bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 9
Hebrews 9
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 10 →
1
ພັນທະສັນຍາເດີມນັ້ນມີກົດລະບຽບກ່ຽວກັບການນະມັດສະການ ແລະ ມີສະຖານນະມັດສະການຂອງໂລກນີ້
2
ຫໍເຕັນຖືກຕັ້ງຂຶ້ນ. ໃນຫ້ອງທຳອິດມີຫລັກຕະກຽງ ແລະ ໂຕະກັບເຂົ້າຈີ່ສັກສິດ ເອີ້ນຫ້ອງນີ້ວ່າສະຖານທີ່ບໍລິສຸດ.
3
ທາງຫລັງຜ້າກັ້ງຊັ້ນທີສອງແມ່ນຫ້ອງທີ່ເອີ້ນວ່າສະຖານທີ່ສັກສິດທີ່ສຸດ,
4
ໃນຫ້ອງນີ້ມີແທ່ນບູຊາທີ່ເຮັດດ້ວຍຄຳສຳລັບເຜົາເຄື່ອງຫອມ ແລະ ມີຫີບພັນທະສັນຍາທີ່ໂອບດ້ວຍຄຳ. ພາຍໃນຫີບນີ້ມີຂັນຄຳທີ່ບັນຈຸມານາ, ໄມ້ຄ້ອນເທົ້າຂອງອາໂຣນທີ່ແຕກໜໍ່ອອກມາ ແລະ ແຜ່ນຫີນແຫ່ງພັນທະສັນຍາ.
5
ຢູ່ເທິງຫີບນັ້ນມີຮູບເຄຣຸບແຫ່ງສະຫງ່າລາສີ ກາງປີກປົກຄຸມຝາອັດຫີບ. ແຕ່ພວກເຮົາບໍ່ສາມາດກ່າວເຖິງລາຍລະອຽດຂອງສິ່ງຕ່າງໆເຫລົ່ານີ້ໃນເວລານີ້.
6
ເມື່ອທຸກສິ່ງໄດ້ຖືກຈັດຕາມນີ້ແລ້ວ, ບັນດາປະໂລຫິດກໍເຂົ້າໄປປະຕິບັດຫນ້າທີ່ໃນຫ້ອງຊັ້ນນອກນັ້ນເປັນປະຈໍາ.
7
ແຕ່ມີພຽງມະຫາປະໂລຫິດຜູ້ດຽວເທົ່ານັ້ນທີ່ເຂົ້າໄປຫ້ອງຊັ້ນໃນໄດ້ປີລະເທື່ອ ແລະ ຕ້ອງນຳເລືອດສັດເຂົ້າໄປຖວາຍເພື່ອຕົນເອງ ແລະ ເພື່ອຄວາມບາບຂອງປະຊາຊົນທີ່ໄດ້ເຮັດໂດຍບໍ່ເຈດຕະນາ.
8
ພຣະວິນຍານບໍລິສຸດເຈົ້າສະແດງໂດຍສິ່ງເຫລົ່ານີ້ວ່າທາງເຂົ້າສູ່ສະຖານທີ່ບໍລິສຸດທີ່ສຸດຍັງບໍ່ເປີດ ຕາບໃດທີ່ຫໍເຕັນທຳອິດຍັງຕັ້ງຢູ່.
9
ນີ້ເປັນພາບສຳລັບຍຸກປັດຈຸບັນ, ຊີ້ບອກວ່າຂອງຖວາຍ ແລະ ເຄື່ອງບູຊາເຫລົ່ານັ້ນບໍ່ສາມາດຊຳລະຈິດສຳນຶກຂອງຜູ້ນະມັດສະການໄດ້.
10
ສິ່ງເຫລົ່ານີ້ເປັນພຽງເລື່ອງຂອງອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະຕ່າງໆຕາມລະບຽບພິທີ ເຊິ່ງເປັນຂໍ້ປະຕິບັດພາຍນອກຈົນກວ່າຈະເຖິງເວລາຂອງລະບົບໃໝ່.
11
ແຕ່ເມື່ອພຣະຄຣິດເຈົ້າມາໃນຖານະມະຫາປະໂລຫິດຂອງສິ່ງປະເສີດຕ່າງໆ ເຊິ່ງບັດນີ້ໄດ້ມາເຖິງແລ້ວ, ພຣະອົງຜ່ານເຂົ້າສູ່ຫໍເຕັນທີ່ຍິ່ງໃຫຍ່ກວ່າ ແລະ ສົມບູນກວ່າ ເຊິ່ງບໍ່ໄດ້ສ້າງຂຶ້ນດ້ວຍມືມະນຸດ, ຄືບໍ່ໄດ້ເປັນສ່ວນໜຶ່ງຂອງສິ່ງທີ່ສ້າງນີ້.
12
ພຣະອົງບໍ່ໄດ້ເຂົ້າໄປດ້ວຍເລືອດແບ້ ແລະ ລູກງົວ, ແຕ່ພຣະອົງໄດ້ເຂົ້າໄປສູ່ສະຖານສັກສິດທີ່ສຸດດ້ວຍເລືອດຂອງພຣະອົງເອງພຽງຄັ້ງດຽວເປັນການສິ້ນສຸດ, ຈຶ່ງໄດ້ການໄຖ່ຕະຫລອດໄປເປັນນິດມາ.
13
ເລືອດແບ້ ແລະ ເລືອດງົວ ຫລື ຂີ້ເຖົ່າຈາກງົວແມ່ທີ່ໂຮຍລົງເທິງບັນດາຜູ້ມີມົນທິນຕາມລະບຽບພິທີຍັງຊຳລະພວກເຂົາເພື່ອພວກເຂົາຈະສະອາດພາຍນອກ.
14
ແລ້ວຫລາຍກວ່ານັ້ນຈັກເທົ່າໃດ, ໂລຫິດຂອງພຣະຄຣິດເຈົ້າຜູ້ໄດ້ຖວາຍພຣະອົງເອງຢ່າງບໍ່ມີຕຳໜິແກ່ພຣະເຈົ້າ ໂດຍທາງພຣະວິນຍານຕະຫລອດໄປເປັນນິດ ກໍຈະຊຳລະຈິດສຳນຶກຂອງພວກເຮົາຈາກການກະທຳອັນນຳໄປສູ່ຄວາມຕາຍ, ເພື່ອພວກເຮົາຈະໄດ້ຮັບໃຊ້ພຣະເຈົ້າຜູ້ມີຊີວິດຢູ່!
15
ດ້ວຍເຫດນີ້ ພຣະຄຣິດເຈົ້າຈຶ່ງເປັນຜູ້ກາງຂອງພັນທະສັນຍາໃໝ່, ເພື່ອບັນດາຜູ້ທີ່ພຣະອົງເອີ້ນນັ້ນຈະໄດ້ຮັບມໍລະດົກຕະຫລອດໄປເປັນນິດຕາມທີ່ໄດ້ສັນຍາໄວ້ ເພາະພຣະຄຣິດໄດ້ຕາຍເປັນຄ່າໄຖ່ເພື່ອປົດປ່ອຍພວກເຂົາໃຫ້ເປັນອິດສະຫລະຈາກບາບທີ່ໄດ້ເຮັດພາຍໃຕ້ພັນທະສັນຍາເດີມ.
16
ໃນກໍລະນີຂອງພິໄນກຳ ຈຳເປັນຕ້ອງພິສູດວ່າຜູ້ເຮັດພິໄນກຳນັ້ນໄດ້ຕາຍແລ້ວ,
17
ເພາະວ່າພິໄນກຳຈະມີຜົນບັງຄັບໃຊ້ກໍຕໍ່ເມື່ອຜູ້ເຮັດນັ້ນຕາຍແລ້ວ, ຖ້າຜູ້ເຮັດນັ້ນຍັງມີຊີວິດຢູ່ພິໄນກຳຈະບໍ່ມີຜົນອັນໃດ.
18
ດ້ວຍເຫດນີ້ ແມ່ນແຕ່ພັນທະສັນຍາເດີມຈະບໍ່ມີຜົນບັງຄັບໃຊ້ຖ້າປາດສະຈາກເລືອດ.
19
ເມື່ອໂມເຊປະກາດກົດບັນຍັດທຸກຂໍ້ແກ່ປະຊາຊົນທັງໝົດແລ້ວ, ເພິ່ນກໍໄດ້ເອົາເລືອດລູກງົວພ້ອມດ້ວຍນ້ຳ, ຂົນແກະສີແດງເຂັ້ມ ແລະ ກິ່ງຫູສົບມາ ແລ້ວຊິດໃສ່ໜັງສືມ້ວນນັ້ນ ແລະ ຊິດໃສ່ຄົນທັງໝົດ.
20
ເພິ່ນກ່າວວ່າ, “ນີ້ຄືເລືອດແຫ່ງພັນທະສັນຍາ, ເຊິ່ງພຣະເຈົ້າໄດ້ສັ່ງພວກເຈົ້າທັງຫລາຍໃຫ້ຮັກສາໄວ້”.
21
ໃນທຳນອງດຽວກັນນັ້ນ ເພິ່ນກໍເອົາເລືອດຊິດໃສ່ຫໍເຕັນ ແລະ ທຸກສິ່ງທີ່ໃຊ້ໃນພິທີຕ່າງໆເໝືອນກັນ.
22
ແທ້ຈິງແລ້ວ, ກົດບັນຍັດໄດ້ລະບຸໃຫ້ຊຳລະເກືອບໝົດທຸກສິ່ງດ້ວຍເລືອດ ແລະ ຖ້າບໍ່ມີເລືອດໄຫລອອກແລ້ວກໍບໍ່ມີການອະໄພບາບ.
23
ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງຊຳລະສິ່ງຕ່າງໆ ອັນເປັນແບບຈຳລອງຂອງສະຫວັນດ້ວຍເຄື່ອງບູຊາເຫລົ່ານີ້, ແຕ່ສິ່ງຂອງໃນສະຫວັນເອງຕ້ອງຊຳລະດ້ວຍເຄື່ອງບູຊາທີ່ດີຫລາຍກວ່ານີ້.
24
ເພາະພຣະຄຣິດເຈົ້າບໍ່ໄດ້ເຂົ້າສູ່ສະຖານນະມັດສະການທີ່ມະນຸດສ້າງຂຶ້ນ ເຊິ່ງເປັນພຽງແບບຈຳລອງມາຈາກຂອງແທ້, ພຣະອົງເຂົ້າສູ່ສະຫວັນໂດຍກົງ, ບັດນີ້ ໄດ້ປາກົດຢູ່ຕໍ່ໜ້າພຣະເຈົ້າເພື່ອພວກເຮົາທັງຫລາຍ.
25
ພຣະອົງບໍ່ໄດ້ເຂົ້າສູ່ສະຫວັນເພື່ອຖວາຍພຣະອົງອີກຫລາຍເທື່ອເໝືອນກັບມະຫາປະໂລຫິດທີ່ເຂົ້າສູ່ສະຖານທີ່ສັກສິດທີ່ສຸດທຸກໆປີພ້ອມດ້ວຍເລືອດທີ່ບໍ່ແມ່ນເລືອດຂອງຕົນເອງ.
26
ບໍ່ດັ່ງນັ້ນພຣະຄຣິດເຈົ້າຄົງຈະຕ້ອງທົນທຸກທໍລະມານຫລາຍເທື່ອນັບຕັ້ງແຕ່ສ້າງໂລກມາ. ແຕ່ບັດນີ້ພຣະອົງປາກົດໃນຕອນທ້າຍຍຸກພຽງຄັ້ງດຽວເປັນການສິ້ນສຸດ ເພື່ອກຳຈັດຄວາມບາບໃຫ້ໝົດໄປໂດຍຖວາຍພຣະອົງເອງເປັນເຄື່ອງບູຊາ.
27
ເໝືອນດັ່ງມະນຸດຖືກກຳນົດໃຫ້ຕາຍຄັ້ງດຽວ ແລະ ຫລັງຈາກນັ້ນຈະຕ້ອງພົບກັບການພິພາກສາ,
28
ດັ່ງນັ້ນ ພຣະຄຣິດເຈົ້າກໍຖວາຍພຣະອົງເອງຄັ້ງດຽວເພື່ອລຶບລ້າງບາບຂອງປະຊາຊົນເປັນຈຳນວນຫລວງຫລາຍ ແລະ ພຣະອົງຈະມາປາກົດເປັນຄັ້ງທີສອງ ບໍ່ແມ່ນເພື່ອຮັບແບກຄວາມບາບແຕ່ເພື່ອນຳເອົາຄວາມພົ້ນມາສູ່ບັນດາຜູ້ທີ່ລໍຄອຍພຣະອົງ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13