bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 8
Hebrews 8
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 9 →
1
ບັດນີ້ ປະເດັນຫລັກທີ່ພວກເຮົາກຳລັງກ່າວກໍຄື: ພວກເຮົາມີມະຫາປະໂລຫິດຢ່າງນີ້, ຜູ້ທີ່ນັ່ງຢູ່ເບື້ອງຂວາຂອງບັນລັງຂອງອົງຜູ້ມີບາລະມີໃນສະຫວັນ
2
ແລະ ຜູ້ປະຕິບັດໜ້າທີ່ໃນສະຖານນະມັດສະການອັນເປັນຫໍເຕັນແທ້ທີ່ອົງພຣະຜູ້ເປັນເຈົ້າຕັ້ງຂຶ້ນ ບໍ່ແມ່ນມະນຸດຕັ້ງຂຶ້ນ.
3
ມະຫາປະໂລຫິດທຸກຄົນໄດ້ຮັບການແຕ່ງຕັ້ງໃຫ້ຖວາຍທັງເຄື່ອງບູຊາ ແລະ ຂອງຖວາຍ, ດັ່ງນັ້ນມະຫາປະໂລຫິດອົງນີ້ຈຳເປັນຕ້ອງມີບາງສິ່ງທີ່ຈະຖວາຍເໝືອນກັນ.
4
ຖ້າພຣະອົງຢູ່ໃນໂລກ, ພຣະອົງຈະບໍ່ໄດ້ເປັນປະໂລຫິດ ເພາະມີຄົນທີ່ຈະຖວາຍຂອງຖວາຍຕ່າງໆຕາມທີ່ກົດບັນຍັດກຳນົດຢູ່ແລ້ວ.
5
ປະໂລຫິດເຫລົ່ານັ້ນປະຕິບັດໃນສະຖານນະມັດສະການອັນເປັນແບບຈຳລອງ ແລະ ເປັນເງົາຂອງສິ່ງທີ່ຢູ່ໃນສະຫວັນ. ດ້ວຍເຫດນີ້ ໂມເຊຈຶ່ງໄດ້ຮັບຄຳເຕືອນກ່ຽວກັບການສ້າງຫໍເຕັນວ່າ: “ຈົ່ງເຮັດທຸກສິ່ງຕາມແບບທີ່ເຮົາໄດ້ສະແດງແກ່ເຈົ້າຢູ່ເທິງພູເຂົານັ້ນ”
6
ແຕ່ຄວາມຈິງແລ້ວພັນທະກິດທີ່ພຣະເຢຊູເຈົ້າໄດ້ຮັບມອບໝາຍນັ້ນຍິ່ງໃຫຍ່ກວ່າພັນທະກິດຂອງພວກເຂົາ ເໝືອນດັ່ງພັນທະສັນຍາທີ່ພຣະອົງເປັນຜູ້ກາງນັ້ນກໍເໜືອກວ່າພັນທະສັນຍາເດີມ ແລະ ຕັ້ງຢູ່ເທິງສັນຍາຕ່າງໆທີ່ດີຫລາຍກວ່າ.
7
ເພາະຖ້າພັນທະສັນຍາເດີມບໍ່ມີຂໍ້ບົກຜ່ອງກໍບໍ່ຈຳເປັນຕ້ອງມີພັນທະສັນຍາໃໝ່ອີກ.
8
ແຕ່ພຣະເຈົ້າເຫັນຂໍ້ຜິດພາດຂອງບັນດາປະຊາຊົນ ແລະ ກ່າວວ່າ: “ອົງພຣະຜູ້ເປັນເຈົ້າປະກາດວ່າ, ວັນນັ້ນຈະມາເຖິງ, ເມື່ອເຮົາຈະເຮັດພັນທະສັນຍາໃໝ່ ກັບປະຊາຊົນຂອງອິດສະຣາເອນ ແລະ ກັບປະຊາຊົນຂອງຢູດາ.
9
ເຊິ່ງບໍ່ເໝືອນກັບພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ເມື່ອເຮົາຈູງມືພວກເຂົາ ນຳພວກເຂົາອອກມາຈາກດິນແດນເອຢິບ, ເພາະວ່າພວກເຂົາບໍ່ສັດຊື່ຕໍ່ພັນທະສັນຍາຂອງເຮົາ, ແລະ ເຮົາຫັນໜີຈາກພວກເຂົາ, ອົງພຣະຜູ້ເປັນເຈົ້າປະກາດດັ່ງນັ້ນ.
10
ນີ້ຄືພັນທະສັນຍາທີ່ເຮົາຈະເຮັດກັບປະຊາຊົນຂອງອິດສະຣາເອນ ຫລັງຈາກສະໄໝນັ້ນ, ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້. ເຮົາຈະໃສ່ກົດບັນຍັດຂອງເຮົາໄວ້ໃນຈິດໃຈຂອງພວກເຂົາ ແລະ ຈາລຶກກົດບັນຍັດນັ້ນເທິງຫົວໃຈຂອງພວກເຂົາ. ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງເຮົາ.
11
ພວກເຂົາຈະບໍ່ສອນເພື່ອນບ້ານຂອງພວກເຂົາ ຫລື ກ່າວຕໍ່ກັນແລະກັນວ່າ, ‘ຈົ່ງຮູ້ຈັກອົງພຣະຜູ້ເປັນເຈົ້າ’ ເພາະພວກເຂົາທຸກຄົນຈະຮູ້ຈັກເຮົາ, ຕັ້ງແຕ່ຜູ້ນ້ອຍທີ່ສຸດໃນພວກເຂົາໄປຈົນເຖິງຜູ້ໃຫຍ່ທີ່ສຸດ.
12
ເພາະເຮົາຈະໃຫ້ອະໄພຄວາມຊົ່ວຮ້າຍຂອງພວກເຂົາ ແລະ ຈະບໍ່ຈົດຈຳຄວາມບາບທັງຫລາຍຂອງພວກເຂົາອີກຕໍ່ໄປ”.
13
ໂດຍການກ່າວເອີ້ນພັນທະສັນຍານີ້ວ່າ “ພັນທະສັນຍາໃໝ່” ພຣະອົງເຮັດໃຫ້ພັນທະສັນຍາເດີມນັ້ນພົ້ນສະໄໝໄປ ສິ່ງທີ່ພົ້ນສະໄໝ ແລະ ເກົ່າແລ້ວນັ້ນອີກບໍ່ດົນກໍຈະເສື່ອມສູນໄປ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13