bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 6
Hebrews 6
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 7 →
1
ເຫດສະນັ້ນ ໃຫ້ພວກເຮົາຜ່ານຫລັກຄຳສອນເບື້ອງຕົ້ນກ່ຽວກັບພຣະຄຣິດເຈົ້າ ແລະ ຈົ່ງກ້າວໄປສູ່ຄວາມເປັນຜູ້ໃຫຍ່, ຢ່າວາງພື້ນຖານຂອງການກັບໃຈຊ້ຳອີກຈາກການກະທຳອັນນຳໄປສູ່ຄວາມຕາຍ ແລະ ໃນເລື່ອງຄວາມເຊື່ອໃນພຣະເຈົ້າ,
2
ຄຳສອນເລື່ອງບັບຕິສະມາ, ເລື່ອງການວາງມື, ເລື່ອງການເປັນຄືນມາຈາກຕາຍ ແລະ ເລື່ອງການພິພາກສາລົງໂທດເປັນນິດ.
3
ແລະ ຖ້າພຣະເຈົ້າອະນຸຍາດພວກເຮົາກໍຈະກະທຳຕໍ່ໄປ.
4
ເປັນໄປບໍ່ໄດ້ສຳລັບຜູ້ທີ່ເຄີຍເຫັນຈະແຈ້ງມາແລ້ວ, ຜູ້ທີ່ເຄີຍຊີມລົດຂອງປະທານຈາກສະຫວັນ, ຜູ້ທີ່ເຄີຍມີສ່ວນຮ່ວມໃນພຣະວິນຍານບໍລິສຸດເຈົ້າ,
5
ຜູ້ທີ່ເຄີຍຊີມລົດອັນດີເລີດຂອງຖ້ອຍຄຳຂອງພຣະເຈົ້າ ແລະ ລິດອຳນາດຂອງຍຸກໜ້າ
6
ແລະ ຜູ້ທີ່ຫລົງທາງ ໄປແລ້ວກໍເຫລືອວິໄສທີ່ຈະນຳພວກເຂົາມາສູ່ການກັບໃຈໄດ້ອີກ. ເພາະການຫລົງໄປຂອງພວກເຂົາໄດ້ຄຶງພຣະບຸດຂອງພຣະເຈົ້າເທິງໄມ້ກາງແຂນອີກ ແລະ ເຮັດໃຫ້ພຣະອົງໄດ້ຮັບຄວາມອັບອາຍຕໍ່ໜ້າຄົນຈຳນວນຫລາຍ.
7
ພື້ນດິນທີ່ໄດ້ຮັບນ້ຳຝົນຕົກໃສ່ຢູ່ເລື້ອຍໆ ແລະ ເກີດພືດຜົນອັນເປັນປະໂຫຍດແກ່ຜູ້ປູກຝັງນັ້ນກໍໄດ້ຮັບພອນຈາກພຣະເຈົ້າ.
8
ແຕ່ພື້ນດິນທີ່ເກີດໜາມ ແລະ ສ້ຽນກໍນັບວ່າບໍ່ມີຄ່າ ແລະ ຕົກຢູ່ໃນອັນຕະລາຍຈາກການຖືກສາບແຊ່ງ. ແລ້ວໃນທີ່ສຸດກໍຈະຖືກເຜົາໄຟ.
9
ເພື່ອນທີ່ຮັກເອີຍ, ເຖິງແມ່ນວ່າເຮົາເວົ້າຢ່າງນີ້ກໍຕາມ, ພວກເຮົາກໍຍັງໝັ້ນໃຈວ່າໃນກໍລະນີຂອງພວກເຈົ້າຍັງມີສິ່ງທີ່ດີກວ່າ ຄືສິ່ງຕ່າງໆທີ່ມາພ້ອມກັບຄວາມພົ້ນ.
10
ພຣະເຈົ້າຍຸຕິທຳ, ພຣະອົງຈະບໍ່ລືມການງານທີ່ພວກເຈົ້າເຮັດ ແລະ ຄວາມຮັກທີ່ພວກເຈົ້າໄດ້ສະແດງອອກໃຫ້ພຣະອົງເຫັນ ຄືການທີ່ພວກເຈົ້າຊ່ວຍເຫລືອຄົນຂອງພຣະອົງ ແລະ ຍັງຊ່ວຍເຫລືອພວກເຂົາຕໍ່ໄປ
11
ພວກເຮົາຢາກໃຫ້ພວກເຈົ້າແຕ່ລະຄົນສະແດງຄວາມພາກພຽນອັນດຽວກັນນີ້ຈົນເຖິງທີ່ສຸດ, ເພື່ອໃຫ້ແນ່ໃຈວ່າສິ່ງທີ່ພວກເຈົ້າຫວັງໄວ້ຈະເປັນຈິງຢ່າງຄົບຖ້ວນ.
12
ພວກເຮົາບໍ່ຢາກໃຫ້ພວກເຈົ້າກາຍເປັນຄົນຂີ້ຄ້ານ, ແຕ່ໃຫ້ຮຽນແບບຄົນເຫລົ່ານັ້ນທີ່ໄດ້ຮັບມໍລະດົກຕາມສັນຍາເພາະຄວາມເຊື່ອ ແລະ ຄວາມອົດທົນ.
13
ເມື່ອພຣະເຈົ້າເຮັດຄຳສັນຍາຂອງພຣະອົງຕໍ່ອັບຣາຮາມນັ້ນ, ເນື່ອງຈາກບໍ່ມີຜູ້ໃດຍິ່ງໃຫຍ່ກວ່າທີ່ພຣະອົງຈະອ້າງເຖິງໃນຄຳສາບານ, ພຣະອົງຈຶ່ງສາບານໂດຍອ້າງເຖິງພຣະອົງເອງ,
14
ໂດຍກ່າວວ່າ, “ເຮົາຈະອວຍພອນເຈົ້າແນ່ນອນ ແລະ ຈະໃຫ້ເຈົ້າມີລູກຫລານຈຳນວນຫລວງຫລາຍ”
15
ແລະ ຫລັງຈາກທີ່ຄອຍຖ້າດ້ວຍຄວາມອົດທົນແລ້ວ, ອັບຣາຮາມກໍໄດ້ຮັບຕາມທີ່ໄດ້ສັນຍາໄວ້.
16
ມະນຸດນັ້ນສາບານໂດຍອ້າງເຖິງຜູ້ທີ່ຍິ່ງໃຫຍ່ກວ່າຕົນ ແລະ ຄຳສາບານກໍຢືນຢັນສິ່ງທີ່ກ່າວ ແລະ ເຮັດໃຫ້ການໂຕ້ຖຽງທັງໝົດຈົບລົງ.
17
ເພາະວ່າພຣະເຈົ້າປະສົງຈະໃຫ້ບັນດາທາຍາດຜູ້ຈະໄດ້ຮັບສິ່ງທີ່ສັນຍາໄວ້ໄດ້ຮູ້ຢ່າງຊັດເຈນວ່າຈຸດປະສົງຂອງພຣະອົງນັ້ນບໍ່ປ່ຽນແປງ, ພຣະອົງຈຶ່ງຢືນຢັນສັນຍານັ້ນດ້ວຍຄຳສາບານ.
18
ພຣະອົງກະທຳຢ່າງນີ້ກໍເພື່ອວ່າ, ໂດຍສອງສິ່ງທີ່ບໍ່ປ່ຽນແປງ ເພາະເປັນໄປບໍ່ໄດ້ທີ່ພຣະເຈົ້າຈະກ່າວຄຳຕົວະ, ພວກເຮົາຜູ້ໜີມາຢຶດຖືຄວາມຫວັງທີ່ມີຢູ່ຕໍ່ໜ້າພວກເຮົານັ້ນຈະໄດ້ຮັບກຳລັງໃຈຢ່າງຫລວງຫລາຍ.
19
ພວກເຮົາມີຄວາມຫວັງນີ້ເປັນສະໝໍອັນໝັ້ນຄົງ ແລະ ແນ່ນອນຂອງຈິດໃຈ. ຄວາມຫວັງນີ້ເຂົ້າສູ່ບ່ອນສັກສິດຊັ້ນໃນທາງຫລັງຜ້າກັ້ງ,
20
ບ່ອນທີ່ພຣະເຢຊູເຈົ້າຜູ້ໄດ້ນຳໜ້າພວກເຮົາ ໄດ້ເຂົ້າໄປກ່ອນແລ້ວເພື່ອພວກເຮົາ. ພຣະອົງຈຶ່ງໄດ້ເປັນມະຫາປະໂລຫິດຕະຫລອດໄປໃນລຳດັບດຽວກັບເມຄີເຊເດັກ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13