮ່າງກາຍຂອງພວກເຮົາ ເພື່ອໃຫ້ພວກເຮົາເກີດຜົນອັນນຳໄປສູ່ຄວາມຕາຍ.
6
ແຕ່ບັດນີ້ ໂດຍການຕາຍຕໍ່ສິ່ງທີ່ຄັ້ງໜຶ່ງເຄີຍຜູກມັດພວກເຮົາ ພວກເຮົາກໍໄດ້ຮັບການປົດປ່ອຍຈາກກົດບັນຍັດແລ້ວ ເພື່ອຮັບໃຊ້ຕາມທາງໃໝ່ຄືຕາມພຣະວິນຍານບໍລິສຸດເຈົ້າ, ບໍ່ແມ່ນຕາມທາງເກົ່າ ຄືຕາມກົດບັນຍັດທີ່ເປັນຕົວອັກສອນ.
7
ຖ້າເປັນຢ່າງນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ກົດບັນຍັດຄືຄວາມບາບບໍ? ບໍ່ແມ່ນຢ່າງນັ້ນແນ່ນອນ! ແທ້ຈິງແລ້ວຖ້າບໍ່ແມ່ນເພາະກົດບັນຍັດເຮົາກໍບໍ່ຮູ້ວ່າອັນໃດຄືບາບ ເພາະຖ້າກົດບັນຍັດບໍ່ໄດ້ກ່າວໄວ້ວ່າ, “ຢ່າໂລບ”. ເຮົາກໍບໍ່ຮູ້ວ່າອັນໃດຄືຄວາມໂລບ.
8
ແຕ່ວ່າຄວາມບາບໄດ້ສວຍໂອກາດຈາກພຣະບັນຍັດມາກໍ່ຄວາມໂລບທຸກຊະນິດຂຶ້ນໃນໂຕເຮົາ. ເພາະຖ້າບໍ່ມີກົດບັນຍັດຄວາມບາບກໍຕາຍແລ້ວ.
9
ຄັ້ງໜຶ່ງ ເຮົາເຄີຍດຳເນີນຊີວິດໂດຍບໍ່ມີກົດບັນຍັດ, ແຕ່ພໍມີພຣະບັນຍັດຄວາມບາບກໍມີຊີວິດຂຶ້ນມາ ແລະ ເຮົາກໍຕາຍ.
10
ເຮົາພົບວ່າພຣະບັນຍັດມີຈຸດປະສົງນຳຊີວິດມາໃຫ້ ແຕ່ຄວາມຈິງແລ້ວນຳຄວາມຕາຍມາໃຫ້.
11
ເພາະວ່າ ຄວາມບາບໄດ້ສວຍໂອກາດຈາກພຣະບັນຍັດມາຫລອກລວງເຮົາ ແລະ ຄວາມບາບໄດ້ເຮັດໃຫ້ເຮົາຕາຍໂດຍທາງພຣະບັນຍັດນັ້ນ.
12
ດ້ວຍເຫດນັ້ນ ກົດບັນຍັດຈຶ່ງສັກສິດ ແລະ ພຣະບັນຍັດກໍສັກສິດ, ຊອບທຳ ແລະ ດີ.
13
ຖ້າຢ່າງນັ້ນແລ້ວ ສິ່ງທີ່ດີງາມກໍກາຍເປັນຄວາມຕາຍສຳລັບເຮົາບໍ? ບໍ່ແມ່ນຢ່າງນັ້ນດອກ! ແຕ່ເພື່ອໃຫ້ຮູ້ຈັກວ່າບາບຄືບາບ, ບາບນຳໃຊ້ສິ່ງທີ່ດີເພື່ອນໍາເອົາຄວາມຕາຍມາສູ່ເຮົາ. ເພື່ອວ່າໂດຍຜ່ານທາງພຣະບັນຍັດຈະໄດ້ເຫັນວ່າຄວາມບາບນັ້ນຊົ່ວຮ້າຍຫລາຍທີ່ສຸດ.
14
ພວກເຮົາຮູ້ແລ້ວວ່າກົດບັນຍັດເປັນເລື່ອງຝ່າຍຈິດວິນຍານ, ແຕ່ເຮົາບໍ່ໄດ້ຢູ່ຝ່າຍຈິດວິນຍານ, ເຮົາຖືກຂາຍໃຫ້ເປັນຂ້າທາດຂອງຄວາມບາບ.
15
ເຮົາບໍ່ເຂົ້າໃຈສິ່ງທີ່ເຮົາເຮັດຢູ່ ເພາະສິ່ງທີ່ເຮົາຢາກເຮັດເຮົາບໍ່ໄດ້ເຮັດ ແຕ່ສິ່ງທີ່ເຮົາກຽດຊັງເຮົາກັບໄປເຮັດ.
16
ແລະ ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດນັ້ນ ເຮົາກໍເຫັນພ້ອມວ່າກົດບັນຍັດນັ້ນດີ.
17
ດັ່ງນັ້ນ ຈຶ່ງບໍ່ແມ່ນໂຕເຮົາເອງທີ່ເປັນຜູ້ເຮັດສິ່ງນີ້ອີກຕໍ່ໄປ ແຕ່ແມ່ນຄວາມບາບທີ່ຢູ່ໃນໂຕເຮົາເປັນຜູ້ເຮັດ.
18
ເພາະເຮົາຮູ້ວ່າບໍ່ມີສິ່ງດີອັນໃດຢູ່ໃນໂຕເຮົາ, ນັ້ນກໍຄື ທຳມະຊາດບາບ ຂອງເຮົາທີ່ຢູ່ໃນ. ເພາະວ່າເຮົາປາຖະໜາຈະເຮັດສິ່ງທີ່ດີ ແຕ່ເຮົາເຮັດບໍ່ໄດ້.
19
ດ້ວຍວ່າ ເຮົາບໍ່ໄດ້ເຮັດສິ່ງດີທີ່ເຮົາຢາກເຮັດ ແຕ່ສິ່ງທີ່ຊົ່ວທີ່ເຮົາບໍ່ຢາກເຮັດເຮົາກໍຍັງເຮັດຢູ່.
20
ຖ້າເຮົາເຮັດສິ່ງທີ່ເຮົາເອງບໍ່ຢາກເຮັດກໍບໍ່ແມ່ນໂຕເຮົາເອງເປັນຜູ້ເຮັດ ແຕ່ແມ່ນຄວາມບາບທີ່ຢູ່ໃນໂຕເຮົາເປັນຜູ້ເຮັດ.
21
ດັ່ງນັ້ນ ເຮົາຈຶ່ງພົບວ່າມີກົດນີ້ຢູ່ຄື: ເມື່ອເຮົາຢາກເຮັດສິ່ງທີ່ດີ ຄວາມຊົ່ວກໍຢູ່ທີ່ນັ້ນກັບເຮົາແລ້ວ.
22
ເພາະວ່າສ່ວນເລິກໃນຈິດໃຈຂອງເຮົາແລ້ວເຮົາປິຕິຍິນດີໃນກົດບັນຍັດຂອງພຣະເຈົ້າ,
23
ແຕ່ເຮົາເຫັນກົດອື່ນອີກຢູ່ໃນຮ່າງກາຍຂອງເຮົາ, ກົດນີ້ຕໍ່ສູ້ກັບກົດພາຍໃນຈິດໃຈຂອງເຮົາ ແລະ ເຮັດໃຫ້ເຮົາເປັນນັກໂທດຂອງກົດແຫ່ງຄວາມບາບທີ່ຢູ່ໃນຮ່າງກາຍຂອງເຮົາ.
24
ເຮົາເປັນຄົນທີ່ໜ້າເວດທະນາແທ້ນໍ! ຜູ້ໃດຈະກອບກູ້ເຮົາໃຫ້ລອດພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້?
25
ຂອບພຣະຄຸນພຣະເຈົ້າ ຜູ້ຊ່ວຍໃຫ້ເຮົາລອດພົ້ນໄດ້ໂດຍຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ! ເຫດສະນັ້ນ ທາງດ້ານຈິດໃຈຂອງເຮົາ ເຮົາກໍເປັນຂ້າທາດຂອງກົດບັນຍັດຂອງພຣະເຈົ້າ ແຕ່ໃນດ້ານທຳມະຊາດບາບ ເຮົາກໍເປັນຂ້າທາດຂອງກົດແຫ່ງຄວາມບາບ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16