bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 21
Judges 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
1
ເມື່ອພວກອິດສະຣາເອນປະຊຸມກັນທີ່ເມືອງມີຊະປານັ້ນ ພວກເຂົາໄດ້ຕັ້ງຄຳສັນຍາອັນໜັກແໜ້ນວ່າ, “ໃນພວກເຮົາຈະບໍ່ມີໃຜໃຫ້ລູກສາວຂອງຕົນແຕ່ງງານກັບຊາວເບັນຢາມິນ.”
2
ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງໄປທີ່ເບັດເອນ ແລະນັ່ງຢູ່ທີ່ນັ້ນຊ້ອງໜ້າພຣະເຈົ້າຈົນຮອດຄໍ່າ. ພວກເຂົາໄວ້ທຸກແລະຮ້ອງໄຫ້ຢ່າງຂົມຂື່ນວ່າ,
3
“ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ເປັນຫຍັງເຫດການຢ່າງນີ້ຈຶ່ງໄດ້ເກີດຂຶ້ນ? ເຫດໃດເຜົ່າເບັນຢາມິນຈຶ່ງຈະຕ້ອງດັບສູນໄປຈາກຊາດອິດສະຣາເອນ?”
4
ແລ້ວເຊົ້າມື້ໃໝ່ມາ ປະຊາຊົນກໍລຸກແຕ່ເດິກໆ ແລະສ້າງແທ່ນບູຊາຂຶ້ນໃນທີ່ນັ້ນ. ພວກເຂົາໄດ້ຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳ ແລະເຜົາສັດທັງໂຕເປັນເຄື່ອງບູຊາ.
5
ພວກເຂົາຖາມວ່າ, “ຍັງມີໝວດໃດແດ່ໃນຊາດອິດສະຣາເອນ ທີ່ບໍ່ໄດ້ໄປປະຊຸມຢູ່ຊ້ອງໜ້າພຣະເຈົ້າຢາເວທີ່ເມືອງມີຊະປາ?” (ພວກເຂົາໄດ້ສາບານໄວ້ຢ່າງເດັດຂາດວ່າ ຖ້າຜູ້ໃດຜູ້ໜຶ່ງບໍ່ມາຮ່ວມປະຊຸມທີ່ມີຊະປາ ຈະຖືກຂ້າຖິ້ມ.)
6
ປະຊາຊົນອິດສະຣາເອນມີຄວາມເສຍໃຈໃຫ້ພວກເບັນຢາມິນພີ່ນ້ອງຂອງຕົນ ຈຶ່ງເວົ້າວ່າ, “ໃນມື້ນີ້ ເຜົ່າໜຶ່ງໃນຊາດອິດສະຣາເອນກຳລັງຈະດັບສູນໄປ.
7
ພວກເຮົາຄວນຈະເຮັດຢ່າງໃດ ເພື່ອຫາເມຍໃຫ້ພວກເບັນຢາມິນທີ່ຍັງເຫລືອນີ້ ເພາະພວກເຮົາໄດ້ສັນຍາຕໍ່ພຣະເຈົ້າຢາເວແລ້ວວ່າ ພວກເຮົາຈະບໍ່ຍອມເອົາລູກສາວຂອງພວກເຮົາໃຫ້ພວກເຂົາ.”
8
ເມື່ອພວກເຂົາຖາມກັນວ່າ ມີໝວດໃດແດ່ໃນເຜົ່າຂອງຊາດອິດສະຣາເອນ ທີ່ບໍ່ໄດ້ໄປຮ່ວມປະຊຸມຢູ່ຊ້ອງໜ້າພຣະເຈົ້າຢາເວທີ່ມີຊະປານັ້ນ. ພວກເຂົາຈຶ່ງພົບວ່າ ບໍ່ມີຜູ້ໃດຈາກຢາເບັດກີເລອາດ ມາຮ່ວມໃນທີ່ປະຊຸມນັ້ນ.
9
ເມື່ອມີການເອີ້ນຊື່ເກນເອົາທະຫານ ກໍບໍ່ມີຄຳຂານຕອບຈາກຢາເບັດ-ກີເລອາດເລີຍ.
10
ດັ່ງນັ້ນ ກອງປະຊຸມຈຶ່ງສົ່ງພວກທະຫານຜູ້ເກັ່ງກ້າສິບສອງພັນຄົນອອກໄປ ໂດຍສັ່ງວ່າ, “ໃຫ້ຂ້າທຸກໆຄົນໃນເມືອງຢາເບັດກີເລອາດຖິ້ມ ຕະຫລອດທັງແມ່ຍິງແລະເດັກນ້ອຍດ້ວຍ.
11
ໃຫ້ຂ້າຜູ້ຊາຍທຸກໆຄົນແລະແມ່ຍິງທຸກໆຄົນ ທີ່ເຄີຍຜ່ານການຮ່ວມເພດແລ້ວ.”
12
ພວກເຂົາພົບວ່າມີຍິງສາວບໍຣິສຸດສີ່ຮ້ອຍຄົນ ໃນທ່າມກາງປະຊາຊົນຊາວຢາເບັດກີເລອາດ. ສະນັ້ນ ພວກເຂົາຈຶ່ງນຳຍິງເຫຼົ່ານີ້ໄປສູ່ຄ້າຍພັກທີ່ຊີໂລ ຊຶ່ງຢູ່ໃນດິນແດນການາອານ.
13
ແລ້ວກອງປະຊຸມທັງໝົດກໍສັ່ງຄວາມໄປບອກພວກເບັນຢາມິນ ທີ່ຢູ່ໃນເຂດໂງ່ນຫີນຣິມໂມນແລະສະເໜີເຊົາເຮັດເສິກ.
14
ພວກເບັນຢາມິນໄດ້ກັບຄືນມາ ແລະພວກອິດສະຣາເອນຈຶ່ງມອບຍິງສາວຈາກຢາເບັດກີເລອາດ ທີ່ບໍ່ໄດ້ຖືກຂ້ານັ້ນໃຫ້ພວກເຂົາ. ແຕ່ຍັງບໍ່ພຽງພໍສຳລັບທຸກຄົນ.
15
ປະຊາຊົນເສຍໃຈໃຫ້ພວກເບັນຢາມິນ ເພາະພຣະເຈົ້າຢາເວໄດ້ເຮັດໃຫ້ຄວາມເປັນນໍ້າໜຶ່ງໃຈດຽວກັນຖືກແຕກແຍກ ໃນບັນດາເຜົ່າຂອງຊາດອິດສະຣາເອນ.
16
ດ້ວຍເຫດນີ້ ພວກຜູ້ນຳໃນທີ່ປະຊຸມຈຶ່ງສະເໜີວ່າ, “ໃນເຜົ່າເບັນຢາມິນບໍ່ມີແມ່ຍິງເຫຼືອຢູ່ຈັກຄົນ. ພວກເຮົາຄວນເຮັດຢ່າງໃດ ເພື່ອຈະຫາເມຍໃຫ້ພວກຜູ້ຊາຍທີ່ຍັງເຫລືອຢູ່ນີ້?
17
ຊາວອິດສະຣາເອນຈະບໍ່ຍອມເສຍເຜົ່າໜຶ່ງເຜົ່າໃດໃນສິບສອງເຜົ່າ. ພວກເຮົາຄວນຫາຊ່ອງທາງເຮັດໃຫ້ເຜົ່າເບັນຢາມິນຢູ່ລອດ.
18
ແຕ່ພວກເຮົາບໍ່ອາດໃຫ້ພວກເຂົາແຕ່ງງານກັບລູກສາວຂອງພວກເຮົາໄດ້ ເພາະຜູ້ໃດຜູ້ໜຶ່ງທີ່ໃຫ້ພວກເບັນຢາມິນແຕ່ງງານກັບລູກສາວຂອງຕົນ ຈະຖືກສາບແຊ່ງຕາມທີ່ຕົນໄດ້ສາບານໄວ້.”
19
ແລ້ວພວກເຂົາກໍຄິດໄດ້ວ່າ, “ເທດສະການທີ່ມີຈັດຂຶ້ນປະຈຳປີ ສຳລັບພຣະເຈົ້າຢາເວທີ່ເມືອງຊີໂລນັ້ນໃກ້ເຂົ້າມາແລ້ວ.” (ເມືອງຊີໂລຢູ່ທາງທິດເໜືອຂອງເມືອງເບັດເອນຢູ່ທາງໃຕ້ຂອງເລໂບນາ ແລະຢູ່ທາງທິດຕາເວັນອອກຂອງຖະໜົນລະຫວ່າງເບັດເອນກັບຊີເຄມ.)
20
ພວກເຂົາຈຶ່ງບອກພວກເບັນຢາມິນວ່າ, “ຈົ່ງໄປລີ້ຢູ່ໃນສວນອະງຸ່ນ
21
ແລະຈອບເບິ່ງ. ເມື່ອຍິງສາວຊາວເມືອງຊີໂລອອກມາຟ້ອນໃນເທດສະການທີ່ມີຈັດຂຶ້ນປະຈຳປີນັ້ນ ໃຫ້ພວກເຈົ້າອອກມາຈາກສວນ. ໃຫ້ແຕ່ລະຄົນໃນພວກເຈົ້າຢຶດເອົາຍິງຜູ້ໜຶ່ງຈາກພວກແມ່ຍິງເຫຼົ່ານັ້ນໄປເປັນເມຍ. ແລ້ວໃຫ້ນຳເອົາກັບຄືນເມືອດິນແດນເບັນຢາມິນນຳພວກເຈົ້າ.”
22
ຖ້າພໍ່ຫລືອ້າຍຂອງພວກເຂົາມາທວງເອົາຄືນນຳພວກເຈົ້າ ກໍໃຫ້ພວກເຈົ້າ ບອກພວກເຂົາວ່າ, “ກະລຸນາໃຫ້ພວກເຮົາເອົາຍິງເຫຼົ່ານີ້ໄວ້ສາ ເພາະພວກເຮົາໄດ້ນາງມາເປັນເມຍບໍ່ແມ່ນໂດຍການເຮັດເສິກ. ແຕ່ໃນເມື່ອພວກເຈົ້າບໍ່ຍົກພວກເຂົາໃຫ້ພວກເຮົາ ພວກເຈົ້າກໍບໍ່ໄດ້ຜິດຕໍ່ຄຳສັນຍາແຕ່ຢ່າງໃດ.”
23
ພວກເບັນຢາມິນໄດ້ປະຕິບັດຕາມຄຳສະເໜີຂໍ້ນີ້. ພວກເຂົາແຕ່ລະຄົນໄດ້ເລືອກເອົາເມຍຈາກພວກຍິງສາວ ທີ່ອອກມາຟ້ອນລຳໃນເມືອງຊີໂລແລະພາພວກເຂົາໜີໄປ. ແລ້ວພວກເຂົາກໍກັບຄືນໄປສູ່ເຂດແດນຂອງພວກຕົນ ແລະສ້າງບ້ານເມືອງຂຶ້ນໃໝ່ເພື່ອອາໄສຢູ່ໃນທີ່ນັ້ນ.
24
ໃນຂະນະດຽວກັນນັ້ນ ພວກອິດສະຣາເອນອື່ນໆກໍຈາກໄປ ແລະທຸກໆຄົນກໍກັບຄືນເມືອສູ່ເຜົ່າແລະຄອບຄົວຂອງຕົນເອງ ແລະສູ່ຊັບສິນບ່ອນທຳມາຫາກິນຂອງໃຜລາວ.
25
ໃນສະໄໝນັ້ນ ຊາດອິດສະຣາເອນຍັງບໍ່ທັນມີກະສັດເທື່ອ. ສະນັ້ນ ທຸກຄົນຈຶ່ງເຮັດຕາມໃຈມັກຂອງຕົນເອງ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21