bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 2
Judges 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 3 →
1
ຢູ່ຕໍ່ມາ ເທວະດາຂອງພຣະເຈົ້າຢາເວໄດ້ຈາກເມືອງກິນການ ໄປທີ່ເມືອງໂບກິມ. ເທວະດາຕົນນີ້ໄດ້ກ່າວແກ່ຊາວອິດສະຣາເອນວ່າ, “ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ແລະພາພວກເຈົ້າເຂົ້າໄປໃນດິນແດນ ທີ່ເຮົາໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຈົ້າ. ເຮົາໄດ້ບອກພວກເຈົ້າວ່າ ‘ເຮົາຈະບໍ່ລຶບລ້າງພັນທະສັນຍາທີ່ມີໄວ້ກັບພວກເຈົ້າຈັກເທື່ອ.
2
ພວກເຈົ້າບໍ່ຕ້ອງເຮັດຄຳສັນຍາໃດໆກັບປະຊາຊົນທີ່ຢູ່ໃນດິນແດນນີ້. ພວກເຈົ້າຈະຕ້ອງທຳລາຍຖິ້ມໝົດແທ່ນບູຊາຂອງພວກເຂົາ.’ ແຕ່ພວກເຈົ້າບໍ່ເຮັດຕາມທີ່ເຮົາໄດ້ບອກໄວ້. ພວກເຈົ້າກັບໄປເຮັດໃນສິ່ງທີ່ກົງກັນຂ້າມ
3
ສະນັ້ນ ເຮົາຈຶ່ງຂໍບອກພວກເຈົ້າດຽວນີ້ໂລດວ່າ ເຮົາຈະບໍ່ຂັບໄລ່ປະຊາຊົນເຫຼົ່ານີ້ອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປໃນທີ່ນັ້ນ. ພວກເຂົາຈະເປັນສັດຕູ ຂອງພວກເຈົ້າແລະການຂາບໄຫວ້ບັນດາພະຂອງພວກເຂົາກໍຈະເປັນສິ່ງລໍ້ລວງພວກເຈົ້າ ໃຫ້ເຮັດບາບອັນຮ້າຍແຮງ.”
4
ເມື່ອເທວະດາຂອງພຣະເຈົ້າຢາເວກ່າວດັ່ງນັ້ນແລ້ວ ປະຊາຊົນອິດສະຣາເອນທັງໝົດກໍຮ້ອງໄຫ້
5
ເພາະສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ໂບກິມ. ໃນທີ່ນີ້ພວກເຂົາໄດ້ຖວາຍບູຊາແກ່ພຣະເຈົ້າຢາເວ.
6
ໂຢຊວຍໄດ້ສົ່ງຊາວອິດສະຣາເອນໃຫ້ໄປຕາມທາງຂອງພວກເຂົາ ແລະແຕ່ລະຄົນກໍໄດ້ໄປຢຶດດິນແດນເປັນກຳມະສິດຂອງໃຜລາວ.
7
ປະຊາຊົນອິດສະຣາເອນຮັບໃຊ້ພຣະເຈົ້າຢາເວຕະຫລອດຊົ່ວຊີວິດຂອງໂຢຊວຍ. ຫລັງຈາກໂຢຊວຍໄດ້ຕາຍໄປແລ້ວ ພວກເຂົາກໍຍັງສືບຕໍ່ຮັບໃຊ້ພຣະອົງ ຈົນຕະຫລອດຊົ່ວອາຍຸຂອງພວກຜູ້ນຳ ຜູ້ທີ່ໄດ້ຮູ້ເຫັນກິດຈະການອັນຍິ່ງໃຫຍ່ທຸກຢ່າງ ທີ່ພຣະເຈົ້າຢາເວໄດ້ເຮັດຕໍ່ຊາດອິດສະຣາເອນ.
8
ໂຢຊວຍລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ຕາຍໄປ ເມື່ອເພິ່ນອາຍຸໄດ້ໜຶ່ງຮ້ອຍສິບປີ.
9
ຊາກສົບຂອງເພິ່ນໄດ້ຖືກຝັງໄວ້ໃນດິນແດນຂອງເພິ່ນເອງ ທີ່ແຖບເນີນພູເອຟຣາອິມໃນເມືອງຕີມນາດເສຣາ ຊຶ່ງຢູ່ທາງທິດເໜືອຂອງພູເຂົາກາອາດ.
10
ຕໍ່ມາ ຄົນທັງໝົດໃນເຊັ່ນນັ້ນກໍໄດ້ຕາຍໄປ ແລະຄົນໃນເຊັ່ນຕໍ່ມາກໍໄດ້ລືມໄລພຣະເຈົ້າຢາເວ ແລະສິ່ງທີ່ພຣະອົງໄດ້ກະທຳສຳລັບຊາດອິດສະຣາເອນ.
11
ແລ້ວຊາວອິດສະຣາເອນກໍໄດ້ເລີ່ມເຮັດບາບຕໍ່ສາຍຕາຂອງພຣະເຈົ້າຢາເວ ໂດຍເລີ່ມບົວລະບັດຮັບໃຊ້ພະບາອານ.
12
ພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ຄືພຣະເຈົ້າອົງທີ່ໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາໄດ້ພາກັນເລີ່ມຂາບໄຫວ້ບັນດາພະອື່ນ ຄືບັນດາພະຂອງຊົນຊາດທີ່ຢູ່ອ້ອມຮອບພວກເຂົານັ້ນ. ພວກເຂົາໄດ້ຂາບໄຫວ້ພະເຫຼົ່ານີ້ ແລະເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍ.
13
ພວກເຂົາປະຖິ້ມພຣະເຈົ້າຢາເວ ແລະໄປບົວລະບັດຮັບໃຊ້ພະບາອານແລະເຈົ້າແມ່ອັດສະຕາກ.
14
ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາດອິດສະຣາເອນຢ່າງໜັກ ແລະພຣະອົງໄດ້ປ່ອຍໃຫ້ພວກໂຈນເຂົ້າມາໂຈມຕີ ປຸ້ນຈີ້ແລະເອົາສິ່ງຂອງຂອງພວກເຂົາ. ພຣະອົງຍັງປ່ອຍໃຫ້ເຫຼົ່າສັດຕູທີ່ຢູ່ອ້ອມຮອບນັ້ນຊະນະພວກເຂົາ ຈົນຊາວອິດສະຣາເອນບໍ່ສາມາດປ້ອງກັນຕົນເອງໄດ້.
15
ເທື່ອໃດທີ່ພວກເຂົາອອກສູ້ຮົບ ພຣະເຈົ້າຢາເວກໍຕໍ່ສູ້ພວກເຂົາເທື່ອນັ້ນ ຕາມທີ່ພຣະອົງໄດ້ບອກໄວ້. ດັ່ງນັ້ນ ພວກເຂົາຈຶ່ງຕົກຢູ່ໃນສະພາບເດືອດຮ້ອນທີ່ສຸດ.
16
ເວລາຕໍ່ມາ ພຣະເຈົ້າຢາເວໄດ້ໂຜດໃຫ້ຊາດອິດສະຣາເອນມີຜູ້ປົກຄອງ ເພື່ອຊ່ວຍພວກເຂົາໃຫ້ພົ້ນຈາກເງື້ອມມືຂອງພວກໂຈນປຸ້ນສະດົມ.
17
ແຕ່ພວກເຂົາບໍ່ໄດ້ປະຕິບັດຕາມຄຳສັ່ງຂອງພວກຜູ້ປົກຄອງເຫຼົ່ານີ້. ພວກເຂົາຫຼີ້ນຊູ້ກັບບັນດາພະອື່ນແລະຂາບໄຫວ້ພວກມັນ. ບັນພະບຸລຸດຂອງພວກເຂົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແຕ່ອີກບໍ່ດົນຄົນເຊັ່ນໃໝ່ນີ້ກໍເຊົາເຊື່ອຟັງພຣະອົງຢ່າງໄວວາ.
18
ເທື່ອໃດທີ່ພຣະເຈົ້າຢາເວໂຜດໃຫ້ພວກເຂົາມີຜູ້ປົກຄອງ ພຣະເຈົ້າຢາເວກໍຊ່ວຍເຫລືອຜູ້ປົກຄອງເທື່ອນັ້ນ ແລະຊ່ວຍເຫລືອປະຊາຊົນໃຫ້ພົ້ນຈາກເຫຼົ່າສັດຕູຂອງພວກເຂົາ ຕະຫລອດຊົ່ວຊີວິດຂອງຜູ້ປົກຄອງນັ້ນ. ພຣະເຈົ້າຢາເວເມດຕາອີດູພວກເຂົາ ຍ້ອນພວກເຂົາຄວນຄາງຢ່າງທົນທຸກເພາະຖືກເຫຼົ່າສັດຕູກົດຂີ່.
19
ແຕ່ເມື່ອຜູ້ປົກຄອງຕາຍໄປແລ້ວ ປະຊາຊົນກໍກັບຄືນໄປເຮັດຄືເກົ່າແລະສືບຕໍ່ເຮັດສິ່ງຊົ່ວຮ້າຍ ຫລາຍກວ່າເຊັ່ນພໍ່ແມ່ຂອງພວກເຂົາອີກ. ພວກເຂົາໄດ້ບົວລະບັດຮັບໃຊ້ແລະຂາບໄຫວ້ບັນດາພະອື່ນ ແລະສືບຕໍ່ປະພຶດຊົ່ວຮ້າຍຕາມວິທີທາງຂອງພວກເຂົາຢ່າງດື້ດຶງ.
20
ດ້ວຍເຫດນີ້ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາດອິດສະຣາເອນ ແລະກ່າວວ່າ, “ຊົນຊາດນີ້ຝ່າຝືນພັນທະສັນຍາ ທີ່ເຮົາໄດ້ສັ່ງໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາໃຫ້ຢຶດຖື. ຍ້ອນວ່າພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງເຮົາ
21
ເຮົາຈຶ່ງຈະບໍ່ຂັບໄລ່ຊົນຊາດໃດໆ ທີ່ຍັງເຫລືອຢູ່ໃນດິນແດນນີ້ໃຫ້ອອກໜີໄປ ເມື່ອໂຢຊວຍໄດ້ຕາຍໄປແລ້ວ.
22
ເຮົາຈະໃຊ້ພວກເຂົາເພື່ອຄົ້ນຫາວ່າ ຊາວອິດສະຣາເອນຈະຕິດຕາມວິທີທາງຂອງພຣະເຈົ້າຢາເວ ຕາມທີ່ບັນພະບຸລຸດຂອງພວກເຂົາໄດ້ປະຕິບັດມານັ້ນຫລືບໍ່.”
23
ສະນັ້ນ ພຣະເຈົ້າຢາເວຈື່ງປ່ອຍຊົນຊາດເຫຼົ່ານີ້ໃຫ້ເຫຼືອຢູ່ໃນດິນແດນ; ພຣະອົງບໍ່ໄດ້ໃຫ້ໂຢຊວຍຊະນະພວກເຂົາ ຫລືແມ່ນແຕ່ຂັບໄລ່ພວກເຂົາໃຫ້ອອກໄປໃນທັນທີ ຫລັງຈາກທີ່ໂຢຊວຍໄດ້ຕາຍໄປແລ້ວ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21