bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 12
Judges 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 13 →
1
ແລ້ວຊາວເອຟຣາອິມໄດ້ຕຽມຕົວອອກສູ້ຮົບ ແລະຂ້າມແມ່ນໍ້າຈໍແດນໄປສູ່ຊາໂຟນ. ພວກເຂົາເວົ້າຕໍ່ເຢັບທາວ່າ, “ເປັນຫຍັງເຈົ້າຈຶ່ງຂ້າມຊາຍແດນໄປສູ້ຮົບພວກອຳໂມນ ໂດຍບໍ່ເອີ້ນພວກເຮົາໄປນຳ? ພວກເຮົາຈະຈູດເຮືອນເຜົາເຈົ້າຖິ້ມເສຍ.”
2
ແຕ່ເຢັບທາຕອບພວກເຂົາວ່າ, “ຂ້ອຍແລະປະຊາຊົນຂອງຂ້ອຍໄດ້ເກີດວິວາດຜິດຖຽງກັນຢ່າງໜັກກັບພວກອຳໂມນ. ຂ້ອຍໄດ້ເອີ້ນຫາພວກເຈົ້າໃຫ້ມາຊ່ວຍ ແຕ່ພວກເຈົ້າບໍ່ຍອມມາຊ່ວຍກູ້ເອົາຂ້ອຍ.
3
ເມື່ອຂ້ອຍເຫັນວ່າພວກເຈົ້າບໍ່ມາແລ້ວ ຂ້ອຍຈຶ່ງສ່ຽງຊີວິດຂ້າມແມ່ນໍ້າໄປສູ້ຮົບພວກເຂົາ ແລະພຣະເຈົ້າຢາເວໄດ້ໃຫ້ຂ້ອຍຕີຊະນະພວກເຂົາ. ບັດນີ້ ເປັນຫຍັງພວກເຈົ້າຈຶ່ງມາຕໍ່ສູ້ຂ້ອຍ?”
4
ແລ້ວເຢັບທາກໍໄດ້ລະດົມເອົາຜູ້ຊາຍຊາວກີເລອາດທັງໝົດໄປຕໍ່ສູ້ພວກເອຟຣາອິມ ແລະໄດ້ຊະນະພວກເຂົາ. (ຊາວເອຟຣາອິມໄດ້ເວົ້າວ່າ, “ພວກເຈົ້າ ຊາວກີເລອາດ ເປັນພວກທີ່ແຕກໜີມາແຕ່ເອຟຣາອິມແລະມານາເຊ”)
5
ເພື່ອປ້ອງກັນບໍ່ໃຫ້ພວກເອຟຣາອິມແລະມານາເຊລອດໜີໄປໄດ້ ຊາວກີເລອາດຈຶ່ງໄດ້ຢຶດທ່າບ່ອນຂ້າມແມ່ນໍ້າຈໍແດນໄວ້. ເມື່ອຊາວເອຟຣາອິມຄົນໃດຄົນໜຶ່ງມາຂໍອະນຸຍາດຂ້າມຝັ່ງ ຄົນກີເລອາດຈະຖາມວ່າ, “ເຈົ້າເປັນຄົນເອຟຣາອິມບໍ?” ຖ້າລາວຕອບວ່າ, “ບໍ່”
6
ພວກເຂົາຈະບອກໃຫ້ລາວເວົ້າຄຳວ່າ, “ຊິບໂບເຫລັດ.” ເມື່ອລາວເວົ້າຄຳ “ຊິບໂບເຫລັດ” ແລະຜັນສຽງບໍ່ຖືກຕ້ອງ ຄົນກີເລອາດກໍຈະຈັບລາວແລະຂ້າເສຍທີ່ທ່າຂ້າມແມ່ນໍ້າຈໍແດນ. ຊາວເອຟຣາອິມທີ່ໄດ້ຖືກຂ້າໃນເວລານັ້ນມີສີ່ສິບສອງພັນຄົນ.
7
ເຢັບທາໄດ້ປົກຄອງຊາດອິດສະຣາເອນເປັນເວລາຫົກປີ. ລາວໄດ້ຕາຍໄປແລະຖືກຝັງໄວ້ທີ່ບ້ານເກີດເມືອງນອນຂອງຕົນເອງ ໃນກີເລອາດ.
8
ຕໍ່ຈາກເຢັບທາແມ່ນອິບຊັນຊາວເບັດເລເຮັມ ທີ່ໄດ້ປົກຄອງຊາດອິດສະຣາເອນ.
9
ເພິ່ນມີລູກຊາຍສາມສິບຄົນ ແລະມີລູກສາວສາມສິບຄົນ. ເພິ່ນໃຫ້ລູກສາວຂອງເພິ່ນແຕ່ງງານກັບຄົນນອກເຜົ່າ ແລະນຳເອົາຍິງສາວສາມສິບຄົນ ຈາກເຜົ່າອື່ນມາແຕ່ງງານກັບພວກລູກຊາຍຂອງຕົນ. ອິບຊັນໄດ້ປົກຄອງຊາດອິດສະຣາເອນ ເປັນເວລາເຈັດປີ.
10
ແລ້ວເພິ່ນກໍຕາຍໄປແລະໄດ້ຖືກຝັງໄວ້ທີ່ເບັດເລເຮັມ.
11
ຫລັງຈາກອິບຊັນແມ່ນເອໂລນຄົນຢູ່ໃນເຜົ່າເຊບູໂລນ; ເພິ່ນໄດ້ປົກຄອງຊາດອິດສະຣາເອນເປັນເວລາສິບປີ.
12
ແລ້ວເພິ່ນໄດ້ຕາຍໄປແລະໄດ້ຖືກຝັງໄວ້ທີ່ໄອຢາໂລນໃນເຂດແດນເຊບູໂລນ.
13
ຫລັງຈາກເອໂລນກໍແມ່ນອັບໂດນ ລູກຊາຍຂອງຮິນເລນຊາວເມືອງປີຣາໂທນ ທີ່ໄດ້ປົກຄອງຊາດອິດສະຣາເອນ.
14
ເພິ່ນມີລູກຊາຍສີ່ສິບຄົນ ແລະຫລານຊາຍສາມສິບຄົນທີ່ຂີ່ລໍເຈັດສິບໂຕ. ອັບໂດນໄດ້ປົກຄອງຊາດອິດສະຣາເອນເປັນເວລາແປດປີ.
15
ແລ້ວເພິ່ນໄດ້ຕາຍໄປແລະໄດ້ຖືກຝັງໄວ້ທີ່ປີຣາໂທນ ຢູ່ໃນເຂດແດນຂອງເອຟຣາອິມທີ່ເນີນພູຂອງຊາວອາມາເຫຼັກ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21