bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 5
Hebrews 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 6 →
1
ມະຫາປະໂລຫິດທຸກຄົນໄດ້ຖືກເລືອກຈາກມະນຸດ ແລະ ໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ແທນມະນຸດໃນສິ່ງສາລະພັດທີ່ກຽ່ວກັບພຣະເຈົ້າ ຄືການຖວາຍເຄື່ອງບູຊາ ແລະ ຂອງຖວາຍສຳລັບການອະໄພບາບ.
2
ເພິ່ນສາມາດປະຕິບັດຢ່າງອ່ອນໂຍນຕໍ່ຄົນທີ່ຮູ້ເທົ່າບໍ່ເຖິງການ ແລະ ຄົນຫລົງຜິດໄດ້ ເພາະເພິ່ນເອງກໍມີຄວາມອ່ອນແອເໝືອນກັນ.
3
ດ້ວຍເຫດນີ້ ມະຫາປະໂລຫິດຈຶ່ງຕ້ອງຖວາຍເຄື່ອງບູຊາສຳລັບບາບຂອງຕົນເອງເຊັ່ນດຽວກັນກັບບາບຂອງປະຊາຊົນ.
4
ບໍ່ມີຜູ້ໃດເອົາຕຳແໜ່ງອັນມີກຽດນີ້ມາເປັນຂອງຕົນເອງໄດ້, ແຕ່ລາວໄດ້ຮັບກຽດນີ້ເມື່ອພຣະເຈົ້າເອີ້ນ ເໝືອນກັບທີ່ອາໂຣນໄດ້ຮັບ.
5
ໃນທຳນອງດຽວກັນ, ພຣະຄຣິດເຈົ້າບໍ່ໄດ້ຍົກພຣະອົງເອງຂຶ້ນຮັບກຽດແຫ່ງການເປັນມະຫາປະໂລຫິດ. ແຕ່ພຣະເຈົ້າກ່າວກັບພຣະອົງວ່າ, “ທ່ານເປັນບຸດຂອງເຮົາ, ວັນນີ້ເຮົາໄດ້ກາຍເປັນບິດາຂອງທ່ານ”.
6
ແລະ ພຣະອົງກ່າວໄວ້ໃນອີກຕອນໜຶ່ງວ່າ, “ທ່ານເປັນປະໂລຫິດຕະຫລອດໄປ, ໃນລຳດັບດຽວກັນກັບເມຄີເຊເດັກ”.
7
ໃນລະຫວ່າງວັນທີ່ພຣະເຢຊູເຈົ້າຢູ່ໃນໂລກ, ພຣະອົງໄດ້ຖວາຍຄຳອະທິຖານ ແລະ ຄຳອ້ອນວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະ ນໍ້າຕາໄຫລຕໍ່ພຣະເຈົ້າຜູ້ສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍ ແລະ ພຣະເຈົ້າຮັບຟັງເພາະພຣະເຢຊູເຈົ້າຍອມເຊື່ອຟັງ.
8
ເຖິງແມ່ນວ່າພຣະອົງເປັນພຣະບຸດກໍຕາມ ພຣະອົງກໍຮຽນຮູ້ທີ່ຈະເຊື່ອຟັງຈາກຄວາມທຸກທີ່ພຣະອົງປະເຊີນ.
9
ແລະ ເມື່ອພຣະເຈົ້າໄດ້ເຮັດໃຫ້ພຣະເຢຊູເຈົ້າສົມບູນແບບແລ້ວ ພຣະອົງຈຶ່ງເປັນແຫລ່ງຄວາມພົ້ນນິລັນດອນສຳລັບທຸກຄົນທີ່ເຊື່ອຟັງພຣະອົງ
10
ແລະ ພຣະເຈົ້າແຕ່ງຕັ້ງພຣະອົງເປັນມະຫາປະໂລຫິດໃນລຳດັບດຽວກັນກັບເມຄີເຊເດັກ.
11
ພວກເຮົາຍັງມີອີກຫລາຍຢ່າງທີ່ຈະກ່າວກ່ຽວກັບເລື່ອງນີ້, ແຕ່ກໍຍາກທີ່ຈະອະທິບາຍໃຫ້ຈະແຈ້ງແກ່ພວກເຈົ້າ ເພາະວ່າພວກເຈົ້າບໍ່ໄດ້ພະຍາຍາມທີ່ຈະເຂົ້າໃຈ.
12
ແທ້ຈິງແລ້ວ, ເຖິງແມ່ນວ່າຂະນະນີ້ພວກເຈົ້າສົມຄວນຈະເປັນຄູໄດ້ແລ້ວ, ແຕ່ພວກເຈົ້າຍັງຕ້ອງໃຫ້ຄົນອື່ນມາສອນຫລັກຄວາມຈິງເບື້ອງຕົ້ນຂອງພຣະຄຳຂອງພຣະເຈົ້າທັງໝົດອີກຢູ່. ພວກເຈົ້າຍັງຕ້ອງການນ້ຳນົມ ບໍ່ແມ່ນອາຫານແຂງ!
13
ຜູ້ໃດທີ່ຍັງກິນນົມຢູ່, ກໍຍັງເປັນເດັກນ້ອຍ ແລະ ບໍ່ຄຸ້ນເຄີຍກັບຄຳສອນເລື່ອງຄວາມຊອບທຳ.
14
ແຕ່ອາຫານແຂງນັ້ນມີໄວ້ສຳລັບຜູ້ໃຫຍ່, ຜູ້ທີ່ໄດ້ຝຶກຝົນຕົນເອງຢູ່ສະເໝີເພື່ອຈະໄຈ້ແຍກຄວາມດີອອກຈາກຄວາມຊົ່ວ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13