bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 19
Joshua 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 20 →
1
ການໃຊ້ສະຫລາກຄັ້ງທີສອງໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າຊີເມໂອນ. ເຂດແດນນີ້ຍາວໄປຈົນເຖິງດິນແດນທີ່ໄດ້ຖືກມອບໝາຍໃຫ້ເຜົ່າຢູດາ.
2
ດິນແດນນັ້ນມີດັ່ງນີ້: ເບເອນເຊບາ, ເຊບາ, ໂມລາດາ,
3
ຮາຊາຊູອານ, ບາລາ, ເອເຊມ,
4
ເອນໂຕລັດ, ເບັດອູນ, ໂຮມາ,
5
ຊິກລັກ, ເບັດມັກກາໂບດ, ຮາຊາສູສາ,
6
ເບັດເລບາໂອດ ແລະຊາຣູເຮນ. ລວມທັງໝົດມີ 13 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
7
ນອກນີ້ຍັງມີເມືອງອາອິນ, ຣິມໂມນ, ເອເທ ແລະອາຊານ. ຮວມທັງໝົດມີ 4 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
8
ເຂດແດນນີ້ຮວມເອົາທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມເມືອງເຫຼົ່ານີ້ ໄປຈົນເຖິງບາອາລາດເບເອ (ຫລືຣາມາໃນເນເກັບ) ທາງທິດໃຕ້. ເຂດແດນນີ້ເປັນສ່ວນທີ່ຄອບຄົວຕ່າງໆໃນເຜົ່າຊີເມໂອນໄດ້ຮັບເປັນກຳມະສິດຂອງພວກເຂົາ.
9
ດ້ວຍວ່າ, ສ່ວນທີ່ໄດ້ມອບໃຫ້ເຜົ່າຢູດານັ້ນໃຫຍ່ເກີນຄວາມຕ້ອງການ. ດັ່ງນັ້ນ ສ່ວນໜຶ່ງໃນເຂດແດນນີ້ຈຶ່ງຖືກມອບໝາຍໃຫ້ແກ່ເຜົ່າຊີເມໂອນ.
10
ການໃຊ້ສະຫລາກຄັ້ງທີສາມໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າເຊບູໂລນ. ດິນແດນທີ່ພວກເຂົາໄດ້ຮັບນີ້ໄກອອກໄປຈົນເຖິງສາຣິດ.
11
ແຕ່ບ່ອນນັ້ນ ຊາຍແດນໄດ້ເລີຍໄປຈົນເຖິງທາງທິດຕາເວັນຕົກຮອດມາຣາລາ ຕິດກັບດັບເບເຊັດ ແລະທາງຫ້ວຍນໍ້າທີ່ທາງທິດຕາເວັນອອກຂອງໂຢກເນອາມ.
12
ສ່ວນທາງເບື້ອງອື່ນຂອງສາຣິດນັ້ນໄດ້ເລີຍໄປທາງທິດຕາເວັນອອກ ເຖິງຊາຍແດນຂອງກີສະໂລດຕາໂບເຣ ແລ້ວໄປທາງດາເບຣັດຈົນຂຶ້ນໄປຮອດຢາເຟຍ.
13
ຊາຍແດນນີ້ຍັງເລີຍໄປທາງທິດຕາເວັນອອກ ຄືຈາກບ່ອນນີ້ຈົນເຖິງກາດເຮເຟແລະເອັດກາຊິນ ໂດຍລ້ຽວໄປທາງເນອາຕາມທາງໄປສູ່ຣິມໂມນ.
14
ສ່ວນທາງເຂດເໜືອນັ້ນ ຊາຍແດນໄດ້ລ້ຽວໄປທາງຮັນນາໂທນ ແລະໄປສຸດລົງທີ່ຮ່ອມພູອິບຕາເຮນ.
15
ຊາຍແດນນີ້ໄດ້ລວມເອົາທັງກັດຕາດ, ນາຮາລານ, ຊີມໂຣນ, ອີດາລາ ແລະເບັດເລເຮັມ. ລວມທັງໝົດມີ 12 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
16
ເມືອງເຫຼົ່ານີ້ພ້ອມເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າເຊບູໂລນ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ.
17
ການໃຊ້ສະຫລາກຄັ້ງທີສີ່ໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າອິດຊາຄາ.
18
ເຂດແດນຂອງພວກເຂົາມີດັ່ງນີ້: ຢິດຊະເຣນ, ເກສຸນໂລດ, ຊູເນມ,
19
ຮາຟາຣາອິມ, ຊິໂອນ, ອານາຮາຣັດ,
20
ຣັບບິດ, ກີຊີໂອນ, ເອເບເຊ,
21
ເຣເມັດ, ເອັນກັນນີມ, ເອນຮັດດາ ແລະເບັດປາເຊດ.
22
ຊາຍແດນນີ້ຕິດກັບຕາໂບ, ຊາຮາຊູມາ ແລະເບັດເຊເມດ ແລະໄປສຸດທີ່ແມ່ນໍ້າຈໍແດນ. ລວມທັງໝົດຊາຍແດນນີ້ໄດ້ຮວມເອົາ 16 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
23
ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າອິດຊາຄາ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ.
24
ການໃຊ້ສະຫລາກຄັ້ງທີຫ້າໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າອາເຊ.
25
ເຂດແດນຂອງພວກເຂົາມີດັ່ງນີ້: ເຮນກາດ, ຮາລີ, ເບເຕນ, ອັກຊັບ,
26
ອັນລຳເມເລັກ, ອາມາດ ແລະມີຊັນ. ທາງທິດຕາເວັນຕົກໄປຈຸກັບພູກາເມນແລະຊີໂຮເຣລິບນາດ.
27
ເມື່ອລ້ຽວໄປທາງທິດຕາເວັນອອກ ຊາຍແດນນີ້ໄດ້ໄປຈົນເຖິງເບັດດາໂກນ ໂດຍຈຸກັບເຊບູໂລນແລະຮ່ອມພູອິບຕາເຮນ ໄປທາງເໜືອຈົນເຖິງເບັດເອເມກແລະເນອີເອນ. ຊາຍແດນນີ້ຍັງໄປເໜືອເລື້ອຍໆຈົນເຖິງກາບູນ,
28
ເອັບໂຣນ, ເຣໂຮບ, ຮາມໂມນ ແລະການາ, ຈົນໄປຮອດຊີໂດນ.
29
ແລ້ວຊາຍແດນນີ້ກໍໄດ້ລ້ຽວໄປທາງຣາມາ ໂດຍໄປຈຸກັບຕີເຣເມືອງທີ່ມີປ້ອມປ້ອງກັນ; ແລ້ວລ້ຽວໄປທາງໂຮສາແລະໄປສຸດທີ່ທະເລເມດີແຕຣາເນ. ດິນແດນນີ້ຍັງໄດ້ຮວມເອົາທັງມາຮາລາບ, ອັກຊິບ,
30
ອູມມາ, ອາເຟັກ ແລະເຣໂຮບ. ລວມທັງໝົດມີ 22 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
31
ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າອາເຊ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກເຂົາ.
32
ການໃຊ້ສະຫລາກຄັ້ງທີຫົກໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າເນັບທາລີ.
33
ຊາຍແດນຂອງພວກເຂົາໄດ້ເລີ່ມແຕ່ເຮເລັບໄປສູ່ຕົ້ນໂອກ ທີ່ຊາອານັນນິມ, ໄປສູ່ອາດາມີເນເກັບ ແລະຢັບເນເອນ, ເລີຍໄປຈົນເຖິງລັກກູມ ແລະໄປສຸດທີ່ແມ່ນໍ້າຈໍແດນ.
34
ຈາກບ່ອນນີ້ຊາຍແດນໄດ້ລ້ຽວໄປທາງທິດຕາເວັນຕົກທາງອາຊະໂນດຕາໂບ ຈາກນັ້ນໄປສູ່ຮຸກໂກກໂດຍທາງໃຕ້ໄປຈຸກັບເຊບູໂລນ, ທາງທິດຕາເວັນຕົກຕິດກັບອາເຊ ແລະທາງທິດຕາເວັນອອກຕິດກັບແມ່ນໍ້າຈໍແດນ.
35
ສ່ວນເມືອງທີ່ມີກຳແພງນັ້ນມີດັ່ງນີ້: ຊິດດີມ, ເຊເຣ, ຮາມມັດ, ຣັກກັດ, ກິນເນເຣດ,
36
ອາດາມາ, ຣາມາ, ຮາໂຊ,
37
ເກເດັດ, ເອັດເຣອີ, ເອນຮາໂຊ,
38
ຢີໂຣນ, ມິກດາເລນ, ໂຮເຣັມ, ເບັດອານາດ ແລະເບັດເຊເມດ. ຮວມທັງໝົດມີ 19 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
39
ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າເນັບທາລີ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນ ມາເປັນກຳມະສິດຂອງພວກເຂົາ.
40
ການໃຊ້ສະຫລາກຄັ້ງທີເຈັດໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າດານ.
41
ເຂດແດນຂອງພວກເຂົາມີດັ່ງນີ້: ໂຊຣາ, ເອຊະຕາໂອນ, ອີຣະເຊເມດ,
42
ຊາອານບິມ, ໄອຢາໂລນ, ອິດລາ,
43
ເອໂລນ, ຕີມນາ, ເອັກໂຣນ,
44
ເອນເຕເກ, ກິບເບໂທນ, ບາອາລາດ,
45
ເຢຮຸດ, ເບເນເບຣັກ, ກາດຣິມໂມນ,
46
ເມຢາຣະໂກນ ແລະ ຣັກໂກນ, ຮວມທັງເຂດແດນທີ່ຢູ່ອ້ອມແອ້ມຢົບປາ.
47
ເມື່ອຊາວດານສູນເສຍດິນແດນຂອງພວກເຂົານັ້ນ ພວກເຂົາໄດ້ໄປໂຈມຕີແລະຢຶດຄອງເມືອງເລເຊມໂດຍຂ້າຄົນໃນເມືອງນັ້ນຖິ້ມ ແລະປະກາດເປັນເມືອງຂອງຕົນ. ພວກເຂົາໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະປ່ຽນຊື່ຂອງເມືອງເລເຊມມາເປັນເມືອງດານ.
48
ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າດານ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ.
49
ເມື່ອປະຊາຊົນອິດສະຣາເອນໄດ້ແບ່ງປັນດິນແດນຮຽບຮ້ອຍແລ້ວ ພວກເຂົາໄດ້ຍົກເອົາສ່ວນຂອງດິນແດນຕອນໜຶ່ງ ມອບໃຫ້ໂຢຊວຍລູກຊາຍຂອງນູນເພື່ອໃຫ້ເພິ່ນເປັນກຳມະສິດ.
50
ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ ພວກເຂົາໄດ້ມອບເມືອງຕີມນາດເສຣາ ໃນເຂດເນີນພູເອຟຣາອິມໃຫ້ຕາມທີ່ເພິ່ນຂໍຮ້ອງ. ດັ່ງນັ້ນ ເພິ່ນຈຶ່ງໄດ້ສ້າງເມືອງຂຶ້ນໃໝ່ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ.
51
ປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະພວກຫົວໜ້າຄອບຄົວຕ່າງໆໃນບັນດາເຜົ່າແຫ່ງຊາດອິດສະຣາເອນ ໄດ້ຮັບມອບໝາຍດິນແດນເຫຼົ່ານີ້ໂດຍການໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວທີ່ເມືອງຊີໂລ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ດ້ວຍການກະທຳດັ່ງທີ່ໄດ້ກ່າວມານີ້ ພວກເຂົາຈຶ່ງໄດ້ແບ່ງປັນດິນແດນເປັນທີ່ສຳເລັດ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24