bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 5
Joshua 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 6 →
1
ເມື່ອກະສັດທັງໝົດຂອງຊາວອາໂມ ທີ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ແລະກະສັດທັງໝົດຂອງຊາວການາອານ ທີ່ຢູ່ໃກ້ທະເລເມດີແຕຣາເນໄດ້ຍິນວ່າ ພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນໍ້າຈໍແດນແຫ້ງ ຈົນປະຊາຊົນອິດສະຣາເອນຂ້າມໄປໄດ້; ກະສັດເຫຼົ່ານີ້ຕ່າງກໍຢ້ານກົວແລະເສຍຂວັນຍ້ອນຊາວອິດສະຣາເອນ.
2
ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂຢຊວຍວ່າ, “ຈົ່ງໃຊ້ຫີນເຮັດມີດ ແລະເຮັດພິທີຕັດໃຫ້ຊາວອິດສະຣາເອນອີກ.”
3
ດັ່ງນັ້ນ ໂຢຊວຍຈຶ່ງໄດ້ເຮັດມີດຫີນ ແລະໄດ້ເຮັດພິທີຕັດໃຫ້ຊາວອິດສະຣາເອນຢູ່ໃນບ່ອນໜຶ່ງເອີ້ນວ່າ ເນີນພູອາຣາໂລດ.
4
ເມື່ອປະຊາຊົນອິດສະຣາເອນໄດ້ອອກມາຈາກປະເທດເອຢິບນັ້ນ ພວກຜູ້ຊາຍທຸກຄົນກໍໄດ້ຮັບພິທີຕັດ, ແຕ່ໃນເວລາ 40 ປີ ທີ່ຊາວອິດສະຣາເອນໄດ້ຂ້າມຖິ່ນແຫ້ງແລ້ງກັນດານນັ້ນ ບໍ່ມີເດັກນ້ອຍຜູ້ຊາຍຈັກຄົນໄດ້ຮັບພິທີຕັດ. ໃນເວລານັ້ນ ຊາຍທຸກຄົນທີ່ມີອາຍຸພໍເຮັດເສິກທີ່ໄດ້ອອກມາຈາກປະເທດເອຢິບ ກໍໄດ້ຕາຍໄປໝົດຍ້ອນວ່າພວກເຂົາບໍ່ເຊື່ອຟັງພຣະເຈົ້າຢາເວ ດັ່ງທີ່ພຣະເຈົ້າຢາເວໄດ້ສາບານໄວ້. ພຣະອົງຈະບໍ່ອະນຸຍາດໃຫ້ພວກເຂົາເຫັນດິນແດນອັນສົມບູນແລະຮັ່ງມີ ທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ.
7
ພວກລູກຊາຍຂອງຄົນເຫຼົ່ານີ້ຍັງບໍ່ເຄີຍໄດ້ຮັບພິທີຕັດເທື່ອ. ແມ່ນຄົນລຸ້ນຫລັງນີ້ແຫລະ ທີ່ໂຢຊວຍໄດ້ເຮັດພິທີຕັດໃຫ້.
8
ຫລັງຈາກຮັບພິທີຕັດແລ້ວ ຄົນໃນຊາດທຸກຄົນກໍຢູ່ໃນຄ້າຍຈົນບາດແຜດີ.
9
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ວັນນີ້ ເຮົາໄດ້ໃຫ້ພວກເຈົ້າພົ້ນຈາກຄວາມອັບອາຍ ຈາກການເປັນຄົນຮັບໃຊ້ທີ່ປະເທດເອຢິບ.” ດ້ວຍເຫດນີ້ ບ່ອນນັ້ນຈຶ່ງເອີ້ນວ່າ ກິນການ ຈົນເຖິງທຸກວັນນີ້.
10
ໃນເວລາທີ່ຊາວອິດສະຣາເອນກຳລັງຕັ້ງຄ້າຍພັກທີ່ກິນການ ຕາມທົ່ງຮາບພຽງຂອງເມືອງເຢຣິໂກນັ້ນ ພວກເຂົາໄດ້ສະຫລອງປັດສະຄາໃນຕອນຄໍ່າຂອງວັນທີສິບສີ່ຂອງເດືອນນັ້ນ.
11
ຕໍ່ຈາກວັນປັດສະຄາ ແມ່ນວັນທຳອິດຊຶ່ງພວກເຂົາໄດ້ກິນແຕ່ສິ່ງທີ່ຊາວການາອານໄດ້ປູກຄື: ເຂົ້າຂົ້ວກັບເຂົ້າຈີ່ບໍ່ມີເຊື້ອແປ້ງ.
12
ແລ້ວມານາກໍໄດ້ເຊົາຕົກແລະຊາວອິດສະຣາເອນບໍ່ໄດ້ກິນມານາອີກ. ແຕ່ນັ້ນເປັນຕົ້ນມາ ພວກເຂົາໄດ້ກິນແຕ່ອາຫານທີ່ເກີດໃນດິນແດນການາອານ.
13
ເມື່ອໂຢຊວຍຢູ່ໃກ້ກັບເມືອງເຢຣິໂກ ໃນທັນໃດ ເພິ່ນກໍໄດ້ເຫັນຊາຍຄົນໜຶ່ງພວມຖືດາບຢືນຢູ່ຕໍ່ໜ້າເພິ່ນ. ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້ ແລະຖາມຊາຍຄົນນັ້ນວ່າ, “ທ່ານເປັນຝ່າຍເຮົາຫລືຝ່າຍສັດຕູ?”
14
ຊາຍຜູ້ນັ້ນໄດ້ຕອບວ່າ, “ເຮົາບໍ່ເປັນຝ່າຍໃດໝົດ ເຮົາມານີ້ໃນຖານະເປັນຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວ.” ໂຢຊວຍຈຶ່ງກົ້ມຂາບລົງພື້ນດິນ ແລະຖາມວ່າ, “ທ່ານເອີຍ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງທ່ານ ທ່ານຢາກຈະໃຫ້ຂ້ານ້ອຍເຮັດຫຍັງ?”
15
ຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ຈົ່ງຖອດເກີບຂອງເຈົ້າອອກ ເຈົ້າກຳລັງຢືນຢູ່ບ່ອນສັກສິດ.” ແລ້ວໂຢຊວຍກໍປະຕິບັດຕາມທີ່ເພິ່ນໄດ້ບອກນັ້ນ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24