bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 4
Judges 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 5 →
1
ຫລັງຈາກເອຮຸດຕາຍໄປແລ້ວ ປະຊາຊົນອິດສະຣາເອນກໍເຮັດບາບຕໍ່ສາຍຕາພຣະເຈົ້າຢາເວອີກ.
2
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຂາຍພວກເຂົາໃຫ້ຢູ່ໃນມືຂອງເຈົ້າຢາບິນ ກະສັດຂອງຊາວການາອານຜູ້ທີ່ປົກຄອງຢູ່ທີ່ນະຄອນຮາໂຊ. ແມ່ທັບຂອງເພິ່ນຊື່ວ່າ ສີເສຣາ. ລາວເປັນຊາວເມືອງຮາໂຣເຊັດຂອງຄົນຕ່າງຊາດ.
3
ເຈົ້າຢາບິນມີລົດຮົບເຫຼັກເກົ້າຮ້ອຍຄັນ ແລະເພິ່ນໄດ້ປົກຄອງປະຊາຊົນອິດສະຣາເອນ ໂດຍການບີບບັງຄັບຢ່າງໜັກເປັນເວລາຊາວປີ. ແລ້ວປະຊາຊົນອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ.
4
ໃນສະໄໝນັ້ນ ແມ່ນນາງເດໂບຣາເມຍຂອງລັບປີໂດດ ເປັນຜູ້ທຳນວາຍ ແລະທັງເປັນຜູ້ປົກຄອງຂອງຊາວອິດສະຣາເອນດ້ວຍ.
5
ປະຊາຊົນອິດສະຣາເອນໄດ້ມາຫານາງເດໂບຣາທີ່ກ້ອງຕົ້ນຕານ ລະຫວ່າງເມືອງຣາມາແລະເມືອງເບັດເອນໃນເຂດເນີນພູເອຟຣາອິມ ບ່ອນທີ່ນາງນັ່ງເພື່ອໃຫ້ຄຳປຶກສາຫາລື.
6
ຢູ່ມາມື້ໜຶ່ງ ນາງເດໂບຣາໄດ້ໃຊ້ຄົນໄປຫາບາຣັກລູກຊາຍຂອງອາບີໂນອາມ ທີ່ເມືອງເກເດັດໃນເຂດແດນເນັບທາລີ ແລະກ່າວຕໍ່ລາວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ໃຫ້ຄຳສັ່ງແກ່ເຈົ້າດັ່ງນີ້: ‘ຈົ່ງເກນຜູ້ຊາຍສິບພັນຄົນຈາກເຜົ່າເນັບທາລີແລະເຜົ່າເຊບູໂລນ ແລະນຳພາພວກເຂົາໄປທີ່ພູເຂົາຕາໂບ.
7
ຝ່າຍເຮົາຈະເຮັດໃຫ້ສີເສຣາແມ່ທັບຂອງກະສັດຢາບິນ ພ້ອມດ້ວຍລົດຮົບແລະທະຫານຂອງລາວ ອອກໄປສູ້ຮົບເຈົ້າຢູ່ທີ່ຫ້ວຍນໍ້າກີໂຊນ ແຕ່ເຮົາຈະໃຫ້ເຈົ້າຮົບຊະນະລາວ.”’
8
ບາຣັກຈຶ່ງເວົ້າກັບນາງເດໂບຣາວ່າ, “ຂ້ອຍຈະອອກໄປຫາກເຈົ້າໄປກັບຂ້ອຍ ແຕ່ຖ້າເຈົ້າບໍ່ໄປ ຂ້ອຍກໍຈະບໍ່ໄປຄືກັນ.”
9
ນາງເດໂບຣາຈຶ່ງຕອບວ່າ, “ຕົກລົງ ຂ້ອຍຈະໄປກັບເຈົ້າ, ແຕ່ເຈົ້າຈະບໍ່ມີຊື່ສຽງສຳລັບໄຊຊະນະໃນຄັ້ງນີ້ ເພາະພຣະເຈົ້າຢາເວຈະຂາຍສີເສຣາໄວ້ຢູ່ໃນເງື້ອມມືຂອງຍິງຄົນໜຶ່ງ.” ແລ້ວນາງເດໂບຣາກໍໄປທີ່ເມືອງເກເດັດກັບບາຣັກ.
10
ບາຣັກໄດ້ເກນທະຫານຈາກເຜົ່າເຊບູໂລນແລະເຜົ່າເນັບທາລີ ແລະໄດ້ມີຈຳນວນສິບພັນຄົນ ໄດ້ຕິດຕາມລາວໄປ. ສ່ວນນາງເດໂບຣານັ້ນກໍໄປນຳພວກເຂົາດ້ວຍ.
11
ໃນຂະນະນັ້ນ ເຮເບຊາວເກນິດໄດ້ຕັ້ງຜ້າເຕັນພັກຢູ່ໃຕ້ຕົ້ນໂອກໃຫຍ່ ທີ່ຊາອານັນນິມໃກ້ກັບເມືອງເກເດັດ. ລາວໄດ້ຍ້າຍໜີຈາກພວກເກນິດຄົນອື່ນໆ ທີ່ເປັນເຊື້ອສາຍຂອງໂຮບັບພໍ່ເຖົ້າຂອງໂມເຊ.
12
ເມື່ອສີເສຣາຮູ້ວ່າບາຣັກລູກຊາຍຂອງອາບີໂນອາມ ໄປເຖິງພູເຂົາຕາໂບແລ້ວ;
13
ລາວຈຶ່ງສັ່ງເອົາລົດຮົບເຫຼັກເກົ້າຮ້ອຍຄັນ ພ້ອມກັບກຳລັງພົນທັງໝົດ ແລະຍົກທັບຈາກເມືອງຮາໂຣເຊັດຂອງຄົນຕ່າງຊາດ ໄປສູ່ຫ້ວຍນໍ້າກີໂຊນ.
14
ແລ້ວນາງເດໂບຣາກໍໄດ້ບອກບາຣັກວ່າ, “ຈົ່ງໄປ! ມື້ນີ້ເປັນມື້ທີ່ພຣະເຈົ້າຢາເວຈະມອບສີເສຣາໃວ້ໃນມືຂອງເຈົ້າ.” ດັ່ງນັ້ນ ບາຣັກຈຶ່ງນຳທະຫານສິບພັນຄົນ ລົງຈາກພູຕາໂບໄປໂຈມຕີສີເສຣາ.
15
ເມື່ອບາຣັກໃຊ້ກອງທັບຂອງຕົນໂຈມຕີຢູ່ນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ສີເສຣາສັບສົນວຸ້ນວາຍ ພ້ອມດ້ວຍລົດຮົບແລະທະຫານຂອງລາວ. ສີເສຣາຈຶ່ງໂດດອອກຈາກລົດຮົບຂອງຕົນແລະແລ່ນໜີໄປ.
16
ຝ່າຍບາຣັກກໍໄລ່ຕາມລົດຮົບ ແລະກອງທະຫານໄປ ຈົນຮອດເມືອງຮາໂຣເຊັດຂອງຄົນຕ່າງຊາດ; ແລ້ວທະຫານທັງໝົດຂອງສີເສຣາກໍຖືກຂ້າ ໂດຍບໍ່ມີໃຜຈັກຄົນລອດຊີວິດ.
17
ສ່ວນສີເສຣານັ້ນໄດ້ປົບໜີໄປສູ່ຜ້າເຕັນຂອງນາງຢາເອນ ເມຍຂອງເຮເບຊາວເກນິດ ເພາະເຈົ້າຢາບິນກະສັດແຫ່ງຮາໂຊ ແລະຄອບຄົວຂອງເຮເບເປັນມິດທີ່ດີຕໍ່ກັນ.
18
ນາງຢາເອນໄດ້ອອກມາພົບສີເສຣາ ແລະເວົ້າວ່າ, “ເຊີນເຂົ້າມາທີ່ຜ້າເຕັນຂອງຂ້ອຍພີ້ ແລະບໍ່ຕ້ອງຢ້ານຫຍັງດອກ.” ສີເສຣາຈຶ່ງເຂົ້າໄປ ແລະນາງຢາເອນໄດ້ເຊື່ອງລາວໄວ້ທາງຫລັງຜ້າກັ້ງ.
19
ສີເສຣາໄດ້ເວົ້າກັບນາງວ່າ, “ຂ້ອຍຂໍດື່ມນໍ້າແດ່ ເພາະຂ້ອຍຫິວນໍ້າຫລາຍ.” ນາງຢາເອນຈຶ່ງໄຂຖົງນໍ້ານົມອອກໃຫ້ລາວດື່ມ ແລະເຊື່ອງລາວໄວ້ອີກ.
20
ແລ້ວສີເສຣາກໍໄດ້ບອກນາງວ່າ, “ໃຫ້ເຈົ້າໄປຢືນຢູ່ທາງປະຕູເຂົ້າຜ້າເຕັນພຸ້ນ ຖ້າໃຜມາຖາມວ່າມີຄົນມາລີ້ຢູ່ທີ່ນີ້ບໍ່? ໃຫ້ເຈົ້າບອກວ່າ ບໍ່ມີເດີ.”
21
ຍ້ອນຄວາມອິດເມື່ອຍ ສີເສຣາຈຶ່ງນອນຫລັບສະໜິດ. ແລ້ວນາງຢາເອນເມຍຂອງເຮເບກໍເອົາຄ້ອນຕີແລະຫລັກສຽບຜ້າເຕັນ ຄ່ອຍໆຍ່າງເຂົ້າໄປແລະຂ້າລາວ ໂດຍຕອກຫລັກສຽບນັ້ນໃສ່ທີ່ຂະໝັບຂອງສີເສຣາ ຈົນຊອດຮອດພື້ນດິນ.
22
ເມື່ອບາຣັກມາຊອກຫາສີເສຣາ ນາງຢາເອນຈຶ່ງອອກໄປພົບ ແລະເວົ້າວ່າ, “ເຊີນເຂົ້າມາທາງໃນພີ້ ຂ້ານ້ອຍຈະໃຫ້ທ່ານພົບຄົນທີ່ທ່ານກຳລັງຊອກຫາ.” ດັ່ງນັ້ນ ລາວຈຶ່ງເຂົ້າໄປກັບນາງ ແລະພົບສີເສຣານອນຕາຍຢູ່ຄາພື້ນດິນ ໂດຍມີຫລັກໄມ້ສຽບຢູ່ທີ່ຂະໝັບ.
23
ໃນມື້ນັ້ນ ພຣະເຈົ້າໄດ້ເຮັດໃຫ້ຊາວອິດສະຣາເອນມີໄຊຊະນະເໜືອເຈົ້າຢາບິນ ກະສັດຂອງຊາວການາອານ.
24
ຝ່າຍຊາວອິດສະຣາເອນກໍຕໍ່ສູ້ເຈົ້າຢາບິນແຮງຂຶ້ນ ຈົນໃນທີ່ສຸດພວກເຂົາໄດ້ຂ້າເພິ່ນເສຍ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21