bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 24
Joshua 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
1
ຕໍ່ມາ ໂຢຊວຍໄດ້ເອີ້ນເຜົ່າຕ່າງໆຂອງຊາດອິດສະຣາເອນ ເຂົ້າມາເຕົ້າໂຮມກັນທີ່ເມືອງຊີເຄມ. ເພິ່ນໄດ້ເອີ້ນເອົາພວກເຖົ້າແກ່, ພວກຫົວໜ້າ, ພວກຜູ້ປົກຄອງ ແລະບັນດາເຈົ້າໜ້າທີ່ຂອງຊາດອິດສະຣາເອນ ມາຢູ່ຊ້ອງໜ້າພຣະເຈົ້າ.
2
ໂຢຊວຍໄດ້ກ່າວແກ່ຄົນເຫຼົ່ານີ້ວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້: ‘ດົນນານມາແລ້ວ ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ອາໄສຢູ່ທາງຟາກແມ່ນໍ້າເອີຟຣັດພຸ້ນ ແລະໄດ້ຂາບໄຫວ້ບັນດາພະອື່ນ. ຜູ້ໜຶ່ງໃນຄົນເຫຼົ່ານັ້ນແມ່ນເຕຣາ ພໍ່ຂອງອັບຣາຮາມແລະນາໂຮ.
3
ແລ້ວເຮົາກໍໄດ້ພາອັບຣາຮາມປູ່ຍ່າຕາຍາຍຂອງພວກເຈົ້າ ອອກໜີຈາກດິນແດນແມ່ນໍ້າເອີຟຣັດເບື້ອງພຸ້ນ ແລະຜ່ານໄປທົ່ວດິນແດນການາອານ. ເຮົາໄດ້ໃຫ້ລາວມີເຊື້ອສາຍຢ່າງຫລວງຫລາຍ
4
ໂດຍໃຫ້ລາວມີລູກຊາຍຜູ້ໜຶ່ງຊື່ວ່າອີຊາກ ແລະໄດ້ໃຫ້ອີຊາກມີລູກຊາຍຊື່ວ່າ ຢາໂຄບແລະເອຊາວ. ເຮົາໄດ້ມອບເຂດເນີນພູເອໂດມໃຫ້ເປັນກຳມະສິດຂອງເອຊາວ ສ່ວນຢາໂຄບຜູ້ເປັນບັນພະບຸລຸດຂອງພວກເຈົ້າຕະຫລອດທັງລູກຫລານຂອງລາວນັ້ນ ໄດ້ພາກັນລົງໄປທາງເອຢິບ.
5
ຕໍ່ມາ ເຮົາໄດ້ໃຊ້ໂມເຊແລະອາໂຣນໄປ ແລະເຮົາໄດ້ນຳເອົາໄພພິບັດອັນໃຫຍ່ຫລວງໄປສູ່ປະເທດເອຢິບ. ແຕ່ເຮົາໄດ້ນຳເອົາພວກເຈົ້າອອກມາ;
6
ເຮົາໄດ້ນຳພາພວກປູ່ຍ່າຕາຍາຍຂອງພວກເຈົ້າອອກມາຈາກປະເທດເອຢິບ ແລະຊາວເອຢິບໄດ້ໄລ່ຕາມພວກເຂົາໄປ ໂດຍມີລົດຮົບແລະທະຫານມ້າ. ແຕ່ເມື່ອພວກປູ່ຍ່າຕາຍາຍຂອງພວກເຈົ້າມາຮອດທະເລແດງ
7
ພວກເຂົາໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະພຣະອົງໄດ້ບັນດານໃຫ້ຄວາມມືດຂັ້ນກາງ ລະຫວ່າງພວກເຂົາກັບພວກເອຢິບ ແລະໃຫ້ນໍ້າທະເລໄຫລຖ້ວມພວກເອຢິບຈົນພວກເຂົາຈົມນໍ້າຕາຍ. ພວກເຈົ້າໄດ້ເຫັນສິ່ງທີ່ເຮົາໄດ້ກະທຳຕໍ່ເອຢິບແລ້ວ. ຫລັງຈາກນັ້ນ ພວກເຈົ້າກໍໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ເປັນເວລາດົນນານ.
8
ແລ້ວເຮົາກໍນຳພາພວກເຈົ້າໄປດິນແດນຂອງຊາວອາໂມ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ. ພວກເຂົາຕໍ່ສູ້ພວກເຈົ້າ ແຕ່ເຮົາໄດ້ໃຫ້ພວກເຈົ້າໄຊຊະນະ. ພວກເຈົ້າໄດ້ຢຶດຄອງດິນແດນຂອງພວກເຂົາແລະເຮົາໄດ້ທຳລາຍພວກເຂົາຕໍ່ໜ້າພວກເຈົ້າ ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ.
9
ຕໍ່ມາ ກະສັດແຫ່ງໂມອາບ ບາຫລາກລູກຊາຍຂອງຊິບໂປ ໄດ້ຕໍ່ສູ້ພວກເຈົ້າ. ລາວໄດ້ໃຊ້ຄົນໄປບອກບາລາອາມລູກຊາຍຂອງເບອໍ ໃຫ້ມາສາບແຊ່ງພວກເຈົ້າ.
10
ແຕ່ເຮົາບໍ່ຟັງຄຳຂອງບາລາອາມ. ດັ່ງນັ້ນ ລາວຈຶ່ງອວຍພອນພວກເຈົ້າ. ດ້ວຍວິທີນີ້ ທີ່ເຮົາໄດ້ຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກເງື້ອມມືຂອງບາຫລາກ.
11
ແລ້ວພວກເຈົ້າກໍໄດ້ພາກັນຂ້າມແມ່ນໍ້າຈໍແດນມາສູ່ເມືອງເຢຣິໂກ. ຊາວເມືອງເຢຣິໂກໄດ້ຕໍ່ສູ້ພວກເຈົ້າແລະຍັງມີພວກອື່ນອີກທີ່ຕໍ່ສູ້ພວກເຈົ້າ ເຊັ່ນ: ຊາວອາໂມ, ຊາວເປຣີຊີ, ຊາວການາອານ, ຊາວຮິດຕີ, ຊາວກີກາຊີ, ຊາວຮີວີ ແລະຊາວເຢບຸດ, ແຕ່ເຮົາໄດ້ໃຫ້ພວກເຈົ້າໄດ້ໄຊຊະນະພວກເຂົາທັງໝົດ.
12
ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ ເພື່ອຂັບໄລ່ກະສັດຂອງຊາວອາໂມສອງຄົນອອກໜີນັ້ນ ເຮົາໄດ້ເຮັດໃຫ້ພວກເຂົາຕົກສະທ້ານຢ້ານກົວ. ດາບກັບໜ້າທະນູຂອງພວກເຈົ້າ ບໍ່ໄດ້ໃຊ້ການຫຍັງເລີຍ.
13
ເຮົາໄດ້ໃຫ້ດິນແດນແຫ່ງໜຶ່ງແກ່ພວກເຈົ້າ ໂດຍທີ່ພວກເຈົ້າບໍ່ໄດ້ຂຸດຄົ້ນຖາກຖາງ ແລະໄດ້ໃຫ້ເມືອງຕ່າງໆໂດຍທີ່ພວກເຈົ້າບໍ່ໄດ້ກໍ່ສ້າງ. ບັດນີ້ພວກເຈົ້າກຳລັງອາໄສຢູ່ໃນທີ່ນັ້ນ ແລະກິນໝາກອະງຸ່ນກັບໝາກກອກເທດຈາກຕົ້ນ ໂດຍທີ່ພວກເຈົ້າບໍ່ໄດ້ປູກຝັງໄວ້ເລີຍ.’
14
ແລະບັດນີ້ ຈົ່ງຍົກຍໍໃຫ້ກຽດພຣະເຈົ້າຢາເວ ແລະບົວລະບັດຮັບໃຊ້ພຣະອົງຢ່າງຈິງໃຈແລະສັດຊື່. ຈົ່ງປະຖິ້ມບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າເຄີຍຂາບໄຫວ້ໃນເມໂຊໂປຕາເມຍ ແລະໃນປະເທດເອຢິບນັ້ນສາ ແລະຈົ່ງບົວລະບັດຮັບໃຊ້ແຕ່ພຣະເຈົ້າຢາເວເທົ່ານັ້ນ.
15
ຖ້າພວກເຈົ້າບໍ່ເຕັມໃຈບົວລະບັດຮັບໃຊ້ພຣະເຈົ້າຢາເວ ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ ບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ຂາບໄຫວ້ໃນເມໂຊໂປຕາເມຍ ຫລືບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່ນີ້. ສ່ວນຂ້າພະເຈົ້າກັບຄອບຄົວຂອງຂ້າພະເຈົ້າແລ້ວ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.”
16
ປະຊາຊົນໄດ້ຕອບວ່າ, “ພວກເຮົາຈະບໍ່ໜີຈາກພຣະເຈົ້າຢາເວຈັກເທື່ອ ແລະຈະບໍ່ໄປບົວລະບັດຮັບໃຊ້ພະອື່ນ.
17
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ນຳພາພໍ່ແມ່ ແລະພວກເຮົາອອກມາຈາກການເປັນທາດຮັບໃຊ້ໃນປະເທດເອຢິບ ແລະພວກເຮົາໄດ້ເຫັນການອັດສະຈັນຕ່າງໆທີ່ພຣະອົງໄດ້ເຮັດ. ພຣະອົງໄດ້ຄຸ້ມຄອງພວກເຮົາໃຫ້ປອດໄພ ບໍ່ວ່າບ່ອນໃດກໍຕາມທີ່ພວກເຮົາໄດ້ຜ່ານໄປໃນທ່າມກາງທຸກຊົນຊາດ.
18
ພຣະເຈົ້າຢາເວໄດ້ຂັບໄລ່ຊາວອາໂມທີ່ຢູ່ໃນດິນແດນນັ້ນອອກໄປ ໃນຂະນະທີ່ພວກເຮົາກຳລັງບຸກໜ້າເຂົ້າໄປ. ສະນັ້ນ ພວກເຮົາຈຶ່ງຈະຮັບໃຊ້ພຣະເຈົ້າຢາເວ ເພາະພຣະອົງເປັນພຣະເຈົ້າຂອງພວກເຮົາ.”
19
ໂຢຊວຍໄດ້ກ່າວແກ່ປະຊາຊົນວ່າ, “ແຕ່ພວກເຈົ້າບໍ່ອາດຈະບົວລະບັດຮັບໃຊ້ພຣະເຈົ້າຢາເວໄດ້ດອກ. ພຣະອົງເປັນພຣະເຈົ້າອົງບໍຣິສຸດ, ພຣະອົງເປັນພຣະເຈົ້າຜູ້ຫວງແຫນ ແລະພຣະອົງຈະບໍ່ອະໄພການລະເມີດ ຫຼືການບາບຂອງພວກເຈົ້າ.
20
ແລະຖ້າພວກເຈົ້າປະຖິ້ມພຣະເຈົ້າຢາເວໄປບົວລະບັດຮັບໃຊ້ບັນດາພະຂອງຕ່າງຊາດແລ້ວ ພຣະອົງກໍຈະຫັນມາຕໍ່ສູ້ ແລະລົງໂທດພວກເຈົ້າ. ພຣະອົງຈະທຳລາຍພວກເຈົ້າ ເຖິງແມ່ນວ່າພຣະອົງໄດ້ເຮັດດີຕໍ່ພວກເຈົ້າກໍຕາມ.”
21
ປະຊາຊົນເວົ້າກັບໂຢຊວຍວ່າ, “ບໍ່ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.”
22
ໂຢຊວຍຕອບວ່າ, “ໃຫ້ພວກເຈົ້າເປັນພະຍານແກ່ຕົນເອງ ທີ່ພວກເຈົ້າໄດ້ເລືອກເອົາການບົວລະບັດຮັບໃຊ້ພຣະເຈົ້າຢາເວ.” ພວກເຂົາຕອບວ່າ, “ຕົກລົງ ພວກເຮົາຂໍເປັນພະຍານ.”
23
ສະນັ້ນ ໂຢຊວຍຈຶ່ງໄດ້ຮ້ອງຂໍວ່າ, “ຖ້າຢ່າງນັ້ນ ຈົ່ງປະຖິ້ມບັນດາພະຂອງຊາວຕ່າງຊາດທີ່ພວກເຈົ້າມີຢູ່ ແລະຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຢ່າງສັດຊື່.”
24
ແລ້ວປະຊາຊົນກໍເວົ້າກັບໂຢຊວຍວ່າ, “ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.”
25
ດັ່ງນັ້ນ ໂຢຊວຍຈຶ່ງໄດ້ເຮັດພັນທະສັນຍາສຳລັບ ພວກເຂົາໃນມື້ນັ້ນ ແລະເພິ່ນໄດ້ມອບກົດບັນຍັດກັບກົດລະບຽບຕ່າງໆ ໃຫ້ແກ່ພວກເຂົາທີ່ເມືອງຊີເຄມ.
26
ໂຢຊວຍໄດ້ບັນທຶກຂໍ້ຄຳສັ່ງເຫຼົ່ານັ້ນໄວ້ໃນປື້ມກົດບັນຍັດຂອງພຣະເຈົ້າ. ແລ້ວເພິ່ນກໍໄດ້ເອົາຫີນໃຫຍ່ກ້ອນໜຶ່ງຕັ້ງຂຶ້ນທີ່ຮົ່ມຂອງຕົ້ນໂອກ ໃນສະຖານທີ່ສັກສິດຂອງພຣະເຈົ້າຢາເວ.
27
ເພິ່ນໄດ້ກ່າວແກ່ທຸກໆຄົນວ່າ, “ຫີນກ້ອນນີ້ຈະເປັນພະຍານໃຫ້ພວກເຮົາ. ມັນໄດ້ຍິນທຸກຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ພວກເຮົາ. ສະນັ້ນ ມັນຈຶ່ງຈະເປັນພະຍານຕໍ່ສູ້ພວກເຈົ້າ ເພື່ອບໍ່ໃຫ້ພວກເຈົ້າຄິດກະບົດຕໍ່ພຣະເຈົ້າຂອງພວກເຈົ້າ.”
28
ແລ້ວໂຢຊວຍກໍໃຫ້ປະຊາຊົນເຫຼົ່ານັ້ນກັບໄປສູ່ດິນແດນທີ່ເປັນສ່ວນຂອງໃຜລາວ.
29
ຫລັງຈາກນັ້ນ ໂຢຊວຍລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ກໍໄດ້ຕາຍໄປເມື່ອເພິ່ນອາຍຸໄດ້ 110 ປີ.
30
ພວກເຂົາໄດ້ຝັງສົບຂອງເພິ່ນໄວ້ໃນທີ່ດິນຂອງເພິ່ນເອງທີ່ບ້ານຕີມນາດເສຣາ ໃນເຂດເນີນພູເອຟຣາອິມທາງທິດເໜືອຂອງພູເຂົາກາອາດ.
31
ໃນຊົ່ວຊີວິດຂອງໂຢຊວຍນັ້ນ ປະຊາຊົນອິດສະຣາເອນໄດ້ບົວລະບັດຮັບໃຊ້ພຣະເຈົ້າຢາເວຕະຫລອດມາ. ຫລັງຈາກເພິ່ນຕາຍໄປແລ້ວ ພວກເຂົາກໍຍັງສືບຕໍ່ບົວລະບັດຮັບໃຊ້ພຣະອົງ ຕະຫລອດຊົ່ວຊີວິດຂອງພວກຜູ້ນຳທຸກຄົນ ທີ່ໄດ້ເຫັນທຸກສິ່ງທີ່ພຣະເຈົ້າຢາເວໄດ້ກະທຳສຳລັບຊາດອິດສະຣາເອນ.
32
ສ່ວນກະດູກຂອງໂຢເຊັບທີ່ພວກອິດສະຣາເອນໄດ້ນຳອອກມາຈາກປະເທດເອຢິບນັ້ນ ກໍໄດ້ຖືກຝັງໄວ້ທີ່ເມືອງຊີເຄມ ໃນດິນຕອນໜຶ່ງທີ່ຢາໂຄບໄດ້ຊື້ຈາກລູກຊາຍຂອງຮາໂມຜູ້ເປັນພໍ່ຂອງຊີເຄມ ເປັນເງິນໜຶ່ງຮ້ອຍຫລຽນ. ທີ່ດິນນີ້ເປັນມູນມໍຣະດົກຂອງລູກຫລານໂຢເຊັບ.
33
ຕໍ່ມາ ເອເລອາຊາລູກຊາຍຂອງອາໂຣນກໍຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ທີ່ເມືອງກີເບອາ ຊຶ່ງເປັນເມືອງໃນເຂດເນີນພູເອຟຣາອິມ. ເມືອງນີ້ໄດ້ຍົກໃຫ້ເປັນກຳມະສິດຂອງຟີເນຮາ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24