bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Hebrews 13
Hebrews 13
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
1
ຈົ່ງສືບຕໍ່ຮັກເຊິ່ງກັນແລະກັນເໝືອນດັ່ງພີ່ນ້ອງ.
2
ຢ່າລືມທີ່ຈະຕ້ອນຮັບຄົນແປກໜ້າ, ເພາະໂດຍການເຮັດຢ່າງນັ້ນບາງຄົນໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ໂຕ.
3
ຈົ່ງສືບຕໍ່ລະນຶກເຖິງບັນດາຜູ້ທີ່ຖືກຂັງຄຸກຢູ່ເໝືອນກັບວ່າພວກເຈົ້າໄດ້ຖືກຂັງຄຸກຮ່ວມກັນກັບພວກເຂົາດ້ວຍ ແລະ ຈົ່ງລະນຶກເຖິງບັນດາຄົນທີ່ຖືກຂົ່ມເຫັງເໝືອນກັບວ່າພວກເຈົ້າເອງກຳລັງທຸກທໍລະມານຢູ່.
4
ຈົ່ງໃຫ້ການແຕ່ງງານເປັນທີ່ນັບຖືສຳລັບທຸກຄົນ ແລະ ຮັກສາຕຽງນອນສົມລົດໃຫ້ບໍລິສຸດ, ເພາະພຣະເຈົ້າຈະພິພາກສາລົງໂທດແກ່ຄົນຫລິ້ນຊູ້ ແລະ ທຸກຄົນທີ່ເຮັດຜິດສິນທຳທາງເພດ.
5
ຈົ່ງຮັກສາຊີວິດຂອງພວກເຈົ້າໃຫ້ເວັ້ນຈາກການຮັກເງິນ ແລະ ຈົ່ງພໍໃຈກັບສິ່ງທີ່ຕົນມີຢູ່, ເພາະວ່າພຣະເຈົ້າໄດ້ກ່າວໄວ້ວ່າ, “ເຮົາຈະບໍ່ໄປຈາກເຈົ້າ, ເຮົາຈະບໍ່ປະຖິ້ມເຈົ້າຈັກເທື່ອ”.
6
ດັ່ງນັ້ນ ພວກເຮົາຈຶ່ງກ່າວໄດ້ຢ່າງໝັ້ນໃຈວ່າ, “ອົງພຣະຜູ້ເປັນເຈົ້າເປັນຜູ້ຊ່ວຍເຫລືອຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ຢ້ານກົວ. ມະນຸດຈະເຮັດຫຍັງໃຫ້ຂ້ານ້ອຍໄດ້?”
7
ຈົ່ງລະນຶກເຖິງບັນດາຜູ້ນຳຂອງພວກເຈົ້າ ຜູ້ທີ່ໄດ້ກ່າວພຣະຄຳຂອງພຣະເຈົ້າແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນຂອງວິຖີຊີວິດຂອງພວກເພິ່ນເຫລົ່ານັ້ນແລ້ວປະຕິບັດຕາມແບບຢ່າງຄວາມເຊື່ອຂອງພວກເພິ່ນ.
8
ພຣະເຢຊູຄຣິດເຈົ້າເປັນຢູ່ທັງໃນເວລາວານນີ້, ວັນນີ້ ແລະ ຕະຫລອດໄປ.
9
ຢ່າຫລົງໄປກັບບັນດາຄຳສອນແປກໆທຸກຊະນິດ. ເປັນການດີທີ່ຈະໃຫ້ຫົວໃຈຂອງພວກເຮົາເຂັ້ມແຂງຂຶ້ນດ້ວຍພຣະຄຸນ, ບໍ່ແມ່ນດ້ວຍການຮັບປະທານອາຫານຕາມພິທີການ ເຊິ່ງບໍ່ມີປະໂຫຍດຫຍັງແກ່ບັນດາຜູ້ທີ່ຮັບປະທານ.
10
ພວກເຮົາມີແທ່ນບູຊາທີ່ບັນດາຜູ້ປະຕິບັດໜ້າທີ່ໃນຫໍເຕັນຈະບໍ່ມີສິດຮັບປະທານອາຫານຈາກແທ່ນບູຊານັ້ນ.
11
ມະຫາປະໂລຫິດນຳເລືອດຂອງສັດຕ່າງໆເຂົ້າໄປໃນສະຖານທີ່ສັກສິດທີ່ສຸດເພື່ອເປັນເຄື່ອງບູຊາໄຖ່ບາບ, ແຕ່ຮ່າງກາຍຂອງສັດເຫລົ່ານັ້ນໄດ້ຖືກນຳໄປເຜົາຢູ່ນອກຄ້າຍ.
12
ແລະ ພຣະເຢຊູຄຣິດເຈົ້າກໍເໝືອນກັນ ພຣະອົງທົນທຸກຢູ່ນອກປະຕູເມືອງເພື່ອຊຳລະຄົນຂອງພຣະເຈົ້າໃຫ້ບໍລິສຸດດ້ວຍເລືອດຂອງພຣະອົງເອງ.
13
ດັ່ງນັ້ນ ໃຫ້ພວກເຮົາທັງຫລາຍອອກໄປຫາພຣະອົງທີ່ນອກຄ້າຍ, ແບກຮັບຄວາມອັບອາຍທີ່ພຣະອົງໄດ້ແບກໄວ້ນັ້ນ.
14
ເພາະຢູ່ທີ່ນີ້ພວກເຮົາບໍ່ມີບ້ານເມືອງອັນຖາວອນ, ແຕ່ພວກເຮົາກຳລັງສະແຫວງຫາບ້ານເມືອງທີ່ຈະມາເຖິງ.
15
ເຫດສະນັ້ນ ໃຫ້ພວກເຮົາຖວາຍການສັນລະເສີນເປັນເຄື່ອງບູຊາແກ່ພຣະເຈົ້າຜ່ານທາງພຣະເຢຊູຄຣິດເຈົ້າຕະຫລອດໄປ ຄືຖວາຍຜົນແຫ່ງຮີມສົບທີ່ກ່າວຍອມຮັບນາມຂອງພຣະອົງ.
16
ຢ່າລືມທີ່ຈະເຮັດຄວາມດີ ແລະ ແບ່ງປັນໃຫ້ແກ່ຜູ້ອື່ນ, ເພາະພຣະເຈົ້າພໍໃຈເຄື່ອງບູຊາຢ່າງນີ້.
17
ຈົ່ງເຊື່ອຟັງ ແລະ ຍອມຢູ່ໃຕ້ອຳນາດຂອງຜູ້ນຳຂອງພວກເຈົ້າ, ເພາະພວກເພິ່ນເຝົ້າເບິ່ງແຍງພວກເຈົ້າໃນຖານະຜູ້ທີ່ຈະຕ້ອງລາຍງານ. ຈົ່ງເຮັດຢ່າງນີ້ ເພື່ອວ່າພວກເພິ່ນຈະເຮັດໜ້າທີ່ຂອງຕົນດ້ວຍຄວາມຍິນດີ, ບໍ່ແມ່ນຈໍາໃຈ ເພາະຈະເປັນປະໂຫຍດແກ່ພວກເຈົ້າ.
18
ຈົ່ງອະທິຖານເພື່ອພວກເຮົາ. ພວກເຮົາແນ່ໃຈວ່າພວກເຮົາມີຈິດສຳນຶກອັນໃສສະອາດ ແລະ ປາຖະໜາທີ່ຈະດຳເນີນຊີວິດຢ່າງມີກຽດໃນທຸກດ້ານ.
19
ເຮົາຂໍຮ້ອງພວກເຈົ້າເປັນພິເສດໃຫ້ອະທິຖານຂໍໃຫ້ເຮົາໄດ້ກັບມາຫາພວກເຈົ້າໃນໄວໆນີ້.
20
ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກ, ຜູ້ທີ່ຜ່ານໂລຫິດແຫ່ງພັນທະສັນຍານິລັນດອນໄດ້ນໍາເອົາພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເປັນຄືນມາຈາກຕາຍ, ຜູ້ເປັນພຣະຜູ້ລ້ຽງອົງຍິ່ງໃຫຍ່ຂອງຝູງແກະນັ້ນ.
21
ໃຫ້ພວກເຈົ້າທັງຫລາຍມີທຸກສິ່ງທີ່ດີເພື່ອຈະເຮັດຕາມຄວາມປະສົງຂອງພຣະອົງ ແລະ ຂໍພຣະອົງທຳງານໃນພວກເຮົາທັງຫລາຍຕາມທີ່ພຣະອົງພໍໃຈ ໂດຍທາງພຣະເຢຊູຄຣິດເຈົ້າ, ຂໍໃຫ້ກຽດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.
22
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃຫ້ອົດທົນຟັງຄຳເຕືອນສະຕິຂອງເຮົາ ເພາະເຮົາໄດ້ຂຽນເຖິງພວກເຈົ້າພຽງແຕ່ສັ້ນໆ.
23
ເຮົາຂໍໃຫ້ພວກເຈົ້າຮູ້ວ່າຕີໂມທຽວພີ່ນ້ອງຂອງພວກເຮົາໄດ້ຮັບການປ່ອຍໂຕແລ້ວ. ຖ້າລາວມາຮອດໄວ, ເຮົາຈະມາຫາພວກເຈົ້າພ້ອມກັບລາວ.
24
ເຮົາຂໍຝາກຄວາມຄິດເຖິງມາຍັງບັນດາຜູ້ນຳຂອງພວກເຈົ້າ ແລະ ຄົນຂອງພຣະເຈົ້າ. ບັນດາພີ່ນ້ອງທີ່ມາຈາກອີຕາລີກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ.
25
ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
All chapters:
1
2
3
4
5
6
7
8
9
10
11
12
13
Recommended Reading
Commentary
Hebrews Commentaries
→
Devotional
Hebrews Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→