bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 4
Hebrews 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 5 →
1
ເຫດສະນັ້ນ ໃນເມື່ອສັນຍາວ່າດ້ວຍການເຂົ້າສູ່ການພັກສະຫງົບຂອງພຣະອົງນັ້ນຍັງຕັ້ງຢູ່, ກໍໃຫ້ພວກເຮົາທັງຫລາຍລະວັງບໍ່ໃຫ້ຄົນໃດໃນພວກເຈົ້າພາດຈາກການພັກສະຫງົບນີ້.
2
ເພາະພວກເຮົາທັງຫລາຍກໍໄດ້ຮັບຂ່າວປະເສີດຢ່າງດຽວກັນກັບຄົນເຫລົ່ານັ້ນເໝືອນກັນ, ແຕ່ຂໍ້ຄວາມທີ່ພວກເຂົາໄດ້ຍິນນັ້ນບໍ່ເປັນປະໂຫຍດແກ່ພວກເຂົາ, ເພາະວ່າພວກເຂົາບໍ່ໄດ້ຮ່ວມໃນຄວາມເຊື່ອຂອງບັນດາຄົນເຫລົ່ານັ້ນທີ່ເຊື່ອຟັງ.
3
ບັດນີ້ ພວກເຮົາຜູ້ທີ່ເຊື່ອກໍໄດ້ເຂົ້າສູ່ການພັກສະຫງົບຕາມທີ່ພຣະເຈົ້າໄດ້ກ່າວໄວ້ວ່າ, “ດັ່ງນັ້ນ ເຮົາຈຶ່ງໄດ້ປະກາດຕາມຄຳສາບານດ້ວຍຄວາມໂກດຮ້າຍຂອງເຮົາວ່າ, ‘ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ’”. ແລະ ເຖິງແມ່ນວ່າງານຂອງພຣະອົງສຳເລັດແລ້ວຕັ້ງແຕ່ການສ້າງໂລກກໍຕາມ.
4
ເພາະມີຕອນໜຶ່ງທີ່ພຣະອົງໄດ້ເວົ້າເຖິງວັນທີເຈັດວ່າ: “ໃນວັນທີເຈັດພຣະເຈົ້າຢຸດພັກຈາກການງານທັງໝົດຂອງພຣະອົງ”.
5
ແລະ ອີກເທື່ອໜຶ່ງໃນຂໍ້ຄວາມຂ້າງເທິງ ພຣະອົງເວົ້າວ່າ, “ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ”.
6
ເຫດສະນັ້ນ ກໍຍັງຄົງເປັນຢ່າງນີ້ຄືບາງຄົນຈະໄດ້ເຂົ້າສູ່ການພັກສະຫງົບ ແລະ ບັນດາຜູ້ທີ່ເຄີຍໄດ້ຍິນຂ່າວປະເສີດໃນຄັ້ງກ່ອນນັ້ນ ບໍ່ໄດ້ເຂົ້າກໍເພາະພວກເຂົາບໍ່ເຊື່ອຟັງ,
7
ພຣະເຈົ້າໄດ້ກຳນົດວັນໜຶ່ງຂຶ້ນມາອີກ ຄືວັນທີ່ເອີ້ນວ່າ, “ວັນນີ້”. ສິ່ງນີ້ພຣະອົງໄດ້ກະທຳເມື່ອເວລາດົນນານຕໍ່ມາ ພຣະອົງໄດ້ກ່າວເລື່ອງນີ້ຜ່ານທາງດາວິດເໝືອນທີ່ໄດ້ກ່າວໄວ້ກ່ອນແລ້ວວ່າ: “ວັນນີ້, ຖ້າພວກເຈົ້າທັງຫລາຍໄດ້ຍິນສຽງຂອງພຣະອົງ, ຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງ”.
8
ເພາະຖ້າໂຢຊວຍໄດ້ໃຫ້ພວກເຂົາເຂົ້າສູ່ການພັກສະຫງົບ ພຣະເຈົ້າກໍຄົງບໍ່ຕ້ອງກ່າວເຖິງອີກວັນໜຶ່ງໃນພາຍຫລັງ.
9
ດັ່ງນັ້ນ ວັນຊະບາໂຕແຫ່ງການພັກສະຫງົບສຳລັບຄົນຂອງພຣະເຈົ້າຈຶ່ງຍັງຄົງມີຢູ່,
10
ເພາະວ່າຜູ້ທີ່ໄດ້ເຂົ້າສູ່ການພັກສະຫງົບຂອງພຣະເຈົ້າຍ່ອມໄດ້ຢຸດພັກຈາກກິດຈະການ ຂອງຕົນເໝືອນກັນກັບທີ່ພຣະເຈົ້າຢຸດພັກຈາກການງານຂອງພຣະອົງ.
11
ເຫດສະນັ້ນ ໃຫ້ພວກເຮົາພະຍາຍາມທຸກວິຖີທາງທີ່ຈະໄດ້ເຂົ້າສູ່ການພັກສະຫງົບນັ້ນ. ເພື່ອວ່າຈະບໍ່ມີຜູ້ໃດຈິບຫາຍໄປເພາະເຮັດຕາມແບບຢ່າງການບໍ່ເຊື່ອຟັງຂອງພວກເຂົາ.
12
ເພາະວ່າພຣະທຳຂອງພຣະເຈົ້ານັ້ນມີຊີວິດ ແລະ ລິດເດດ. ຄົມກວ່າດາບສອງຄົມທຸກດວງ, ແທງຊອດແມ່ນແຕ່ຈິດໃຈ ແລະ ວິນຍານ, ຕະຫລອດທັງຄໍ່ກະດູກ ແລະ ໄຂໃນກະດູກ, ທັງສັງເກດຮູ້ຄວາມຄິດ ແລະ ທັດສະນະຄະຕິຂອງຫົວໃຈໄດ້.
13
ບໍ່ມີສິ່ງໃດໃນສັບພະສິ່ງທີ່ຖືກສ້າງຈະຖືກເຊື່ອງໄວ້ຈາກສາຍຕາຂອງພຣະເຈົ້າໄດ້. ທຸກສິ່ງຖືກເປີດເຜີຍ ແລະ ຈະປາກົດຕໍ່ສາຍຕາຂອງພຣະອົງຜູ້ທີ່ພວກເຮົາທັງຫລາຍຈະຕ້ອງໃຫ້ການ.
14
ເຫດສະນັ້ນ, ໃນເມື່ອພວກເຮົາມີມະຫາປະໂລຫິດຜູ້ຍິ່ງໃຫຍ່ຜູ້ທີ່ໄດ້ຂຶ້ນສູ່ສະຫວັນ ຄືພຣະເຢຊູເຈົ້າພຣະບຸດຂອງພຣະເຈົ້າ ກໍໃຫ້ພວກເຮົາຢຶດໝັ້ນໃນຄວາມເຊື່ອທີ່ພວກເຮົາໄດ້ປະກາດແລ້ວນັ້ນ.
15
ເພາະພວກເຮົາບໍ່ໄດ້ມີມະຫາປະໂລຫິດທີ່ບໍ່ສາມາດຈະເຫັນອົກເຫັນໃຈໃນຄວາມອ່ອນແອທັງຫລາຍຂອງພວກເຮົາ, ແຕ່ພວກເຮົາມີພຣະອົງຜູ້ທີ່ຖືກທົດລອງໃນທຸກທາງເໝືອນຢ່າງພວກເຮົາ, ເຖິງປານນັ້ນພຣະອົງກໍຍັງບໍ່ໄດ້ເຮັດບາບ.
16
ດັ່ງນັ້ນ ຂໍໃຫ້ພວກເຮົາເຂົ້າມາໃກ້ບັນລັງແຫ່ງພຣະຄຸນດ້ວຍຄວາມໝັ້ນໃຈ, ເພື່ອວ່າພວກເຮົາຈະໄດ້ຮັບຄວາມເມດຕາ ແລະ ພົບພຣະຄຸນທີ່ຈະຊ່ວຍພວກເຮົາເມື່ອເຖິງເວລາທີ່ຕ້ອງການ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13