bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 11
Joshua 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 12 →
1
ເມື່ອເຈົ້າຢາບິນກະສັດແຫ່ງຮາໂຊ ໄດ້ຍິນເຖິງໄຊຊະນະຂອງຊາວອິດສະຣາເອນ ເພິ່ນກໍໄດ້ສົ່ງຄົນໄປບອກເຈົ້າໂຢບັບກະສັດແຫ່ງມາໂດນ, ກະສັດແຫ່ງຊີມໂຣນ ແລະກະສັດແຫ່ງອັກຊັບ
2
ແລະບັນດາກະສັດທີ່ຢູ່ຕາມເຂດເນີນພູທາງພາກເໜືອ, ຢູ່ທາງຮ່ອມພູຈໍແດນໃຕ້ທະເລສາບຄາລີເລ, ຢູ່ຕາມຕີນພູ ແລະຢູ່ຕາມຝັ່ງທະເລໃກ້ກັບເມືອງໂດເຣ.
3
ແລ້ວເພິ່ນກໍຍັງສົ່ງຄົນໄປບອກຊາວການາອານ ທີ່ຢູ່ທາງສອງຟາກຂ້າງຂອງແມ່ນໍ້າຈໍແດນຄື: ຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ ແລະຊາວເຢບຸດທີ່ຢູ່ຕາມເນີນພູ ຕະຫລອດທັງຊາວຮີວີທີ່ຢູ່ຕາມຕີນພູເຮີໂມນໃນດິນແດນມີຊະປາ.
4
ພວກເຫຼົ່ານີ້ ໄດ້ມາພ້ອມດ້ວຍທະຫານທັງໝົດຂອງພວກຕົນ ເປັນກອງທັບທີ່ປະກອບດ້ວຍຄົນຢ່າງຫລວງຫລາຍ ດັ່ງເມັດຊາຍຕາມແຄມຝັ່ງທະເລ. ພວກເຂົາມີທັງມ້າແລະລົດຮົບຢ່າງຫລວງຫລາຍ.
5
ກະສັດທັງໝົດເຫຼົ່ານີ້ໄດ້ມາໂຮມກັນຕັ້ງຄ້າຍພັກທີ່ຫ້ວຍນໍ້າເມໂຣມ ເພື່ອຕໍ່ສູ້ພວກອິດສະຣາເອນ.
6
ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ຢ່າຢ້ານພວກເຂົາ ເພາະມື້ອື່ນໃນເວລາດຽວກັນນີ້ ເຮົາຈະຂ້າພວກເຂົາທັງໝົດໃຫ້ຊາດອິດສະຣາເອນ. ໃຫ້ເຈົ້າຕັດເອັນຄະນ່ອງມ້າ ແລະຈູດລົດຮົບຂອງພວກເຂົາຖິ້ມ.”
7
ດັ່ງນັ້ນ ໂຢຊວຍພ້ອມດ້ວຍທະຫານທັງໝົດຂອງຕົນ ຈຶ່ງຫລອນໂຈມຕີພວກເຂົາທີ່ຫ້ວຍນໍ້າເມໂຣມ.
8
ພຣະເຈົ້າຢາເວໄດ້ໃຫ້ພວກອິດສະຣາເອນມີໄຊຊະນະ. ພວກອິດສະຣາເອນໄດ້ໂຈມຕີ ແລະໄລ່ຕິດຕາມພວກເຂົາໄປທາງທິດເໜືອໄກສຸດ ຈົນເຖິງເມືອງມີສະເຣໂຟດມາອີມແລະຊີໂດນເມືອງໃຫຍ່ ແລະໄປທາງທິດຕາເວັນອອກໄກສຸດ ຈົນເຖິງຮ່ອມພູຂອງເມືອງມີຊະປາ. ການສູ້ຮົບໄດ້ດຳເນີນໄປ ຈົນກວ່າເຫຼົ່າສັດຕູໄດ້ຖືກຂ້າໝົດສິ້ນ.
9
ໂຢຊວຍໄດ້ເຮັດຕໍ່ພວກເຂົາຕາມທີ່ພຣະເຈົ້າຢາເວໄດ້ສັ່ງ ຄືຕັດເອັນຄະນ່ອງມ້າແລະຈູດລົດຮົບທັງໝົດຂອງພວກເຂົາຖິ້ມ.
10
ແລ້ວໂຢຊວຍກໍຍົກທັບກັບຄືນມາຢຶດຄອງເມືອງຮາໂຊ ແລະຂ້າກະສັດຂອງເມືອງນີ້. (ໃນຄາວນັ້ນ ຮາໂຊເປັນອານາຈັກທີ່ມີອຳນາດເໜືອຣາຊອານາຈັກຕ່າງໆ).
11
ພວກເຂົາໄດ້ຂ້າທຸກໆຄົນ ແລະບໍ່ໄວ້ຊີວິດໃຜເລີຍ ພ້ອມທັງໄດ້ຈູດເມືອງຖິ້ມດ້ວຍ.
12
ໂຢຊວຍໄດ້ຢຶດຄອງເມືອງຕ່າງໆ ທັງຈັບເອົາກະສັດຂອງເມືອງເຫຼົ່ານີ້. ເພິ່ນໄດ້ຂ້າທຸກໆຄົນຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້.
13
ແຕ່ໂຢຊວຍບໍ່ໄດ້ຈູດເມືອງຕ່າງໆຕາມໂຄກຕາມເນີນ ເວັ້ນໄວ້ແຕ່ເມືອງຮາໂຊພຽງເມືອງດຽວ.
14
ປະຊາຊົນອິດສະຣາເອນໄດ້ຢຶດເອົາສິ່ງຂອງຕ່າງໆອັນມີຄ່າ ຕະຫລອດທັງຝູງສັດໃນເມືອງເຫຼົ່ານີ້ມາເປັນຂອງຕົນເອງ ແລະພວກເຂົາໄດ້ຂ້າທຸກໆຄົນໂດຍບໍ່ໄວ້ຊີວິດໃຜເລີຍ.
15
ພຣະເຈົ້າຢາເວໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງຢ່າງໃດ ໂມເຊໄດ້ສັ່ງໂຢຊວຍຢ່າງນັ້ນ ແລະໂຢຊວຍກໍປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
16
ໂຢຊວຍໄດ້ຍົກທັບໄປຢຶດຄອງດິນແດນທັງໝົດ ຄືດິນແດນຕາມເຂດເນີນພູ ແລະຕາມຕີນພູທາງທິດເໜືອແລະທິດໃຕ້, ເຂດໂກເຊັນທັງໝົດກັບດິນແດນທີ່ແຫ້ງແລ້ງທາງທິດໃຕ້ຂອງເຂດນັ້ນ, ຕະຫລອດທັງຮ່ອມພູຈໍແດນດ້ວຍ.
17
ເຂດແດນນັ້ນໄດ້ຂະຫຍາຍອອກຕື່ມ ຈາກພູຮາລັກຢູ່ທາງທິດໃຕ້ຕິດກັບເມືອງເອໂດມ ຈົນເຖິງບາອານກາດທາງພາກເໜືອ ໃນຮ່ອມພູເລບານອນທີ່ທາງທິດໃຕ້ຂອງພູເຂົາເຮີໂມນ. ໂຢຊວຍໄດ້ເຮັດເສິກກັບບັນດາກະສັດ ໃນເຂດແດນເຫຼົ່ານີ້ເປັນເວລາດົນນານ. ເພິ່ນຈັບກະສັດເຫຼົ່ານີ້ໄດ້ ແລະໄດ້ຂ້າທຸກໆຄົນຖິ້ມ.
19
ມີເມືອງດຽວເທົ່ານັ້ນ ທີ່ໄດ້ສ້າງຄວາມສະຫງົບສຸກກັບປະຊາຊົນອິດສະຣາເອນຄື: ເມືອງກີເບໂອນບ່ອນທີ່ຊາວຮີວີບາງພວກໄດ້ອາໄສຢູ່. ສ່ວນເມືອງອື່ນໆທັງໝົດນັ້ນແມ່ນໄດ້ສູ້ຮົບເອົາ.
20
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາມີໃຈຢາກສູ້ຮົບຊາວອິດສະຣາເອນ ເພື່ອວ່າພວກເຂົາຈະໄດ້ຖືກທຳລາຍຢ່າງໝົດກ້ຽງເປັນການລົງໂທດ ແລະເພື່ອທຸກຄົນຈະຖືກຂ້າຢ່າງບໍ່ປານີ ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ.
21
ໃນເທື່ອນີ້ ໂຢຊວຍໄດ້ຍົກທັບອອກໄປທຳລາຍຄົນຮ່າງໃຫຍ່ພວກໜຶ່ງ ຊື່ວ່າ ອານາກີມ. ຄົນພວກນີ້ໄດ້ອາໄສຢູ່ຕາມເນີນພູຕ່າງໆ ດັ່ງນີ້: ເຮັບໂຣນ, ເດບີ, ອານາບ, ແລະຕາມເນີນພູທັງໝົດຂອງຢູດາແລະເນີນພູທັງໝົດຂອງອິດສະຣາເອນ. ໂຢຊວຍໄດ້ທຳລາຍພວກເຂົາແລະເມືອງຂອງພວກເຂົາຈົນກ້ຽງ.
22
ບໍ່ມີພວກອານາກີມຈັກຄົນທີ່ເຫຼືອຢູ່ໃນດິນແດນອິດສະຣາເອນ ແຕ່ຍັງມີບາງຄົນທີ່ໄດ້ເຫຼືອຢູ່ໃນເມືອງກາຊາ, ເມືອງກາດ ແລະເມືອງອາຊະໂດດ.
23
ໂຢຊວຍໄດ້ຢຶດຄອງດິນແດນທັງໝົດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ. ເພິ່ນໄດ້ມອບດິນແດນນີ້ໃຫ້ເປັນກຳມະສິດຂອງຊາວອິດສະຣາເອນ ໂດຍໄດ້ແບ່ງປັນດິນແດນນັ້ນເປັນສ່ວນໃຫ້ແຕ່ລະເຜົ່າ. ສະນັ້ນ ປະຊາຊົນຈຶ່ງໄດ້ເຊົາສູ້ຮົບ ແລະຢູ່ຢ່າງສະຫງົບສຸກ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24