bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 1
Hebrews 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 2 →
1
ໃນອະດີດພຣະເຈົ້າໄດ້ກ່າວກັບບັນພະບຸລຸດຂອງພວກເຮົາຜ່ານທາງຜູ້ທຳນວາຍຫລາຍເທື່ອ ແລະ ໂດຍວິທີການຕ່າງໆ,
2
ແຕ່ໃນຍຸກສຸດທ້າຍນີ້ພຣະອົງໄດ້ກ່າວກັບພວກເຮົາທັງຫລາຍໂດຍພຣະບຸດຂອງພຣະອົງ, ຜູ້ທີ່ພຣະອົງໄດ້ແຕ່ງຕັ້ງໃຫ້ເປັນຜູ້ຮັບມໍລະດົກທຸກສິ່ງ ແລະ ໄດ້ສ້າງຈັກກະວານໂດຍພຣະບຸດນີ້.
3
ພຣະບຸດເປັນແສງສະທ້ອນແຫ່ງສະຫງ່າລາສີຂອງພຣະເຈົ້າ ແລະ ເປັນເໝືອນພຣະເຈົ້າທຸກປະການ ແລະ ໄດ້ຄ້ຳຊູສັບພະສິ່ງໄວ້ດ້ວຍຖ້ອຍຄຳທີ່ມີລິດອຳນາດຂອງພຣະອົງ. ຫລັງຈາກທີ່ພຣະອົງໄດ້ຊຳລະບາບແລ້ວ, ພຣະອົງຈຶ່ງໄດ້ນັ່ງລົງທີ່ເບື້ອງຂວາມືຂອງອົງຜູ້ມີບາລະມີໃນສະຫວັນ
4
ດັ່ງນັ້ນ ພຣະອົງຈຶ່ງຍິ່ງໃຫຍ່ເໜືອບັນດາເທວະດາ ເພາະນາມທີ່ພຣະອົງໄດ້ຮັບນັ້ນສູງສົ່ງກວ່ານາມຂອງບັນດາເທວະດາ.
5
ເພາະພຣະເຈົ້າເຄີຍກ່າວກັບເທວະດາຕົນໃດວ່າ, “ທ່ານເປັນບຸດຂອງເຮົາ, ວັນນີ້ ເຮົາໄດ້ກາຍເປັນບິດາ ຂອງທ່ານ”? ຫລື ອີກຄັ້ງໜຶ່ງ, “ເຮົາຈະເປັນບິດາ ຂອງລາວ, ແລະ ລາວຈະເປັນບຸດຂອງເຮົາ”?
6
ແລະ ອີກຄັ້ງໜຶ່ງ, ເມື່ອພຣະເຈົ້ານຳບຸດກົກຂອງພຣະອົງເຂົ້າມາໃນໂລກ ພຣະອົງກ່າວວ່າ, “ໃຫ້ບັນດາເທວະດາຂອງພຣະເຈົ້າທຸກຕົນນະມັດສະການພຣະອົງ”.
7
ພຣະອົງກ່າວເຖິງບັນດາເທວະດານັ້ນວ່າ, “ພຣະອົງເຮັດໃຫ້ເທວະດາຂອງພຣະອົງເປັນວິນຍານ, ແລະ ໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນແປວໄຟ”.
8
ແຕ່ສ່ວນພຣະບຸດນັ້ນພຣະອົງກ່າວວ່າ, “ຂ້າແດ່ພຣະເຈົ້າ, ບັນລັງຂອງພຣະອົງຈະຕັ້ງໝັ້ນຄົງຕະຫລອດໄປເປັນນິດ, ພຣະອົງຈະປົກຄອງອານາຈັກຂອງພຣະອົງດ້ວຍກະບອງແຫ່ງຄວາມຊອບທຳ.
9
ພຣະອົງຮັກຄວາມຊອບທຳ ແລະ ກຽດຊັງຄວາມຊົ່ວ, ເຫດສະນັ້ນ ພຣະເຈົ້າຜູ້ເປັນພຣະເຈົ້າຂອງພຣະອົງ ຈຶ່ງໄດ້ຕັ້ງພຣະອົງໄວ້ເໜືອສະຫາຍທັງປວງຂອງພຣະອົງ ດ້ວຍການເຈີມພຣະອົງດ້ວຍນ້ຳມັນແຫ່ງຄວາມຊື່ນຊົມຍິນດີ”.
10
ແລະ ພຣະອົງກ່າວອີກວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃນປະຖົມມະການພຣະອົງວາງຮາກຂອງແຜ່ນດິນໂລກ, ແລະ ຟ້າສະຫວັນດ້ວຍມືຂອງພຣະອົງ
11
ສິ່ງເຫລົ່ານັ້ນຈະສູນຫາຍໄປ ແຕ່ພຣະອົງດຳລົງຢູ່, ສິ່ງເຫລົ່ານັ້ນທັງໝົດຈະເກົ່າໄປເໝືອນດັ່ງເຄື່ອງນຸ່ງຫົ່ມ.
12
ພຣະອົງຈະມ້ວນສິ່ງເຫລົ່ານັ້ນໄວ້ເໝືອນດັ່ງເສື້ອຄຸມ, ສິ່ງເຫລົ່ານັ້ນຈະຖືກປ່ຽນໄປເໝືອນດັ່ງເສື້ອຜ້າ. ແຕ່ພຣະອົງຍັງເໝືອນເດີມ, ແລະ ປີທັງຫລາຍຂອງພຣະອົງກໍຈະບໍ່ສິ້ນສຸດຈັກເທື່ອ”
13
ມີເທວະດາຕົນໃດແດ່ທີ່ພຣະເຈົ້າເຄີຍກ່າວວ່າ, “ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະເຮັດໃຫ້ສັດຕູຂອງທ່ານ ເປັນບ່ອນຮອງຕີນຂອງທ່ານ”?
14
ເທວະດາທັງປວງນັ້ນຄືວິນຍານຮັບໃຊ້ທີ່ພຣະເຈົ້າໃຊ້ໄປບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມພົ້ນເປັນມໍລະດົກບໍ່ແມ່ນບໍ?
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
Recommended Reading
Commentary
Hebrews Commentaries
→
Devotional
Hebrews Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→