bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 8
Judges 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 9 →
1
ຕໍ່ມາ ຊາວເອຟຣາອິມໄດ້ຖາມກີເດໂອນວ່າ, “ເວລາທີ່ເຈົ້າອອກໄປສູ້ຮົບນັ້ນ ເປັນຫຍັງຈຶ່ງບໍ່ເອີ້ນພວກເຮົາແດ່? ເປັນຫຍັງຈຶ່ງເຮັດກັບພວກເຮົາແບບນີ້?” ພວກເຂົາຕໍ່ວ່າຕໍ່ຂານກ່ຽວກັບເລື່ອງນີ້ຢ່າງຮຸນແຮງ.
2
ແຕ່ກີເດໂອນຕອບພວກເຂົາວ່າ, “ສິ່ງທີ່ຂ້ອຍໄດ້ເຮັດມານັ້ນບໍ່ມີຫຍັງໝົດ ເມື່ອປຽບທຽບໃສ່ກັບສິ່ງທີ່ພວກເຈົ້າໄດ້ເຮັດ. ແມ່ນແຕ່ສິ່ງເລັກນ້ອຍທີ່ຊາວເອຟຣາອິມໄດ້ເຮັດ ກໍມີຄຸນຄ່າກວ່າສິ່ງທັງໝົດທີ່ຕະກຸນຂອງຂ້ອຍໄດ້ເຮັດມາ.
3
ໃນທີ່ສຸດ ດ້ວຍຣິດອຳນາດຂອງພຣະເຈົ້າ ພວກເຈົ້າໄດ້ຂ້າຫົວໜ້າຂອງຊາວມີດີອານສອງຄົນຄື: ໂອເຣັບແລະເຊເອັບ. ສິ່ງທີ່ຂ້ອຍໄດ້ເຮັດນັ້ນຈະທຽບໃສ່ກັບສິ່ງທີ່ພວກເຈົ້າເຮັດມາໄດ້ຢ່າງໃດ?” ເມື່ອລາວເວົ້າດັ່ງນັ້ນແລ້ວພວກເຂົາກໍເຊົາຄຽດ.
4
ກີເດໂອນກັບພັກພວກສາມຮ້ອຍຄົນໄດ້ເດີນທາງມາເຖິງແມ່ນໍ້າຈໍແດນ ແລ້ວກໍຂ້າມແມ່ນໍ້າໄປ. ພວກເຂົາອິດເມື່ອຍອ່ອນແຮງຫລາຍ, ແຕ່ກໍຍັງສືບຕໍ່ກວາດລ້າງສັດຕູໄປເລື້ອຍໆ.
5
ເມື່ອພວກເຂົາມາຮອດເມືອງຊຸກໂກດ ກີເດໂອນໄດ້ຂໍຮ້ອງນຳຊາວເມືອງວ່າ, “ຂ້ອຍຂໍເຂົ້າໃຫ້ຄົນຂອງຂ້ອຍກິນແດ່ເພາະພວກເຂົາອິດເມື່ອຍຫລາຍ ແລະຂ້ອຍກຳລັງຕາມລ່າເຈົ້າເຊບາແລະເຈົ້າຊັນມຸນນາ ກະສັດຂອງຊາວມີດີອານ.”
6
ແຕ່ພວກຜູ້ນຳຂອງເມືອງຊຸກໂກດໄດ້ຕອບວ່າ, “ດ້ວຍເຫດໃດ ພວກຂ້ອຍຈຶ່ງຈະເອົາອາຫານໃຫ້ທະຫານຂອງເຈົ້າກິນ ໃນເມື່ອເຈົ້າຈັບເຈົ້າເຊບາ ແລະເຈົ້າຊັນມຸນນາບໍ່ທັນໄດ້ເທື່ອ.”
7
ດັ່ງນັ້ນ ກີເດໂອນຈຶ່ງເວົ້າວ່າ, “ດີແລ້ວ ເມື່ອໃດທີ່ພຣະເຈົ້າຢາເວໄດ້ມອບເຈົ້າເຊບາ ແລະເຈົ້າຊັນມຸນນາໃຫ້ຂ້ອຍແລ້ວ ຂ້ອຍຈະຂ້ຽນພວກເຈົ້າດ້ວຍຫວາຍໜາມ ແລະໄມ້ໜາມຈາກຖິ່ນແຫ້ງແລ້ງກັນດານ.”
8
ຫລັງຈາກນັ້ນ ກີເດໂອນກໍໄປທີ່ເມືອງເປນູເອນ ແລະຂໍຮ້ອງຢ່າງດຽວກັນ. ຊາວເມືອງເປນູເອນກໍຕອບຢ່າງດຽວກັນກັບຊາວເມືອງຊຸກໂກດ.
9
ສະນັ້ນ ກີເດໂອນຈຶ່ງເວົ້າກັບພວກເຂົາວ່າ, “ເມື່ອໃດຂ້ອຍກັບຄືນມາຢ່າງປອດໄພແລ້ວ ເມື່ອນັ້ນຂ້ອຍຈະທຳລາຍຫໍຄອຍນີ້ລົງໃຫ້ຮາບກ້ຽງ.”
10
ເຈົ້າເຊບາ ແລະເຈົ້າຊັນມຸນນາພ້ອມທັງກອງທັບຂອງຕົນພັກຢູ່ທີ່ກາໂກເຣ. ໃນກອງທັບທັງໝົດຂອງເຜົ່າຕ່າງໆທີ່ມາຈາກຖິ່ນແຫ້ງແລ້ງກັນດານນັ້ນ ມີທະຫານເຫຼືອຢູ່ພຽງສິບຫ້າພັນຄົນ ເທົ່ານັ້ນ; ສ່ວນທະຫານທີ່ຖືກຂ້າຕາຍມີໜຶ່ງຮ້ອຍຊາວພັນຄົນ.
11
ກີເດໂອນໄດ້ນຳທະຫານໄປຕາມທາງທີ່ແຄມຖິ່ນແຫ້ງແລ້ງກັນດານ ທາງທິດຕາເວັນອອກຂອງໂນບາແລະໂຢກເບຮາ ແລະເຂົ້າບຸກໂຈມຕີທະຫານເຫຼົ່ານັ້ນຢ່າງບໍ່ທັນໃຫ້ຮູ້ຕົວ.
12
ກະສັດທັງສອງຂອງຊາວມີດີອານ ຄືເຈົ້າເຊບາກັບເຈົ້າຊັນມຸນນາ ໄດ້ແລ່ນປົບໜີໄປ, ແຕ່ກີເດໂອນໄລ່ຈັບກະສັດທັງສອງຄົນນັ້ນໄດ້. ດັ່ງນັ້ນ ທະຫານທັງໝົດຂອງພວກເຂົາຈຶ່ງແຕກຕື່ນຕົກໃຈ ແລະພ່າຍໜີໄປ.
13
ເມື່ອກີເດໂອນລູກຊາຍຂອງໂຢອາດກັບຄືນມາແຕ່ຮົບເສິກ ໂດຍຜ່ານທາງຊ່ອງແຄບເຮເຣັດນັ້ນ
14
ລາວໄດ້ຈັບເອົາຊາຍໜຸ່ມຜູ້ໜຶ່ງຈາກເມືອງຊຸກໂກດ ແລະສອບຖາມເອົາເລື່ອງລາວຕ່າງໆນຳລາວ. ຊາຍໜຸ່ມຜູ້ນີ້ໄດ້ຈົດຊື່ພວກຜູ້ນຳເຈັດສິບເຈັດຄົນທີ່ຢູ່ໃນເມືອງຊຸກໂກດໃຫ້ກີເດໂອນ.
15
ແລ້ວກີເດໂອນກໍໄປຫາຊາວເມືອງຊຸກໂກດ ແລະເວົ້າວ່າ, “ພວກເຈົ້າຈື່ຄາວທີ່ພວກເຈົ້າບໍ່ຍອມຊ່ວຍເຫລືອຂ້ອຍນັ້ນບໍ່? ພວກເຈົ້າທ້າຂ້ອຍວ່າ ພວກເຈົ້າບໍ່ຍອມເອົາອາຫານໃຫ້ພວກທະຫານ ທີ່ອິດເມື່ອຍອ່ອນແຮງຂອງຂ້ອຍກິນ ເພາະຂ້ອຍຈັບເຈົ້າເຊບາກັບເຈົ້າຊັນມຸນນາບໍ່ທັນໄດ້ເທື່ອ. ນີ້ເດ ພວກເຂົາຢູ່ທີ່ນີ້ແລ້ວ.”
16
ແລ້ວກີເດໂອນກໍໄດ້ຂ້ຽນພວກຜູ້ນຳຊາວເມືອງຊຸກໂກດເພື່ອເປັນການລົງໂທດດ້ວຍຫວາຍໜາມ ແລະໄມ້ໜາມຈາກຖິ່ນແຫ້ງແລ້ງກັນດານ.
17
ລາວຍັງໄດ້ທຳລາຍຫໍຄອຍທີ່ເປນູເອນ ແລະຂ້າຊາວເມືອງໃນທີ່ນັ້ນດ້ວຍ.
18
ແລ້ວລາວກໍໄດ້ຖາມເຈົ້າເຊບາກັບເຈົ້າຊັນມຸນນາວ່າ, “ຄົນທີ່ພວກເຈົ້າຂ້າໃນເມືອງຕາໂບນັ້ນມີຮູບຮ່າງຢ່າງໃດ?” ພວກເຂົາຕອບວ່າ, “ຄືກັນກັບທ່ານແລະທຸກຄົນກໍເບິ່ງຄືກັນກັບລູກຊາຍຂອງກະສັດ.”
19
ກີເດໂອນກ່າວວ່າ, “ພວກເຂົາເປັນອ້າຍນ້ອງທີ່ເກີດຈາກແມ່ດຽວກັນກັບຂ້ອຍ. ພຣະເຈົ້າຢາເວຊົງມີຊີວິດຢູ່ສັນໃດ ຖ້າພວກເຈົ້າບໍ່ໄດ້ຂ້າພວກເຂົາ ຂ້ອຍກໍຈະບໍ່ຂ້າພວກເຈົ້າສັນນັ້ນ.”
20
ແລ້ວລາວກໍບອກເຢເທລູກຊາຍກົກຂອງຕົນວ່າ, “ຈົ່ງຂ້າພວກເຂົາຖິ້ມສາ” ແຕ່ເດັກຊາຍຄົນນີ້ບໍ່ກ້າຖອດດາບຂອງຕົນອອກຍ້ອນຢ້ານ ເພາະລາວຍັງເປັນເດັກຢູ່.
21
ເຈົ້າເຊບາແລະເຈົ້າຊັນມຸນນາຈຶ່ງບອກກີເດໂອນວ່າ, “ຈົ່ງຂ້າພວກເຮົາດ້ວຍຕົວທ່ານເອງເທີ້ນ ໜ້າທີ່ຂອງຜູ້ໃຫຍ່ໃຫ້ຜູ້ໃຫຍ່ເຮັດສາ.” ດັ່ງນັ້ນ ກີເດໂອນຈຶ່ງຂ້າເຈົ້າເຊບາກັບເຈົ້າຊັນມຸນນາ ແລະເອົາຫລຽນຮູບວົງເດືອນທີ່ເອ້ຄໍອູດຂອງພວກເຂົານັ້ນໄປນຳ.
22
ຫລັງຈາກນັ້ນ ຊາວອິດສະຣາເອນກໍໄດ້ເວົ້າກັບກີເດໂອນວ່າ, “ຂໍທ່ານແລະເຊື້ອສາຍຂອງທ່ານ ເປັນຜູ້ປົກຄອງຂອງພວກເຮົາເທີ້ນ ເພາະທ່ານໄດ້ຊ່ວຍເຫລືອພວກເຮົາໃຫ້ພົ້ນຈາກກຳມືພວກມີດີອານ.”
23
ກີເດໂອນຕອບວ່າ, “ຂ້ອຍແລະລູກຊາຍຂອງຂ້ອຍຈະບໍ່ເປັນຜູ້ນຳຂອງພວກເຈົ້າ. ພຣະເຈົ້າຢາເວຈະເປັນຜູ້ນຳຂອງພວກເຈົ້າ.”
24
ແຕ່ກີເດໂອນເວົ້າຕໍ່ໄປວ່າ, “ໃຫ້ຂ້ອຍຂໍສິ່ງໜຶ່ງຈາກພວກເຈົ້າ ຄືໃຫ້ພວກເຈົ້າແຕ່ລະຄົນເອົາຕຸ້ມຫູທີ່ຢຶດມາໄດ້ນັ້ນໃຫ້ຂ້ອຍ.” (ຊາວມີດີອານໃສ່ຕຸ້ມຫູຄຳ ດັ່ງຄົນທົ່ວໄປທີ່ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ.)
25
ພວກເຂົາຕອບວ່າ, “ພວກເຮົາຍິນດີທີ່ຈະເອົາສິ່ງນັ້ນໃຫ້ທ່ານ.” ແລ້ວພວກເຂົາກໍໄດ້ປູຜ້າລົງດິນ ແລະເອົາຕຸ້ມຫູຊຶ່ງຢຶດໄດ້ນັ້ນມາວາງໄວ້ເທິງຜ້າ.
26
ຕຸ້ມຫູທີ່ກີເດໂອນຂໍມານັ້ນຊັ່ງໄດ້ເກືອບຊາວກິໂລກຼາມ ໂດຍບໍ່ໄດ້ໄລ່ສິ່ງອື່ນໆເຂົ້ານຳເຊັ່ນ: ເຄື່ອງເອ້, ສາຍສ້ອຍຄໍ, ເຄື່ອງນຸ່ງສີມ່ວງທີ່ກະສັດມີດີອານໃສ່ ແລະເຄື່ອງເອ້ທີ່ຜູກຄໍອູດ.
27
ກີເດໂອນໄດ້ເອົາເຄື່ອງເຫຼົ່ານີ້ມາສ້າງຮູບເຄົາຣົບ ແລະຕັ້ງໄວ້ໃນໂອຟະຣາ ເມືອງຂອງເພິ່ນເອງ. ຊາວອິດສະຣາເອນທຸກຄົນໄດ້ປະຖິ້ມພຣະເຈົ້າ ແລະໄປທີ່ເມືອງໂອຟຣາເພື່ອຂາບໄຫວ້ຮູບເຄົາຣົບນັ້ນ. ການກະທຳເຊັ່ນນີ້ເປັນບ້ວງແຮ້ວສຳລັບກີເດໂອນເອງ ແລະຄອບຄົວຂອງລາວ.
28
ສະນັ້ນ ຊາວມີດີອານຈຶ່ງພ່າຍແພ້ ແລະບໍ່ເປັນໄພຄຸກຄາມຊາວອິດສະຣາເອນຕໍ່ໄປ. ໃນເວລາທີ່ກີເດໂອນຍັງມີຊີວິດຢູ່ນັ້ນ ປະເທດຊາດບ້ານເມືອງໄດ້ມີຄວາມສະຫງົບສຸກເປັນເວລາສີ່ສິບປີ.
29
ຕໍ່ຈາກນັ້ນມາ ກີເດໂອນລູກຊາຍຂອງໂຢອາດໄດ້ກັບຄືນເມືອຢູ່ເຮືອນຂອງຕົນເອງ.
30
ເພິ່ນມີລູກຊາຍເຈັດສິບຄົນຍ້ອນວ່າເພິ່ນມີເມຍຫລາຍຄົນ.
31
ເພິ່ນຍັງມີເມຍນ້ອຍຢູ່ທີ່ຊີເຄມ. ເມຍຜູ້ນີ້ມີລູກຊາຍຜູ້ໜຶ່ງຊື່ວ່າ ອາບີເມເຫຼັກ.
32
ກີເດໂອນລູກຊາຍຂອງໂຢອາດໄດ້ຕາຍໄປໃນເວລາເພິ່ນເຖົ້າແກ່ຫລາຍ. ຊາກສົບຂອງເພິ່ນໄດ້ຖືກຝັງໄວ້ໃນອຸບມຸງຂອງໂຢອາດພໍ່ຂອງຕົນທີ່ໂອຟະຣາ ຊຶ່ງເປັນເມືອງຂອງຕະກຸນອາບີເອເຊ.
33
ຫລັງຈາກກີເດໂອນໄດ້ຕາຍໄປແລ້ວ ປະຊາຊົນອິດສະຣາເອນກໍບໍ່ເຊື່ອຟັງພຣະເຈົ້າອີກ ແລະໄປຂາບໄຫວ້ພະບາອານ. ສະນັ້ນ ພວກເຂົາຈື່ງຖືພະບາອານເປັນພະຂອງພວກຕົນ.
34
ພວກເຂົາໄດ້ລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຜູ້ທີ່ໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກມືຂອງເຫຼົ່າສັດຕູທີ່ຢູ່ອ້ອມຮອບພວກເຂົານັ້ນ.
35
ພວກເຂົາບໍ່ໄດ້ສຳນຶກເຖິງບຸນຄຸນຂອງຄອບຄົວກີເດໂອນ ທີ່ເຄີຍສ້າງຄຸນງາມຄວາມດີໄວ້ກັບຊາດອິດສະຣາເອນ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21