bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 20
Judges 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 21 →
1
ດັ່ງນັ້ນ ຊາວອິດສະຣາເອນທຸກຄົນຈາກເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້ ຕະຫລອດທັງພວກທີ່ມາຈາກດິນແດນກີເລອາດ ທາງພາກຕາເວັນອອກຈຶ່ງໄດ້ຕອບສະໜອງຄຳຮຽກຮ້ອງ. ພວກເຂົາໄດ້ມາເຕົ້າໂຮມກັນເປັນນໍ້າໜຶ່ງໃຈດຽວ ຊ້ອງໜ້າພຣະເຈົ້າຢາເວທີ່ເມືອງມີຊະປາ.
2
ບັນດາຜູ້ນຳຂອງຊາດອິດສະຣາເອນທຸກເຜົ່າ ໄດ້ມີໜ້າໃນທີ່ປະຊຸມປະຊາຊົນຂອງພຣະເຈົ້າ ໂດຍມີທະຫານຍ່າງສີ່ແສນຄົນ.
3
ໃນເວລາດຽວກັນນັ້ນ ຊາວເບັນຢາມິນກໍໄດ້ຍິນວ່າຊາວອິດສະຣາເອນເຜົ່າອື່ນໆ ໄດ້ມາເຕົ້າໂຮມກັນຢູ່ທີ່ເມືອງມີຊະປາ. ຊາວອິດສະຣາເອນຖາມວ່າ, “ຈົ່ງບອກໃຫ້ພວກເຮົາຮູ້ດູວ່າ ເຫດຮ້າຍນີ້ເກີດຂຶ້ນມາໄດ້ຢ່າງໃດ?”
4
ຝ່າຍຊາຍເລວີຜູ້ທີ່ເມຍນ້ອຍຂອງຕົນໄດ້ຖືກຂ້ານັ້ນຈຶ່ງຕອບວ່າ, “ຂ້ອຍກັບເມຍນ້ອຍຂອງຂ້ອຍໄດ້ພັກຄ້າງຄືນ ຢູ່ທີ່ເມືອງກີເບອາໃນເຂດແດນເບັນຢາມິນ.
5
ພວກຜູ້ຊາຍຊາວເມືອງກີເບອາໄດ້ມາອ້ອມເຮືອນໃນຕອນກາງຄືນ ເພື່ອຈະຈັບເອົາຂ້ອຍໄປ. ພວກເຂົາຕັ້ງໃຈຈະຂ້າຂ້ອຍ ແຕ່ພວກເຂົາຊໍ້າຂົ່ມຂືນເມຍນ້ອຍຂອງຂ້ອຍຈົນຕາຍ.
6
ຂ້ອຍຈຶ່ງເອົາຊາກສົບຂອງນາງຕັດເປັນຕ່ອນແລະສົ່ງໄປໃຫ້ແຕ່ລະເຜົ່າ ໃນສິບສອງເຜົ່າຂອງຊາດອິດສະຣາເອນ. ຊາວເມືອງນີ້ໄດ້ສ້າງຄວາມຊົ່ວຊ້າ ແລະປະພຶດຜິດສິນທຳຢູ່ໃນທ່າມກາງພວກເຮົາ.
7
ພວກທ່ານທັງໝົດຢູ່ໃນທີ່ນີ້ເປັນຄົນອິດສະຣາເອນ ແລະພວກທ່ານຈະເຮັດຢ່າງໃດກ່ຽວກັບເລື່ອງນີ້?”
8
ໂດຍຄວາມເຫັນພ້ອມພຽງກັນ ທຸກຄົນຈຶ່ງຢືນຂຶ້ນປະຕິຍານວ່າ, “ໃນຈຳນວນພວກເຮົາທັງໝົດ ບໍ່ວ່າຜູ້ທີ່ຢູ່ໃນຜ້າເຕັນຫລືຢູ່ໃນເຮືອນຂອງຕົນກໍດີ ຈະບໍ່ໄດ້ກັບເມືອເຮືອນຂອງຕົນ.
9
ພວກເຮົາຈະເຮັດດັ່ງນີ້: ຈົ່ງໃຊ້ສະຫລາກ ແລະເລືອກເອົາຄົນອອກໄປໂຈມຕີເມືອງກີເບອາ.
10
ໜຶ່ງສ່ວນສິບໃນຈຳນວນພົນຂອງຊາດອິດສະຣາເອນ ຈະເປັນຜູ້ລຳລຽງສະບຽງອາຫານໃຫ້ແກ່ທະຫານ ແລະສ່ວນທີ່ເຫຼືອນັ້ນຈະໄປລົງໂທດພວກກີເບອາ ທີ່ປະພຶດຜິດສິນທຳໃນທ່າມກາງຊາດອິດສະຣາເອນ.”
11
ດັ່ງນັ້ນ ຊາວອິດສະຣາເອນທຸກຄົນຈຶ່ງແນເປົ້າໝາຍໃສ່ແນວດຽວກັນຄື ໂຈມຕີ.
12
ແລ້ວພວກອິດສະຣາເອນກໍໃຊ້ຜູ້ນຳຂ່າວໄປບອກ ທົ່ວເຂດແດນຂອງເຜົ່າເບັນຢາມິນວ່າ, “ເຫດໃດທ່ານຈຶ່ງກໍ່ຄວາມຜິດອັນຮ້າຍແຮງນີ້?
13
ພວກທ່ານຈົ່ງມອບພວກຜູ້ຊາຍນັກເລງໃນເມືອງກີເບອາ ໃຫ້ພວກເຮົາປະຫານຊີວິດເສຍ ເພື່ອວ່າພວກເຮົາຈະໄດ້ກຳຈັດສິ່ງຊົ່ວຊ້ານີ້ອອກໄປຈາກຊາດອິດສະຣາເອນ.” ຊາວເບັນຢາມິນບໍ່ໄດ້ເອົາໃຈໃສ່ນຳຄຳເວົ້າຂອງພວກອິດສະຣາເອນພີ່ນ້ອງຂອງຕົນເລີຍ.
14
ແຕ່ພວກເບັນຢາມິນຈາກເມືອງຕ່າງໆ ໄດ້ພາກັນມາທີ່ກີເບອາເພື່ອສູ້ຮົບກັບພວກອິດສະຣາເອນ.
15
ໃນມື້ນັ້ນ ພວກເຂົາລະດົມເອົາທະຫານໄດ້ຊາວຫົກພັນຄົນຈາກເມືອງຂອງພວກເຂົາ. ນອກຈາກນີ້ປະຊາຊົນກີເບອາຍັງໄດ້ຮວບຮວມເອົາຄົນ ທີ່ຄັດເລືອກເປັນພິເສດເຈັດຮ້ອຍຄົນ ຊຶ່ງລ້ວນແລ້ວແຕ່ຜູ້ທີ່ແຮງມືຊ້າຍ. ແຕ່ລະຄົນໃນພວກນີ້ສາມາດຍິງກ້ອນຫີນໃສ່ຜົມເສັ້ນໜຶ່ງໄດ້ຢ່າງບໍ່ມີຜິດເປົ້າ.
17
ຝ່າຍພວກອິດສະຣາເອນກໍຮວບຮວມເອົາທະຫານທີ່ຝຶກແອບແລ້ວສີ່ຮ້ອຍພັນຄົນ ໂດຍບໍ່ໄດ້ນັບເອົາພວກເບັນຢາມິນເຂົ້ານຳ.
18
ສ່ວນພວກອິດສະຣາເອນໄດ້ໄປບ່ອນນະມັດສະການທີ່ເບັດເອນ ແລະໃນທີ່ນັ້ນພວກເຂົາຖາມພຣະເຈົ້າວ່າ, “ພຣະອົງຈະໃຫ້ເຜົ່າໃດອອກໄປໂຈມຕີພວກເບັນຢາມິນກ່ອນ?” ພຣະເຈົ້າຢາເວຕອບວ່າ, “ເຜົ່າຢູດາໄປກ່ອນ.”
19
ດັ່ງນັ້ນ ມື້ເຊົ້າມາ ພວກອິດສະຣາເອນຈຶ່ງເລີ່ມອອກເດີນທາງ ໄປຕັ້ງທີ່ໝັ້ນຢູ່ໃກ້ກັບເມືອງກີເບອາ.
20
ພວກເຂົາອອກໄປໂຈມຕີກອງທັບເບັນຢາມິນ ແລະວາງທະຫານໄວ້ປະຈຳທີ່ໂດຍຫັນໜ້າໃສ່ຕົວເມືອງ.
21
ຝ່າຍພວກເບັນຢາມິນນັ້ນກໍໄດ້ຍົກທັບເຄື່ອນອອກມາຈາກຕົວເມືອງ. ກ່ອນຄໍ່າພວກເຂົາໄດ້ຂ້າທະຫານອິດສະຣາເອນຕາຍຊາວສອງພັນຄົນ.
22
ແລ້ວພວກອິດສະຣາເອນກໍໄດ້ໄປບ່ອນນະມັດສະການ ແລະຮ້ອງໄຫ້ຢູ່ຊ້ອງໜ້າພຣະເຈົ້າຢາເວຈົນຮອດຄໍ່າ. ພວກເຂົາໄດ້ຖາມພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍຄວນຈະອອກໄປສູ້ຮົບກັບພວກເບັນຢາມິນ ພີ່ນ້ອງຂອງພວກຂ້ານ້ອຍອີກຫລືບໍ່?” ພຣະເຈົ້າຢາເວຕອບວ່າ, “ຄວນໄປ.” ດັ່ງນັ້ນ ພວກອິດສະຣາເອນຈຶ່ງມີກຳລັງໃຈຂຶ້ນ ແລະວາງທະຫານໄວ້ແບບເກົ່າ ໃນບ່ອນທີ່ພວກເຂົາຕັ້ງທັບໃນມື້ກ່ອນນັ້ນ.
24
ພວກເຂົາຍົກທັບອອກໄປຕໍ່ສູ້ກອງທັບເບັນຢາມິນເປັນຄັ້ງທີສອງ.
25
ຊາວເບັນຢາມິນກໍອອກມາຈາກເມືອງກີເບອາເປັນເທື່ອທີສອງ ແລະໃນຄັ້ງນີ້ອີກພວກເຂົາໄດ້ຂ້າທະຫານອິດສະຣາເອນຕາຍສິບແປດພັນຄົນ ຊຶ່ງລ້ວນແຕ່ເປັນພວກທີ່ໄດ້ຮັບການຝຶກແອບແລ້ວທັງນັ້ນ.
26
ແລ້ວປະຊາຊົນອິດສະຣາເອນທັງໝົດກໍໄດ້ພາກັນໄປໄວ້ທຸກທີ່ເບັດເອນ. ພວກເຂົານັ່ງຢູ່ຊ້ອງໜ້າພຣະເຈົ້າຢາເວໂດຍບໍ່ຍອມກິນອາຫານຈົນຮອດຄໍ່າ. ພວກເຂົາຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳ ແລະເຜົາສັດທັງໂຕຖວາຍຢູ່ຊ້ອງໜ້າພຣະເຈົ້າຢາເວ.
27
(ໃນຕອນນັ້ນ ຫີບພັນທະສັນຍາຂອງພຣະເຈົ້າຢູ່ທີ່ເບັດເອນ ຊຶ່ງຟີເນຮາລູກຊາຍຂອງເອເລອາຊາແລະຫລານຊາຍຂອງອາໂຣນເປັນຜູ້ກຳກັບ.) ຊາວອິດສະຣາເອນໄດ້ຖາມພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍຄວນຈະອອກໄປສູ້ຮົບພວກເບັນຢາມິນ ພີ່ນ້ອງຂອງພວກຂ້ານ້ອຍອີກຫລືບໍ່? ຫລືໃຫ້ຍອມແພ້?” ພຣະເຈົ້າຢາເວຕອບວ່າ, “ຈົ່ງອອກໄປສູ້ຮົບ ມື້ອື່ນເຮົາຈະມອບພວກເຂົາໃຫ້ຢູ່ໃນມືຂອງພວກເຈົ້າ.”
29
ດັ່ງນັ້ນ ພວກອິດສະຣາເອນຈຶ່ງວາງທະຫານບາງສ່ວນ ລີ້ຢູ່ອ້ອມແອ້ມຕົວເມືອງກີເບອາ.
30
ແລ້ວໃນມື້ທີສາມ ຕະຫລອດທັງມື້ພວກເຂົາກໍຍົກທັບເຂົ້າໄປໂຈມຕີກອງທັບຂອງເບັນຢາມິນ ແລະວາງທະຫານຂອງຕົນໄວ້ປະຈຳທີ່ ໂດຍໃຫ້ຫັນໜ້າໃສ່ເມືອງກີເບອາຕາມທີ່ໄດ້ປະຕິບັດມາກ່ອນນັ້ນ.
31
ຝ່າຍພວກເບັນຢາມິນກໍອອກມາຕໍ່ສູ້ຕາມເຄີຍ ແລະຖືກລໍ້ໃຫ້ອອກໄປໄກຈາກຕົວເມືອງ. ດັ່ງຄັ້ງກ່ອນ ພວກເຂົາເລີ່ມຂ້າພວກອິດສະຣາເອນແດ່ແລ້ວຕາມນອກເມືອງ ແລະຕາມເສັ້ນທາງໄປສູ່ເບັດເອນແລະກີເບອາ. ພວກເຂົາໄດ້ຂ້າຊາວອິດສະຣາເອນປະມານສາມສິບຄົນ.
32
ຊາວເບັນຢາມິນເວົ້າກັນວ່າ, “ພວກເຮົາປາບພວກເຂົາໄດ້ຕາມເຄີຍ.” ແຕ່ພວກອິດສະຣາເອນວາງແຜນຖອຍຫລັງ ແລະລໍ້ພວກເບັນຢາມິນອອກມາຕາມຖະໜົນໃຫ້ໄປໄກຈາກຕົວເມືອງ.
33
ເມື່ອກອງທັບໃຫຍ່ຂອງພວກອິດສະຣາເອນຖອຍຫລັງຄືນມາທ້ອນໂຮມກັນທີ່ບາອານຕາມາແລ້ວ; ໃນທັນໃດ ພວກທະຫານທີ່ລີ້ຢູ່ຕາມຖໍ້າຫີນອ້ອມເມືອງ ກໍຟ້າວອອກມາ.
34
ທະຫານທີ່ຄັດເລືອກໄວ້ເປັນພິເສດຈາກທົ່ວທັງຊາດອິດສະຣາເອນສິບພັນຄົນ ໄດ້ລົງມືສູ້ຮົບທີ່ເມືອງກີເບອາ ແລະການສູ້ຮົບກໍດຸເດືອດທີ່ສຸດ. ຝ່າຍພວກເບັນຢາມິນບໍ່ຮູ້ເລີຍວ່າ ພວກຕົນຈະຖືກທຳລາຍ.
35
ພຣະເຈົ້າຢາເວໃຫ້ຊາວອິດສະຣາເອນຊະນະກອງທັບຂອງເບັນຢາມິນ. ໃນມື້ນັ້ນ ພວກອິດສະຣາເອນໄດ້ຂ້າສັດຕູຕາຍເປັນຈຳນວນຊາວຫ້າພັນໜຶ່ງຮ້ອຍຄົນ
36
ແລະພວກເບັນຢາມິນຈຶ່ງຮູ້ຕົວວ່າພວກຕົນພ່າຍແພ້ເສຍແລ້ວ. ກອງທັບໃຫຍ່ຂອງພວກອິດສະຣາເອນໄດ້ຖອຍຫລັງໄປຈາກພວກເບັນຢາມິນ ຍ້ອນວ່າພວກເຂົາອາໄສຕໍ່ພວກທະຫານທີ່ໄດ້ວາງລີ້ໄວ້ອ້ອມເມືອງກີເບອານັ້ນ.
37
ພວກທະຫານເຫຼົ່ານີ້ແລ່ນເຂົ້າໄປສູ່ເມືອງກີເບອາຢ່າງວ່ອງໄວ. ພວກເຂົາຢາຍກັນອອກໄປທົ່ວເມືອງ ແລະຂ້າປະຊາຊົນທຸກຄົນຖິ້ມ.
38
ກອງທັບໃຫຍ່ຂອງພວກອິດສະຣາເອນ ແລະທະຫານທີ່ລີ້ຢູ່ນັ້ນຕ່າງກໍລໍເບິ່ງສັນຍານ ເມື່ອໃດທີ່ພວກເຂົາຫລຽວເຫັນຄວັນໄຟກ້ອນໃຫຍ່ພຸ່ງຂຶ້ນຈາກຕົວເມືອງແລ້ວ
39
ໃຫ້ພວກອິດສະຣາເອນທີ່ຢູ່ໃນສະໜາມຮົບຫັນມາຕໍ່ສູ້ຄືນ. ມາເຖິງຕອນນີ້ ພວກເບັນຢາມິນໄດ້ຂ້າພວກອິດສະຣາເອນແລ້ວສາມສິບຄົນ. ພວກເຂົາເວົ້າໃນໃຈວ່າ, “ພວກເຮົາປາບພວກເຂົາໄດ້ຕາມເຄີຍ.”
40
ແຕ່ແລ້ວສັນຍານກໍປາກົດຂຶ້ນ ຄືຄວັນໄຟກ້ອນໃຫຍ່ເລີ່ມພຸ່ງຂຶ້ນຈາກຕົວເມືອງ. ເມື່ອພວກເບັນຢາມິນຫລຽວກັບຄືນຫລັງກໍຕົກຕະລຶງທີ່ເຫັນວ່າ ທັງເມືອງໄດ້ຖືກຈູດສາແລ້ວ.
41
ແລ້ວພວກອິດສະຣາເອນກໍໄດ້ຫັນມາຕໍ່ສູ້ຄືນ. ພວກເບັນຢາມິນຈຶ່ງຕື່ນຕົກໃຈ ແລະແຕກໜີໄປ ເພາະຮູ້ຕົວວ່າພວກຕົນຈວນຈະຖືກທຳລາຍແລ້ວ.
42
ພວກເຂົາຖອຍຫລັງໜີຈາກພວກອິດສະຣາເອນ ແລະແລ່ນໄປທາງນອກເມືອງ, ແຕ່ພວກເຂົາປົບໜີໄປບໍ່ໄດ້ ເພາະຖືກທະຫານທີ່ອອກມາຈາກເມືອງນັ້ນ ໄລ່ຕາມທັນແລະທຸກຄົນຈຶ່ງຖືກຂ້າຖິ້ມ.
43
ພວກອິດສະຣາເອນໄດ້ອ້ອມພວກເບັນຢາມິນໄວ້ ແລະພວກເຂົາໄດ້ໄລ່ຕາມຂ້າພວກເບັນຢາມິນຢ່າງບໍ່ຢຸດຢັ້ງຕາມທາງ ຈົນໄປເຖິງທາງທິດຕາເວັນອອກຂອງກີເບອາ.
44
ທະຫານເບັນຢາມິນຜູ້ທີ່ເກັ່ງກ້າສິບແປດພັນຄົນໄດ້ຖືກຂ້າ.
45
ຍັງມີບາງສ່ວນກັບຄືນໄປທີ່ໂງ່ນຫີນຣິມໂມນທີ່ນອກເມືອງ. ໃນຕອນນັ້ນມີທະຫານຫ້າພັນຄົນ ຖືກຂ້າ. ສ່ວນພວກອິດສະຣາເອນກໍສືບຕໍ່ຕາມກວາດລ້າງ ພວກທີ່ຍັງເຫລືອນັ້ນໄປທີ່ກີໂດມແລະຂ້າສອງພັນຄົນ ໃນທີ່ນັ້ນ.
46
ໃນມື້ນັ້ນ ພວກເບັນຢາມິນໄດ້ຖືກຂ້າລວມມີຊາວຫ້າພັນຄົນ ຊຶ່ງລ້ວນແຕ່ເປັນທະຫານທີ່ເກັ່ງກ້າທັງໝົດ.
47
ແຕ່ຍັງມີທະຫານຫົກຮ້ອຍຄົນ ທີ່ແລ່ນປົບໜີໄປຖິ່ນແຫ້ງແລ້ງກັນດານ ສູ່ໂງ່ນຫີນຣິມໂມນ ແລະຢູ່ທີ່ນັ້ນເປັນເວລາສີ່ເດືອນ.
48
ແລ້ວພວກອິດສະຣາເອນກໍໄດ້ກັບຄືນມາສັງຫານພວກເບັນຢາມິນ ທີ່ຍັງເຫລືອຢູ່ຕາມເມືອງຕ່າງໆນັ້ນໃຫ້ໝົດ ເຊັ່ນ: ຊາຍ, ຍິງ, ເດັກນ້ອຍ, ຕະຫລອດທັງຝູງສັດດ້ວຍ. ພວກເຂົາຍັງໄດ້ຈູດທຸກໆເມືອງໃນຂົງເຂດນັ້ນ.
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21