bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Romans 16
Romans 16
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
1
ເຮົາຂໍຝາກນ້ອງສາວຂອງເຮົາ ຄືນາງຟອຍເບ ເຊິ່ງເປັນຜູ້ດູແລ ຂອງຄຣິສຕະຈັກໃນເມືອງເກັນເຂໄອ.
2
ເຮົາຂໍໃຫ້ພວກເຈົ້າຮັບນາງໄວ້ໃນອົງພຣະຜູ້ເປັນເຈົ້າຕາມສົມຄວນແກ່ຄົນຂອງພຣະເຈົ້າ ແລະ ຊ່ວຍເຫລືອນາງໃນທຸກສິ່ງທີ່ນາງຕ້ອງການ ເພາະວ່ານາງເອງໄດ້ຊ່ວຍເຫລືອຄົນຈໍານວນຫລາຍລວມທັງເຮົາດ້ວຍ.
3
ຂໍຝາກຄວາມຄິດເຖິງມາຍັງປີຊະກີລາ ແລະ ອາກີລາ ເພື່ອນຮ່ວມງານຂອງເຮົາໃນພຣະເຢຊູຄຣິດເຈົ້າ.
4
ພວກເພິ່ນໄດ້ສ່ຽງຊີວິດຂອງຕົນເອງເພື່ອເຮົາ. ບໍ່ພຽງແຕ່ເຮົາເທົ່ານັ້ນ ແຕ່ຄຣິສຕະຈັກທັງຫລາຍຂອງຄົນຕ່າງຊາດກໍສຳນຶກໃນບຸນຄຸນຂອງພວກເພິ່ນດ້ວຍ.
5
ຂໍຝາກຄວາມຄິດເຖິງມາຍັງຄຣິສຕະຈັກທີ່ໄດ້ມາຮ່ວມປະຊຸມທີ່ເຮືອນຂອງພວກເພິ່ນເໝືອນກັນ. ຂໍຝາກຄວາມຄິດເຖິງມາຍັງເອປາຍເນດເພື່ອນທີ່ຮັກຂອງເຮົາ ເຊິ່ງເປັນຄົນທຳອິດໃນແຂວງເອເຊຍທີ່ກັບໃຈມາເຊື່ອໃນພຣະຄຣິດເຈົ້າ.
6
ຂໍຝາກຄວາມຄິດເຖິງມາຍັງນາງມາຣີ ຜູ້ທີ່ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອພວກເຈົ້າທັງຫລາຍ.
7
ຂໍຝາກຄວາມຄິດເຖິງມາຍັງອັນດາໂຣນິໂກ ແລະ ນາງຢູເນຍ ຍາດຕິພີ່ນ້ອງຂອງເຮົາທີ່ເຄີຍຕິດຄຸກກັບເຮົາ. ພວກເພິ່ນເປັນຄົນມີຊື່ສຽງດີໃນທ່າມກາງພວກອັກຄະສາວົກ ແລະ ມາເຊື່ອໃນພຣະຄຣິດເຈົ້າກ່ອນເຮົາດ້ວຍ.
8
ຂໍຝາກຄວາມຄິດເຖິງມາຍັງອຳເປຍ ຜູ້ເປັນທີ່ຮັກຂອງເຮົາໃນອົງພຣະຜູ້ເປັນເຈົ້າ.
9
ຂໍຝາກຄວາມຄິດເຖິງມາຍັງອູຣະບານເພື່ອນຮ່ວມງານຂອງພວກເຮົາໃນພຣະຄຣິດເຈົ້າ ແລະ ຊະຕາຂີເພື່ອນທີ່ຮັກຂອງເຮົາ.
10
ຂໍຝາກຄວາມຄິດເຖິງມາຍັງອະເປເລ ຜູ້ທີ່ຈົ່ງຮັກພັກດີຕໍ່ພຣະຄຣິດເຈົ້າ. ຂໍຝາກຄວາມຄິດເຖິງມາຍັງບັນດາຜູ້ທີ່ຢູ່ໃນຄອບຄົວຂອງອາຣິສະໂຕບູໂລ.
11
ຂໍຝາກຄວາມຄິດເຖິງມາຍັງເຮໂຣດີໂອນ ຍາດພີ່ນ້ອງຂອງເຮົາ. ຂໍຝາກຄວາມຄິດເຖິງມາຍັງຄອບຄົວຂອງນາຣະກິດ ຜູ້ທີ່ຢູ່ໃນອົງພຣະຜູ້ເປັນເຈົ້າ.
12
ຂໍຝາກຄວາມຄິດເຖິງມາຍັງນາງຕີຝາຍນາ ແລະ ນາງທີໂຟຊາ ແມ່ຍິງທີ່ໄດ້ເຮັດວຽກຢ່າງໜັກໜ່ວງໃນອົງພຣະຜູ້ເປັນເຈົ້າ. ຂໍຝາກຄວາມຄິດເຖິງມາຍັງເປຊີດາເພື່ອນທີ່ຮັກຂອງເຮົາ ແມ່ຍິງອີກຄົນໜຶ່ງທີ່ໄດ້ເຮັດວຽກຢ່າງໜັກໜ່ວງໃນອົງພຣະຜູ້ເປັນເຈົ້າ.
13
ຂໍຝາກຄວາມຄິດເຖິງມາຍັງຣູໂຟ ຜູ້ທີ່ເລືອກໄວ້ໃນອົງພຣະຜູ້ເປັນເຈົ້າ ແລະ ແມ່ຂອງເພິ່ນຜູ້ທີ່ເປັນແມ່ຂອງເຮົາດ້ວຍ.
14
ຂໍຝາກຄວາມຄິດເຖິງມາຍັງອາຊິນກຣິດ, ຟະເລໂກນ, ເຮຣະເມ, ປະໂຕບາ, ເຮຣະມາ ແລະ ບັນດາພີ່ນ້ອງທີ່ຢູ່ກັບພວກເພິ່ນ.
15
ຂໍຝາກຄວາມຄິດເຖິງມາຍັງຟີໂລໂລກ, ຢູລີອາ, ເນເຣກັບນ້ອງສາວຂອງເພິ່ນ ແລະ ໂອລິມປາກັບຄົນຂອງພຣະເຈົ້າທຸກຄົນທີ່ຢູ່ກັບພວກເພິ່ນ.
16
ຈົ່ງທັກທາຍກັນດ້ວຍການຈູບອັນບໍລິສຸດ. ຄຣິສຕະຈັກທັງຫລາຍຂອງພຣະຄຣິດເຈົ້າ ຂໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍດ້ວຍ.
17
ພີ່ນ້ອງທັງຫລາຍ ເຮົາຂໍໃຫ້ພວກເຈົ້າລະວັງບັນດາຜູ້ທີ່ເປັນເຫດໃຫ້ເກີດຄວາມແຕກແຍກ ແລະ ເປັນເຫດໃຫ້ພວກເຈົ້າສະດຸດ ເຊິ່ງຂັດກັບຫລັກຄຳສອນທີ່ພວກເຈົ້າໄດ້ຮຽນມາແລ້ວ. ຈົ່ງຢູ່ຫ່າງຈາກຄົນພວກເຂົາ.
18
ດ້ວຍວ່າ ຄົນຢ່າງນີ້ບໍ່ໄດ້ຮັບໃຊ້ພຣະຄຣິດເຈົ້າຂອງພວກເຮົາ ແຕ່ພວກເຂົາເຮັດເພື່ອປາກເພື່ອທ້ອງຂອງຕົນເອງ. ພວກເຂົາລໍ້ລວງຄົນຊື່ດ້ວຍຄຳເວົ້າອັນອ່ອນຫວານ ແລະ ຄຳຍ້ອງຍໍທີ່ບໍ່ຈິງໃຈ.
19
ຄົນທັງຫລາຍໄດ້ຍິນເຖິງການເຊື່ອຟັງຂອງພວກເຈົ້າແລ້ວ, ເຮົາຈຶ່ງຊື່ນຊົມຍິນດີນໍາພວກເຈົ້າ ແຕ່ເຮົາກໍຢາກໃຫ້ພວກເຈົ້າສະຫລາດໃນສິ່ງທີ່ດີ ແລະ ເປັນຄົນໂງ່ໃນສິ່ງທີ່ຊົ່ວຮ້າຍ.
20
ຍັງອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຈະທຳລາຍຊາຕານໄວ້ໃຕ້ຕີນຂອງພວກເຈົ້າ. ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສະຖິດຢູ່ກັບພວກເຈົ້າທັງຫລາຍ.
21
ຕີໂມທຽວ ເພື່ອນຮ່ວມງານຂອງເຮົາກັບລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງຂອງເຮົາ ກໍຂໍຝາກຄວາມຄິດເຖິງມາຍັງເຈົ້າທັງຫລາຍດ້ວຍ.
22
ເຮົາຄື ເຕຣະຕຽວຜູ້ຂຽນຈົດໝາຍສະບັບນີ້ ຂໍຝາກຄວາມຄິດເຖິງມາຍັງພວກເຈົ້າໃນອົງພຣະຜູ້ເປັນເຈົ້າ.
23
ທ່ານໄຄໂຢ ຜູ້ທີ່ມີນໍ້າໃຈຕ້ອນຮັບເຮົາກັບທັງຄຣິສຕະຈັກບ່ອນນີ້ ກໍໄດ້ຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ. ເອຣາຊະໂຕ ຜູ້ອຳນວຍການຝ່າຍກິດຈະການສາທາລະນະຂອງເມືອງນີ້ ແລະ ກູອາໂຕ ພີ່ນ້ອງຂອງພວກເຮົາ ກໍໄດ້ຝາກຄວາມຄິດເຖິງມາຍັງພວກເຈົ້າ.
24
ຂໍໃຫ້ພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາຢູ່ກັບພວກເຈົ້າທຸກຄົນ ອາແມນ.
25
ບັດນີ້ ແດ່ພຣະອົງຜູ້ສາມາດເຮັດໃຫ້ພວກເຈົ້າຕັ້ງໝັ້ນຄົງຢູ່ໂດຍຂ່າວປະເສີດຂອງເຮົາຄື ຂໍ້ຄວາມທີ່ເຮົາໄດ້ປະກາດເລື່ອງພຣະເຢຊູຄຣິດເຈົ້າ ເຊິ່ງສອດຄ່ອງກັບການເປິດເຜິຍຂໍ້ເລິກລັບທີ່ໄດ້ປິດບັງໄວ້ຕັ້ງແຕ່ເວລາດົນນານຜ່ານມາ,
26
ແຕ່ບັດນີ້ ໄດ້ຖືກເປີດເຜີຍ ແລະ ເຮັດໃຫ້ເປັນທີ່ຮູ້ຈັກຜ່ານທາງຂໍ້ຂຽນຕ່າງໆຂອງການທຳນວາຍຕາມຄຳສັ່ງຂອງພຣະເຈົ້າອົງນິລັນດອນ ເພື່ອຄົນຕ່າງຊາດທັງປວງຈະໄດ້ມາເຊື່ອຟັງພຣະອົງໂດຍທາງຄວາມເຊື່ອ
27
ແດ່ພຣະເຈົ້າຜູ້ດຽວຜູ້ປ່ຽມດ້ວຍສະຕິປັນຍາໄດ້ຮັບສະຫງ່າລາສີຕະຫລອດໄປເປັນນິດທາງພຣະເຢຊູຄຣິດເຈົ້າ! ອາແມນ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
Recommended Reading
Commentary
Romans Commentaries
→
Devotional
Romans Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→