bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 17
Judges 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 18 →
1
ຍັງມີຊາຍຄົນໜຶ່ງຊື່ວ່າ ມີກາ. ລາວອາໄສຢູ່ໃນແຖບເນີນພູເອຟຣາອິມ.
2
ລາວເວົ້າຕໍ່ແມ່ຂອງລາວວ່າ, “ເວລາຄົນລັກເອົາເງິນໜຶ່ງພັນໜຶ່ງຮ້ອຍຫລຽນ ຂອງແມ່ໄປນັ້ນ ລູກໄດ້ຍິນວ່າແມ່ສາບແຊ່ງຄົນຂີ້ລັກ. ນີ້ເດ ເງິນຈຳນວນນັ້ນ ລູກເອງເປັນຜູ້ເອົາໄປ.” ແມ່ຈຶ່ງເວົ້າຕໍ່ລາວວ່າ, “ລູກເອີຍ ຂໍໃຫ້ພຣະເຈົ້າຢາເວອວຍພອນເຈົ້າເຖີດ”
3
ແລ້ວມີກາກໍເອົາເງິນສົ່ງຄືນໃຫ້ແມ່ຂອງຕົນ. ນາງເວົ້າວ່າ, “ເພື່ອໃຫ້ລູກຂອງແມ່ພົ້ນຈາກຄຳສາບແຊ່ງ ແມ່ຂໍຖວາຍເງິນຈຳນວນນີ້ຢ່າງໃຈຈິງແກ່ພຣະເຈົ້າຢາເວ. ເຈົ້າຈະຕ້ອງເອົາເງິນນີ້ໄປໃຊ້ເຄືອບຮູບເຄົາຣົບເປັນໄມ້. ບັດນີ້ ແມ່ຂໍເອົາເງິນນີ້ມອບຄືນໃຫ້ເຈົ້າ.”
4
ແລ້ວມີກາກໍສົ່ງເງິນນັ້ນຄືນໃຫ້ແມ່ຂອງຕົນ. ຜູ້ເປັນແມ່ຈຶ່ງເອົາເງິນສອງຮ້ອຍຫລຽນ ໄປໃຫ້ຊ່າງຕີເງິນ. ຊ່າງຕີເງິນຈຶ່ງເອົາເງິນຈຳນວນນີ້ເຄືອບຮູບເຄົາຣົບທີ່ເຮັດດ້ວຍໄມ້. ແລ້ວຮູບເຄົາຣົບນັ້ນກໍຖືກນຳມາຕັ້ງໄວ້ໃນເຮືອນຂອງມີກາ.
5
ສະນັ້ນ ມີກາຈຶ່ງມີບ່ອນຂາບໄຫວ້ສ່ວນຕົວ. ລາວຍັງໄດ້ເຮັດຮູບເຄົາຣົບບາງຮູບແລະເອໂຟດຜືນໜຶ່ງ ແລ້ວກໍແຕ່ງຕັ້ງໃຫ້ຜູ້ໜຶ່ງໃນພວກລູກຊາຍຂອງຕົນເປັນປະໂຣຫິດ.
6
ໃນສະໄໝນັ້ນ ຊາດອິດສະຣາເອນບໍ່ທັນມີກະສັດເທື່ອ ແລະຕ່າງຄົນຕ່າງກໍເຮັດຕາມໃຈມັກຂອງໃຜລາວ.
7
ເວລານັ້ນຍັງມີຊາຍໜຸ່ມຊາວເລວີຜູ້ໜຶ່ງ ທີ່ເຄີຍຢູ່ເມືອງເບັດເລເຮັມໃນແຂວງຢູດາຍ.
8
ລາວໄດ້ໜີຈາກເມືອງເບັດເລເຮັມເພື່ອໄປຊອກຫາບ່ອນຢູ່ໃນທີ່ອື່ນ. ໃນຂະນະທີ່ເດີນທາງໄປນັ້ນ ລາວໄດ້ແວ່ເຂົ້າໄປໃນເຮືອນຂອງມີກາ ຊຶ່ງຢູ່ທາງແຖບເນີນພູເອຟຣາອິມ.
9
ມີກາຈຶ່ງຖາມລາວວ່າ, “ເຈົ້າມາແຕ່ໃສ?” ລາວຕອບວ່າ, “ຂ້ອຍມາແຕ່ເມືອງເບັດເລເຮັມ ຂ້ອຍເປັນຄົນເລວີ ແລະກຳລັງຊອກຫາບ່ອນຢູ່ອາໄສ.”
10
ມີກາຈຶ່ງເວົ້າວ່າ, “ຢູ່ກັບຂ້ອຍສາ ມາເປັນທີ່ປຶກສາແລະເປັນປະໂຣຫິດຂອງຂ້ອຍ. ທຸກປີໃດຂ້ອຍຈະຈ່າຍເງິນໃຫ້ເຈົ້າສິບຫລຽນ ພ້ອມທັງເຄື່ອງນຸ່ງແລະອາຫານການກິນ.”
11
ຝ່າຍຊາຍໜຸ່ມເລວີກໍຕົກລົງຢູ່ກັບມີກາ ແລະເພິ່ນຖືລາວເປັນດັ່ງລູກຊາຍຄົນໜຶ່ງຂອງຕົນ.
12
ມີກາແຕ່ງຕັ້ງລາວໃຫ້ເປັນປະໂຣຫິດ ແລະທັງໃຫ້ລາວອາໄສຢູ່ໃນເຮືອນນຳດ້ວຍ.
13
ມີກາຈຶ່ງເວົ້າກັບຕົນເອງວ່າ, “ບັດນີ້ ຂ້ອຍຮູ້ວ່າພຣະເຈົ້າຢາເວຈະໃຫ້ຂ້ອຍຮັ່ງມີເປັນດີ ເພາະຂ້ອຍໄດ້ຄົນເລວີເປັນປະໂຣຫິດສຳລັບຂ້ອຍ.”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21