bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 6
Judges 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 7 →
1
ມີຄັ້ງໜຶ່ງອີກ ປະຊາຊົນອິດສະຣາເອນໄດ້ເຮັດບາບໃນສາຍຕາຂອງພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໃຫ້ພວກມີດີອານປົກຄອງພວກເຂົາເປັນເວລາເຈັດປີ.
2
ພວກມີດີອານເຂັ້ມແຂງກວ່າພວກອິດສະຣາເອນ; ສະນັ້ນ ພວກອິດສະຣາເອນຈຶ່ງໜີໄປລີ້ຢູ່ໃນຖໍ້າ ແລະຢູ່ໃນບ່ອນປອດໄພຕາມເທິງພູ.
3
ເທື່ອໃດທີ່ຊາວອິດສະຣາເອນຫວ່ານເຂົ້າ ຊາວມີດີອານພ້ອມດ້ວຍຊາວອາມາເຫຼັກ ແລະຄົນໃນເຜົ່າຕ່າງໆທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານ ກໍມາບຸກໂຈມຕີພວກເຂົາເທື່ອນັ້ນ.
4
ພວກເຫຼົ່ານີ້ໄດ້ຕັ້ງຄ້າຍພັກຢູ່ໃນດິນແດນນັ້ນ ແລະທຳລາຍຜົນລະປູກຕ່າງໆທີ່ທາງທິດໃຕ້ ຈົນເຖິງເຂດອ້ອມແອ້ມຂອງເມືອງກາຊາ. ພວກເຂົາໄດ້ຢຶດສັດທັງໝົດໄປເຊັ່ນ: ແກະ, ງົວ ແລະລໍ ໂດຍບໍ່ໄດ້ປະສິ່ງໃດເຫຼືອໄວ້ໃຫ້ຊາວອິດສະຣາເອນໄວ້ລ້ຽງຊີບ.
5
ພວກນີ້ໄດ້ບຸກເຂົ້າມາຢ່າງໜາແໜ້ນດັ່ງຝູງຕັກແຕນ ຝູງສັດແລະຜ້າເຕັນພ້ອມທັງຄົນກັບອູດຂອງພວກເຂົາກໍຫລາຍຈົນນັບບໍ່ໄດ້. ພວກເຂົາໄດ້ເຂົ້າມາທຳລາຍດິນແດນ
6
ແລະຊາດອິດສະຣາເອນຈຶ່ງໝົດທາງທີ່ຈະສູ້ຮົບກັບພວກມີດີອານ. ແລ້ວຊາວອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວ.
7
ເມື່ອປະຊາຊົນອິດສະຣາເອນຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ເພື່ອຈະຕໍ່ສູ້ພວກມີດີອານ.
8
ພຣະເຈົ້າຢາເວໄດ້ໃຊ້ຜູ້ທຳນວາຍຄົນໜຶ່ງມາບອກພວກເຂົາວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້: “ເຮົາໄດ້ນຳພາພວກເຈົ້າອອກມາຈາກການເປັນທາດຮັບໃຊ້ໃນປະເທດເອຢິບ.
9
ເຮົາໄດ້ຊ່ວຍເອົາພວກເຈົ້າອອກຈາກເງື້ອມມືຂອງພວກເອຢິບ ແລະຈາກຜູ້ທີ່ສູ້ຮົບພວກເຈົ້າຢູ່ໃນດິນແດນນີ້. ເຮົາໄດ້ຂັບໄລ່ພວກເຂົາໃຫ້ອອກໄປ ເມື່ອພວກເຈົ້າບຸກໜ້າເຂົ້າມາ ເຮົາໄດ້ມອບດິນແດນຂອງພວກເຂົາໃຫ້ພວກເຈົ້າ.
10
ເຮົາໄດ້ບອກພວກເຈົ້າແລ້ວວ່າ, ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ສະນັ້ນ ພວກເຈົ້າຈຶ່ງບໍ່ຕ້ອງຂາບໄຫວ້ບັນດາພະຂອງຊາວອາໂມໃນດິນແດນ ທີ່ພວກເຈົ້າກຳລັງອາໄສຢູ່ນີ້ ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ.”
11
ແລ້ວເທວະດາຂອງພຣະເຈົ້າຢາເວກໍມາໃນບ້ານໂອຟະຣາ ນັ່ງຢູ່ໃຕ້ຕົ້ນໂອກຊຶ່ງເປັນຂອງໂຢອາດ ຄົນໃນຕະກຸນອາບີເອເຊ. ກີເດໂອນລູກຊາຍຂອງໂຢອາດ ກຳລັງລີ້ຟາດເຂົ້າຢູ່ໃນບ່ອນທີ່ບີບນໍ້າໝາກອະງຸ່ນ ເພື່ອບໍ່ໃຫ້ຊາວມີດີອານເຫັນ.
12
ເທວະດາຂອງພຣະເຈົ້າຢາເວໄດ້ປາກົດຕໍ່ລາວ ແລະເວົ້າວ່າ, “ຊາຍຜູ້ອົງອາດກ້າຫານເອີຍ ພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ.”
13
ຝ່າຍກີເດໂອນກໍເວົ້າຕໍ່ເທວະດານັ້ນວ່າ, “ທ່ານເອີຍ ຂ້ານ້ອຍຂໍຖາມວ່າ ຖ້າພຣະເຈົ້າຢາເວສະຖິດຢູ່ນຳພວກຂ້ານ້ອຍແທ້ ເປັນຫຍັງເຫດຮ້າຍທັງໝົດນີ້ຈຶ່ງເກີດຂຶ້ນກັບພວກຂ້ານ້ອຍ? ສິ່ງອັດສະຈັນຕ່າງໆທີ່ປູ່ຍ່າຕາຍາຍໄດ້ເລົ່າສູ່ພວກຂ້ານ້ອຍຟັງວ່າ ພຣະເຈົ້າຢາເວໄດ້ນຳພາພວກເພິ່ນອອກມາຈາກປະເທດເອຢິບນັ້ນໄປໃສໝົດ? ພຣະເຈົ້າຢາເວໄດ້ປະຖິ້ມພວກຂ້ານ້ອຍ ແລະໄດ້ມອບພວກຂ້ານ້ອຍໃຫ້ຢູ່ໃຕ້ກຳມືພວກມີດີອານ.”
14
ແລ້ວພຣະເຈົ້າຢາເວກໍໄດ້ຫັນກັບມາຫາລາວແລະໄດ້ກ່າວວ່າ, “ຈົ່ງໄປຊ່ວຍເອົາຊາດອິດສະຣາເອນໃຫ້ພົ້ນຈາກຊາວມີດີອານດ້ວຍກຳລັງອັນເຂັ້ມແຂງຂອງເຈົ້າ. ເຮົາເອງເປັນຜູ້ໃຊ້ເຈົ້າໄປ.”
15
ກີເດໂອນຕອບຄືນວ່າ, “ແຕ່ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍຈະຊ່ວຍເອົາຊາດອິດສະຣາເອນໃຫ້ພົ້ນໄດ້ຢ່າງໃດ ເພາະຕະກຸນຂອງຂ້ານ້ອຍເປັນຕະກຸນອ່ອນແອທີ່ສຸດໃນເຜົ່າມານາເຊ ແລະຂ້ານ້ອຍເອງກໍເປັນຄົນທີ່ມີຄວາມສຳຄັນໜ້ອຍກວ່າໝູ່ໃນຄອບຄົວຂອງຂ້ານ້ອຍ.”
16
ພຣະເຈົ້າຢາເວໄດ້ກ່າວຕໍ່ລາວວ່າ, “ເຈົ້າເຮັດສິ່ງນີ້ໄດ້ເພາະເຮົາຈະຊ່ວຍເຈົ້າ. ເຈົ້າຈະທຳລາຍພວກມີດີອານໄດ້ຢ່າງງ່າຍດາຍ ຄ້າຍກັບວ່າພວກເຂົາມີພຽງແຕ່ຄົນດຽວເທົ່ານັ້ນ.”
17
ກີເດໂອນຕອບວ່າ, “ຖ້າພຣະອົງພໍໃຈໃນຕົວຂ້ານ້ອຍ ຈົ່ງສຳແດງໝາຍສຳຄັນໃຫ້ຂ້ານ້ອຍເຫັນວ່າ ພຣະອົງແມ່ນອົງທີ່ເວົ້າກັບຂ້ານ້ອຍດ້ວຍເຖີດ.
18
ຂໍພຣະອົງຢ່າຟ້າວໜີໄປຈາກບ່ອນນີ້ ຈົນກວ່າຂ້ານ້ອຍຈະນຳເອົາອາຫານມາຖວາຍແກ່ພຣະອົງ.” ພຣະອົງໄດ້ຕອບວ່າ, “ເຮົາຈະຢູ່ທີ່ນີ້ ຈົນກວ່າເຈົ້າກັບມາ.”
19
ດັ່ງນັ້ນ ກີເດໂອນຈຶ່ງເຂົ້າໄປໃນເຮືອນ ແລະເອົາແບ້ໜຸ່ມໂຕໜຶ່ງມາຈັດແຈງເປັນອາຫານ ແລະເອົາແປ້ງສິບກິໂລກຼາມມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ. ລາວເອົາຊີ້ນໃສ່ກະຕ່າແລະນໍ້າແກງໃສ່ໝໍ້ ແລ້ວກໍນຳເອົາສິ່ງເຫຼົ່ານີ້ມາ ແລະມອບໃຫ້ແກ່ພຣະອົງຢູ່ລຸ່ມຕົ້ນໂອກ.
20
ຝ່າຍເທວະດາຂອງພຣະເຈົ້າກໍກ່າວແກ່ລາວວ່າ, “ຈົ່ງເອົາຊີ້ນກັບເຂົ້າຈີ່ວາງໄວ້ທີ່ເທິງໂງ່ນຫີນນີ້ ແລະຖອກນໍ້າແກງໃສ່.” ກີເດໂອນກໍປະຕິບັດຕາມ.
21
ແລ້ວເທວະດາຂອງພຣະເຈົ້າຢາເວກໍເອົາປາຍໄມ້ເທົ້າຂອງຕົນ ແຕະຕ້ອງຊີ້ນແລະເຂົ້າຈີ່ນັ້ນ. ໃນທັນໃດ ໄຟກໍລຸກຂຶ້ນຈາກໂງ່ນຫີນ ແລະໄໝ້ຊີ້ນກັບເຂົ້າຈີ່ນັ້ນໝົດກ້ຽງ. ແລ້ວເທວະດາຂອງພຣະເຈົ້າຢາເວກໍຫາຍໄປຈາກສາຍຕາຂອງລາວ.
22
ກີເດໂອນຈຶ່ງໄດ້ຮູ້ວ່າ ເພິ່ນເປັນເທວະດາຂອງພຣະເຈົ້າຢາເວແທ້. ດັ່ງນັ້ນ ລາວຈຶ່ງຮ້ອງຂຶ້ນດ້ວຍຄວາມຕົກໃຈຢ້ານກົວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍໄດ້ເຫັນເທວະດາຂອງພຣະເຈົ້າຢາເວໜ້າຕໍ່ໜ້າແລ້ວ.”
23
ແຕ່ພຣະເຈົ້າຢາເວບອກລາວວ່າ, “ຈົ່ງມີສັນຕິສຸກ ຢ່າຢ້ານເລີຍ ເຈົ້າຈະບໍ່ຕາຍດອກ.”
24
ແລ້ວກີເດໂອນກໍໄດ້ສ້າງແທ່ນບູຊາແກ່ພຣະເຈົ້າຢາເວຢູ່ໃນທີ່ນັ້ນ ແລະໃສ່ຊື່ວ່າ, “ພຣະເຈົ້າຢາເວອົງແຫ່ງສັນຕິສຸກ.” (ແທ່ນບູຊານີ້ຍັງຢູ່ໃນບ້ານໂອຟະຣາ ແລະເປັນຂອງຕະກຸນອາບີເອເຊຈົນເທົ່າເຖິງທຸກວັນນີ້.)
25
ໃນຄືນຂອງມື້ນັ້ນ ພຣະເຈົ້າຢາເວໄດ້ບອກກີເດໂອນວ່າ, “ຈົ່ງຢຶດງົວເຖິກຂອງພໍ່ເຈົ້າພ້ອມທັງງົວເຖິກໂຕໜຶ່ງອີກອາຍຸເຈັດປີ; ຈົ່ງທຳລາຍແທ່ນບູຊາທີ່ພໍ່ຂອງເຈົ້າເຮັດໄວ້ສຳລັບພະບາອານ ແລະຈົ່ງຕັດເສົາສັກສິດທີ່ເປັນສັນຍາລັກແຫ່ງເຈົ້າແມ່ອາເຊຣາ ທີ່ຢູ່ທາງຂ້າງນັ້ນລົງສາ.
26
ຈົ່ງສ້າງແທ່ນບູຊາທີ່ແໜ້ນແກ່ນສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ທີ່ເທິງຈອມໂພນນີ້. ແລ້ວຈົ່ງເຜົາງົວເຖິກໂຕທີສອງ ທັງໂຕຖວາຍເປັນເຄື່ອງບູຊາ ໂດຍເອົາເສົາສັກສິດທີ່ເຈົ້າໄດ້ຕັດລົງນັ້ນໃຊ້ເປັນຟືນ.”
27
ດັ່ງນັ້ນ ກີເດໂອນຈຶ່ງເລືອກເອົາຄົນຮັບໃຊ້ສິບຄົນໄປກັບຕົນ ແລະເຮັດຕາມທີ່ພຣະເຈົ້າຢາເວໄດ້ບອກນັ້ນ. ລາວບໍ່ເຮັດໃນຕອນກາງເວັນ ເພາະຢ້ານຄົນໃນຄອບຄົວຂອງຕົນແລະປະຊາຊົນໃນເມືອງເຫັນ. ສະນັ້ນ ລາວຈຶ່ງເຮັດໃນຕອນກາງຄືນ.
28
ຕອນເຊົ້າຂອງມື້ຕໍ່ມາ ເມື່ອປະຊາຊົນໃນເມືອງລຸກຂຶ້ນແຕ່ເດິກ ກໍເຫັນແທ່ນບູຊາຂອງພະບາອານແລະສັນຍາລັກຂອງເຈົ້າແມ່ອາເຊຣາຖືກທຳລາຍລົງ ແລະງົວໂຕທີສອງກໍຖືກເຜົາທີ່ເທິງແທ່ນບູຊາ ຊຶ່ງຖືກສ້າງຂຶ້ນໃນທີ່ນັ້ນ.
29
ສະນັ້ນ ພວກເຂົາຈຶ່ງຖາມກັນວ່າ, “ແມ່ນໃຜເຮັດສິ່ງນີ້?” ເມື່ອພວກເຂົາສືບຖາມເບິ່ງຈຶ່ງຮູ້ວ່າ ແມ່ນກີເດໂອນລູກຊາຍຂອງໂຢອາດເປັນຜູ້ເຮັດ.
30
ພວກເຂົາຈຶ່ງເວົ້າຕໍ່ໂຢອາດວ່າ, “ເອົາລູກຊາຍຂອງເຈົ້າອອກມານອກພີ້ ເພື່ອພວກເຮົາຈະຂ້າລາວຖິ້ມ ເພາະລາວເປັນຄົນຮື້ແທ່ນບູຊາຂອງພະບາອານ ແລະຕັດເສົາສັກສິດຂອງເຈົ້າແມ່ອາເຊຣາທີ່ຢູ່ທາງຂ້າງນັ້ນຖິ້ມ.”
31
ແຕ່ໂຢອາດຕອບທຸກຄົນທີ່ມາປະເຊີນໜ້ານັ້ນວ່າ, “ພວກເຈົ້າມາຕໍ່ວ່າຕໍ່ຂານກັບຂ້ອຍແທນພະບາອານຊັ້ນບໍ? ຖ້າຜູ້ໃດຜູ້ໜຶ່ງຕໍ່ວ່າແທນ ຈະຖືກຂ້າຖິ້ມກ່ອນຮຸ່ງເຊົ້າ. ຖ້າພະບາອານເປັນພະຕົນໜຶ່ງແທ້ ໃຫ້ມັນປ້ອງກັນມັນເອງ ເພາະແມ່ນແທ່ນບູຊາຂອງມັນທີ່ຖືກຮື້ຖິ້ມ.”
32
ແຕ່ນັ້ນມາ ຄົນທັງຫລາຍຈຶ່ງເອີ້ນກີເດໂອນວ່າ ເຢຣຸບບາອານ ຍ້ອນໂຢອາດເວົ້າວ່າ, “ໃຫ້ພະບາອານປ້ອງກັນມັນເອງ ເພາະແມ່ນແທ່ນບູຊາຂອງມັນທີ່ຖືກຮື້ຖິ້ມ.”
33
ແລ້ວພວກມີດີອານທຸກຄົນພ້ອມທັງຊາວອາມາເຫຼັກ ແລະເຜົ່າຕ່າງໆທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານກໍໄດ້ຂ້າມແມ່ນໍ້າຈໍແດນ ມາຕັ້ງທີ່ໝັ້ນຮ່ວມກັນຢູ່ທີ່ຮ່ອມພູຢິດຊະເຣນ.
34
ພຣະວິນຍານຂອງພຣະເຈົ້າຢາເວໄດ້ລົງມາຄວບຄຸມກີເດໂອນ. ສະນັ້ນ ລາວຈຶ່ງເປົ່າແກເອີ້ນເອົາຊາຍຢູ່ໃນຕະກຸນອາບີເອເຊໃຫ້ຕິດຕາມຕົນໄປ.
35
ລາວຍັງໄດ້ໃຊ້ຄົນນຳຂ່າວໄປບອກ ທົ່ວທັງເຂດແດນຂອງເຜົ່າມານາເຊທັງສອງຟາກນໍ້າ, ເຜົ່າອາເຊ, ເຜົ່າເຊບູໂລນ ແລະເຜົ່າເນັບທາລີ ເພື່ອໃຫ້ພວກເຫຼົ່ານີ້ຕາມໄປຮ່ວມສົມທົບກັບຕົນ.
36
ຕໍ່ຈາກນັ້ນ ກີເດໂອນໄດ້ກ່າວຕໍ່ພຣະເຈົ້າວ່າ, “ພຣະອົງກ່າວວ່າ ພຣະອົງຕັດສິນໃຈເລືອກເອົາຂ້ານ້ອຍ ເພື່ອໃຫ້ໄປຊ່ວຍເອົາຊາດອິດສະຣາເອນໃຫ້ພົ້ນ.
37
ຖ້າດັ່ງນັ້ນ ຂ້ານ້ອຍຈະເອົາຂົນແກະວາງໄວ້ເທິງດິນບ່ອນທີ່ຂ້ານ້ອຍຟາດເຂົ້າຢູ່ນີ້. ມື້ອື່ນເຊົ້າມາ ຖ້ານໍ້າໝອກຕົກຖືກແຕ່ຂົນແກະແຕ່ດິນຍັງແຫ້ງຢູ່ຄືເກົ່າ ຂ້ານ້ອຍກໍຈະຮູ້ວ່າ ພຣະອົງຕ້ອງການໃຫ້ຂ້ານ້ອຍໄປຊ່ວຍເອົາຊາດອິດສະຣາເອນແທ້.”
38
ແລ້ວເຫດການກໍເປັນໄປຢ່າງນັ້ນ ຄືໃນຕອນເຊົ້າຂອງມື້ໃໝ່ແຕ່ເດິກ ເມື່ອກີເດໂອນລຸກຂຶ້ນມາ ລາວຈຶ່ງເອົາຂົນແກະນັ້ນມາປັ້ນໄດ້ນໍ້າຈົນເຕັມຊາມ.
39
ລາວກ່າວຕໍ່ພຣະເຈົ້າວ່າ, “ຢ່າໂກດຮ້າຍຂ້ານ້ອຍເລີຍ ຂ້ານ້ອຍຂໍເວົ້າອີກເປັນເທື່ອສຸດທ້າຍ ຄືຂ້ານ້ອຍຂໍທົດລອງເບິ່ງຂົນແກະອີກເທື່ອໜຶ່ງ. ໃນຄັ້ງນີ້ຂໍໃຫ້ຂົນແກະແຫ້ງ ແຕ່ໃຫ້ນໍ້າໝອກຕົກໃສ່ແຕ່ດິນເທົ່ານັ້ນ.”
40
ໃນຄືນນັ້ນ ພຣະເຈົ້າໄດ້ເຮັດຕາມທີ່ກີເດໂອນຂໍຮ້ອງ ຄືຂົນແກະແຫ້ງແຕ່ດິນປຽກຊຸ່ມໄປດ້ວຍນໍ້າໝອກ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21