bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 7
Judges 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 8 →
1
ມື້ໜຶ່ງ ກີເດໂອນພ້ອມດ້ວຍທະຫານທັງໝົດຂອງລາວໄດ້ລຸກຂຶ້ນແຕ່ເຊົ້າໆ ແລ້ວກໍໄປຕັ້ງທີ່ໝັ້ນຢູ່ທາງບໍ່ນໍ້າຮາໂຣດ. ສ່ວນພວກມີດີອານນັ້ນຕັ້ງທີ່ໝັ້ນຢູ່ຮ່ອມພູ ທາງທິດເໜືອໃກ້ກັບພູໂມເຣ.
2
ພຣະເຈົ້າຢາເວບອກກີເດໂອນວ່າ, “ຄົນທີ່ມານຳເຈົ້ານັ້ນມີຫລາຍໂພດ ເຮົາບໍ່ຢາກໃຫ້ມີຫລາຍຄົນປານນັ້ນເພື່ອຊະນະພວກມີດີອານ. ເມື່ອຮົບຊະນະພວກມີດີອານແລ້ວ ພວກເຂົາອາດຄິດວ່າໄຊຊະນະທີ່ໄດ້ມານັ້ນ ແມ່ນດ້ວຍກຳລັງຂອງຕົນເອງ ໂດຍຈະບໍ່ຄິດວ່າເຮົາເປັນຜູ້ຊ່ວຍເຫລືອ.
3
ສະນັ້ນ ເຈົ້າຈົ່ງປະກາດແກ່ຄົນທັງຫລາຍວ່າ, ‘ຖ້າຜູ້ໃດຢ້ານໃຫ້ກັບຄືນເມືອສາ ສ່ວນພວກເຮົາຈະຢູ່ທີ່ພູກີເລອາດນີ້.”’ ດັ່ງນັ້ນ ຈຶ່ງມີຊາວສອງພັນຄົນກັບຄືນເມືອແລະມີສິບພັນຄົນຍັງເຫລືອຢູ່.
4
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ກີເດໂອນອີກວ່າ, “ເຈົ້າຍັງມີຄົນຫລາຍໂພດ. ຈົ່ງພາພວກເຂົາລົງໄປທີ່ແຄມນໍ້າ ແລ້ວໃນທີ່ນັ້ນເຮົາຈະຄັດເລືອກເອົາພວກເຂົາໃຫ້ເຈົ້າ. ຖ້າເຮົາບອກເຈົ້າວ່າ ບຸກຄົນໃດຄວນໄປ ລາວຈະໄປທັນທີ. ຖ້າເຮົາບອກວ່າ ບຸກຄົນໃດບໍ່ຄວນໄປ ລາວຈະບໍ່ໄດ້ໄປເປັນເດັດຂາດ.”
5
ດັ່ງນັ້ນ ກີເດໂອນຈຶ່ງພາຊາວອິດສະຣາເອນໄປທີ່ແຄມນໍ້າ ແລະພຣະເຈົ້າຢາເວໄດ້ບອກກີເດໂອນວ່າ, “ຈົ່ງແຍກພວກທີ່ດື່ມນໍ້າ ໂດຍໃຊ້ລີ້ນເລຍກິນຄືກັບໝາ ອອກຈາກພວກທີ່ຄຸເຂົ່າລົງດື່ມ.”
6
ພວກທີ່ໃຊ້ມືກອບນໍ້າຂຶ້ນມາເລຍກິນມີຢູ່ສາມຮ້ອຍຄົນ. ສ່ວນທີ່ເຫຼືອນັ້ນແມ່ນພວກທີ່ຄຸເຂົ່າລົງດື່ມ.
7
ພຣະເຈົ້າຢາເວຈຶ່ງບອກກີເດໂອນວ່າ, “ເຮົາຈະຊ່ວຍກູ້ເອົາເຈົ້າແລະໃຫ້ເຈົ້າຮົບຊະນະຊາວມີດີອານດ້ວຍຈຳນວນສາມຮ້ອຍຄົນທີ່ກອບນໍ້າຂຶ້ນມາເລຍກິນ. ແລ້ວຈົ່ງບອກພວກທີ່ເຫຼືອນັ້ນໃຫ້ກັບຄືນເມືອໝົດ.”
8
ສະນັ້ນ ກີເດໂອນຈຶ່ງສົ່ງຊາວອິດສະຣາເອນກັບເມືອໝົດ ເວັ້ນໄວ້ແຕ່ສາມຮ້ອຍຄົນ ທີ່ຮັກສາສິ່ງຂອງທັງໝົດແລະແກຂອງພວກເຂົາໄວ້. ສ່ວນຊາວມີດີອານນັ້ນໄດ້ຕັ້ງທີ່ໝັ້ນຢູ່ທາງດ້ານຫລັງຂອງຊາວອິດສະຣາເອນ.
9
ໃນຄືນນັ້ນ ພຣະເຈົ້າຢາເວໄດ້ສັ່ງກີເດໂອນວ່າ, “ຈົ່ງລຸກຂຶ້ນໄປບຸກໂຈມຕີທີ່ໝັ້ນຂອງພວກເຂົາ; ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກເຂົາ.
10
ແຕ່ຖ້າເຈົ້າບໍ່ກ້າລົງໄປບຸກໂຈມຕີ ໃຫ້ເຈົ້າກັບປູຣາຄົນຮັບໃຊ້ຂອງເຈົ້າລົງໄປສືບເບິ່ງກ່ອນ.
11
ເຈົ້າຈະໄດ້ຍິນວ່າພວກເຂົາກຳລັງເວົ້າຫຍັງແດ່ ແລ້ວເຈົ້າກໍຈະກ້າບຸກໂຈມຕີທີ່ໝັ້ນນັ້ນ.” ດັ່ງນັ້ນ ກີເດໂອນແລະປູຣາຄົນຮັບໃຊ້ຂອງຕົນ ຈຶ່ງລົງໄປທີ່ແຄມຄ້າຍຂອງສັດຕູ.
12
ຝ່າຍຊາວມີດີອານ, ຊາວອາມາເຫຼັກ ແລະຄົນໃນເຜົ່າຕ່າງໆທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານ ກໍຢາຍກັນຢູ່ຕາມຮ່ອມພູເໝືອນດັ່ງຝູງຕັກແຕນ. ພວກເຂົາມີຝູງອູດຢ່າງຫລວງຫລາຍ ຄ້າຍກັບເມັດດິນຊາຍຕາມແຄມຝັ່ງທະເລ.
13
ເມື່ອກີເດໂອນມາເຖິງທີ່ນັ້ນ ລາວກໍໄດ້ຍິນຊາຍຄົນໜຶ່ງກຳລັງເລົ່າຄວາມຝັນຂອງຕົນສູ່ໝູ່ຟັງວ່າ, “ຂ້ອຍຝັນເຫັນເຂົ້າຈີ່ກ້ອນໜຶ່ງທີ່ເຮັດດ້ວຍເຂົ້າບາເລ ກິ້ງເຂົ້າມາໃນຄ້າຍຂອງພວກເຮົາ ເຂົ້າຈີ່ກ້ອນນີ້ກິ້ງມາຕຳຜ້າເຕັນລົ້ມເພພັງໝົດ.”
14
ໝູ່ຂອງຄົນທີ່ຝັນນັ້ນຈຶ່ງຕອບວ່າ, “ອັນນີ້ຕ້ອງໝາຍເຖິງດາບຂອງກີເດໂອນ ຊາວອິດສະຣາເອນ ຜູ້ທີ່ເປັນລູກຊາຍຂອງໂຢອາດ ມັນຄົງບໍ່ໝາຍເຖິງສິ່ງອື່ນໄປໄດ້ດອກ ພຣະເຈົ້າໄດ້ໃຫ້ລາວມີໄຊຊະນະເໜືອກອງທັບທັງໝົດຂອງພວກເຮົາແລ້ວ.”
15
ເມື່ອກີເດໂອນໄດ້ຍິນເລື່ອງຂອງຄວາມຝັນພ້ອມທັງຄວາມໝາຍ ລາວຈຶ່ງຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ. ແລ້ວກໍກັບຄືນເມືອທີ່ໝັ້ນຂອງຊາວອິດສະຣາເອນ ແລະເວົ້າວ່າ, “ຈົ່ງລຸກຂຶ້ນ ພຣະເຈົ້າຢາເວກຳລັງໃຫ້ພວກເຈົ້າຮົບຊະນະກອງທັບຂອງພວກມີດີອານ.”
16
ສະນັ້ນ ລາວຈຶ່ງແບ່ງນັກຮົບສາມຮ້ອຍຄົນນັ້ນອອກເປັນສາມໝວດ ໂດຍເອົາແກແຈກໃຫ້ຄົນລະອັນ ພ້ອມທັງໃຫ້ຖືໄຫຄົນລະໜ່ວຍທີ່ມີກະບອງລຸກຢູ່.
17
ລາວບອກພວກເຂົາວ່າ, “ເວລາຂ້ອຍໄປເຖິງແຄມຄ້າຍແລ້ວ ຈົ່ງຊອມເບິ່ງຂ້ອຍແລະເຮັດຕາມທີ່ຂ້ອຍເຮັດ.
18
ເມື່ອຂ້ອຍແລະພວກຂອງຂ້ອຍເປົ່າແກຂຶ້ນ ໃຫ້ພວກເຈົ້າເປົ່າແກຂຶ້ນໂລດ. ແລ້ວຈົ່ງໃຫ້ທຸກຄົນທີ່ຢູ່ອ້ອມຄ້າຍພັກຮ້ອງຂຶ້ນວ່າ, ‘ເພື່ອພຣະເຈົ້າຢາເວແລະກີເດໂອນ.”’
19
ກີເດໂອນພ້ອມດ້ວຍຄົນຂອງຕົນຮ້ອຍຄົນໄດ້ມາຮອດແຄມຄ້າຍກ່ອນທ່ຽງຄືນ ພໍດີເປັນເວລາທີ່ປ່ຽນຍາມໃໝ່. ພວກເຂົາເປົ່າແກຂຶ້ນ ແລະທຸບໄຫທີ່ພວກເຂົາຖືໄປນັ້ນ
20
ແລ້ວສອງໝວດອື່ນອີກກໍເຮັດເໝືອນກັນ. ພວກເຂົາໃຊ້ມືເບື້ອງຊ້າຍຖືກະບອງ ແລະໃຊ້ມືເບື້ອງຂວາຖືແກ ທັງຮ້ອງຂຶ້ນວ່າ, “ດາບເພື່ອພຣະເຈົ້າຢາເວ ແລະເພື່ອກີເດໂອນ!”
21
ທະຫານອິດສະຣາເອນຢືນຢູ່ປະຈຳທີ່ຂອງໃຜລາວອ້ອມຮອບຄ້າຍນັ້ນ ແລະກອງທັບທັງໝົດຂອງສັດຕູຈຶ່ງແລ່ນໜີໄປ ພ້ອມທັງສົ່ງສຽງດັງກ້ອງສະໜັ່ນ.
22
ໃນຂະນະທີ່ທະຫານຂອງກີເດໂອນເປົ່າແກຂຶ້ນນັ້ນ ພຣະເຈົ້າຢາເວກໍບັນດານໃຫ້ຄົນທີ່ຢູ່ໃນຄ້າຍພັກຈັບດາບຂຶ້ນຕໍ່ສູ້ກັນເອງ. ພວກເຂົາແລ່ນໜີໄປທາງເມືອງຊາເຣທານ ຈົນເຖິງເມືອງເບັດຊິດຕາແລະເມືອງອາເບັນເມໂຮລາທີ່ຢູ່ໃກ້ບ້ານຕັບບັດ.
23
ແລ້ວບັນດາຄົນຈາກເຜົ່າເນັບທາລີ, ເຜົ່າອາເຊ ແລະມານາເຊທັງສອງຟາກແມ່ນໍ້າກໍໄດ້ຖືກເອີ້ນ ໃຫ້ອອກໄປຕາມໄລ່ພວກມີດີອານເຊັ່ນກັນ.
24
ກີເດໂອນໄດ້ສົ່ງຜູ້ນຳຂ່າວໄປບອກທົ່ວທັງເຂດເນີນພູເອຟຣາອິມທັງໝົດວ່າ, “ຈົ່ງລົງມາສູ້ຮົບພວກມີດີອານ. ໃຫ້ຢຶດທ່າແມ່ນໍ້າຈໍແດນໄວ້ ແລະຢູ່ປະຈຳທີ່ຕາມສາຍນໍ້າຈົນໄປເຖິງເບັດບາຣາ ເພື່ອປ້ອງກັນບໍ່ໃຫ້ພວກມີດີອານຂ້າມນໍ້າໄປໄດ້.” ສ່ວນພວກເອຟຣາອິມກໍເຮັດຕາມທີ່ໄດ້ສັ່ງນັ້ນ ພວກເຂົາມາປະຈຳທີ່ທ່າແມ່ນໍ້າຈໍແດນແລະຕາມຫ້ວຍນໍ້າຕ່າງໆ ຈົນໄປເຖິງເບັດບາຣາ.
25
ພວກເຂົາຈັບຫົວໜ້າພວກມີດີອານສອງຄົນໄດ້ ຄືໂອເຣັບແລະເຊເອັບ. ພວກເຂົາໄດ້ຂ້າໂອເຣັບຢູ່ທີ່ໂງ່ນຫີນໂອເຣັບ ແລະໄດ້ຂ້າເຊເອັບຢູ່ທີ່ບ່ອນບີບໝາກອະງຸ່ນຂອງເຊເອັບ. ພວກເຂົາສືບຕໍ່ກວາດລ້າງພວກມີດີອານ ແລະໄດ້ນຳຫົວຂອງໂອເຣັບແລະເຊເອັບໄປໃຫ້ກີເດໂອນ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນຟາກພຸ້ນ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21