bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 1
Judges 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 2 →
1
ຫລັງຈາກທີ່ໂຢຊວຍໄດ້ຕາຍໄປແລ້ວ ຊາວອິດສະຣາເອນກໍໄດ້ຖາມພຣະເຈົ້າຢາເວວ່າ, “ໃນພວກຂ້ານ້ອຍ ແມ່ນເຜົ່າໃດທີ່ຈະເປັນພວກທຳອິດໄປໂຈມຕີພວກການາອານກ່ອນ?”
2
ພຣະເຈົ້າຢາເວຕອບວ່າ, “ຈົ່ງໃຫ້ເຜົ່າຢູດາໄປກ່ອນ ເພາະເຮົາຈະໃຫ້ພວກເຂົາເປັນຜູ້ຄອບຄອງດິນແດນນັ້ນ.”
3
ແລ້ວຊາວຢູດາກໍໄດ້ຊວນຊາວຊີເມໂອນວ່າ, “ພວກເຈົ້າໄປກັບພວກຂ້ອຍເທາະ ໄປຍັງດິນແດນທີ່ໄດ້ຖືກມອບໝາຍໃຫ້ພວກຂ້ອຍ ແລະພວກເຮົາຈະພ້ອມກັນສູ້ຮົບພວກການາອານ. ແລ້ວພວກຂ້ອຍກໍຈະໄປກັບພວກເຈົ້າ ສູ່ດິນແດນທີ່ໄດ້ຖືກມອບໝາຍໃຫ້ພວກເຈົ້າ.”
4
ດັ່ງນັ້ນ ເຜົ່າຊີເມໂອນ ແລະເຜົ່າຢູດາຈຶ່ງອອກໄປສູ້ຮົບນຳກັນ. ພຣະເຈົ້າຢາເວໄດ້ໃຫ້ພວກເຂົາຊະນະພວກການາອານ ແລະພວກເປຣີຊີໂດຍໄດ້ຂ້າສິບພັນຄົນ ທີ່ເບເຊັກ.
5
ໃນທີ່ນີ້ ພວກເຂົາໄດ້ພົບເຈົ້າອາໂດນີເບເຊັກແລະໄດ້ສູ້ຮົບເພິ່ນ.
6
ເຈົ້າອາໂດນີເບເຊັກໄດ້ປົບໜີໄປ ແຕ່ພວກອິດສະຣາເອນໄລ່ຕິດຕາມແລະຈັບເພິ່ນໄດ້. ພວກເຂົາໄດ້ຕັດໂປ້ມືແລະໂປ້ຕີນຂອງເພິ່ນຖິ້ມ.
7
ເຈົ້າອາໂດນີເບເຊັກຈຶ່ງຮ້ອງຂຶ້ນວ່າ, “ຍັງມີກະສັດເຈັດສິບຄົນ ທີ່ຖືກຕັດໂປ້ມືແລະໂປ້ຕີນ; ພວກເຂົາພາກັນເກັບເສດອາຫານຕາມກ້ອງໂຕະຂອງຂ້ອຍ. ບັດນີ້ ພຣະເຈົ້າໄດ້ເຮັດຕໍ່ຂ້ອຍດັ່ງທີ່ຂ້ອຍໄດ້ເຮັດຕໍ່ພວກເຂົານັ້ນ.” ຕໍ່ມາ ເຈົ້າອາໂດນີເບເຊັກໄດ້ຖືກນຳຕົວໄປທີ່ເມືອງເຢຣູຊາເລັມ ແລະເພິ່ນໄດ້ຕາຍຢູ່ທີ່ນັ້ນ.
8
ຕໍ່ມາ ຊາວຢູດາໄດ້ໂຈມຕີເມືອງເຢຣູຊາເລັມແລະຢຶດເມືອງໄດ້. ພວກເຂົາໄດ້ຂ້າປະຊາຊົນແລະຈູດເມືອງຖິ້ມ.
9
ຫລັງຈາກນັ້ນແລ້ວ ພວກເຂົາກໍຂຶ້ນໄປສູ້ຮົບພວກການາອານທີ່ຢູ່ຕາມແຖບເນີນພູ, ຕາມຕີນພູເຂົາ ແລະໃນບ່ອນແຫ້ງແລ້ງທາງພາກໃຕ້.
10
ພວກເຂົາໄດ້ຍົກທັບອອກໄປສູ້ຮົບພວກການາອານຢູ່ໃນເມືອງເຮັບໂຣນ ຊຶ່ງແຕ່ກ່ອນມີຊື່ວ່າ ກີຣິອາດອາກບາ. ຢູ່ທີ່ນັ້ນ ພວກເຂົາໄດ້ເອົາຊະນະຕະກຸນຕ່າງໆຂອງເຊຊາຍ, ອາຮີມານ ແລະຕານໄມ.
11
ຈາກທີ່ນັ້ນ ພວກຢູດາໄດ້ພາກັນຍົກທັບອອກໄປໂຈມຕີເມືອງເດບີ ຊຶ່ງໃນເວລານັ້ນມີຊື່ວ່າ ກີຣິອາດເຊເຟ.
12
ຜູ້ໜຶ່ງໃນພວກເຂົາຊື່ກາເລັບເວົ້າວ່າ, “ຂ້ອຍຈະໃຫ້ອັກສາລູກສາວຂອງຂ້ອຍ ແຕ່ງງານກັບຜູ້ທີ່ຢຶດເມືອງກີຣິອາດເຊເຟໄດ້ສຳເລັດ.”
13
ແລ້ວໂອດນີເອນລູກຊາຍຂອງເກນາ ແລະຫລານຊາຍຂອງກາເລັບເອງ ກໍຢຶດເມືອງໄດ້. ດັ່ງນັ້ນ ກາເລັບຈຶ່ງຍົກນາງອັກສາລູກສາວຂອງຕົນ ໃຫ້ແຕ່ງງານກັບໂອດນີເອນ.
14
ຢູ່ມາໂອດນີເອນກໍຍຸແຍ່ນາງ ໃຫ້ຂໍທີ່ດິນຈາກຜູ້ເປັນພໍ່. ເມື່ອອັກສາລົງຈາກຫລັງລໍມາ ກາເລັບຈຶ່ງຖາມນາງວ່າ, “ເຈົ້າຢາກໄດ້ຫຍັງ?”
15
ນາງຕອບວ່າ, “ລູກຢາກໃຫ້ພໍ່ຫາທີ່ດິນບ່ອນມີບໍ່ນໍ້າໃຫ້ ເພາະບ່ອນທີ່ພໍ່ມອບໃຫ້ລູກນັ້ນເປັນທີ່ດິນແຫ້ງແລ້ງ.” ດັ່ງນັ້ນ ກາເລັບຈຶ່ງມອບທີ່ດິນ ບ່ອນທີ່ມີບໍ່ນໍ້າທາງພາກເໜືອ ແລະທາງພາກໃຕ້ໃຫ້ແກ່ນາງ.
16
ເຊື້ອສາຍຂອງພໍ່ເຖົ້າໂມເຊ ຊາວເກນິດ ໄດ້ອອກຈາກເຢຣິໂກເມືອງທີ່ມີຕົ້ນຕານ ໄປກັບຊາວຢູດາສູ່ຖິ່ນແຫ້ງແລ້ງທີ່ຢູ່ທາງເຂດພາກໃຕ້ຂອງອາຣາດ. ພວກເຂົາໄດ້ເດີນທາງຮ່ວມກັບຊາວຢູດາ ໄປຕັ້ງຖິ່ນຖານຢູ່ທີ່ນັ້ນທ່າມກາງຊາວອາມາເຫຼັກ.
17
ຊາວຢູດາໄດ້ໄປກັບຊາວຊີເມໂອນ ແລະຮ່ວມກັນຕີຊະນະຊາວການາອານຢູ່ທີ່ເມືອງເຊຟັດ. ພວກເຂົາໄດ້ທຳລາຍເມືອງຖິ້ມຈົນກ້ຽງ ແລະຕັ້ງຊື່ໃໝ່ໃຫ້ເມືອງນີ້ວ່າ ໂຮມາ.
18
ພຣະເຈົ້າຢາເວຊ່ວຍເຫລືອຊາວຢູດາ ແລະພວກເຂົາກໍຢຶດເມືອງຕາມແຖບເນີນພູໄດ້. ແຕ່ພວກເຂົາບໍ່ໄດ້ຢຶດ ເມືອງກາຊາ, ເມືອງອາຊະເກໂລນ ຫລືເມືອງເອັກໂຣນ ພ້ອມທັງເຂດແດນທີ່ຢູ່ອ້ອມແອ້ມນັ້ນ. ຊາວຢູດາບໍ່ສາມາດຂັບໄລ່ປະຊາຊົນ ທີ່ຢູ່ຕາມທົ່ງຮາບພຽງອອກໄປໄດ້ ເພາະພວກເຫຼົ່ານີ້ມີລົດຮົບທີ່ເຮັດດ້ວຍເຫຼັກ.
20
ກາເລັບໄດ້ຮັບເມືອງເຮັບໂຣນເປັນກຳມະສິດຕາມຄຳສັ່ງຂອງໂມເຊ. ສະນັ້ນ ກາເລັບຈຶ່ງຂັບໄລ່ເຊື້ອສາຍຂອງອານາກທັງສາມຕະກຸນ ອອກໄປຈາກເມືອງນີ້.
21
ແຕ່ປະຊາຊົນໃນເຜົ່າເບັນຢາມິນບໍ່ໄດ້ຂັບໄລ່ຊາວເຢບຸດ ທີ່ຢູ່ໃນເມືອງເຢຣູຊາເລັມອອກໜີໄປ; ສະນັ້ນ ຊາວເຢບຸດຈຶ່ງຢູ່ຮ່ວມກັບຊາວເບັນຢາມິນ ຈົນເຖິງເທົ່າທຸກວັນນີ້.
22
ສ່ວນເຜົ່າເອຟຣາອິມແລະເຜົ່າມານາເຊນັ້ນ ກໍໄດ້ອອກໄປໂຈມຕີເມືອງເບັດເອນຊຶ່ງໃນເວລານັ້ນມີຊື່ວ່າ ລູເຊ. ພຣະເຈົ້າຢາເວໄດ້ຊ່ວຍເຫລືອພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງສົ່ງນັກສືບໄປສອດແນມເບິ່ງເມືອງນັ້ນ.
24
ແລ້ວພວກນັກສືບກໍເຫັນຊາຍຄົນໜຶ່ງກຳລັງອອກມາຈາກເມືອງ ຈຶ່ງຖາມລາວວ່າ, “ຈົ່ງບອກໃຫ້ຮູ້ແດ່ວ່າ ພວກຂ້ອຍຈະເຂົ້າໄປໃນເມືອງນີ້ໄດ້ຢ່າງໃດ ແລະພວກຂ້ອຍກໍຈະບໍ່ທຳຮ້າຍເຈົ້າ.”
25
ດັ່ງນັ້ນ ຊາຍຜູ້ນີ້ຈຶ່ງບອກທາງໃຫ້ພວກເຂົາ ແລະຊາວເອຟຣາອິມກັບຊາວມານາເຊໄດ້ຂ້າທຸກຄົນຢູ່ໃນເມືອງນັ້ນ ເວັ້ນໄວ້ແຕ່ຊາຍຄົນນີ້ແລະຄອບຄົວຂອງລາວ.
26
ຕໍ່ມາຊາຍຄົນນີ້ ໄດ້ໄປທີ່ດິນແດນຂອງຊາວຮິດຕີ ແລະສ້າງເມືອງໜຶ່ງຂຶ້ນຢູ່ທີ່ນັ້ນ. ລາວໄດ້ໃສ່ຊື່ເມືອງນີ້ວ່າລູເຊ ຊຶ່ງຍັງມີຢູ່ເທົ່າເຖິງທຸກວັນນີ້.
27
ເຜົ່າມານາເຊບໍ່ໄດ້ຂັບໄລ່ປະຊາຊົນໃຫ້ອອກໜີໄປຈາກເມືອງຕ່າງໆ ດັ່ງນີ້: ເບັດເຊອານ, ຕາອານັກ, ໂດເຣ, ອິບເລອາມ, ເມກິດໂດ ແລະເມືອງທັງຫລາຍທີ່ຢູ່ໃກ້ຄຽງ. ຊາວການາອານຍັງສືບຕໍ່ຢູ່ໃນທີ່ນັ້ນ.
28
ເຖິງແມ່ນວ່າ ຊາວອິດສະຣາເອນມີອຳນາດຫລາຍຂຶ້ນກໍດີ ແຕ່ພວກເຂົາບໍ່ໄດ້ຂັບໄລ່ຊາວການາອານອອກໄປໃຫ້ໝົດ ຊາວອິດສະຣາເອນຊໍ້າບັງຄັບພວກເຂົາໃຫ້ເຮັດວຽກບາງຢ່າງໃຫ້ແກ່ພວກຕົນ.
29
ເຜົ່າເອຟຣາອິມບໍ່ໄດ້ຂັບໄລ່ຊາວການາອານທີ່ຢູ່ໃນເມືອງເກເຊ ໃຫ້ອອກໜີໄປ. ດັ່ງນັ້ນ ຊາວການາອານຈຶ່ງຍັງສືບຕໍ່ຢູ່ໃນທີ່ນັ້ນກັບພວກເຂົາ.
30
ເຜົ່າເຊບູໂລນບໍ່ໄດ້ຂັບໄລ່ປະຊາຊົນທີ່ຢູ່ໃນເມືອງກິດໂຣນແລະເມືອງນາຮາລານ ໃຫ້ອອກໜີໄປ. ດັ່ງນັ້ນ ຊາວການາອານຈຶ່ງຍັງສືບຕໍ່ຢູ່ໃນທີ່ນັ້ນກັບພວກເຂົາ ແລະຖືກບັງຄັບເຮັດວຽກໃຫ້ພວກເຂົາ.
31
ເຜົ່າອາເຊບໍ່ໄດ້ຂັບໄລ່ປະຊາຊົນໃຫ້ອອກໜີໄປຈາກເມືອງຕ່າງໆ ດັ່ງນີ້: ເມືອງອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະເຣໂຮບ.
32
ຊາວອາເຊໄດ້ຢູ່ຮ່ວມກັບຊາວການາອານຄົນພື້ນເມືອງ ໃນເມື່ອພວກເຂົາບໍ່ໄດ້ຖືກຂັບໄລ່ໃຫ້ອອກໜີໄປ.
33
ເຜົ່າເນັບທາລີບໍ່ໄດ້ຂັບໄລ່ປະຊາຊົນ ທີ່ຢູ່ໃນເມືອງເບັດເຊເມດແລະເມືອງເບັດອານາດ ໃຫ້ອອກໜີໄປ. ຊາວເນັບທາລີໄດ້ຢູ່ຮ່ວມກັບຊາວການາອານຄົນພື້ນເມືອງ ແຕ່ບັງຄັບພວກເຂົາເຮັດວຽກໃຫ້ພວກຕົນ.
34
ຊາວອາໂມໄດ້ບັງຄັບເຜົ່າດານໃຫ້ໄປຢູ່ທາງແຖບເນີນພູ ແລະບໍ່ຍອມໃຫ້ພວກເຂົາລົງມາທີ່ທົ່ງຮາບພຽງ.
35
ຊາວອາໂມຍັງສືບຕໍ່ອາໄສຢູ່ໃນເມືອງຕ່າງໆ ດັ່ງນີ້: ໄອຢາໂລນ, ຊາອານບິມ ແລະພູເຮເຣັດ. ແຕ່ເຜົ່າເອຟຣາອິມກັບເຜົ່າມານາເຊໄດ້ປົກຄອງພວກເຂົາ ແລະບັງຄັບພວກເຂົາເຮັດວຽກໃຫ້ພວກຕົນ.
36
ທາງພາກເໜືອຂອງເສລາ ເຂດແດນຂອງຊາວເອໂດມ ຂະຫຍາຍອອກໄປຈົນເຖິງຊ່ອງແຄບຂອງອັກຣັບບິມ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21