bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 7
Hebrews 7
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 8 →
1
ເມຄີເຊເດັກຜູ້ນີ້ເປັນກະສັດເມືອງຊາເລັມ ແລະ ເປັນປະໂລຫິດຂອງພຣະເຈົ້າຜູ້ສູງສຸດ. ເມຄີເຊເດັກໄດ້ພົບອັບຣາຮາມ ແລະ ອວຍພອນເພິ່ນຫລັງຈາກທີ່ເພິ່ນກັບມາຈາກການຮົບຊະນະບັນດາກະສັດທັງຫລາຍ,
2
ແລະ ອັບຣາຮາມໄດ້ຖວາຍໜຶ່ງສວ່ນສິບຈາກສິ່ງຂອງທັງໝົດໃຫ້ແກ່ເພິ່ນ. ປະການທຳອິດ, ເມຄີເຊເດັກມີຄວາມຫມາຍວ່າ “ກະສັດແຫ່ງຄວາມຊອບທຳ” ແລະ ປະການຕໍ່ມາ, “ກະສັດແຫ່ງຊາເລັມ” ກໍໝາຍເຖິງ “ກະສັດແຫ່ງສັນຕິສຸກ”.
3
ບໍ່ມີບັນທຶກວ່າຜູ້ໃດເປັນບິດາ ຫລື ມານດາ, ບໍ່ມີລຳດັບວົງຕະກູນ, ບໍ່ມີວັນເລີ່ມຕົ້ນ ຫລື ວັນສິ້ນສຸດຊີວິດ, ເໝືອນກັນກັບພຣະບຸດຂອງພຣະເຈົ້າ, ເພິ່ນເປັນປະໂລຫິດຕະຫລອດໄປ.
4
ຈົ່ງຄິດເບິ່ງວ່າເມຄີເຊເດັກຍິ່ງໃຫຍ່ຂະໜາດໃດ, ແມ່ນແຕ່ອັບຣາຮາມບັນພະບຸລຸດຂອງພວກເຮົາຍັງໄດ້ຖວາຍໜຶ່ງສ່ວນສິບຈາກສິ່ງຂອງທີ່ຢຶດມາໃຫ້ແກ່ເພິ່ນ.
5
ກົດບັນຍັດໄດ້ຮຽກຮ້ອງໃຫ້ເຊື້ອສາຍຂອງເລວີຜູ້ເປັນປະໂລຫິດນັ້ນຮັບໜຶ່ງສ່ວນສິບຈາກປະຊາຊົນ ຄືຈາກພີ່ນ້ອງຊາວອິດສະຣາເອນຂອງຕົນເຖິງແມ່ນວ່າພວກເຂົາຈະສືບເຊື້ອສາຍມາຈາກອັບຣາຮາມກໍຕາມ.
6
ເຖິງຢ່າງໃດກໍຕາມ, ເມຄີເຊເດັກບໍ່ໄດ້ສືບເຊື້ອສາຍມາຈາກຊາວເລວີ, ແຕ່ເພິ່ນກໍໄດ້ຮັບໜຶ່ງສ່ວນສິບຈາກອັບຣາຮາມ ແລະ ໄດ້ອວຍພອນອັບຣາຮາມຜູ້ທີ່ຮັບສັນຍາ.
7
ແລະ ແນ່ນອນວ່າຜູ້ນ້ອຍຍ່ອມຮັບພອນຈາກຜູ້ໃຫຍ່.
8
ໃນກໍລະນີໜຶ່ງ, ຜູ້ຮັບໜຶ່ງສ່ວນສິບເປັນມະນຸດທີ່ຕ້ອງຕາຍ, ແຕ່ໃນກໍລະນີໜຶ່ງອີກຜູ້ຮັບໜຶ່ງສ່ວນສິບຄືຜູ້ທີ່ໄດ້ຮັບການປະກາດວ່າມີຊີວິດຢູ່.
9
ເວົ້າໄດ້ອີກຢ່າງໜຶ່ງວ່າເລວີຜູ້ທີ່ຮັບໜຶ່ງສ່ວນສິບນັ້ນໄດ້ຖວາຍໜຶ່ງສ່ວນສິບຜ່ານທາງອັບຣາຮາມ,
10
ເພາະວ່າເມື່ອເມຄີເຊເດັກໄດ້ພົບກັບອັບຣາຮາມນັ້ນ ເລວີຍັງຢູ່ໃນກາຍຂອງບັນພະບຸລຸດຂອງເພິ່ນ.
11
ຖ້າຫາກມະນຸດມາເຖິງຄວາມບໍລິບູນຄົບຖ້ວນໃນພຣະເຈົ້າໄດ້ໂດຍທາງລະບົບປະໂລຫິດຕາມແບບຂອງເລວີແລ້ວ ແລະ ເພາະໂດຍພື້ນຖານຂອງລະບົບປະໂລຫິດນີ້ກົດບັນຍັດຈຶ່ງມີມາເຖິງບັນດາປະຊາຊົນ ເປັນຫຍັງຍັງຕ້ອງມີປະໂລຫິດອີກຄົນໜຶ່ງ ເຊິ່ງເປັນປະໂລຫິດໃນລຳດັບດຽວກັນກັບເມຄີເຊເດັກ, ບໍ່ແມ່ນໃນລຳດັບດຽວກັນກັບອາໂຣນ?
12
ເພາະເມື່ອມີການປ່ຽນແປງລະບົບປະໂລຫິດກໍຈະຕ້ອງມີການປ່ຽນແປງກົດບັນຍັດເໝືອນກັນ.
13
ພຣະອົງຜູ້ທີ່ສິ່ງຕ່າງໆເຫລົ່ານີ້ໄດ້ກ່າວເຖິງນັ້ນມາຈາກຕະກູນອື່ນ ແລະ ບໍ່ມີຜູ້ໃດທີ່ມາຈາກຕະກູນນັ້ນເຄີຍຮັບໃຊ້ທີ່ແທ່ນບູຊາ.
14
ເພາະເປັນທີ່ຈະແຈ້ງແລ້ວວ່າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ສືບເຊື້ອສາຍມາຈາກຕະກູນຢູດາ ແລະ ເປັນຕະກຸນທີ່ໂມເຊບໍ່ໄດ້ກ່າວເຖິງເລື່ອງບັນດາປະໂລຫິດ.
15
ແລະ ສິ່ງທີ່ພວກເຮົາໄດ້ກ່າວນັ້ນຈະເຫັນຈະແຈ້ງຫລາຍຂຶ້ນຖ້າມີປະໂລຫິດອີກຜູ້ໜຶ່ງເໝືອນເມຄີເຊເດັກປາກົດຂຶ້ນ,
16
ຜູ້ທີ່ເປັນປະໂລຫິດໂດຍບໍ່ໄດ້ອາໄສກົດລະບຽບການສືບທອດຕາມບັນພະບຸລຸດຂອງພວກເຂົາ ແຕ່ໂດຍອາໄສລິດອຳນາດແຫ່ງຊີວິດທີ່ບໍ່ສາມາດທຳລາຍໄດ້.
17
ຕາມທີ່ປະກາດໄວ້ວ່າ: “ທ່ານເປັນປະໂລຫິດຕະຫລອດໄປ, ໃນລຳດັບດຽວກັນກັບເມຄີເຊເດັກ”.
18
ກົດລະບຽບເດີມຖືກຍົກເລີກໄປເນື່ອງຈາກບໍ່ມີປະສິດທິພາບ ແລະ ບໍ່ມີປະໂຫຍດ
19
(ເພາະກົດບັນຍັດບໍ່ໄດ້ເຮັດໃຫ້ສິ່ງໃດຄົບຖ້ວນສົມບູນໄດ້ເລີຍ), ແລະ ມີຄວາມຫວັງອັນດີກວ່າກໍເຂົ້າມາ, ໂດຍຄວາມຫວັງນັ້ນພວກເຮົາຈຶ່ງເຂົ້າໃກ້ພຣະເຈົ້າໄດ້.
20
ແລະ ພຣະເຈົ້າຢືນຢັນເລື່ອງນີ້ດ້ວຍຄຳສາບານ! ຂະນະທີ່ຄົນອື່ນໆຂຶ້ນເປັນປະໂລຫິດໂດຍບໍ່ມີຄຳສາບານໃດໆ,
21
ແຕ່ພຣະເຢຊູເຈົ້າຂຶ້ນເປັນປະໂລຫິດດ້ວຍຄຳສາບານເມື່ອພຣະເຈົ້າກ່າວກັບພຣະອົງວ່າ: “ອົງພຣະຜູ້ເປັນເຈົ້າໄດ້ປະຕິຍານແລ້ວ ແລະ ຈະບໍ່ປ່ຽນໃຈຄື: ‘ທ່ານເປັນປະໂລຫິດຕະຫລອດໄປ’”.
22
ເພາະດ້ວຍຄຳສາບານນີ້ ພຣະເຢຊູເຈົ້າຈຶ່ງເປັນຜູ້ຄ້ຳປະກັນພັນທະສັນຍາອັນດີກວ່າ.
23
ບັດນີ້ ກໍມີປະໂລຫິດຈຳນວນຫລາຍແລ້ວ ເພາະຄວາມຕາຍໄດ້ຂັດຂວາງພວກເຂົາບໍ່ໃຫ້ຢູ່ໃນຕຳແໜ່ງນັ້ນຕະຫລອດໄປ;
24
ແຕ່ເພາະພຣະເຢຊູເຈົ້າມີຊີວິດຢູ່ເປັນນິດ ພຣະອົງຈຶ່ງເປັນປະໂລຫິດຕະຫລອດໄປ.
25
ເຫດສະນັ້ນ ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ມາຫາພຣະເຈົ້າໂດຍທາງພຣະອົງໄດ້ຢ່າງສົມບູນ ເພາະພຣະອົງມີຊີວິດຢູ່ເພື່ອຈະອ້ອນວອນເພື່ອພວກເຂົາສະເໝີ.
26
ມະຫາປະໂລຫິດຢ່າງນີ້ແຫລະທີ່ຕອບສະຫນອງຄວາມຈຳເປັນຂອງພວກເຮົາໄດ້ ຄືປະໂລຫິດຜູ້ບໍລິສຸດ, ບໍ່ມີຕຳໜິ, ບໍ່ມີມົນທິນ, ແຍກຈາກບັນດາຄົນບາບ, ເປັນທີ່ເທີດທູນເໜືອຟ້າສະຫວັນ.
27
ພຣະເຢຊູເຈົ້າບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາທຸກໆວັນເໝືອນກັບມະຫາປະໂລຫິດອື່ນໆ, ເຊິ່ງຕ້ອງໄດ້ຖວາຍເຄື່ອງບູຊາສຳລັບຄວາມບາບຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນຈຶ່ງຖວາຍເຄື່ອງບູຊາສຳລັບຄວາມບາບຂອງປະຊາຊົນ. ພຣະເຢຊູເຈົ້າຖວາຍພຣະອົງເອງເປັນເຄື່ອງບູຊາສຳລັບຄວາມບາບຂອງພວກເຂົາທັງຫລາຍພຽງຄັ້ງດຽວເປັນການສິ້ນສຸດ.
28
ເພາະກົດບັນຍັດນັ້ນໄດ້ແຕ່ງຕັ້ງມະນຸດຜູ້ອ່ອນແອໃຫ້ເປັນມະຫາປະໂລຫິດ ແຕ່ຄຳສາບານຂອງພຣະເຈົ້າທີ່ມາພາຍຫລັງກົດບັນຍັດໄດ້ແຕ່ງຕັ້ງພຣະບຸດ ຜູ້ທີ່ຖືກເຮັດໃຫ້ສົມບູນແລ້ວຕະຫລອດໄປ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13