bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Judges 3
Judges 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 4 →
1
ເພາະເຫດນັ້ນ ພຣະເຈົ້າຢາເວຈຶ່ງໄດ້ປ່ອຍບາງຊົນຊາດໃຫ້ເຫຼືອຢູ່ໃນດິນແດນເພື່ອທົດສອບຊາວອິດສະຣາເອນ ຜູ້ທີ່ຍັງບໍ່ເຄີຍຜ່ານການສູ້ຮົບໃນດິນແດນການາອານ.
2
ພຣະອົງກະທຳເຊັ່ນນີ້ ເພື່ອແອບສອນລູກຫລານຂອງຊາວອິດສະຣາເອນທຸກຄົນ ໃຫ້ຮູ້ຈັກກ່ຽວກັບການເຮັດເສິກ ໂດຍສະເພາະຢ່າງຍິ່ງແລ້ວ ແມ່ນຜູ້ທີ່ບໍ່ເຄີຍສູ້ຮົບມາກ່ອນ.
3
ພວກທີ່ຍັງເຫລືອຢູ່ໃນດິນແດນນັ້ນ ມີດັ່ງນີ້: ຊາວຟີລິດສະຕິນຢູ່ໃນຫ້າເມືອງ, ຊາວການາອານທັງໝົດ, ຊາວຊີໂດນ ແລະຊາວຮີວີທີ່ຢູ່ຕາມເທິງພູເລບານອນ ຕັ້ງແຕ່ພູບາອານ-ເຮີໂມນຈົນເຖິງທາງຜ່ານຂອງຊ່ອງແຄບຮາມັດ.
4
ປະຊາຊົນເຫຼົ່ານີ້ເປັນພວກທີ່ເຫຼືອຢູ່ເພື່ອທົດສອບເບິ່ງຊາດອິດສະຣາເອນວ່າ ພວກເຂົາຈະເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວທີ່ໄດ້ໃຫ້ໄວ້ຜ່ານທາງໂມເຊນັ້ນຫລືບໍ່?
5
ດ້ວຍເຫດນີ້ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຖິ່ນຖານຢູ່ທ່າມກາງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.
6
ພວກເຂົາໄດ້ເອົາລູກສາວຂອງພວກນັ້ນມາເປັນເມຍ ແລະໄດ້ຍົກລູກສາວຂອງຕົນເອງໃຫ້ເປັນເມຍລູກຊາຍຂອງພວກນັ້ນ, ແລະຂາບໄຫວ້ບັນດາພະຂອງຊົນຊາດເຫຼົ່ານັ້ນ.
7
ປະຊາຊົນອິດສະຣາເອນໄດ້ລືມໄລພຣະເຈົ້າຢາເວພຣະເຈົ້າຂອງພວກຕົນ; ພວກເຂົາໄດ້ເຮັດບາບຕໍ່ສາຍຕາຂອງພຣະເຈົ້າຢາເວ ແລະຂາບໄຫວ້ຮູບເຄົາຣົບບາອານແລະເຈົ້າແມ່ອາເຊຣາ.
8
ດ້ວຍເຫດນີ້ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາດອິດສະຣາເອນ ແລະປ່ອຍໃຫ້ເຈົ້າກູຊານຣີຊາທາອີມກະສັດແຫ່ງເມໂຊໂປຕາເມຍ ຊະນະພວກເຂົາ. ຊາດອິດສະຣາເອນໄດ້ຢູ່ໃຕ້ບັງຄັບຂອງເພິ່ນເປັນເວລາແປດປີ.
9
ແລ້ວຊາວອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວ ແລະພຣະເຈົ້າຢາເວໄດ້ສົ່ງຊາຍຜູ້ໜຶ່ງມາຊ່ວຍພວກເຂົາໃຫ້ພົ້ນ. ຊາຍຜູ້ນີ້ແມ່ນໂອດນີເອນ ລູກຊາຍຂອງເກນາດຜູ້ທີ່ເປັນນ້ອງຊາຍຂອງກາເລັບ.
10
ພຣະວິນຍານຂອງພຣະເຈົ້າຢາເວລົງມາຄວບຄຸມລາວ ແລະລາວໄດ້ກາຍເປັນຜູ້ປົກຄອງຊາດອິດສະຣາເອນ. ໂອດນີເອນໄດ້ອອກໄປເຮັດເສິກ ແລະພຣະເຈົ້າຢາເວໄດ້ມອບກະສັດກູຊານ-ຣິຊາທາອິມແຫ່ງອາຣາມໃຫ້ຢູ່ໃນກຳມືຂອງລາວ ແລະມືຂອງລາວກໍເອົາຊະນະຕໍ່ກູຊານ-ຣິຊາທາອິມ.
11
ປະເທດຊາດບ້ານເມືອງໄດ້ມີຄວາມສະຫງົບສຸກເປັນເວລາສີ່ສິບປີ ແລ້ວໂອດນີເອນລູກຊາຍຂອງເກນາດກໍໄດ້ຕາຍໄປ.
12
ຕໍ່ມາ ປະຊາຊົນອິດສະຣາເອນໄດ້ພາກັນເຮັດບາບຕໍ່ສາຍຕາພຣະເຈົ້າຢາເວອີກ. ດ້ວຍເຫດນີ້ພຣະເຈົ້າຢາເວຈຶ່ງໃຫ້ເຈົ້າເອກໂລນກະສັດແຫ່ງໂມອາບ ມີກຳລັງເຂັ້ມແຂງກວ່າມາຕໍ່ສູ້ຊາດອິດສະຣາເອນ, ຍ້ອນວ່າ ພວກເຂົາໄດ້ພາກັນເຮັດບາບຕໍ່ສາຍຕາພຣະເຈົ້າຢາເວ.
13
ເຈົ້າເອກໂລນໄດ້ຮ່ວມມືກັບພວກອຳໂມນ ແລະພວກອາມາເຫຼັກ ແລ້ວພວກເຂົາກໍໄດ້ຊະນະຊາດອິດສະຣາເອນ ແລະຢຶດເຢຣິໂກເມືອງແຫ່ງຕົ້ນຕານ.
14
ຊາດອິດສະຣາເອນໄດ້ຢູ່ໃຕ້ອຳນາດຂອງເຈົ້າເອກໂລນ ເປັນເວລາສິບແປດປີ.
15
ແລ້ວຊາວອິດສະຣາເອນກໍຮ້ອງຫາພຣະເຈົ້າຢາເວອີກ ແລະພຣະເຈົ້າຢາເວໄດ້ສົ່ງຊາຍຄົນໜຶ່ງມາຊ່ວຍພວກເຂົາໃຫ້ພົ້ນ. ຊາຍຄົນນີ້ແມ່ນເອຮຸດ ຄົນແຮງກໍ້າຊ້າຍຜູ້ທີ່ເປັນລູກຊາຍຂອງເກຣາຈາກເຜົ່າເບັນຢາມິນ. ປະຊາຊົນອິດສະຣາເອນໄດ້ໃຊ້ເອຮຸດນຳເອົາຂອງຂວັນ ໄປມອບໃຫ້ກະສັດເອກໂລນແຫ່ງໂມອາບ.
16
ດັ່ງນັ້ນ ເອຮຸດຈຶ່ງຕີດາບສອງຄົມດວງໜຶ່ງ ຍາວປະມານຫ້າສິບເຊັນ. ລາວເຊື່ອງດາບນັ້ນໄວ້ໃຕ້ເຄື່ອງນຸ່ງເບື້ອງຂວາມື.
17
ແລ້ວລາວກໍນຳເອົາຂອງຂວັນໄປມອບໃຫ້ກະສັດເອກໂລນ ຜູ້ທີ່ເປັນຄົນຕຸ້ຍພີ້.
18
ເມື່ອເອຮຸດນຳເອົາຂອງຂວັນມາມອບໃຫ້ເຈົ້າເອກໂລນແລ້ວ ລາວຈຶ່ງໃຊ້ຄົນທີ່ຫາມຂອງຂວັນມານັ້ນກັບຄືນເມືອ.
19
ສ່ວນເອຮຸດເອງໄດ້ກັບໄປທີ່ເສົາຫີນແກະສະຫລັກທີ່ຢູ່ໃກ້ກັບກິນການ ແລ້ວກັບຄືນໄປບອກເຈົ້າເອກໂລນວ່າ, “ກະສັດທີ່ເຄົາຣົບ ຂ້ານ້ອຍມີຄວາມລັບຢາກຈະບອກທ່ານ.” ດັ່ງນັ້ນ ກະສັດຈຶ່ງສັ່ງຄົນຮັບໃຊ້ວ່າ, “ຈົ່ງໃຫ້ພວກເຮົາຢູ່ຕາມລຳພັງເຖີດ” ແລະພວກຄົນຮັບໃຊ້ກໍພາກັນອອກໄປ.
20
ແລ້ວໃນຂະນະທີ່ກະສັດກຳລັງນັ່ງຢູ່ໃນຫ້ອງອາກາດເຢັນແຕ່ຜູ້ດຽວທີ່ເທິງດາດຟ້ານັ້ນ ເອຮຸດກໍເຂົ້າໄປຫາເພິ່ນ ແລະເວົ້າວ່າ, “ຂ້ານ້ອຍມີຖ້ອຍຄຳຈາກພຣະເຈົ້າສຳລັບທ່ານ.” ກະສັດຈຶ່ງລຸກຢືນຂຶ້ນ.
21
ເອຮຸດໃຊ້ມືຊ້າຍຖອດເອົາດາບຈາກທາງຂວາມືແທງທີ່ທ້ອງຂອງກະສັດ.
22
ດາບທັງດວງໄດ້ທະລຸເຂົ້າໄປໃນທ້ອງ ແລະໄຂມັນຫຸ້ມດາບນັ້ນໄວ້. ເອຮຸດບໍ່ໄດ້ດຶງດາບອອກຈາກທ້ອງຂອງກະສັດ ແລະມັນຊອດອອກທາງຫລັງຂອງເພິ່ນ.
23
ແລ້ວເອຮຸດກໍອອກມາຂ້າງນອກ, ອັດປະຕູໃສ່ໄລໄວ້.
24
ຫຼັງຈາກນັ້ນ ລາວກໍປົບໜີໄປ. ເມື່ອພວກຄົນຮັບໃຊ້ໄດ້ເຫັນປະຕູອັດໄວ້ ພວກເຂົາຈຶ່ງຄິດວ່າກະສັດກຳລັງຢູ່ໃນຫ້ອງນໍ້າ.
25
ພວກເຂົາຄອຍຖ້າຢູ່ຕັ້ງດົນນານ ແຕ່ກໍບໍ່ເຫັນກະສັດໄຂປະຕູອອກມາ. ດັ່ງນັ້ນ ພວກເຂົາຈຶ່ງເອົາກະແຈໄປໄຂເບິ່ງ ແລະພົບຜູ້ເປັນນາຍຂອງຕົນນອນຕາຍຢູ່ກາງພື້ນ.
26
ເອຮຸດໄດ້ແລ່ນປົບໜີໄປໃນຂະນະທີ່ພວກເຂົາຄອຍຖ້າຢູ່. ລາວຜ່ານທາງເສົາຫີນແກະສະຫລັກ ແລະປົບໜີໄປທີ່ເມືອງເສອີຣາ.
27
ເມື່ອມາຮອດເຂດເນີນພູເອຟຣາອິມ ລາວຈຶ່ງເປົ່າແກລະດົມພົນເອົາທະຫານອິດສະຣາເອນອອກສູ້ຮົບ; ແລ້ວລາວກໍນຳພາພວກເຂົາລົງຈາກເນີນພູໄປ.
28
ລາວສັ່ງພວກທະຫານວ່າ, “ຈົ່ງຕາມຂ້ອຍມາ ພຣະເຈົ້າຢາເວໃຫ້ພວກເຈົ້າຊະນະຊາວໂມອາບ ສັດຕູຂອງພວກເຈົ້າແລ້ວ.” ດັ່ງນັ້ນ ພວກເຂົາຈຶ່ງຕາມເອຮຸດລົງໄປຢຶດແຄມທ່າຂອງແມ່ນໍ້າຈໍແດນ ບ່ອນທີ່ຊາວໂມອາບໃຊ້ຂ້າມໄປມາ ແລະບໍ່ອະນຸຍາດໃຫ້ຜູ້ໃດຂ້າມແມ່ນໍ້າໄປເດັດຂາດ.
29
ໃນມື້ນັ້ນ ພວກເຂົາໄດ້ຂ້າທະຫານຊາວໂມອາບຜູ້ເກັ່ງກ້າຕາຍປະມານສິບພັນຄົນ ໂດຍບໍ່ມີໃຜລອດໜີໄປໄດ້.
30
ຊາວອິດສະຣາເອນໄດ້ຊະນະຊາວໂມອາບ ແລ້ວປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກເປັນເວລາແປດສິບປີ.
31
ຜູ້ນຳຄົນຕໍ່ມາແມ່ນຊຳຄາ ລູກຊາຍຂອງອານາດ. ລາວກໍເປັນຜູ້ໜຶ່ງທີ່ໄດ້ຊ່ວຍຊາວອິດສະຣາເອນໃຫ້ພົ້ນ ແລະໂດຍໃຊ້ໄມ້ບັງຄັບງົວຂ້າພວກຟີລິດສະຕິນຈຳນວນຫົກຮ້ອຍຄົນ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21