bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 15
Judges 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 16 →
1
ຕໍ່ມາ ໃນລະຫວ່າງລະດູເກັບກ່ຽວເຂົ້າບາເລ ແຊມຊັນໄດ້ໄປຢາມເມຍຂອງຕົນ ພ້ອມທັງນຳແບ້ນ້ອຍໂຕໜຶ່ງໄປໃຫ້ນາງ. ແຊມຊັນເວົ້າຕໍ່ພໍ່ເຖົ້າຂອງຕົນວ່າ, “ຂ້ອຍຢາກໄປຫ້ອງນອນເມຍຂອງຂ້ອຍ.” ແຕ່ພໍ່ເຖົ້າບໍ່ອະນຸຍາດໃຫ້ແຊມຊັນເຂົ້າໄປ.
2
ເພິ່ນເວົ້າຕໍ່ລາວວ່າ, “ຂ້ອຍຄິດວ່າເຈົ້າຊັງນາງແລ້ວ ຂ້ອຍຈຶ່ງຍົກນາງໃຫ້ໝູ່ຂອງເຈົ້າ. ເຈົ້າເອົານ້ອງສາວຂອງນາງແທນສາ ນ້ອງສາວກໍງາມກວ່າເອື້ອຍ.”
3
ແຊມຊັນເວົ້າວ່າ, “ໃນເທື່ອນີ້ຂ້ອຍຈະບໍ່ຮັບຜິດຊອບ ຖ້າຂ້ອຍທຳຮ້າຍຊາວຟີລິດສະຕິນ.”
4
ດັ່ງນັ້ນ ລາວຈຶ່ງໄປຈັບເອົາໝາຈອກຈຳນວນສາມຮ້ອຍໂຕ ແລະມັດຫາງຂອງມັນຕິດໃສ່ກັນເປັນຄູ່ແລະມັດກະບອງໃສ່.
5
ແລ້ວລາວກໍໄຕ້ກະບອງ ແລະປ່ອຍໝາຈອກເຫຼົ່ານັ້ນ ເຂົ້າໄປໃນນາເຂົ້າບາເລຂອງພວກຟີລິດສະຕິນ. ດ້ວຍວິທີນີ້ ລາວຈຶ່ງຈູດບໍ່ພຽງແຕ່ເຂົ້າບາເລທີ່ໄດ້ເກັບກ່ຽວແລ້ວເທົ່ານັ້ນ ແຕ່ຈູດເຂົ້າບາເລທີ່ຢູ່ໃນທົ່ງນາພ້ອມທັງສວນໝາກກອກເທດດ້ວຍ.
6
ເມື່ອພວກຟີລິດສະຕິນຖາມຫາຜູ້ເຮັດ ພວກເຂົາຈຶ່ງຮູ້ວ່າແມ່ນແຊມຊັນທີ່ເປັນຜູ້ເຮັດ ເພາະພໍ່ເຖົ້າຂອງລາວເປັນຊາວເມືອງຕິມນາ ໄດ້ຍົກເມຍຂອງແຊມຊັນໃຫ້ແກ່ໝູ່ຂອງແຊມຊັນ. ດັ່ງນັ້ນ ພວກເຂົາຈຶ່ງໄປເຜົາຍິງຜູ້ນັ້ນ ພ້ອມທັງເຮືອນພໍ່ຂອງນາງ.
7
ແຊມຊັນເວົ້າຕໍ່ພວກເຂົາວ່າ, “ເມື່ອພວກເຈົ້າເຮັດດັ່ງນີ້ ຂ້ອຍຂໍສາບານວ່າຂ້ອຍຈະບໍ່ຍອມ ຈົນກວ່າໄດ້ແກ້ແຄ້ນຄືນ.”
8
ລາວຈຶ່ງໂຈມຕີພວກເຂົາຢ່າງຮ້າຍແຮງ ແລະຂ້າຊາວຟີລິດສະຕິນຫລາຍຄົນຖິ້ມ. ແລ້ວລາວກໍໄດ້ໜີໄປລີ້ຢູ່ໃນຖໍ້າຫີນທີ່ເອຕາມ.
9
ຕໍ່ມາ ພວກຟີລິດສະຕິນໄດ້ມາຕັ້ງທີ່ໝັ້ນໃນເຂດແຂວງຢູດາຍ ເພື່ອຈະໂຈມຕີເມືອງເລຮີ.
10
ຊາວຢູດາຈຶ່ງຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງມາໂຈມຕີພວກຂ້ອຍ?” ພວກເຂົາຕອບວ່າ, “ພວກຂ້ອຍມາຈັບແຊມຊັນໄປຂັງຄຸກ ແລະຈະເຮັດຕໍ່ລາວດັ່ງທີ່ລາວໄດ້ເຮັດຕໍ່ພວກຂ້ອຍ.”
11
ແລ້ວຜູ້ຊາຍຊາວຢູດາສາມພັນຄົນ ກໍໄດ້ໄປຍັງຖໍ້າຫີນທີ່ເອຕາມ ແລະເວົ້າຕໍ່ແຊມຊັນວ່າ, “ເຈົ້າບໍ່ຮູ້ບໍວ່າພວກຂ້ອຍຢູ່ໃຕ້ອຳນາດຂອງພວກຟີລິດສະຕິນ? ເປັນຫຍັງເຈົ້າຈຶ່ງເຮັດຕໍ່ພວກຂ້ອຍແບບນີ້?” ແຊມຊັນຕອບວ່າ, “ຂ້ອຍໄດ້ເຮັດກັບພວກເຂົາຄືກັບພວກເຂົາໄດ້ເຮັດໃຫ້ຂ້ອຍ.”
12
ພວກເຂົາບອກວ່າ, “ພວກຂ້ອຍມາທີ່ນີ້ເພື່ອຈັບມັດເຈົ້າ ສົ່ງໄປໃຫ້ພວກຟີລິດສະຕິນ.” ແຊມຊັນເວົ້າວ່າ, “ຈົ່ງສາບານກ່ອນວ່າພວກເຈົ້າເອງຈະບໍ່ຂ້າຂ້ອຍ.”
13
ພວກເຂົາຕອບວ່າ, “ຕົກລົງ ພວກຂ້ອຍພຽງແຕ່ມາຈັບເຈົ້າ ມັດສົ່ງໄປໃຫ້ພວກເຂົາເທົ່ານັ້ນ. ພວກຂ້ອຍຈະບໍ່ຂ້າເຈົ້າ.” ສະນັ້ນ ພວກເຂົາຈຶ່ງມັດແຊມຊັນ ດ້ວຍເຊືອກໃໝ່ໆສອງເສັ້ນແລະພາລາວອອກໄປຈາກຖໍ້າ.
14
ເມື່ອມາຮອດເມືອງເລຮີ ພວກຟີລິດສະຕິນກໍແລ່ນຮ້ອງໂຮຫຸ້ມມາໃສ່ແຊມຊັນ. ໃນທັນໃດນັ້ນ ພຣະວິນຍານຂອງພຣະເຈົ້າຢາເວເຮັດໃຫ້ແຊມຊັນມີແຮງ ລາວຈຶ່ງຟຶດເຊືອກທີ່ມັດແຂນແລະມືຂອງລາວນັ້ນຂາດເໝືອນກັບວ່າໄຟໄໝ້ເສັ້ນດ້າຍ.
15
ແລ້ວແຊມຊັນກໍເຫັນກະດູກຄາງຂອງລໍທີ່ຫາກໍຕາຍ ລາວຈຶ່ງຈັບເອົາແລະໃຊ້ເປັນອາວຸດຂ້າພວກຟີລິດສະຕິນຕາຍໜຶ່ງພັນຄົນ.
16
ສະນັ້ນ ແຊມຊັນຈຶ່ງຮ້ອງເພງວ່າ, “ດ້ວຍກະດູກຄາງລໍນີ້ ຂ້ອຍໄດ້ຂ້າໜຶ່ງພັນຄົນ ດ້ວຍກະດູກຄາງລໍນີ້ ຂ້ອຍໄດ້ກອງ ພວກເຂົາໄວ້.”
17
ຫລັງຈາກນັ້ນ ແຊມຊັນກໍແກວ່ງກະດູກລໍຖິ້ມ. ດັ່ງນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ຣາມັດເລຮີ.
18
ຕໍ່ມາ ແຊມຊັນຫິວນໍ້າຫລາຍ ລາວຈຶ່ງຂໍຮ້ອງຕໍ່ພຣະເຈົ້າຢາເວວ່າ, “ພຣະອົງໃຫ້ຂ້ານ້ອຍໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ດຽວນີ້ຂ້ານ້ອຍກຳລັງຫິວນໍ້າໃກ້ຈະຕາຍຢູ່ແລ້ວ ແລະພຣະອົງຈະໃຫ້ພວກຟີລິດສະຕິນທີ່ບໍ່ໄດ້ຮັບພິທີຕັດຈັບຂ້ານ້ອຍຊັ້ນບໍ?”
19
ແລ້ວພຣະເຈົ້າກໍໄດ້ບັນດານໃຫ້ມີນໍ້າອອກບໍ່ໃນຂຸມບ່ອນໜຶ່ງທີ່ເມືອງເລຮີ. ແຊມຊັນຈຶ່ງດື່ມແລະມີແຮງອີກ. ລາວຈຶ່ງເອີ້ນບໍ່ນໍ້ານີ້ວ່າ ເອັນຮັກກໍເຣ ຊຶ່ງຍັງຢູ່ໃນເມືອງເລຮີຈົນເຖິງເທົ່າທຸກວັນນີ້.
20
ແຊມຊັນໄດ້ປົກຄອງຊາວອິດສະຣາເອນເປັນເວລາຊາວປີ ໃນຂະນະທີ່ພວກຟີລິດສະຕິນຢຶດຄອງດິນແດນຢູ່ນັ້ນ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21