bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 12
Hebrews 12
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 13 →
1
ເຫດສະນັ້ນ ໃນເມື່ອພວກເຮົາມີພະຍານຈໍານວນຫລວງຫລາຍຢູ່ອ້ອມຂ້າງຢ່າງນີ້ແລ້ວ ກໍໃຫ້ພວກເຮົາຖິ້ມທຸກຢ່າງທີ່ຖ່ວງຢູ່ ແລະ ບາບທີ່ຕິດແໜ້ນໂດຍງ່າຍ. ໃຫ້ພວກເຮົາແລ່ນດ້ວຍຄວາມອົດທົນໃນການແຂ່ງຂັນທີ່ກຳນົດໄວ້ສຳລັບພວກເຮົາ,
2
ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ.
3
ຈົ່ງພິຈາລະນາເຖິງພຣະອົງຜູ້ໄດ້ອົດທົນຕໍ່ການຕໍ່ຕ້ານຢ່າງນັ້ນຈາກຄົນບາບທັງຫລາຍ, ເພື່ອວ່າພວກເຈົ້າຈະໄດ້ບໍ່ອິດເມື່ອຍ ແລະ ທໍ້ຖອຍໃຈ.
4
ໃນການຕໍ່ສູ້ກັບຄວາມບາບນັ້ນ, ພວກເຈົ້າຍັງບໍ່ໄດ້ຕໍ່ສູ້ຈົນເຖິງຂັ້ນເລືອດຕົກ.
5
ແລະ ພວກເຈົ້າໄດ້ລືມຖ້ອຍຄຳແຫ່ງການໃຫ້ກຳລັງໃຈທີ່ເວົ້າກັບພວກເຈົ້າໃນຖານະພໍ່ເວົ້າກັບລູກຂອງຕົນແລ້ວບໍ? ທີ່ກ່າວວ່າ, “ລູກຂອງເຮົາເອີຍ, ຢ່າລະເລີຍຕໍ່ການຕີສອນຂອງອົງພຣະຜູ້ເປັນເຈົ້າ, ແລະ ຢ່າທໍ້ຖອຍໃຈເມື່ອພຣະອົງຕຳໜິເຈົ້າ,
6
ເພາະວ່າອົງພຣະຜູ້ເປັນເຈົ້າຕີສອນຜູ້ທີ່ພຣະອົງຮັກ, ແລະ ພຣະອົງລົງໂທດທຸກຄົນທີ່ພຣະອົງຮັບເປັນລູກ”
7
ຈົ່ງອົດທົນຕໍ່ຄວາມລຳບາກໂດຍຖືວ່າເປັນການຕີສອນ. ພຣະເຈົ້າປະຕິບັດຕໍ່ພວກເຈົ້າໃນຖານະເປັນລູກຂອງພຣະອົງ. ເພາະມີລູກຄົນໃດທີ່ພໍ່ບໍ່ເຄີຍຕີສອນ?
8
ຖ້າພວກເຈົ້າບໍ່ຖືກຕີສອນ ແລະ ທຸກຄົນໄດ້ຮັບການຕີສອນນັ້ນ ພວກເຈົ້າກໍເປັນລູກນອກກົດໝາຍ ແລະ ບໍ່ແມ່ນລູກແທ້.
9
ຫລາຍກວ່ານັ້ນ, ພວກເຮົາທັງຫລາຍມີພໍ່ທີ່ເປັນມະນຸດ ຜູ້ຕີສອນພວກເຮົາ ແລະ ພວກເຮົາກໍຍັງນັບຖືເພິ່ນທີ່ເຮັດຢ່າງນັ້ນ. ຫລາຍກວ່ານັ້ນຈັກເທົ່າໃດນໍທີ່ພວກເຮົາຄວນຢູ່ໃນໂອວາດຂອງພຣະບິດາແຫ່ງຈິດວິນຍານທັງຫລາຍ ແລະ ມີຊີວິດຢູ່!
10
ພໍ່ຂອງພວກເຮົາຕີສອນພວກເຮົາໃນຂະນະໜຶ່ງຕາມທີ່ພວກເພິ່ນຄິດເຫັນວ່າດີທີ່ສຸດ. ແຕ່ພຣະເຈົ້າຕີສອນພວກເຮົາເພື່ອຜົນປະໂຫຍດຂອງພວກເຮົາ ເພື່ອພວກເຮົາຈະໄດ້ມີສ່ວນໃນຄວາມບໍລິສຸດຂອງພຣະອົງ.
11
ໃນເວລາທີ່ມີການຕີສອນນັ້ນບໍ່ເປັນໜ້າຊື່ນໃຈເລີຍ, ມີແຕ່ຄວາມເຈັບປວດ. ແຕ່ເຖິງຢ່າງໃດກໍຕາມ, ພາຍຫລັງມາຈະເກີດຜົນເປັນຄວາມຊອບທຳ ແລະ ສັນຕິສຸກແກ່ບັນດາຜູ້ທີ່ໄດ້ຮັບການຝຶກຝົນດ້ວຍການຕີສອນນັ້ນ.
12
ເຫດສະນັ້ນ, ຈົ່ງເຮັດໃຫ້ແຂນທີ່ອ່ອນແຮງ ແລະ ຫົວເຂົ່າທີ່ອ່ອນກຳລັງນັ້ນເຂັ້ມແຂງຂຶ້ນ.
13
“ຈົ່ງເຮັດທາງໃຫ້ຮາບພຽງສຳລັບຕີນຂອງເຈົ້າ” ເພື່ອວ່າຄົນຂາເປັ້ຍນັ້ນຈະບໍ່ພິການ, ແຕ່ຈະຫາຍດີເປັນປົກກະຕິ.
14
ຈົ່ງພະຍາຍາມທີ່ຈະຢູ່ຢ່າງສະຫງົບສຸກຮ່ວມກັບທຸກຄົນ ແລະ ເປັນຜູ້ບໍລິສຸດ, ເພາະຖ້າປາດສະຈາກຄວາມບໍລິສຸດແລ້ວກໍບໍ່ມີຜູ້ໃດຈະໄດ້ເຫັນອົງພຣະຜູ້ເປັນເຈົ້າ.
15
ຈົ່ງລະວັງຢ່າໃຫ້ຜູ້ໃດຕົກຈາກພຣະຄຸນຂອງພຣະເຈົ້າ ແລະ ຢ່າໃຫ້ມີຮາກຂົມຂື່ນງອກຂຶ້ນເພື່ອສ້າງຄວາມເດືອດຮ້ອນ ແລະ ເຮັດໃຫ້ຫລາຍຄົນເປັນມົນທິນ.
16
ຈົ່ງລະວັງຢ່າໃຫ້ຜູ້ໃດເຮັດຜິດສິນທຳທາງເພດ, ຫລື ບໍ່ຢູ່ໃນທາງຂອງພຣະເຈົ້າເໝືອນດັ່ງເອຊາວຜູ້ຂາຍສິດທິອ້າຍກົກໃນການຮັບມໍລະດົກເພື່ອແລກກັບອາຫານພຽງແຕ່ຄາບດຽວ.
17
ພວກເຈົ້າກໍຮູ້ຢູ່ວ່າພາຍຫລັງມາ, ເມື່ອເອຊາວຕ້ອງການຈະຮັບພອນນີ້ເປັນມໍລະດົກ, ລາວກໍຖືກປະຕິເສດ. ເຖິງແມ່ນວ່າລາວຈະສະແຫວງຫາພອນນັ້ນດ້ວຍນ້ຳຕາ, ລາວກໍບໍ່ສາມາດແກ້ໄຂສິ່ງທີ່ລາວໄດ້ກະທຳນັ້ນໄດ້.
18
ພວກເຈົ້າທັງຫລາຍບໍ່ໄດ້ມາຍັງພູເຂົາທີ່ສາມາດຈັບຕ້ອງໄດ້ ແລະ ທີ່ລຸກໄໝ້ຢູ່ດ້ວຍໄຟ, ບໍ່ໄດ້ມາຍັງຄວາມມືດ, ຄວາມມືດມົວ ແລະ ລົມພະຍຸ
19
ບໍ່ໄດ້ມາຍັງສຽງແກທີ່ດັງສະໜັ່ນ ຫລື ສຽງທີ່ກ່າວຖ້ອຍຄຳ ເຊິ່ງບັນດາຜູ້ທີ່ໄດ້ຍິນແລ້ວຮ້ອງຂໍບໍ່ໃຫ້ກ່າວຄຳໃດກັບພວກເຂົາອີກ,
20
ເພາະວ່າພວກເຂົາບໍ່ສາມາດທົນກັບຂໍ້ຄຳສັ່ງທີ່ວ່າ: “ແມ່ນແຕ່ສັດທີ່ແຕະຕ້ອງພູເຂົານັ້ນກໍຈະຕ້ອງຖືກກ້ອນຫີນແກວ່ງໃສ່ຈົນຕາຍ”.
21
ສິ່ງທີ່ເຫັນນັ້ນໜ້າຢ້ານກົວຫລາຍຈົນໂມເຊກ່າວວ່າ, “ຂ້ານ້ອຍຢ້ານຈົນໂຕສັ່ນ”.
22
ແຕ່ພວກເຈົ້າໄດ້ມາເຖິງພູເຂົາຊີໂອນ, ມາເຖິງນະຄອນຂອງພຣະເຈົ້າຜູ້ມີຊີວິດຢູ່, ຄືນະຄອນເຢຣູຊາເລັມແຫ່ງສະຫວັນ. ພວກເຈົ້າໄດ້ມາເຖິງບ່ອນທີ່ເທວະດາເປັນຈໍານວນພັນໆໄດ້ຊຸມນຸມກັນຢ່າງຊື່ນຊົມຍິນດີ,
23
ມາສູ່ຄຣິສຕະຈັກຂອງບັນດາລູກກົກຜູ້ທີ່ມີຊື່ບັນທຶກໄວ້ໃນສະຫວັນ. ພວກເຈົ້າໄດ້ມາເຖິງພຣະເຈົ້າຜູ້ພິພາກສາມະນຸດທຸກຄົນ, ມາຍັງຈິດວິນຍານຂອງຜູ້ຊອບທຳທີ່ເຮັດໃຫ້ສົມບູນແລ້ວ,
24
ມາເຖິງພຣະເຢຊູເຈົ້າຜູ້ເປັນຜູ້ກາງແຫ່ງພັນທະສັນຍາໃໝ່ ແລະ ມາເຖິງການຊິດເລືອດ ເຊິ່ງກ່າວເຖິງສິ່ງທີ່ດີກວ່າເລືອດຂອງອາເບັນ.
25
ຈົ່ງລະວັງຢ່າປະຕິເສດພຣະອົງຜູ້ກ່າວຢູ່ນັ້ນ. ຖ້າພວກເຂົາຍັງໜີບໍ່ພົ້ນເມື່ອປະຕິເສດພຣະອົງຜູ້ກ່າວເຕືອນພວກເຂົາໃນໂລກນີ້, ພວກເຮົາຍິ່ງຈະໜີບໍ່ພົ້ນຖ້າພວກເຮົາຫັນໜີຈາກພຣະອົງຜູ້ເຕືອນພວກເຮົາຈາກສະຫວັນ?
26
ເວລານັ້ນສຽງຂອງພຣະອົງຈະເຮັດໃຫ້ໂລກສັ່ນສະເທືອນ, ແຕ່ບັດນີ້ພຣະອົງໄດ້ສັນຍາໄວ້ວ່າ, “ອີກຄັ້ງໜຶ່ງ ເຮົາບໍ່ພຽງແຕ່ຈະສັ່ນສະເທືອນໂລກນີ້ເທົ່ານັ້ນແຕ່ຈະສັ່ນສະເທືອນຟ້າສະຫວັນເໝືອນກັນ”.
27
ຄຳວ່າ “ອີກຄັ້ງໜຶ່ງ” ບົ່ງບອກວ່າສິ່ງທີ່ສາມາດສັ່ນສະເທືອນໄດ້ຄືສິ່ງທີ່ສ້າງຂຶ້ນນັ້ນຈະຖືກກຳຈັດຖິ້ມ ເພື່ອໃຫ້ເຫລືອຢູ່ແຕ່ສິ່ງທີ່ບໍ່ສາມາດສັ່ນສະເທືອນ.
28
ເຫດສະນັ້ນ, ໃນເມື່ອພວກເຮົາກຳລັງໄດ້ຮັບອານາຈັກທີ່ບໍ່ສາມາດສັ່ນສະເທືອນໄດ້, ກໍໃຫ້ພວກເຮົາໂມທະນາຂອບພຣະຄຸນ ແລະ ນະມັດສະການພຣະເຈົ້າຕາມທີ່ສົມຄວນດ້ວຍຄວາມເຄົາລົບ ແລະ ຢຳເກງ,
29
ເພາະວ່າ “ພຣະເຈົ້າຂອງພວກເຮົາເປັນໄຟທີ່ເຜົາໄໝ້”.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13