bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 3
Hebrews 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 4 →
1
ເຫດສະນັ້ນ ພີ່ນ້ອງຜູ້ບໍລິສຸດທັງຫລາຍ, ຜູ້ຮ່ວມໃນການເອີ້ນຈາກສະຫວັນ, ຈົ່ງໃຫ້ຄວາມຄິດຂອງພວກເຈົ້າຈົດຈໍ່ຢູ່ທີ່ພຣະເຢຊູເຈົ້າ, ຜູ້ທີ່ພວກເຮົາຍອມຮັບວ່າເປັນອັກຄະສາວົກ ແລະ ເປັນມະຫາປະໂລຫິດຂອງພວກເຮົາ.
2
ພຣະອົງສັດຊື່ຕໍ່ພຣະເຈົ້າຜູ້ແຕ່ງຕັ້ງພຣະອົງ ເໝືອນດັ່ງທີ່ໂມເຊສັດຊື່ໃນທຸກເລື່ອງກ່ຽວກັບຄົວເຮືອນຂອງພຣະເຈົ້າ
3
ເປັນທີ່ຮູ້ຈັກແລ້ວວ່າພຣະເຢຊູເຈົ້າສົມຄວນໄດ້ຮັບກຽດຫລາຍກວ່າໂມເຊ ເໝືອນດັ່ງຜູ້ທີ່ສ້າງເຮືອນກໍມີກຽດຫລາຍກວ່າເຮືອນນັ້ນ.
4
ເພາະເຮືອນທຸກຫລັງຍ່ອມມີຜູ້ສ້າງ ແລະ ພຣະເຈົ້າເປັນຜູ້ສ້າງທຸກສິ່ງ.
5
“ໂມເຊໄດ້ສັດຊື່ໃນຖານະຜູ້ຮັບໃຊ້ໃນທຸກເລື່ອງກ່ຽວກັບຄົວເຮືອນຂອງພຣະເຈົ້າ”, ເປັນພະຍານເຖິງສິ່ງທີ່ພຣະເຈົ້າຈະກ່າວໃນພາຍໜ້າ.
6
ສ່ວນພຣະຄຣິດເຈົ້າສັດຊື່ໃນຖານະພຣະບຸດຜູ້ຄອບຄອງຄົວເຮືອນຂອງພຣະເຈົ້າ. ແລະ ພວກເຮົາທັງຫລາຍກໍຄືເຮືອນຂອງພຣະອົງ ຖ້າຫາກພວກເຮົາຢຶດໝັ້ນໃນຄວາມໝັ້ນໃຈ ແລະ ຄວາມຫວັງທີ່ພວກເຮົາພາກພູມໃຈຢູ່ນັ້ນ.
7
ດັ່ງນັ້ນ, ຕາມທີ່ພຣະວິນຍານບໍລິສຸດເຈົ້າກ່າວໄວ້ວ່າ: “ວັນນີ້, ຖ້າພວກເຈົ້າທັງຫລາຍໄດ້ຍິນສຽງຂອງພຣະອົງ,
8
ຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງ ເໝືອນດັ່ງທີ່ພວກເຈົ້າໄດ້ກະທຳໃນການກະບົດ, ໃນຊ່ວງເວລາຂອງການທົດລອງໃນຖິ່ນແຫ້ງແລ້ງກັນດານ,
9
ເຊິ່ງເປັນບ່ອນທີ່ບັນພະບຸລຸດຂອງພວກເຈົ້າໄດ້ທົດລອງ ແລະ ພິສູດເຮົາ, ເຖິງແມ່ນວ່າເປັນເວລາສີ່ສິບປີທີ່ພວກເຂົາໄດ້ເຫັນສິ່ງທີ່ເຮົາໄດ້ກະທຳ.
10
ດ້ວຍເຫດນີ້ ເຮົາຈຶ່ງໂກດຮ້າຍຄົນໃນສະໄໝນັ້ນ, ແລະ ເຮົາໄດ້ກ່າວວ່າ, ‘ໃຈຂອງພວກເຂົາຫລົງຜິດຢູ່ສະເໝີ ແລະ ພວກເຂົາບໍ່ຮູ້ຈັກວິທີທາງຂອງເຮົາ’
11
ດັ່ງນັ້ນ ເຮົາຈຶ່ງປະກາດເທິງຄຳສາບານດ້ວຍຄວາມໂກດຮ້າຍຂອງເຮົາວ່າ, ‘ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ’”.
12
ພີ່ນ້ອງທັງຫລາຍຈົ່ງລະວັງໃຫ້ດີ, ເພື່ອຈະບໍ່ມີຈັກຄົນໃນພວກເຈົ້າມີໃຈບາບ ບໍ່ເຊື່ອແລ້ວຫັນໜີໄປຈາກພຣະເຈົ້າຜູ້ມີຊີວິດຢູ່.
13
ຈົ່ງໜູນໃຈກັນແລະກັນທຸກໆວັນຕາບໃດທີ່ຍັງເອີ້ນວ່າ “ວັນນີ້” ເພື່ອວ່າຈະບໍ່ມີຜູ້ໃດໃນພວກເຈົ້າດື້ດ້ານເພາະການຫລອກລວງຂອງບາບ.
14
ພວກເຮົາໄດ້ມາມີສ່ວນຮ່ວມໃນພຣະຄຣິດເຈົ້າ ຖ້າພວກເຮົາ ຢຶດຖືໃນຄວາມໝັ້ນໃຈທີ່ພວກເຮົາມີໃນທຳອິດນັ້ນຈົນເຖິງທີ່ສຸດ.
15
ຕາມທີ່ໄດ້ກ່າວມາແລ້ວວ່າ: “ວັນນີ້, ຖ້າພວກເຈົ້າທັງຫລາຍໄດ້ຍິນສຽງຂອງພຣະອົງ ຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງເໝືອນດັ່ງ ທີ່ພວກເຈົ້າໄດ້ກະທຳໃນການກະບົດ”
16
ແມ່ນຜູ້ໃດຜູ້ທີ່ໄດ້ຍິນແລ້ວຍັງກະບົດ? ກໍຄືທຸກຄົນທີ່ໂມເຊໄດ້ພາອອກມາຈາກເອຢິບບໍ່ແມ່ນບໍ?
17
ແລະ ຜູ້ໃດທີ່ພຣະອົງໂກດຮ້າຍຕະຫລອດສີ່ສິບປີ? ກໍຄືບັນດາຜູ້ທີ່ເຮັດບາບ ເຊິ່ງໄດ້ຖິ້ມຮ່າງກາຍຂອງຕົນຢູ່ໃນຖິ່ນແຫ້ງແລ້ງກັນດານບໍ່ແມ່ນບໍ?
18
ແລະ ຜູ້ໃດທີ່ພຣະເຈົ້າສາບານວ່າພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງພຣະອົງຖ້າບໍ່ແມ່ນບັນດາຄົນທີ່ບໍ່ເຊື່ອຟັງ?
19
ດັ່ງນັ້ນ ພວກເຮົາຈຶ່ງເຫັນໄດ້ວ່າພວກເຂົາເຫລົ່ານັ້ນບໍ່ສາມາດເຂົ້າໄປກໍເພາະພວກເຂົາບໍ່ເຊື່ອ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13