bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 2
Hebrews 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 3 →
1
ເຫດສະນັ້ນ ພວກເຮົາຕ້ອງເອົາໃຈໃສ່ຢ່າງລະມັດລະວັງທີ່ສຸດໃນສິ່ງທີ່ພວກເຮົາໄດ້ຍິນ, ເພື່ອວ່າພວກເຮົາຈະບໍ່ໄດ້ຫລົງທາງໄປ.
2
ເພາະໃນເມື່ອຖ້ອຍຄຳທີ່ພຣະເຈົ້າໄດ້ກ່າວຜ່ານທາງບັນດາເທວະດາຍັງຜູກມັດ ແລະ ການລະເມີດກັບການບໍ່ເຊື່ອຟັງໃນຄວາມຈິງທຸກຢ່າງຍັງໄດ້ຮັບການລົງໂທດຢ່າງຍຸຕິທຳ
3
ແລ້ວພວກເຮົາຈະຫລຸດພົ້ນໄປໄດ້ຢ່າງໃດຖ້າພວກເຮົາລະເລີຍຄວາມພົ້ນອັນຍິ່ງໃຫຍ່ເຊັ່ນນີ້? ຄວາມພົ້ນນີ້ ເຊິ່ງໄດ້ຖືກປະກາດຄັ້ງທຳອິດໂດຍອົງພຣະຜູ້ເປັນເຈົ້າ, ໄດ້ຮັບການຢືນຢັນໃຫ້ພວກເຮົາໂດຍບັນດາຜູ້ທີ່ໄດ້ຍິນຈາກພຣະອົງ.
4
ພຣະເຈົ້າຍັງໄດ້ເປັນພະຍານເຖິງສິ່ງເຫລົ່ານີ້ໂດຍໝາຍສຳຄັນ, ການອັດສະຈັນ ແລະ ການປະຕິຫານຕ່າງໆ ແລະ ໂດຍຂອງປະທານແຫ່ງພຣະວິນຍານບໍລິສຸດເຈົ້າທີ່ໃຫ້ຕາມປະສົງຂອງພຣະອົງ.
5
ພຣະອົງບໍ່ໄດ້ຕັ້ງບັນດາເທວະດາໃຫ້ປົກຄອງເບິ່ງແຍງໂລກໃນອະນາຄົດ ເຊິ່ງພວກເຮົາກຳລັງກ່າວເຖິງ.
6
ແຕ່ມີຜູ້ກ່າວຢືນຢັນໄວ້ບ່ອນໜຶ່ງວ່າ: “ມະນຸດເປັນຜູ້ໃດນໍທີ່ພຣະອົງຈະຕ້ອງຄິດເຖິງພວກເຂົາ? ບຸດມະນຸດເປັນຜູ້ໃດນໍ ພຣະອົງຈຶ່ງຫ່ວງໃຍເພິ່ນ?
7
ພຣະອົງເຮັດພວກເຂົາໃຫ້ຕ່ຳກວ່າເທວະດາພຽງໜ້ອຍດຽວ ເທົ່ານັ້ນ, ພຣະອົງສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດໃຫ້ແກ່ພວກເຂົາ
8
ແລະ ວາງທຸກສິ່ງຢູ່ໃຕ້ຕີນຂອງພວກເຂົາ”. ໃນການທີ່ພຣະອົງເຮັດໃຫ້ທຸກສິ່ງຢູ່ພາຍໃຕ້ອຳນາດຂອງເພິ່ນນັ້ນ ພຣະເຈົ້າບໍ່ໃຫ້ມີສິ່ງໃດເລີຍທີ່ບໍ່ຢູ່ພາຍໃຕ້ອຳນາດຂອງເພິ່ນ. ແຕ່ໃນຂະນະນີ້ພວກເຮົາຍັງບໍ່ເຫັນວ່າທຸກສິ່ງຢູ່ພາຍໃຕ້ອຳນາດຂອງເພິ່ນ.
9
ແຕ່ພວກເຮົາເຫັນພຣະເຢຊູເຈົ້າຜູ້ຖືກເຮັດໃຫ້ຕ່ຳກວ່າເທວະດາພຽງຊົ່ວຂະນະໜຶ່ງນັ້ນ, ບັດນີ້ ໄດ້ສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດແລ້ວ ເພາະພຣະອົງໄດ້ທົນທຸກທໍລະມານຈົນຕາຍ ເພື່ອວ່າໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈະໄດ້ຊິມລົດຄວາມຕາຍເພື່ອທຸກຄົນ.
10
ໃນການນຳລູກຊາຍ ແລະ ລູກຍິງຈໍານວນຫລວງຫລາຍມາສູ່ສະຫງ່າລາສີນັ້ນ ກໍເປັນການເໝາະສົມແລ້ວທີ່ພຣະເຈົ້າຜູ້ທີ່ສັບພະສິ່ງມີຢູ່ເພື່ອພຣະອົງ ແລະ ໂດຍທາງພຣະອົງ ຈະເຮັດໃຫ້ຜູ້ບຸກເບີກຄວາມພົ້ນຂອງພວກເຂົາທັງຫລາຍນັ້ນສົມບູນໂດຍການທົນທຸກທໍລະມານຂອງພຣະອົງ.
11
ທັງພຣະອົງຜູ້ທີ່ເຮັດໃຫ້ມະນຸດທັງຫລາຍບໍລິສຸດກັບບັນດາຜູ້ທີ່ພຣະອົງເຮັດໃຫ້ບໍລິສຸດນັ້ນເປັນຄອບຄົວດຽວກັນ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນພວກເຂົາເຫລົ່ານັ້ນວ່າພີ່ນ້ອງ.
12
ພຣະອົງກ່າວວ່າ, “ເຮົາຈະປະກາດນາມຂອງພຣະອົງແກ່ພີ່ນ້ອງຂອງເຮົາ ເຮົາຈະຮ້ອງເພງສັນເສີນພຣະອົງໃນທີ່ປະຊຸມ”.
13
ແລະ ກ່າວອີກວ່າ, “ເຮົາຈະໄວ້ໃຈໃນພຣະອົງ”. ແລະ ພຣະອົງກ່າວອີກວ່າ, “ເຮົາ ແລະ ລູກທັງຫລາຍທີ່ພຣະເຈົ້າໄດ້ໃຫ້ແກ່ເຮົາຢູ່ທີ່ນີ້ແລ້ວ”.
14
ໃນເມື່ອລູກທັງຫລາຍມີເນື້ອໜັງ ແລະ ເລືອດ, ພຣະອົງຈຶ່ງຮ່ວມໃນຄວາມເປັນມະນຸດຂອງພວກເຂົາ ເພື່ອວ່າໂດຍຄວາມຕາຍຂອງພຣະອົງ ພຣະອົງຈະໄດ້ທຳລາຍຜູ້ຄຸມອຳນາດແຫ່ງຄວາມຕາຍຄືມານຮ້າຍ
15
ແລະ ປົດປ່ອຍບັນດາຜູ້ທີ່ຕົກເປັນຂ້າທາດຕະຫລອດຊີວິດເນື່ອງຈາກການຢ້ານຄວາມຕາຍຂອງພວກເຂົາ.
16
ເພາະແນ່ນອນວ່າ ພຣະອົງບໍ່ໄດ້ຊ່ວຍບັນດາເທວະດາ, ແຕ່ຊ່ວຍເຊື້ອສາຍຂອງອັບຣາຮາມ.
17
ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງເປັນເໝືອນກັບພວກເຂົາ, ເປັນມະນຸດໂດຍສົມບູນໃນທຸກດ້ານ ເພື່ອພຣະອົງຈະໄດ້ກາຍເປັນມະຫາປະໂລຫິດຜູ້ເຕັມດ້ວຍຄວາມເມດຕາ ແລະ ຄວາມສັດຊື່ໃນການຮັບໃຊ້ພຣະເຈົ້າ ແລະ ເພື່ອພຣະອົງຈະໄດ້ຊົດໃຊ້ຄວາມບາບຂອງຄົນທັງຫລາຍ.
18
ເພາະວ່າພຣະອົງເອງໄດ້ທົນທຸກໃນເວລາທີ່ພຣະອົງຖືກທົດລອງ, ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ກຳລັງຖືກທົດລອງໄດ້.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13