bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 13
Judges 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 14 →
1
ຕໍ່ມາ ຊາວອິດສະຣາເອນໄດ້ເຮັດບາບຕໍ່ສາຍຕາຂອງພຣະເຈົ້າຢາເວອີກ; ແລະພຣະເຈົ້າຢາເວໄດ້ປ່ອຍໃຫ້ຊາວຟີລິດສະຕິນປົກຄອງພວກເຂົາເປັນເວລາສີ່ສິບປີ.
2
ໃນເວລານັ້ນ ໄດ້ມີຊາຍຄົນໜຶ່ງຈາກເມືອງໂຊຣາຊື່ວ່າ, ມາໂນອາ. ລາວເປັນຄົນເຜົ່າດານ ສ່ວນເມຍຂອງລາວນັ້ນເປັນໝັນ.
3
ມື້ໜຶ່ງ ເທວະດາຂອງພຣະເຈົ້າຢາເວມາປາກົດຕໍ່ນາງ ແລະກ່າວວ່າ, “ເຈົ້າບໍ່ມີລູກ ແຕ່ອີກບໍ່ດົນເຈົ້າຈະຖືພາແລະໄດ້ລູກຊາຍຜູ້ໜຶ່ງ.
4
ສະນັ້ນ ເຈົ້າຈົ່ງລະວັງໃຫ້ດີ! ຢ່າດື່ມນໍ້າອະງຸ່ນ ຫລືເຫຼົ້າ ຫລືອາຫານໃດໆທີ່ຫວງຫ້າມ;
5
ເມື່ອລູກຊາຍຂອງເຈົ້າເກີດມາແລ້ວ ເຈົ້າຕ້ອງບໍ່ຕັດຜົມໃຫ້ລາວຈັກເທື່ອ ເພາະນັບຕັ້ງແຕ່ມື້ທີ່ລາວເກີດມານັ້ນ ລາວຈະໄດ້ຮັບການອຸທິດຕົວແກ່ພຣະເຈົ້າ ເປັນຄົນນາຊີຣີ. ລາວຈະຕັ້ງຕົ້ນພາລະກິດໃນການຊ່ວຍກູ້ເອົາຊາດອິດສະຣາເອນ ໃຫ້ພົ້ນຈາກອຳນາດຂອງພວກຟີລິດສະຕິນ.”
6
ແລ້ວຍິງຄົນນີ້ກໍໄປບອກຜົວຂອງຕົນວ່າ, “ຄົນຂອງພຣະເຈົ້າຜູ້ໜຶ່ງໄດ້ມາຫາຂ້ອຍ ເພິ່ນເປັນທີ່ໜ້າຢຳເກງດັ່ງເທວະດາຂອງພຣະເຈົ້າ. ຂ້ອຍບໍ່ໄດ້ຖາມເພິ່ນວ່າມາແຕ່ໃສ ແລະເພິ່ນກໍບໍ່ໄດ້ບອກຊື່ຂອງເພິ່ນໃຫ້ຂ້ອຍຮູ້.
7
ແຕ່ເພິ່ນໄດ້ບອກວ່າຂ້ອຍຈະຖືພາແລະເກີດລູກຊາຍຜູ້ໜຶ່ງ. ເພິ່ນຍັງບອກອີກວ່າ ບໍ່ໃຫ້ຂ້ອຍດື່ມນໍ້າອະງຸ່ນ ຫລືເຫຼົ້າ ຫລືກິນອາຫານໃດໆທີ່ຫວງຫ້າມ ເພາະເດັກນ້ອຍນັ້ນຈະໄດ້ຮັບການອຸທິດຕົວແກ່ພຣະເຈົ້າຕະຫລອດຊົ່ວຊີວິດຂອງລາວ.”
8
ແລ້ວມາໂນອາກໍໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍໂຜດໃຊ້ຄົນຂອງພຣະເຈົ້າກັບຄືນມາບອກພວກຂ້ານ້ອຍອີກແດ່ວ່າ ພວກຂ້ານ້ອຍຈະຕ້ອງເຮັດຢ່າງໃດກັບເດັກນ້ອຍທີ່ຈະເກີດມານັ້ນ.”
9
ພຣະເຈົ້າໄດ້ເຮັດຕາມທີ່ມາໂນອາຂໍຮ້ອງ ແລະເທວະດາຂອງພຣະເຈົ້າໄດ້ກັບມາຫາຍິງນັ້ນ ໃນຂະນະທີ່ນາງນັ່ງຢູ່ທີ່ທົ່ງນາ. ແຕ່ໃນເວລານັ້ນ ມາໂນອາຜົວຂອງນາງບໍ່ໄດ້ຢູ່ທີ່ນັ້ນ.
10
ດັ່ງນັ້ນ ນາງຈຶ່ງຟ້າວແລ່ນໄປບອກຜົວຂອງຕົນວ່າ, “ມາເບິ່ງແມ ຊາຍທີ່ມາຫາຂ້ອຍໃນມື້ກ່ອນນັ້ນໄດ້ປາກົດຕໍ່ຂ້ອຍອີກ.”
11
ດັ່ງນັ້ນ ມາໂນອາຈຶ່ງຟ້າວລຸກຂຶ້ນຕາມເມຍຂອງຕົນໄປ. ລາວໄປຫາຊາຍຄົນນັ້ນແລະຖາມວ່າ, “ແມ່ນທ່ານນີ້ບໍ ທີ່ເປັນຜູ້ກ່າວກັບເມຍຂອງຂ້ານ້ອຍ?” ເພິ່ນຕອບວ່າ, “ແມ່ນແລ້ວ.”
12
ແລ້ວມາໂນອາກໍເວົ້າວ່າ, “ເມື່ອຖ້ອຍຄຳທີ່ທ່ານໄດ້ກ່າວມານັ້ນກາຍເປັນຈິງ ເດັກນ້ອຍຈະຕ້ອງປະພຶດຢ່າງໃດ? ແລະຈະໃຫ້ລາວດຳເນີນຊີວິດຢ່າງໃດ?”
13
ເທວະດາຂອງພຣະເຈົ້າຢາເວຕອບມາໂນອາວ່າ, “ຕ້ອງໃຫ້ແນ່ໃຈວ່າ ເມຍຂອງເຈົ້າປະຕິບັດທຸກໆສິ່ງຕາມທີ່ເຮົາໄດ້ບອກນາງໄວ້ນັ້ນ.
14
ນາງບໍ່ຕ້ອງກິນສິ່ງໃດໆທີ່ໄດ້ມາຈາກຕົ້ນອະງຸ່ນ ທັງບໍ່ຕ້ອງດື່ມນໍ້າອະງຸ່ນຫລືເຫຼົ້າ ແລະບໍ່ຕ້ອງກິນອາຫານໃດໆທີ່ຫວງຫ້າມ. ນາງຕ້ອງເຮັດທຸກໆສິ່ງຕາມທີ່ເຮົາໄດ້ບອກນາງໄວ້ນັ້ນ.”
15
ເນື່ອງຈາກມາໂນອາບໍ່ຮູ້ວ່າແມ່ນເທວະດາຂອງພຣະເຈົ້າຢາເວ ລາວຈຶ່ງເວົ້າຕໍ່ເທວະດາຕົນນັ້ນວ່າ, “ກະລຸນາຢູ່ທີ່ນີ້ກ່ອນເຖີດ ໃຫ້ພວກຂ້ານ້ອຍເອົາແບ້ໜຸ່ມມາຈັດແຈ່ງເປັນອາຫານໃຫ້ທ່ານຮັບກິນສາກ່ອນ.” ແຕ່ເທວະດານັ້ນກ່າວຕໍ່ລາວວ່າ, “ຖ້າເຮົາຢູ່ທີ່ນີ້ ເຮົາກໍຈະບໍ່ກິນອາຫານຂອງເຈົ້າ. ແຕ່ຖ້າເຈົ້າຢາກຈັດແຈ່ງອາຫານໃຫ້ເຮົາ ໃຫ້ເຈົ້າເຜົາສິ່ງນັ້ນຖວາຍບູຊາແກ່ພຣະເຈົ້າຢາເວ.”
17
ມາໂນອາຈຶ່ງກ່າວຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ກະລຸນາບອກຊື່ຂອງທ່ານໃຫ້ຂ້ານ້ອຍຮູ້ດ້ວຍ ເມື່ອໃດຖ້ອຍຄຳທີ່ທ່ານບອກນີ້ກາຍເປັນຈິງ ຂ້ານ້ອຍຈະໄດ້ຖວາຍກຽດແກ່ທ່ານ.”
18
ເທວະດາຂອງອົງພຣະຜູ້ເປັນເຈົ້າຈຶ່ງຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຢາກຮູ້ຊື່ຂອງເຮົາ? ເພາະຊື່ຂອງເຮົາເປັນຊື່ແຫ່ງການອັດສະຈັນ.”
19
ແລ້ວມາໂນອາກໍໄດ້ເອົາແບ້ໜຸ່ມແລະເຂົ້າເປັນເມັດໃສ່ເທິງແທ່ນບູຊາເປັນຫີນ ຖວາຍແກ່ພຣະເຈົ້າຢາເວຜູ້ທີ່ກະທຳການອັດສະຈັນຕ່າງໆ.
20
ໃນຂະນະທີ່ແປວໄຟລຸກຂຶ້ນໃນແທ່ນບູຊາຢູ່ນັ້ນ ມາໂນອາກັບເມຍຂອງຕົນກໍເຫັນເທວະດາຂອງພຣະເຈົ້າຢາເວຂຶ້ນໄປສູ່ສະຫວັນໃນແປວໄຟ. ແລ້ວມາໂນອາກໍຮູ້ວ່າຊາຍຄົນນັ້ນແມ່ນເທວະດາຂອງພຣະເຈົ້າຢາເວແທ້ ແລະທັງສອງໄດ້ໝູບໜ້າລົງກັບພື້ນດິນ. ຫລັງຈາກນັ້ນ ມາໂນອາກັບເມຍຂອງລາວກໍບໍ່ໄດ້ເຫັນເທວະດາຂອງພຣະເຈົ້າຢາເວອີກຕໍ່ໄປ.
22
ແລ້ວມາໂນອາກໍໄດ້ເວົ້າກັບເມຍຂອງຕົນວ່າ, “ພວກເຮົາຕ້ອງຕາຍເປັນແນ່ ເພາະພວກເຮົາໄດ້ເຫັນພຣະເຈົ້າ.”
23
ແຕ່ເມຍຂອງມາໂນອາເວົ້າວ່າ, “ຖ້າພຣະເຈົ້າຢາເວຢາກຂ້າພວກເຮົາ ພຣະອົງຄົງບໍ່ຮັບເອົາເຄື່ອງຖວາຍບູຊາຂອງພວກເຮົາດອກ ແລະພຣະອົງກໍຄົງບໍ່ສຳແດງສິ່ງທັງໝົດນີ້ໃຫ້ພວກເຮົາໄດ້ເຫັນ ຫລືບອກສິ່ງດັ່ງກ່າວນັ້ນໃຫ້ພວກເຮົາຮູ້ໃນເວລານີ້.”
24
ແລ້ວຍິງຄົນນີ້ກໍໄດ້ເກີດລູກຊາຍຜູ້ໜຶ່ງ ແລະນາງໃສ່ຊື່ໃຫ້ເດັກນັ້ນວ່າ ແຊມຊັນ. ລູກຊາຍຄົນນີ້ໄດ້ໃຫຍ່ເຕີບໂຕຂຶ້ນມາ ແລະພຣະເຈົ້າຢາເວໄດ້ອວຍພອນລາວ.
25
ໃນຂະນະທີ່ແຊມຊັນພັກຢູ່ໃນຄ້າຍຂອງຄົນໃນເຜົ່າດານ ລະຫວ່າງເມືອງໂຊຣາແລະເມືອງເອຊະຕາໂອນນັ້ນ ພຣະວິນຍານຂອງພຣະເຈົ້າຢາເວກໍໄດ້ເລີ່ມຕົ້ນໃຫ້ກຳລັງແກ່ລາວ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21