bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 10
Hebrews 10
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 11 →
1
ກົດບັນຍັດເປັນພຽງແຕ່ເງົາຂອງສິ່ງປະເສີດທັງຫລາຍທີ່ກຳລັງຈະມາເຖິງ ບໍ່ແມ່ນຕົວຈິງຂອງສິ່ງເຫລົ່ານັ້ນ. ດ້ວຍເຫດນີ້ ຈຶ່ງບໍ່ສາມາດເຮັດໃຫ້ຜູ້ທີ່ເຂົ້າເຝົ້ານະມັດສະການນັ້ນສົມບູນຄົບຖ້ວນດ້ວຍເຄື່ອງຖວາຍບູຊາແບບເດີມຊ້ຳກັນ ເຊິ່ງຖວາຍແລ້ວຖວາຍອີກທຸກໆປີບໍ່ສິ້ນສຸດຈັກເທື່ອ.
2
ເພາະຖ້າເຮັດຢ່າງນັ້ນໄດ້ ພວກເຂົາຈະບໍ່ຢຸດຖວາຍເຄື່ອງບູຊາບໍ? ເພາະຜູ້ນະມັດສະການຈະໄດ້ຮັບການຊຳລະໃຫ້ບໍລິສຸດພຽງຄັ້ງດຽວເປັນການສິ້ນສຸດ ແລະ ຈະບໍ່ຮູ້ສຶກຜິດກັບຄວາມບາບຂອງພວກເຂົາອີກຕໍ່ໄປ.
3
ແຕ່ເຄື່ອງບູຊາເຫລົ່ານັ້ນເປັນສິ່ງເຕືອນໃຫ້ສຳນຶກບາບທຸກປີ.
4
ເພາະເລືອດແບ້ ແລະ ເລືອດງົວບໍ່ສາມາດລຶບລ້າງບາບໃຫ້ຫມົດໄປໄດ້.
5
ເຫດສະນັ້ນ, ເມື່ອພຣະຄຣິດເຈົ້າເຂົ້າມາໃນໂລກ ພຣະອົງໄດ້ກ່າວວ່າ: “ເຄື່ອງບູຊາ ແລະ ຂອງຖວາຍພຣະອົງບໍ່ຕ້ອງການ, ແຕ່ພຣະອົງໄດ້ຈັດຕຽມຮ່າງກາຍໜຶ່ງໄວ້ສຳລັບຂ້ານ້ອຍ.
6
ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບ ພຣະອົງບໍ່ໄດ້ພໍໃຈ.
7
ແລ້ວຂ້ານ້ອຍຈຶ່ງຕອບວ່າ, ‘ຂ້ານ້ອຍຢູ່ທີ່ນີ້ ດັ່ງທີ່ໃນໜັງສືມ້ວນໄດ້ຂຽນເຖິງຂ້ານ້ອຍໄວ້ນັ້ນ ຂ້າແດ່ພຣະເຈົ້າ, ຂ້ານ້ອຍໄດ້ມາເພື່ອເຮັດຕາມຄວາມປະສົງຂອງພຣະອົງ’”.
8
ປະການທຳອິດພຣະອົງໄດ້ກ່າວວ່າ, “ເຄື່ອງບູຊາ ແລະ ຂອງຖວາຍ, ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບພຣະອົງບໍ່ຕ້ອງການ ແລະ ພຣະອົງບໍ່ໄດ້ພໍໃຈໃນສິ່ງເຫລົ່ານັ້ນ” ເຖິງແມ່ນວ່າພວກເຂົາໄດ້ຖວາຍໂດຍອີງຕາມກົດບັນຍັດກໍຕາມ.
9
ຕໍ່ມາພຣະອົງໄດ້ກ່າວວ່າ, “ຂ້ານ້ອຍຢູ່ທີ່ນີ້, ຂ້ານ້ອຍໄດ້ມາເພື່ອເຮັດຕາມຄວາມປະສົງຂອງພຣະອົງ”. ພຣະອົງຍົກເລີກລະບົບທຳອິດເພື່ອຕັ້ງລະບົບທີສອງ.
10
ແລະ ໂດຍຄວາມປະສົງນີ້, ພວກເຮົາທັງຫລາຍຈຶ່ງໄດ້ຮັບການຊຳລະໃຫ້ບໍລິສຸດໂດຍການຖວາຍກາຍຂອງພຣະເຢຊູຄຣິດເຈົ້າເປັນເຄື່ອງບູຊາພຽງຄັ້ງດຽວເປັນການສິ້ນສຸດ.
11
ແຕ່ລະວັນປະໂລຫິດທຸກຄົນຢືນປະຕິບັດໜ້າທີ່ທາງສາສະໜາຂອງຕົນ, ທຸກຄັ້ງເພິ່ນກໍໄດ້ຖວາຍເຄື່ອງບູຊາແບບດຽວກັນ ເຊິ່ງບໍ່ສາມາດລຶບລ້າງບາບໃຫ້ຫມົດສິ້ນໄປໄດ້ເລີຍ.
12
ແຕ່ເມື່ອປະໂລຫິດອົງນີ້ຖວາຍເຄື່ອງບູຊາລຶບລ້າງບາບຄັ້ງດຽວສຳລັບຕະຫລອດໄປແລ້ວ, ພຣະອົງກໍໄດ້ນັ່ງທີ່ເບື້ອງຂວາມືຂອງພຣະເຈົ້າ,
13
ແລະ ນັບແຕ່ນັ້ນມາພຣະອົງລໍຄອຍຈົນກວ່າສັດຕູທັງຫລາຍຂອງພຣະອົງຈະຖືກເຮັດໃຫ້ເປັນເຄື່ອງຮອງຕີນຂອງພຣະອົງ.
14
ເພາະໂດຍການຖວາຍບູຊາພຽງຄັ້ງດຽວພຣະອົງໄດ້ເຮັດໃຫ້ບັນດາຜູ້ທີ່ກຳລັງຮັບການຊຳລະໃຫ້ບໍລິສຸດນັ້ນເຖິງຄວາມສົມບູນຕະຫລອດໄປ.
15
ພຣະວິນຍານບໍລິສຸດເຈົ້າຍັງຢືນຢັນຂໍ້ນີ້ແກ່ພວກເຮົາເໝືອນກັນ. ພຣະອົງໄດ້ກ່າວເປັນປະການທຳອິດວ່າ:
16
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ນີ້ຄືພັນທະສັນຍາທີ່ເຮົາຈະເຮັດກັບພວກເຂົາ ຫລັງຈາກສະໄໝນັ້ນ. ເຮົາຈະໃສ່ກົດບັນຍັດຂອງເຮົາໄວ້ໃນຫົວໃຈຂອງພວກເຂົາ, ແລະ ເຮົາຈະຈາລຶກກົດບັນຍັດນັ້ນເທິງຈິດໃຈຂອງພວກເຂົາ”.
17
ແລ້ວພຣະອົງກ່າວອີກວ່າ: “ຄວາມບາບ ແລະ ການອະທຳທັງຫລາຍຂອງພວກເຂົາ ເຮົາຈະບໍ່ຈົດຈຳອີກຕໍ່ໄປ”.
18
ແລະ ເມື່ອອະໄພຄວາມບາບໃຫ້ແລ້ວ, ກໍບໍ່ຕ້ອງມີການຖວາຍເຄື່ອງບູຊາສຳລັບການໄຖ່ບາບອີກຕໍ່ໄປ.
19
ເຫດສະນັ້ນ, ພີ່ນ້ອງທັງຫລາຍເອີຍ, ໃນເມື່ອພວກເຮົາໝັ້ນໃຈທີ່ຈະເຂົ້າສູ່ສະຖານທີ່ສັກສິດທີ່ສຸດໂດຍໂລຫິດຂອງພຣະເຢຊູເຈົ້າແລ້ວ,
20
ໂດຍຫົນທາງໃໝ່ອັນມີຊີວິດທີ່ເປີດໃຫ້ພວກເຮົາຜ່ານທາງຜ້າກັ້ງຄືກາຍຂອງພຣະອົງ,
21
ແລະ ໃນເມື່ອພວກເຮົາມີມະຫາປະໂລຫິດຍິ່ງໃຫຍ່ເໜືອຄົວເຮືອນຂອງພຣະເຈົ້າແລ້ວ,
22
ກໍໃຫ້ພວກເຮົາເຂົ້າໃກ້ພຣະເຈົ້າດ້ວຍໃຈຈິງ ແລະ ດ້ວຍຄວາມໝັ້ນໃຈຢ່າງເຕັມທີ່ໃນຄວາມເຊື່ອ ໂດຍທີ່ຈິດໃຈຂອງພວກເຮົາໄດ້ຮັບການຊິດໃສ່ເພື່ອຊຳລະພວກເຮົາໃຫ້ໝົດຈາກຈິດສຳນຶກທີ່ຟ້ອງວ່າຕົນຜິດ ແລະ ຮ່າງກາຍຂອງພວກເຮົາໄດ້ຮັບການຊຳລະລ້າງດ້ວຍນ້ຳບໍລິສຸດແລ້ວ.
23
ໃຫ້ພວກເຮົາຢຶດໝັ້ນຢ່າງບໍ່ຫວັ່ນໄຫວໃນຄວາມຫວັງທີ່ພວກເຮົາໄດ້ປະກາດຮັບໄວ້, ເພາະພຣະອົງຜູ້ສັນຍານັ້ນສັດຊື່.
24
ແລະ ໃຫ້ພວກເຮົາພິຈາລະນາເບິ່ງວ່າພວກເຮົາຈະປຸກໃຈກັນໃນເລື່ອງຄວາມຮັກ ແລະ ໃນການກະທຳດີໄດ້ຢ່າງໃດ,
25
ຢ່າໃຫ້ພວກເຮົາປະການປະຊຸມກັນເໝືອນດັ່ງບາງຄົນເຮັດເປັນປະຈຳ, ແຕ່ໃຫ້ພວກເຮົາໜູນໃຈກັນຫລາຍຂຶ້ນ ແລະ ເຮັດຢ່າງນັ້ນໃຫ້ຫລາຍຂຶ້ນອີກ ເພາະພວກເຈົ້າກໍເຫັນແລ້ວວ່າວັນນັ້ນໃກ້ເຂົ້າມາແລ້ວ.
26
ຫລັງຈາກທີ່ພວກເຮົາໄດ້ຮູ້ຄວາມຈິງແລ້ວ ຖ້າພວກເຮົາຍັງເຈດຕະນາເຮັດບາບຕໍ່ໄປກໍຈະບໍ່ເຫລືອເຄື່ອງບູຊາລຶບລ້າງບາບໃດໆ,
27
ແຕ່ມີພຽງແຕ່ລໍຖ້າດ້ວຍຄວາມຢ້ານກົວຕໍ່ການພິພາກສາ ແລະ ໄຟອັນຮ້ອນກ້າທີ່ຈະເຜົາຜານບັນດາສັດຕູຂອງພຣະເຈົ້າ.
28
ຄົນໃດທີ່ປະຕິເສດກົດບັນຍັດຂອງໂມເຊ ຖ້າມີພະຍານສອງ ຫລື ສາມຄົນກໍຈະຕ້ອງຕາຍໂດຍປາດສະຈາກຄວາມເມດຕາ.
29
ພວກເຈົ້າຄິດວ່າຜູ້ທີ່ຢຽບຢ່ຳພຣະບຸດຂອງພຣະເຈົ້າ, ຜູ້ທີ່ປະຕິບັດຕໍ່ໂລຫິດແຫ່ງພັນທະສັນຍາທີ່ຊຳລະພວກເຂົາໃຫ້ບໍລິສຸດນັ້ນເໝືອນບໍ່ແມ່ນສິ່ງສັກສິດ ແລະ ຜູ້ທີ່ດູຖູກພຣະວິນຍານແຫ່ງພຣະຄຸນສົມຄວນໄດ້ຮັບໂທດໜັກຫລາຍກວ່ານັ້ນຈັກເທົ່າໃດ?
30
ເພາະພວກເຮົາຮູ້ຈັກພຣະອົງຜູ້ກ່າວວ່າ, “ການແກ້ແຄ້ນເປັນໜ້າທີ່ຂອງເຮົາເອງ, ເຮົາເອງຈະເປັນຜູ້ຕອບແທນ” ແລະ ໄດ້ກ່າວອີກວ່າ, “ອົງພຣະຜູ້ເປັນເຈົ້າຈະພິພາກສາປະຊາຊົນຂອງພຣະອົງ”.
31
ການຕົກຢູ່ໃນມືຂອງພຣະເຈົ້າຜູ້ມີຊີວິດຢູ່ນັ້ນກໍເປັນສິ່ງທີ່ໜ້າຢ້ານກົວຫລາຍ.
32
ຈົ່ງລະນຶກເຖິງວັນກ່ອນໜ້ານັ້ນຫລັງຈາກທີ່ພວກເຈົ້າໄດ້ຮັບຄວາມສະຫວ່າງ, ເມື່ອພວກເຈົ້າອົດທົນໃນຍາມທີ່ຖືກຕໍ່ຕ້ານຢ່າງໜັກທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ.
33
ບາງເທື່ອພວກເຈົ້າກໍຖືກດູຖູກ ແລະ ຖືກຂົ່ມເຫັງຕໍ່ໜ້າຄົນທັງຫລາຍ, ບາງເທື່ອພວກເຈົ້າກໍເຂົ້າຢືນຄຽງຂ້າງບັນດາຜູ້ທີ່ຖືກປະຕິບັດຢ່າງນັ້ນດ້ວຍ.
34
ພວກເຈົ້າທົນທຸກກັບບັນດາຜູ້ທີ່ຢູ່ໃນຄຸກ ແລະ ເມື່ອຖືກຢຶດຊັບສິນພວກເຈົ້າກໍຍອມຮັບດ້ວຍຄວາມຍິນດີ ເພາະພວກເຈົ້າຮູ້ວ່າພວກເຈົ້າເອງມີຊັບສິນທີ່ດີກວ່າ ແລະ ຍືນຍົງກວ່າ.
35
ດັ່ງນັ້ນ ຢ່າປະຖິ້ມຄວາມຫມັ້ນໃຈຂອງພວກເຈົ້າ, ສິ່ງນີ້ຈະນຳບຳເໜັດອັນຍິ່ງໃຫຍ່ມາ.
36
ພວກເຈົ້າທັງຫລາຍຈໍາເປັນຕ້ອງມີຄວາມອົດທົນເພື່ອວ່າເມື່ອພວກເຈົ້າໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າແລ້ວ, ພວກເຈົ້າກໍຈະໄດ້ຮັບສິ່ງທີ່ພຣະອົງໄດ້ສັນຍາໄວ້
37
ເພາະວ່າ, “ໃນອີກບໍ່ດົນ, ພຣະອົງຜູ້ທີ່ກຳລັງມາກໍຈະມາເຖິງ ແລະ ຈະບໍ່ຊັກຊ້າ”.
38
ແລະ, “ແຕ່ຄົນຊອບທຳຂອງເຮົາ ຈະດຳເນີນຊີວິດໂດຍຄວາມເຊື່ອ. ແລະ ເຮົາຈະບໍ່ພໍໃຈ ໃນຄົນທີ່ຫລົບຖອຍຫລັງ”.
39
ສ່ວນພວກເຮົາບໍ່ໄດ້ຢູ່ຝ່າຍຄົນທີ່ຫລົບຖອຍຫລັງ ແລະ ຖືກທຳລາຍ, ແຕ່ຢູ່ຝ່າຍຄົນທີ່ມີຄວາມເຊື່ອ ແລະ ໄດ້ຮັບການຊ່ວຍໃຫ້ພົ້ນ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13